ໄທ ​ແລະ ອິນ​ໂດ​ເນ​ເຊຍ ຂຶ້ນ​ແຜນ​ເປີດ​ປະຕູ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວຕ່າງປະ​ເທດ

(VOVWORLD) -ຕາມແຜນການໜຶ່ງທີ່ ກໍາລັງຈະຍື່ນສະເໜີຕໍ່ສູນຄວບຄຸມສະພາບການໂລກລະບາດໂຄວິດ - 19 ແລ້ວ, ຄາດວ່າຈະມີແຂກຕ່າງປະເທດປະມານ 1.000 ຄົນ ໄດ້ຮັບອະນຸຍາດໃຫ້ເຂົ້າເມືອງ ໄທ ໃນແຕ່ລະວັນ ໂດຍບໍ່ຕ້ອງປະຕິບັດການແຍກຕົວ 14 ວັນ.
ໄທ ​ແລະ ອິນ​ໂດ​ເນ​ເຊຍ ຂຶ້ນ​ແຜນ​ເປີດ​ປະຕູ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວຕ່າງປະ​ເທດ - ảnh 1ພະລາດຊະວັງ ຢູ່ນະຄອນຫຼວງ ປາງກອກ ປະເທດ ໄທ (ພາບ: AFP/TTXVN)

ການວິໄຈຫາເຊື້ອໂຄວິດ - 19 ແມ່ນປະຕິບັດແບບບັງຄັບກ່ອນທີ່ ແຂກທ່ອງທ່ຽວຕ່າງປະເທດ ອອກເມືອງປະເທດປະຈໍາຖິ່ນ ແລະ ຢູ່ສະຖານທີ່ເຂ້ົາເມືອງ ໄທ. ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວ ກໍບໍ່ໝາຍຄວາມວ່າ ຊາວຕ່າງປະເທດສາມາດ ໄປມາຢ່າງເສລີຢູ່ ໄທ ເພາະວ່າ ເຂົາເຈົ້າຈະຖືກຫ້າມໄປຍັງທ້ອງຖິ່ນບາງແຫ່ງ ແລະ ຖືກຕິດຕາມຈາກຊອັບແວໜຶ່ງຂອງໂທລະສັບມືຖື. ກະຊວງກິລາ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກສາທາລະນະ, ກະຊວງພາຍໃນ ແລະ ກະຊວງການຕ່າງປະເທດ ໄທ ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນສຸດທ້າຍຂອງແຜນການດັ່ງກ່າວຢ່າງລະອຽດ.

        ມີອີກປະເທດໜຶ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ນັ້ນຄື ອິນໂດເນເຊຍ ກໍໄດ້ຂຶ້ນແຜນເປີດປະຕູຄືນໃໝ່ໃນຂົງເຂດການທ່ອງທ່ຽວ. ຕາມວົງການເຈົ້າໜ້າທີ່ຂອງ ອິນໂດເນເຊຍແລ້ວ, 4 ປະເທດ ທໍາອິດ ເຊິ່ງປະເທດນີ້ມີແຜນເປີດປະຕູຕ້ອນຮັບແຂກທ່ອງທ່ຽວນັ້ນແມ່ນຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອົດສະຕາລີ.


ຕອບກັບ

ຂ່າວ/ບົດ​ອື່ນ