ໄພເກີດການປະທະກັນຄັ້ງໃຫຍ່ຢູ່ຢູແກຼນ ຕາເວັນອອກ

ໄພເກີດການປະທະກັນຄັ້ງໃຫຍ່ຢູ່ຢູແກຼນ ຕາເວັນອອກ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ​ພາຍ​ຫຼັງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ​ພຽງ 1 ​ເດືອນ, ຢູ​ແກຼນ ຕາ​ເວັນ​ອອກ ພວມ​ຢືນ​ຕໍ່ໜ້າ​ໄພ​ເກີດ​ການ​ປະ​ທະ​ກັນ​ຄັ້ງ​ໃຫຍ່​ເມື່ອ​ທີ່​ປຶກສາ​ປະທາ​ນາທີ​ບໍດີ​ຢູ​ແກຼນ ທ່ານ Yuri Biryokov ປະກາດ​ໃນ​​​ເວັບ​ໄຊ​ສັງຄົມ Facebook ວ່າ, ວັນ​ທີ 18/01, ທະຫານ​ກອງທັບ​ຢູ​ແກຼນ ​​ໄດ້​ຮັບ​ຄຳ​ສັ່ງ​ຍິງ​ປືນ​ຄັ້ງ​ໃຫຍ່​ໃສ່​ບັນດາ​ທີ່ໝັ້ນຂອງ​ກຳລັງທວງ​ເອົາເອກະລາດ​ຢູ່​ເຂດ​ເກີດ​ບັ້ນ​ຮົບ​ການ​ທະຫານ​ຢູ່​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງ​ປະ​ເທດ​ນີ້. ທ່ານ Yuri Biryokov ກໍ່​ຖະ​ແຫຼ​ງວ່າ ກອງທັບ​ຍັງ​ຄວບ​ຄຸມ​ບັນດາ​ທີ່​ຕັ້ງ​ຢູ່​ສະໜາມ​ບິນ Donnetsk, ​ກົງກັນຂ້າມ​ກັບຖະ​ແຫຼ​ງກ່ອນນັ້ນ​ຂອງ​ ສ.Donnetsk ​ອ້າງ​ຊື່​​ເອງ (DPR) ວ່າ ກອງທັບ​ຢູ​ແກຼນ ​ໄດ້​ຖອນ​ອອ​ກຈາກ​ສະໜາມ​ບິນ​ດັ່ງ​ກ່າວ. ຜູ້​ຕາງ​ໜ້າ DPR ຢືນຢັນ​ວ່າ, ກອງທັບ​ຢູ​ແກຼນ ​​ໄດ້​ນຳໃຊ້​ອາວຸດ​ທຸກ​ປະ​ເພດ​ເພື່ອ​ຍິງ​ເຂົ້າ​ນະຄອນ Donnetsk.

ຂ່າວ/ບົດ​ອື່ນ