ໜັງ​ສື​ພິມ Nikkei: ຫວຽດ​ນາມ ພວມ​ຊຸກ​ຍູ້​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ AI

(VOVWORLD) - ກຸ່ມບໍລິສັດ Naver Group ໄດ້ຮ່ວມມືກັບມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ (HUST) ຜັນຂະຫຍາຍ ສູນຄົ້ນຄວ້າ AI ທຳອິດ ຂອງ ຫວຽດນາມ ຢູ່ ຮ່າໂນ້ຍ ແລະ ຄາດວ່າ ຈະສວມບົດບາດສຳຄັນໃນແຜນການພັດທະນາຂົງເຂດເຕັກໂນໂລຢີສູງ ຂອງ ຫວຽດນາມ, ຊ່ວຍໃຫ້ປະເທດນີ້ ນຳໜ້າໃນການແຂ່ງຂັນຄົ້ນຄ້ວາກໍ່ຄືພັດທະນາ AI ຂອງ ໂລກໃນຕົ້ນປີ 2030.
ໜັງ​ສື​ພິມ Nikkei: ຫວຽດ​ນາມ ພວມ​ຊຸກ​ຍູ້​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ AI - ảnh 1ພິທີລົງນາມຂໍ້ຕົກລົງ ລະຫວ່າງ Naver ແລະ HUST (ພາບ: hust.edu.vn)

ໜັງສືພິມ Nikkei ສະບັບອອກວັນທີ 7 ເມສາ ໄດ້ລົງຂ່າວວ່າ ຫວຽດນາມ ໄດ້ຮ່ວມມືກັບ Naver - ຊຶ່ງແມ່ນກຸ່ມບໍລິສັດເຕັກໂນໂລຢີໃຫຍ່ທີ່ສຸດ ສ.ເກົາຫຼີ, ໃນຂອບເຂດຂອງຍຸດທະສາດແຫ່ງຊາດ ເພື່ອແນໃສ່ຫັນປະເທດນີ້ກາຍເປັນປັດໄຈທົ່ວໂລກກ່ຽວກັບພູມປັນຍາທຽມ (AI) ໃນຕົ້ນສະຕະວັດຈະມາເຖິງ.

ລະອຽດແມ່ນ ກຸ່ມບໍລິສັດ Naver Group ໄດ້ຮ່ວມມືກັບມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ (HUST) ຜັນຂະຫຍາຍ ສູນຄົ້ນຄວ້າ AI ທຳອິດ ຂອງ ຫວຽດນາມ ຢູ່ ຮ່າໂນ້ຍ ແລະ ຄາດວ່າ ຈະສວມບົດບາດສຳຄັນໃນແຜນການພັດທະນາຂົງເຂດເຕັກໂນໂລຢີສູງ ຂອງ ຫວຽດນາມ, ຊ່ວຍໃຫ້ປະເທດນີ້ ນຳໜ້າໃນການແຂ່ງຂັນຄົ້ນຄ້ວາກໍ່ຄືພັດທະນາ AI ຂອງ ໂລກໃນຕົ້ນປີ 2030.

        ສຳລັບ Naver , ຂໍ້ຕົກລົງການຮ່ວມມືກັບ HUST ແມ່ນສ່ວນໜຶ່ງທີ່ສຳຄັນໃນເຄືອຂ່າຍຄົ້ນຄວ້າ ແລະ ພັດທະນາ (R&D) ກ່ຽວກັບ AI ຂອງກຸ່ມບໍລິສັດນີ້. ຍຸດທະສາດ AI ແມ່ນຈຸມສຸມໃນບັນດາເປົ້າໝາຍເສດຖະກິດປີ 2030 ຂອງ ຫວຽດນາມ. ລັດຖະບານ ຫວຽດນາມ ຫວັງວ່າ ອາດຈະສາມາດສ້າງເຄື່ອງໝາຍການຄ້າ ຫຼືການບໍລິການ AI ທີ່ມີອິດທິພົນຊື່ສຽງໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ