ໄລ່ຮອດເດືອນກັນຍາ 2017, ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 9,5 ລ້ານເທື່ອຄົນມາຫວຽດນາມ

(VOVWORLD) -ຂໍ້ມູນຂ່າວຈາກກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃນວັນທີ 26 ກັນຍາ ໃຫ້ຮູ້ວ່າ:
ໄລ່ຮອດເດືອນກັນຍາ 2017, ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 9,5 ລ້ານເທື່ອຄົນມາຫວຽດນາມ - ảnh 1 (ພາບປະກອບ: TTXVN)

ໄລ່ຮອດເດືອນກັນຍາ 2017, ໄດ້ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 9,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ໃນນັ້ນ, ໃນເດືອນກັນຍາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ຜັນຂະຫຍາຍບັນດາລາຍການສົ່ງເສີມ, ປຸກລະດົມຢູ່ບັນດາຕະຫຼາດສຳຄັນຂອງຂະແໜງທ່ອງທ່ຽວຫວຽດນາມ. ໃນນັ້ນສິ່ງທີ່ໜ້າສົນໃຈແມ່ນລາຍການປຸກລະດົມຕະຫຼາດຢູ່ 4 ປະເທດເອີລົບຕາເວັນອອກ ລວມມີ: ແດນມາກ, ນອກແວ, ແຟງລັງ, ຊູແອດ. ນອກນັ້ງຍັງມີຍີ່ປຸ່ນ, ອິນໂດເນເຊຍ, ມາເລເຊຍ ແລະ ໄທ.

        ດ້ວຍປະສິດທິຜົນຈາກບັນດາລາຍການສົ່ງເສີມ, ໂຄສະນາການທ່ອງທ່ຽວຢູ່ຫຼາຍຕະຫຼາດສຳຄັນ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນຊຸມເດືອນທ້າຍປີ 2017 ໄດ້ຮັບຄວາມຫວັງວ່າຈະເຕີບໂຕຢ່າງແຮງ, ປະກອບສ່ວນປະຕິບັດສຳເລັດຄາດໝາຍເຕີບໂຕໃນປີ 2017 ຂອງຂະແໜງທ່ອງທ່ຽວແມ່ນຕ້ອນຮັບນັກທ່ອງທ່ຽວສາກົນ 13 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ