ໜັງສືພິມວັດທະນະທຳສະເຫຼີມສະຫຼອງ 60 ປີແຫ່ງການຮ່ວມເດີນທາງພັດທະນາວັດທະນະທຳຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 15 ທັນວາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ນັກຂ່າວໜັງສືພິມວັດທະນະທຳລຸ້ນຕ່າງໆ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (1957 - 2017) ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ. ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຂົ້າຮ່ວມ.

ໜັງສືພິມວັດທະນະທຳສະເຫຼີມສະຫຼອງ 60 ປີແຫ່ງການຮ່ວມເດີນທາງພັດທະນາວັດທະນະທຳຫວຽດນາມ - ảnh 1 ໜັງສືພິມວັດທະນະທຳສະເຫຼີມສະຫຼອງ 60 ປີແຫ່ງການຮ່ວມເດີນທາງພັດທະນາວັດທະນະທຳຫວຽດນາມ

(ພາບ: baotintuc.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຈິ້ງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ.

        “ໃນຕະຫຼອດໄລຍະ 60 ປີຜ່ານມາ, ນັກຂ່າວໜັງສືພິມວັດທະນະທຳລຸ້ນຕ່າງໆ ໄດ້ກາຍເປັນຂົວຕໍ່ສຳຄັນເພື່ອໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ; ນະໂຍບາຍ, ກົດໝາຍຂອງລັດເຖິງຜູ້ອ່ານຢູ່ເຂດ, ພາກໃນທົ່ວປະເທດເປັນຈຳນວນຫຼາຍ. ໜັງສືພິມວັດທະນະທຳ ກໍຕັ້ງໜ້າປະກອບສ່ວນໃນພາລະກິດຕໍ່ສູ້, ຕ້ານບັນດາປະກົດການຫຍໍ້ທໍ້, ຜິດພາດ; ປະກອບສ່ວນກຳນົດທິດໃຫ້ຫາງສຽງສັງຄົມ; ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ກ້າວໜ້າ, ເຂັ້ນຂົ້ນໄປດ້ວຍສີສັນຊາດ…”

        ທີ່ພິທີ, ທ່ານ ວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຕາງໜ້າພັກ, ລັດ ປະດັບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ໝູ່ຄະນະພະນັກງານ, ນັກຂ່າວ, ຄົນງານໃນໜັງສືພິມວັດທະນະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ