ໄທຈັບຕົວ2ຄົນທີ່ໃຫ້ຂ່າວຢ່າງຜິດພາດກ່ຽວກັບເຫດວາງລະເບີດຢູ່ໄທ

ໄທຈັບຕົວ2ຄົນທີ່ໃຫ້ຂ່າວຢ່າງຜິດພາດກ່ຽວກັບເຫດວາງລະເບີດຢູ່ໄທ - ảnh 1
ເຫດ​ວາງ​ລະ​ເບີດ​ຢູ່​ວິຫານ ​ເອຣະວັນ
(ພາບ: EPA)


(vovworld) – ຕອນ​ບ່າຍ​ວັນ​ທີ 23/08, ອຳນາດ​ການ​ປົກຄ​ອງ​ໄທ ​ໃຫ້​ຮູ້​ວ່າ, ​ໄດ້ຈັບ​ຕົວ 2​ ຄົນທີ່​ສົງ​ໄສ​ວ່າ ​ໄດ້ໃຫ້​ຂ່າວ​ຢ່າງຜິດພາດ ​​ເຊິ່ງກ່ຽວ​ຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ຢູ່​ວິຫານ ​ເອຣະວັນ ຢູ່​ນະຄອນຫຼວງ​ບາງກອກ ​ໃນ​ຕອນ​ຄໍ່​າວັນ​ທີ 17/08, ​ເຮັດ​​ໃຫ້ 20 ຄົນ​ເສຍ​ຊີວິດ. ​ໃນ​ນັ້ນມີນັກ​ສຶກສາຄົນ​ໜຶ່ງ​ທີ່ນາບ​ຂູ່​ວາງ​ລະ​ເບີດ​ໃນ​​ແວບ​ໄຊ​ສັງຄົມ Facebook ​ໄດ້ຖືກ​ຈັບ​ຕົວ​ໃນ​ວັນ​ທີ 22/08, ຢູ່​ນະຄ​ອນ ອາ​ຢຸດ​ໄທ​ຢາ ​ແລະ ​ຖືກ​ກ່າວ​ຫາ​ແມ່ນ​ອາດຊະຍາ​ກຳ​ກອມ​ພິວ​ເຕີ. ຖ້າ​ຖືກ​ຕັດສິນ​ລົງ​ໂທດ, ​ຜູ້​ນີ້​ອາດ​ຈະ​ຖືກ​​ຈຳ​ຄຸກ 5 ປີ ​ແລະ ປັບ​ໄໝ 100.000 ບາດ. ອຳນາດ​ການ​ປົກຄອງ​ໄທ ບໍ່ສະໜອງຂໍ້​ມູນ​ໃດກ່ຽວ​ກັບ​ເປົ້າ​ໝາຍ​ທີ 2, ພຽງ​ໃຫ້​ຮູ້​ວ່າ ຜູ້​ນັ້ນ​ຖືກ​ຈັບ​ຕົວ​ຢູ່​ນະຄ​ອນຫຼວງບາງກອກ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ