ໄທຜັນຂະຫຍາຍພົນທະຫານ,ຕຳຫຼວດສະກັດກັ້ນການແຫ່ຂະບວນປະທ້ວງຢູ່ບັງກອກ

ໄທຜັນຂະຫຍາຍພົນທະຫານ,ຕຳຫຼວດສະກັດກັ້ນການແຫ່ຂະບວນປະທ້ວງຢູ່ບັງກອກ - ảnh 1
ໄທຜັນຂະຫຍາຍພົນທະຫານ,ຕຳຫຼວດສະກັດກັ້ນການແຫ່ຂະບວນປະທ້ວງຢູ່ບັງກອກ
(ພາບ: ຈາກອີນເຕີເນັດ)


(vovworld) –  ວັນ​ທີ 8/6, ຕຳຫຼວດ ​ແລະ ພົນທະຫານ​ນັບ​ພັນ​ຄົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທົ່ວ​ນະຄອນຫຼວງ ບາງກອກ​​ປະ​ເທດ ​ໄທ ​ໃນ​ສະພາບທີ່​ອຳນາດ​ການ​ປົກຄອງ​ການ​ທະຫານ​ພວມ​ຊອກຫາ​ວິທີ​ສະກັດ​ກັ້ນ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​​ເພື່ອຄັດຄ້ານ​ການ​ລັດຖະປະຫານ. ທ່ານ​ຮອງ​ຫົວໜ້າ​ຕຳຫຼວດ​ແຫ່ງ​ຊາດ ​ສົມຢົດ ພົມພັນມວງ  ຍອມຮັບ​ວ່າ: ມີ​ຕຳຫຼວດ ​ແລະ ພົນທະຫານ 6.500 ຄົນ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງ​ບັນດາ​ສະຖານ​ທີ່​ຫຼັກ​ແຫຼ່ງມີ​ໄພ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ. ກ່ອນ​ໜ້າ​ນັ້ນ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນາບ​ຂູ່​ຈະ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍຂອບ​ຂະໜາ​ດ​ໃຫຍ່ ​ໂດ​ຍບໍ່​ຫົວຊາ​ຕໍ່​ກົດ​​ໄອ​ຍະ​ການ​ເສິກ ​ແລະ ຄຳ​ສັ່ງ​ຫ້າມ​​ເຕົ້າ​ໂຮມ​ດ້ານ​ການ​ເມືອງ​ຂອງ​ກອງທັບ ​ໄທ. ຄວາມ​ເຄັ່ງ​ຕຶງ​ປິນ​ຂັ້ນ​ໄດ​ຢູ່ ​ໄທ ນັບ​ແຕ່​ເມື່ອ​ກອງທັບ​ຍາດ​ເອົາ​ສິດ​ອຳນາດ, ​ໂຄ່ນ​ລົ້ມລັດຖະບານ​ເມື່ອ​ວັນ​ທີ 22/5. ການ​ກະທຳ​ຂອງ​ກອງທັບ​ປະ​ເຊີນ​ໜ້າ​ຄັດຄ້ານ​ຂອງ​ປະຊາຊົນ​ພາຍ​​ໃນ​ປະ​ເທດ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ