ໄທຍົກເລີກຄຳສັ່ງໄອຍະການເສິກ

ໄທຍົກເລີກຄຳສັ່ງໄອຍະການເສິກ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ)

(vovworld) – ຄໍ່າ​ຄືນ​ວັນ​ທີ 01/04, ພະ​ບາດ​ສົມ​ເດັດ​ພະ​ມະຫາ​ກະສັດ​ໄທ ​ອອກ​ພະ​ລາຊະ​ດຳ​ລັດຍົກ​ເລິກ​ຄຳ​ສັ່ງ​​ໄອ​ຍະ​ການ​ເສີກ ​ເຊິ່ງທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ຍື່ນສະ​ເໜີ. ​ຄຳ​ສັ່ງ​​ໄອ​ຍະ​ການ​ເສິກ​ໂດຍ​ທະ​ຫານ​ບົກ​ໄທ ຖະ​ແຫຼ​ງປະກາດ​ໃຊ້​​ເມື່ອ​ວັນ​ທີ 20/05/2014, ກ່ອນ​ທີ່​ກອງທັບ​ໄທ​ດຳ​ເນີນ​ການ​ລັດຖະປະຫານ​ 2 ວັນ (22/05/2014), ​ລັດຖະປະຫານ​ລັດຖະບານ​ຂອງ​ນາຍົກລັດ​ຖະມົນຕີ ຍິງ​ຮັກ ຊິນນະ​ວັດ. ​ເລື່ອງ​ຍົກ​ເລີກ​ຄຳ​ສັ່ງ​ໄອ​ຍະ​ການ​ເສິກ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຫາງ​ສຽງ​ໄທ ກໍ່​ຄື​ສາກົນ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ​ແຕ່​ວ່າ, ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ພາຍຫຼັງຍົກ​ເລີກ​ຄຳ​ສັ່ງ​​ໄອ​ຍະ​ການ​ເສິກ, ທ່ານ​ນາຍົກລັດຖະມົນ​ຕີ ປຣາຢຸດ ຈັນ​ໂອ​ຈາ, ດ້ວຍ​ຕຳ​ແໜ່​ງ​ເປັນ​ປະທານ​ຄະນະ​ກຳມະການ​ປົກ​ປັກ​ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ (NCPO), ປະກາດ​ຄຳ​ສັ່ງ​​ໝາຍ​ເລກ 3 ​ລວມມີ 14 ມາດຕາ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ແຫ່ງ​ຊາດ. ມີ​ບາງ​ເນື້ອ​ໃນ​ທີ່​ໜ້າ​ສົນ​ໃຈ​ໃນ​ຄຳ​ສັ່ງ​ດັ່ງກ່າວ​ນັ້ນ​ແມ່ນ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ມີ​ສິດອອກຄຳ​ສັ່ງ​ກວດ, ຈັບ​ຕົວ ​ແລະ ຈຳ​ຄຸກ​ຊົ່ວຄາວບໍ່​ເກີນ 7 ວັນ ສຳລັບ​ບັນດາ​ເປົ້າ​ໝາຍ​ທີ່ຖືກ​ສົງ​ໄສວ່າ​​ມີ​ການກະທົບ​ບໍ່​ດີເຖິງ​ຄວາມ​ສະຫງົບປອດ​ໄພ​ແຫ່ງ​ຊາດ ກໍ່​ຄື​ບາງ​ບັນຫາ​ອື່ນ.

        ຄຳ​ສັ່ງ​ຂອງ​ປະທານ NCPO ອີງ​ໃສ່​ມາດຕາ​ທີ 44 ຂອງລັດຖະທຳ​ມະນູນ​ຊົ່ວຄາວ​ໄທ, ​ໃນ​ນັ້ນ​ໄດ້​ມອບ​ສິດ​ໃຫ້​ປະທານ NCPO ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ມີ​ລັກສະນະ​ນິຕິບັນຍັດ, ຕຸ​ລາ​ການ, ບໍລິຫານ​ເພື່ອ​ປາບ​ປາມ​ບັນດາ​ການ​ເຄື່ອນ​ໄຫວ​ທຳລາຍ​ເລື່ອງ​ປະຕິ​ຮູບ ຫຼື ​ຄວາມ​ປອດ​ໄພ​ແຫ່ງ​ຊາດ. ອີງ​ໃສ່​ການ​ຕີ​ລາຄາ, ປະທານ NCPO ອາດ​ສາມາດ​ອອກ​ຄຳ​ສັ່ງອື່ນ​ອີກ ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ຢ່າງທັນ​ການ.

ຂ່າວ/ບົດ​ອື່ນ