ໜັງສືພິມຕ່າງໆ ລົງ​ພິມ​ຂ່າວແລະ ບົດ ກ່ຽວ​ກັບ​ບົດບາດ​ ຂອງພັກ​ກອມ​ມູນິດ​ ຫວຽດນາມ

(VOV-World) ວັນ​ທີ 3/2, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2012), ໜັງສືພິມ​ໃຫ່ຍ ສະບັບຕ່າງໆ​ຂອງ​ຫວຽດນາມ ລ້ວນ​ແຕ່​ໄດ້​ລົງ​ພິມ​ຂ່າວ ​ແລະ ບົດກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້ ​ແລະ​ສ້າງສາ​ປະ​ເທດ​ຊາດ​ຂອງ​​ຫວຽດນາມ.

  ໜັງສືພິມ​ເຍີນ​ເຢີ​ນ ​ແປ່​ວ່າ​ປະຊາຊົນ ສຽງ​ຂອງ​ພັກ, ລັດ ​ແລະ​ປະຊາຊົນ​ຫວຽດນາມ​ໄດ້​ລົງ​ພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: “ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ ຕ້ອງ​ຊາບ​ຊືມຄຸນສົມບັດສິທຳ​ປະຕິວັດ​ຢ່າງ​ແທ້​ຈິງ”. ບົດ​ນຳ​ຢັ້ງຢືນ​ວ່າ, ​ເລື່ອ​ງ ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັບ​ການ​ສ້າ​ງຕັ້ງຂຶ້ນ​ແມ່ນ​ເຫດການ​ປະຫວັດສາດ​ອັນ​ສຳຄັນ​ຍີ່​ງ, ສ້າງ​ບາດ​ລ້ຽວອັນ​ຍິ່ງ​ໃຫ່ຍຂອງ​ພາລະກິດ​ການ​ປະຕິວັດ​ຫວຽດນາມ. ​ໂດຍ​ຜ່ານ 82 ປີ​ແຫ່ງ​ການ​ຕໍ່ສູ້ ​ແລະ​ເຕີບ​ໃຫ່ຍ ​ໂດຍ​​ທ່ານ​ປະທານ​ໂຮ່ຈິ​ມິນ​ສ້າງຕັ້ງຂຶ້ນ ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອມ​ນັ້ນ, ພັກ​ໄດ້​ນຳພາ​ປະຊາຊົນ​ຫວຽດນາມ ຜ່ານ​ຜ່າຄວາມທຸກ​ຍາກ​ລຳ​ບາກ, ການ​ທ້າ​ທາຍ​ນາໆ​​ປະການ, ຍາດ​ໄດ້​ບັນດາ​ໄຊຊະນະ​ອັນ​ຍິ່ງ​ໃຫ່ຍ. ດ້ວຍ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນສິງຫາ​ປີ 1945, ປະຊາຊົນ​ຫວຽດນາມ​ໄດ້​ສ້າງສາ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ນຳ​ຊາດ​ຫວຽດນາມ​ກ້າວ​ເຂົ້າສູ່​ສັງ​ກາດ​ແຫ່ງ​ເອກະລາດ​ແຫ່ງ​ຊາດ ຕິດ​ພັນ​ກັບ​ສັງຄົມ​ນິຍົມ. ​ໄຊຊະນະ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ໂດຍ​ພັກ​ລິດ​ເລີ່​ມ ​ແລະ​ນຳພາ​ໃນ 26 ປີຜ່ານມາ ​ໄດ້​ນຳ​ປະ​ເທດ​ຫວຽດນາມ ກ້າວ​ເຂົາສູ່​ໄລຍະ​ພັດທະນາ​ໃໝ່, ສືບ​ຕໍ່​ຍູ້​ແຮງ​ການ​ຫັນປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ, ສ້າງ​ພື້ນຖານ​ເພື່ອ​ຮອດ​ປີ 2020, ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ບົດ​ນຳ​ໃຫ້​ຮູ້​ວ່າ ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ ຂໍ້​ຈຳກັດ​ຂອງ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ຈະ​ຕັດສິນ​ໃຈສະກັດ​ກັ້ນ, ຍູ້ການ​ເຊື່ອມ​ເສຍ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກພາກສ່ວນ​ໜື່ງ ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ການ​ນຳ, ບໍລິຫານ​ຄຸ້ມ​ຄອງ​ຂັ້ນຕ່າງໆ​ໃຫ້​ຖອຍ​ໄປ.

   ສ່ວນ​ໜັງສືພິມ​ກວນ​ໂດ້ຍ​ເຍີນ​ເຢີ​ນ ​ແຫ່​ວ່າ ກອງ​ທັບ​ປະຊາຊົນ ສຽງ​ຂອງ​ກຳລັງ​ປະກອບ​ອາວຸດ ​ແລະ​ປະຊາຊົນ​ຫວຽດນາມ ໄດ້​ລົງ​ພິມ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: “ກໍ່ສ້າງ​ພັກ​​ໃຫ້ປອດ​ໃສ ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ ​ທຽບເທົ່າ​​ກັບ​ໜ້າ​ທີ່”. ບົດ​ນຳ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ​ໃຫ່ມ ​ແຕ່​ການ​ທ້າ​ທາຍ​ກໍ​ບໍ່​ໜ້ອຍ. ​ເພື່ອ​ສຳ​ເລັດ​ພາລະ​ກຳ​ປະຫວັດສາດ​ຂອງ​ພັກ​ກຳ​ອຳນາດ, ສຳ​ເລັດ​ໜ້າ​ທີ່​ຄວາມ​ຮັບຜິດຊອບ ຊື່​ງປະຊາຊົນ​ໄດ້​ມອບ​ໝາຍ​ໃຫ້, ສົມ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ໃນ​ຕະຫຼອດ 82 ປີ​ຜ່ານ​ມານັ້ນ; ຮຽກຮ້ອງ​ໃຫ້ພັກ​ກອມ​ມູນິດ​ຫວຽດນາມ​ຕ້ອງ​ຝຶກ​ຝົນຫຼໍ່ຫຼອມຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອມີ​ຄຸນ​ນະ​ທາດ, ຄວາມ​ສາມາດ ​ແລະ​ອິດ​ທິພົນ​ຊື່​ສຽງ​ຊີ້​ນຳ​ນຳພາ​ການ​ປະຕິວັດ​ຢ່າງ​ພຽງພໍ. ກໍ່ສ້າງ​ພັກ​ປອດ​ໃສ ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ອົງການ​ພັກ​, ຂອງ​ສະມາຊິກ​ພັກເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທັງ​ລະບົບ​ການ​ເມືອງ, ຂອງ​ທົ່ວ​ປວງ​ຊົນ​ອີກ​ດ້ວຍ. ຍ້ອນ​ວ່າ ຜົນປະ​ໂຫຍ​ດຂອງ​ພັກ ກໍ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຂອງ​ຊາດ. ຈຸດໝາຍ​ສູ້​ຊົນ​ຂອງ​ພັກ​ແມ່ນ​ເຮັດ​ໃຫ້ປະຊາຊົນທຸກ​ຄົນ “​ກິນ​ອີ່ມ, ນຸ່ງ​ອຸ່ນ ​ແລະ​ໄດ້​ຮັບ​ການ​ສຶກສາ”.

ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ​ປະຈຳ​ລາວ​ໃຫ້​ຂ່າວ​ວ່າ, ວັນ​ທີ 3 ກຸມພາ, ໜັງສືພິມ​ປະຊາຊົນ​ ລາວ ມີ​ບົດຊົມ​ເຊີຍ ຫວຽດນາມ ​ເນື່ອງ​ໃນ​ໂອກາດ ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດນາມ ( 3 ກຸ​ມພາ 1930 - 3 ກຸມພາ 2012 ). ບົດ​ຂຽນ​ໄດ້​ສະຫຼຸບ​ໂດຍ​ສັງ​ເຂ​ບວິວັດ​ການ​ສ້າງ​ຕັ້ງ​ຂອງພັກ​ກອມ​ມູນິດ ຫວຽດນາມ, ການ​ຊີ້​ນຳ​ນຳພາຂອງພັກ​ກອມ​ມູນິດ ຫວຽດນາມ ຜ່ານ​ໄລຍະ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ບົດ​ຂຽນ​ກໍ່​ຍ້ອງຍໍ​ສັນລະ​ເສີນ​ຜົນງານ​ທີ່​ຍິ່ງ​ໃຫຍ່​ຂອງ​ປະທານ ​ໂຮ່ຈິ​ມິງ ຜູ້​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ອີນດູ​ຈີນ ​ແລະ ພັກ​ກອມ​ມູນິດ ຫວຽດນາມ, ຜູ້​ສ້າງ​ພື້ນຖານໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ຊາດ ລາວ ​ແລະ ຫວຽດນາມ.

        ບົດ​ຂຽນ​ມີ​ຕອນຂຽນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ຕິດພັນ​ກັບ​ບາດ​ລ້ຽວທີ່​ຍິ່ງ​ໃຫຍ່​ຂອງ​ປະຫວັດສາດຂອງ​ຊາດ ຫວຽ​ດນາມ, ຈາກ​ການ​ປະຕິບັດ​ເດືອນສິງຫາ ​ໄດ້ຮັບ​ໄຊຊະນະເຖິງ​ການ​ບຸກ​ໂຈມ​ຕີຂະໜາດ​ໃຫຍ່ ​ແລະ ລູກ​ຮື​ຂື້ນ​ໃນ​ລະດູບານ​ໃໝ່​ປີ 1975 ​ໄດ້​ທ້ອນ​ໂຮມ​ປະ​ເທດ ຫວຽ​ດນາມ ເປັນ​ເອກະ​ພາບ. ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​​ແຫ່ງ​ການປ່ຽນ​ໃໝ່ປີ 1986, ຊີວິດ​ການ​ເປັນ​ຢູຂອງ​ປະຊາຊົນ​ນັບ​ມື​ນັບ​ໄດ້​ຮັບ​ການ​ປົວ​ແປງ, ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການຢັ້ງຢືນ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ​​ໄດ້ຮັບ​ການຮັກສາ​ຢ່າງ​ໝັ້ນຄົງ .
ຂ່າວ/ບົດ​ອື່ນ