ໄທຍົກລະດັບກ່າວເຕືອນຮັບມືກັບໂລກພະຍາດZikaໃນທົ່ວປະເທດ

ໄທຍົກລະດັບກ່າວເຕືອນຮັບມືກັບໂລກພະຍາດZikaໃນທົ່ວປະເທດ - ảnh 1
ສີດ​ຢາ​ຕ້ານ​ເຊື້ອ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ໄວ​ຣັດ Zika
ຢູ່​ໂຮງ​ຮຽນ​ແຫ່ງ​ຫນຶ່ງ​ຢູ່ ບາງກອກ
(vovworld)-​​ ວັນ​ທີ 14/9, ອົງ​ການ​ຄວບ​ຄຸມ​ໂລກ​ພະ​ຍາດ ໄທ (DDC) ໄດ້​ອອກ​ຄຳ​ສັ່ງ​ໃຫ້​ ສູນ​ຮັບ​ມື​ສຸກ​ເສີນ​ຂອງ​ປະ​ເທດນີ້ 12 ແຫ່ງຍົກ​ກາ​ນ​ກ່າວ​ເຕືອນ​ຂຶ້​ນ​ລະ​ດັບ 2 ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ ໂລກ​ພະ​ຍາດເປັນ​ໄຂ້​ຍ້ອນ ໄວ​ຣັດ Zika. ດ​ຣ ​ອຳ​ນວຍ ກາ​ຈີນ ຜູ້​ອຳ​ນວຍ​ການ  DDC ໃຫ້​ຮູ້​ວ່າ: ຂໍ້​ຕົກ​ລົງ​ນີ້​ຖືກ​ຍົກ​ອອກ​ພາຍ​ຫລັງ​ການ​ປະ​ຊຸມ​ກັບ​ບັນ​ດາ​ການ​ນຳ​ຂອງ​ຫ້ອງ​ການ​ຄວບ​ຄຸມ​ໂລກ​ລະ​ບາດ ກໍ​ຄື​ເຈົ້າ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ທຸກ​ຂັ້ນ​ຂອງ DDC. ທ່ານ ກໍ​ຊີ້​ແຈ້ງວ່າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ ໄດ້​ຊີ້​ນຳ​ໃຫ້​ທຸກ​ອົງ​ການ​ຂຶ້ນ​ກັບ​ກະ​ຊວງນີ້​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ, ປ້ອງ​ກັນ ແລະ ຄວບ​ຄຸມ​ໂລກ​ພະ​ຍາດ Zika ຢູ່ ໃນ​ລະ​ດັບ​ສູງ​ສຸດ.

ໃນ​ຂະ​ນະ​ນັ້ນ ວັນ​ທີ 14/9, ອົງ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ສິງ​ກະ​ໂປ ໄດ້​ປະ​ກາດ​ວ່າ 8 ກໍ​ລະ​ນີຖືກ​ຕິດເຊື້ອ​ໄວ​ຣັດ Zika ໃຫມ່​ອີກ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ວົງ​ການ​ເຈົ້າ​ຫນ້າ​ທີ່​ສາ​ທາ​ລະ​ນະ​ສຸກ ສິງ​ກະ​ໂປ ໄດ້​ຮັບ​ຮູ້ ມີ 341 ກໍ​ລະ​ນີ​ຖືກ​ຕິດ​ໄວ​ຣັດ Zika ພາຍ​ຫລັງ​ກໍ​ລະ​ນີ​ທຳ​ອິດ​ໄດ້​ຄົ້ນ​ພົບ​ເມື່ອວັນ​ທີ 27/8 ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ