ໄທສະເໜີປ່ຽນເວລາຈັດຕັ້ງກອງປະຊຸມສຸດຍອດອາຊຽນໃນປີ 2019

(VOVWORLD) - ໄທຈະເປັນປະເທດປະທານອາຊຽນ ໝູນວຽນໃນປີ 2019.

       ວັນທີ 14 ພະຈິກ, ລັດຖະບານ ໄທ ໄດ້ສະເໜີເລື່ອນເວລາຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ອອກໄປຈັດຕັ້ງໃນເດືອນ ມິຖຸນາ 2019 ແທນທີ່ຈະຈັດຕັ້ງໃນເດືອນ ເມສາ 2019 ຍ້ອນມີຄວາມວິຕົກວັງວົນຈະຖືກຮັບຜົນສະທ້ອນຍ້ອນເລື່ອງຈັດຕັ້ງການເລືອກຕັ້ງໃນທົ່ວປະເທດ, ຄາດວ່າຈັດຕັ້ງໃນເດືອນ ກຸມພາ 2019. ໄທຈະເປັນປະເທດປະທານອາຊຽນ ໝູນວຽນໃນປີ 2019.

        ຕາມຂໍ້ກຳນົດຂອງ ອາຊຽນ ແລ້ວ, ປະເທດປະທານ ອາຊຽນ ໝູນວຽນຈະຈັດຕັ້ງກອງປະຊຸມສຸດຍອດ 2 ຄັ້ງໃນປີທີ່ດຳລົງຕຳແໜ່ງ, ໃນນັ້ນ ກອງປະຊຸມຄັ້ງທຳອິດຈະຈັດຕັ້ງໃນ 6 ເດືອນຕົ້ນປີ, ໃນຂະນະທີ່ກອງປະຊຸມຄັ້ງທີ 2 ຈະມີການນຳບັນດາປະເທດຄູ່ຮ່ວມມືຈັດຕັ້ງໃນທ້າຍປີ. ເຖິງວ່າລັດຖະບານ ໄທ ແລະ ຄະນະກຳມະການເລືອກຕັ້ງຂອງປະເທດນີ້ຢັ້ງຢືນວ່າຂັ້ນຕອນການເລືອກຕັ້ງທົ່ວປະເທດຈະໄດ້ຮັບການຮັກສາໄວ້ຄືການຄາດຄະເນແມ່ນໃນວັນທີ 24 ກຸມພາ 2019, ຍັງມີຄວາມສາມາດວ່າການເລືອກຕັ້ງນີ້ຈະເລື່ອນເວລາອອກໄປຮອດກ່ອນເດືອນ ພຶດສະພາປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ