ໄທຍົກເລີກໜັງສືຜ່ານແດນຂອງອະດີດນາຍົກລັດຖະມົນຕີທັກສິນ

ໄທຍົກເລີກໜັງສືຜ່ານແດນຂອງອະດີດນາຍົກລັດຖະມົນຕີທັກສິນ - ảnh 1
ໜັງ​ສື​ຜ່ານ​ແດນ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທັກ​ສິນ ສີນ​ນະ​ວັດ

(vovworld) –  ​ວັນ​ທີ 27/5, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄທ ປະ​ກາດ​ໄດ້​ຍົກ​ເລີກ​ໜັງ​ສື​ຜ່ານ​ແດນ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທັກ​ສິນ ສີນ​ນະ​ວັດ, ດ້ວຍ​ສາຍ​ເຫດ​​ທ່ານ​ຜູ້ນີ້ “ໄດ້ກໍ່​ຄວາມ​ອັນ​ຕະ​ລາຍ​ໃຫ້​ແກ່​ຄວາມ​​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ” ໃນ​ການ​ຕອບ​ສ​ຳ​ພາດ​ຫວ່າງ​ແລ້ວນີ້. ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ໄທ ຖະ​ແຫຼງ​​ວ່າ: ກະ​ຊວງ​ດັ່ງ​ກ່າວ​ໄດ້​ສະ​ເໜີ​ຕ້ອງ​ມີ​ການກ​ະ​ທຳ​ຕໍ່​ທ່ານ ​ທັກ​ສິນ ພາຍຫຼັງ​​ທີ່​ຕຳຫຼວດ​ໃຫ້​ຂໍ້​ສັງ​ເກດ​ວ່າ: “ການ​ຕອບ​ສຳ​ພາດ​ຂອງ​ທ່ານ ທັກ​ສິນ ມີ​ບາງ​ເນື້​ອ​ໃນ​ກໍ່​ຄວາມ​ອັນ​ຕະ​ລາຍ​ໃຫ້​ແກ່​ຄວາມ​​ໝັ້ນ​ຄົງ ແລະ ກຽດ​ສັກ​ສີ​​ຂອງ​ຊາດ”. ຖະ​ແຫຼງ​ການ​ຊີ້​ແຈ້ງວ່າ “ບັນ​ດາ​ສາຍ​ເຫດ​ເຊິ່ງ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຕຳຫຼວດ​ຍົກ​ອອກ​ມາ​ແມ່ນ​ມີ​ພື້ນ​ຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​​ຍົ​ກ​ເລີກ​ໜັງ​ສື​ຜ່ານ​ແດ​ນ​ຂອງ​ທ່ານ ​ທັກ​ສິນ ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກະ​ຊວງ”. ຂໍ້​ຕົກ​ລົງ​ຍົກ​ເລີກ​ໜັງ​ສື​ຜ່ານ​ແດນ 2 ຫົວ​ຂອງ​ທ່ານ ​ທັກ​ສິນ ​ເລີ່ມມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 26/5 ເປັນ​ຕົ້ນ​ໄປ.


ຂ່າວ/ບົດ​ອື່ນ