ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ

(VOVWORLD) -ຕອນເຊົ້າວັນທີ 15 ສິງຫາ, ຄະນະຊາວໜຸ່ມ - ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວອາສາສະໝັກ ຢູ່ນະຄອນຫຼວງວຽງຈັນ - ລາວ ປີ 2017 ດ້ວຍຫົວຂໍ້ “ໄວໜຸ່ມຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ”.

ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ - ảnh 1ໄວໜຸ່ມນະຄອນຫຼວງຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ

(ພາບ: hanoimoi.com.vn)

ຄະນະອາສາສະໝັກມີສະມາຊິກ 40 ຄົນ ແມ່ນບັນດາສະມາຊິກອາສາສະໝັກຂອງບັນດາຮາກຖານຊາວໜຸ່ມ, ບັນດາແພດ, ບັນດາຜູ້ຊ່ຽວຊານດ້ານການລ້ຽງສັດ ແລະ ນັກສຶກສາດີເດັ່ນ… ໃນບໍລິເວນນະຄອນຮ່າໂນ້ຍ. ດ້ວຍຫົວຂໍ້ “ໄວໜຸ່ມຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ”, ການເຄື່ອນໄຫວອາສາສະໝັກຈະໄດ້ດຳເນີນເປັນເວລາ 10 ວັນ ຢູ່ເມືອງສີໂຄດຕະບອງ (ນະຄອນຫຼວງວຽງຈັນ - ລາວ) ໂດຍບັນດາເນື້ອໃນ: ກວດພະຍາດ, ແຈກຢາຍຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນ 1.500 ຄົນ; ໂຄສະນາເຜີຍແຜ່ ແລະ ແນະນໍາເຮັດອະນາໄມປ້ອງກັນພະຍາດ, ປ້ອງກັນ, ຕ້ານການເກີດອຸປະຕິເຫດ; ມອບໂອນດ້ານວິທະຍາສາດ, ເຕັກນິກ ກ່ຽວກັບການລ້ຽງສັດໃຫ້ປະຊາຊົນ; ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ປະສົບກັບຄວາມຫຍຸ້ງຍາກ. ລວມມູນຄ່າການເຄື່ອນໄຫວແມ່ນກວ່າ 700 ລ້ານດົ່ງ.

        ນີ້ແມ່ນປີທີ 10 ຢ່າງຕໍ່ເນື່ອງ ທີ່ຄະນະຊ່າວໜຸ່ມ - ສະຫະພັນຊາວໜຸ່ມ ນະຄອນຫຼວງຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວອາສາສະໝັກ ຢູ່ນະຄອນຫຼວງວຽງຈັນ - ລາວ. ດ້ວຍບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍທີ່ສຸດ, ໄວໜຸ່ມນະຄອນຫຼວງຕັດສິນໃຈສູງ “ໄວໜຸ່ມຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ”, ປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີ, ສະໜິດແໜ້ນກວ່າອີກ ຂອງສອງນະຄອນຮ່າໂນ້ຍ - ວຽງຈັນ ເວົ້າສະເພາະ, ສອງປະເທດຫວຽດນາມ - ລາວ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ