ໄທຮັກສາກົດໄອຍະການເສີກ

ໄທຮັກສາກົດໄອຍະການເສີກ - ảnh 1
ທະ​ຫານ​ໄທ​ກວດ​ກາ​ຢູ່​ຊານ​ນະ​ຄອນ ບາງກອກ
(ພາບ: AFP/TTXVN)

(vovworld) - ວັນ​ທີ 29/1, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ວິ​ສະ​ນຸ ເຄື​ອງ​ງາມ ໃຫ້​ຮູ້​ວ່າ: ກົດ​ໄອ​ຍະ​ການ​ເສິກ​ໄດ​້​ຮັບ​ການ​ຈັດ​ວາງ​ຢູ່​ປະ​ເທດນີ້​ໃນ​ປະ​ຈຸ​ບັນ​ແມ່ນ​ຈຳ​ເປັນ​ຍ້​ອນ​ບັນ​ດາ​ສາຍ​ເຫ​ດ​ດ້ານ​ຄວາມ​ສະ​ຫງົບ. ທ່ານ ວິ​ສະ​ນຸ ຢັ້ງ​ຢືນ​ວ່າ: ອຳ​ນາດ​ການ​ປົກ​ຄອງ ໄທ ພວມ​ສືບ​ຕໍ່​ຄວບ​ຄຸມ​ສະ​ພາບ​ການ ແລະ ກົດ​​ໄອຍະ​ການ​ເສິກ ພຽງ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ຊາ​ຊົນ​ປະ​ເທດນີ້​ຢູ່​ລະ​ດັບ​ນ້ອຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ກໍ່​ເນັ້ນ​ໜັກ​ວ່າ: ເລື່ອງ​ຈັດ​ວາງ​ກົດ​ໄອ​ຍະ​ການ​ເສິກບໍ່​ສ່ອງ​ແສງ​ໃຫ້​ເຫັນ​ວິ​ກິດ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ປະ​ຊາ​ຄົມ​ໂລກ​ຈະ​ເຂົ້າ​ໃຈ​ຄວາມ​ຈຳ​ເປັນ​ຂອງ​ມາດ​ຕະ​ການນີ້. ຂໍ້​ສັງ​ເກ​ດ​ດັ່ງ​ກ່າວ​ໂດຍ​ທ່ານ ວິ​ສະ​ນຸ ຍົກ​ອອກ​ມາ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ຄືນ​ຄຳ​ເຫັນ​ຂອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ ອາ​ຊີ ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ Daniel Russel ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ໜຶ່ງ​ຢູ່​ນະ​ຄອນຫຼວງ ບາງກອກ ເມື່ອ​ວັນ​ທີ 26/1 ຜ່ານ​ມາ. ໃນ​ບົດ​ກ່າວ​ປາ​ໄສ​ນີ້, ທ່ານ Russel ໄດ້​ຮຽກ​ຮ້ອງ​ ໄທ ຢຸດ​ຕິ​ການ​ຈັດ​ວາງ​ກົດ​ໄອ​ຍະ​ການ​ເສິກ​ໃນ​ທົ່ວ​ປະ​ເທດກໍ່​ຄື​ລົບ​ລ້າງ​ບັນ​ດາ​ການ​ກະ​ທຳຈຳ​ກັດ​​ການແຫ່​ຂະ​ບວນ​ປະ​ທ້ວງ.


ຂ່າວ/ບົດ​ອື່ນ