ໄວໜຸ່ມຫວຽດນາມປະຈັນບານ,ອາສາສະໝັກພັດທະນາເສດຖະກິດແລະປົກປັກຮັກສາປະເທດຊາດ

ໄວໜຸ່ມຫວຽດນາມປະຈັນບານ,ອາສາສະໝັກພັດທະນາເສດຖະກິດແລະປົກປັກຮັກສາປະເທດຊາດ - ảnh 1
ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ ມອບ​ແປວ​ໄຟສັນ​ຍາ​ລັກ​ໃຫ້​ແກ່ ເລ​ຂາ​ຜູ້​ທີ​ໜຶ່ງ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຫງວຽນ​ດັກ​ວີງ
(ພາບ: Mạnh Linh/TTXVN)

(vovworld) – ເພື່ອ​ເປັນ​ການສະ​ເຫຼີມ​ສະຫຼອງ 84 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ວັນ​ທ​ີ 25/3, ສູນ​ກາງ​ຊາວ​ໜຸ່ມ ແລະ ຄະ​ນະ​ຊາວ​ໜຸ່ມ​ບັນ​ດາແຂວງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມເປັນ​ຈຳ​ນວນຫຼາຍ. ຕອນ​ຄ່ຳ​ວັນ​ທີ 25/3, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ພ້ອມ​ກັບ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ເຫດ​ການ​ສຳ​ຄັນ​ນີ້​ແມ່ນ​ພິ​ທີ​ມອບ​ໄບ​ຍ້ອງ​ຍໍ​ໃຫ້​ແກ່​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ 84 ຄົນ​​ໄດ້​ຮັບ​ລາງວັນ ຫຼີ​໋ຕື້​ຈ້ອງ ປີ 2015. ອ່ານ​ສ​ູນ​ທອນ​ພົດ​ທີ່​ພິ​ທີ, ເລ​ຂາ​ຜູ້​ທີ​ໜຶ່ງ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ຫງວຽນ​ດັກ​ວີງ, ເນັ້ນ​ໜັກ​ວ່າ: ຜ່ານ 84 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ພັດ​ທະ​ນາ ແລະ ເຕີບ​ໃຫ​ຍ່, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ສະ​ແດງ​ໃຫ​້​ເຫັນຄຸນ​ສົມ​ບັດອົງ​ອາດ​ກ້າ​ແກ່ນ, ຈົ່ງ​ຮັກ​ພັກ​ດີ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ຊາວ​ໜຸ່ມ​ເອົາ​ໃຈ​ໃສ່​ລົງ​ທຶນ​ເບິ່ງ​ແຍງ​ ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມຫຼາຍ​ກ່​ວາ​ອີກ, ​ຍາມ​ໃດ​ກໍ່ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ໜຸ່ມ​ໃນ​ການກໍ່​ຮ່າງ​ສ້າ​ງ​ຕົວ, ​ເສີມ​ຂະ​ຫຍາຍ​​ພູມ​ປັນ​ຍາ ແລະ ນ້ຳ​ໃຈ​ປະ​ຈັນ​ບານ ອາ​ສາ​ສະ​ໝັກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ ຫງວຽນ​ດັກ​ວີງ ກ່າວ​ວ່າ:

        “​ໂດຍເສີ​ມ​ຂະ​ຫຍາຍ​ມູນ​ເຊື້ອ 84 ປີ​ແຫ່ງ​ການ​ສ້າງ​ສາ, ອຸ​ທິດ​ສ່ວນ, ເຕີບ​ໃຫຍ່, ພາຍ​ໃຕ້​ຄັນ​ທຸງ​ຂອງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ, ຄະ​ນະ​ຊາວ​ໜຸ່ມ​ທຸກ​ຂັ້ນ ແລະ ສະ​ມາ​ຊິກ​ຊາວ​ໜຸ່ມ ໝັ້ນ​ໝາຍສາ​ມັກ​ຄີ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສຸດ​ຈິດ​ສຸດ​ໃຈ, ​ຊຸມ​ທຸກໆຄວາມ​ສາ​ມາດ, ພຸມ​ປັນ​ຍາ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​​ຈຸດ​ໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາ​ວ​ໜຸ່ມ​ທົ່ວ​ປະ​ເທດ​ຄ​ັ້ງ​ທີ 10 ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ, ​ອອກ​ແຮງແຂ່ງ​ຂັ​ນ​ສ້າງ​ຜົນ​ງານ​ສະ​ເຫຼີມ​ສະຫຼອງກອງ​ປະ​ຊຸມ​ໃຫຍ່​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ”

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ແຂວງ ທ໋າຍງວຽນ ໄດ້​ດຳ​ເນີນ​ລາຍ​ການ “ໄວ​ໜຸ່ມ ທ໋າຍງວຽນ ເອກ​ອ້​າງ​ທະ​ນົງ​ໃຈ​ກ້າວ​ເດີນ​ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ” ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ​ສະ​ມາ​ຊິກ​​ຊາວ​ໜຸ່ມດີ​ເດັ່ນ​ທີ​່​ຊຶ່ງ​ເປັນ​ຕົວ​ແທນ​ໃຫ້​ຊາວ​ໜຸ່ມ​ນັບ​ໝື່ນໆ​ຄົນ​ໃນ​ບໍ​ລິ​ເວ​ນ​ແຂວງ.

        ໃນ​ຂະ​ນະ​ນັ້ນ, ຄະ​ນະ​ຊາວ​ໜຸ່ມ​ແຂວງ ເລີມ​ດົ່ງ ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົ​ນ​ທະ​ນາ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ “ເວ​ທີ​ປາ​ໄສ​ການ​ນຳ​ແຂວງ​ພົບ​ປະ​ສັງ​ສັນ, ໂອ້​ລົມ​ສົນ​ທະ​ນາ​ກັບ​ພະ​ນັກ​ງານ​ຄະ​ນະ​ຊາວ​ໜຸ່ມ​ສະ​ເພາະ​ກິດ​ທົ່ວ​ແຂວງ​ປີ 2015”, ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ແລ່ນ​​ລວມ​ໝູ່ຄັ້ງ​ທີ 18, ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມ​ອັນ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ໄວ​ໜຸ່ມ​ກ່​ວາ 500 ຄົນ.

 

 


ຂ່າວ/ບົດ​ອື່ນ