ໄຮຕີ ຢາກເພີ່ມທະວີການພົວພັນກັບຫວຽດນາມກວ່າເກົ່າ

(VOVWORLD) - ທີ່ການຕ້ອນຮັບ, ຮອງລັດຖະມົນຕີທັງສອງທ່ານໄດ້ ເປັນເອກະພາບກັນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍ, ສົມທົບ ແລະ ສະໜັບສະໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາອົງການຈັດຕັ້ງສາກົນ
ໄຮຕີ ຢາກເພີ່ມທະວີການພົວພັນກັບຫວຽດນາມກວ່າເກົ່າ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຮ່າກີມຫງອກ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄຮຕີ Azed Pierre Nasser Belfort
(ພາບ:ໜັງສືພິມເຍີນເຢີນ)

ຕອນບ່າຍວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຮ່າກີມຫງອກ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດໄຮຕີ Azed Pierre Nasser Belfort ເນື່ອງໃນໂອກາດຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ນັບແຕ່ວັນທີ 22-29 ພະຈິກ. ທີ່ການຕ້ອນຮັບ, ຮອງລັດຖະມົນຕີທັງສອງທ່ານໄດ້ ເປັນເອກະພາບກັນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍ, ສົມທົບ ແລະ ສະໜັບສະໜູນຊ່ວຍເຊິ່ງກັນ ແລະ ກັນ ຢູ່ບັນດາອົງການຈັດຕັ້ງສາກົນ  ແລະ ເວທີປາໄສຫຼາຍຝ່າຍ ໃນເວລາທີ່ຈະມາເຖິງ. ສອງຝ່າຍເປັນເອກະສັນກັນສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂຄວາມສະດວກ ເພື່ອຮ່ວມທຸລະກິດດ້ານໂທລະຄົມມະນາຄົມ (NATCOM S.A) ລະຫວ່າງກຸ່ມບໍລິສັດ ຫວຽດເທວ ແລະ ບໍລິສັດໃຫ່ຍ ສື່ສານ ໄຮຕີ ເຄື່ອນໄຫວຢ່າງປອດໄພ, ປະສິດທິຜົນ, ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ພັດທະນາ ຂອງໄຮຕີ.

        ທ່ານຮອງລັດຖະມົນຕີ ຮ່າກີມຫງອກ ສະເໜີໃຫ້ ກະຊວງການຕ່າງປະເທດ ໄຮຕີ ສົມທົບການຊຸກຍູ້ແລກປ່ຽນ ແລະ ພົບປະສອງຝ່າຍ, ເສີມຂະຫຍາຍປະສິດທິຜົນຂອງກົນໄກ ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນຫວຽດນາມ - ໄຮຕີ; ເຊື່ອມຕໍ່ວິສາຫະກິດສອງຝ່າຍ ແລະ ຊອກຫາບັນດາຂົງເຂດຮ່ວມມືທີ່ອາດຈະເປັນໄປບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ.

        ສ່ວນ ທ່ານຮອງລັດຖະມົນຕີ Azed Pierre Nasser Belfort ຢືນຢັນວ່າ ລັດຖະບານໄຮຕີ ຢາກເພີ່ມທະວີການພົວພັນກັບຫວຽດນາມ ກວ່າເກົ່າ, ພິເສດແມ່ນໃນການດຶງດູດການລົງທຶນຂອງວິສາຫະກິດ ຫວຽດນາມ ເຂົ້າ ໄຮຕີ, ຮ່ວມມືດ້ານເຕັກນິກ ແລະ ຮ່ວມທຸລະກິດໃນຂົງເຂດກະສິກຳ, ການປະມົງ ແລະ ລ້ຽງສັດ.

ຕອບກັບ

ຂ່າວ/ບົດ​ອື່ນ