ໜູນຊ່ວຍ 200.000 USD ໃຫ້ແກ່ Startup ຫວຽດນາມ

(VOVWORLD) - ປະກອບສ່ວນເຂົ້າເປົ້າໝາຍພັດທະນາກຳລັງຄວາມສາມາດໃຫ້ແກ່ລະບົບ Startup, ປະດິດຄິດສ້າງ ຫວຽດນາມ.
ໜູນຊ່ວຍ 200.000 USD ໃຫ້ແກ່ Startup ຫວຽດນາມ - ảnh 1ທີ່ພິທີເຊັນ / ພາບ TTXVN

ຫ້ອງການແຜນຮ່າງໜູນຊ່ວຍລະບົບ Startup , ປະດິດຄິດສ້າງແຫ່ງຊາດ (ແຜນຮ່າງ 844) ຂື້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫາກໍ່ເຊັນຂໍ້ຕົກລົງການຮ່ວມມືກັບ Startup ELSA – ແມ່ນ Startup ໄດ້ຮັບການລົງທຶນຈາກ Google, ເພື່ອສະໜອງບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 200.000 USD ເພື່ອແນໃສ່ຍົງສູງກຳລັງຄວາມສາມາດພາສາ ອັງກິດ ທີ່ສະຫງວນໃຫ້ແກ່ວິສາຫະກິດ Startup, ປະດິດຕິດສ້າງ ELSA Speak.

        ຕາມທ່ານ ຟ້າມຮົ່ງກວັດ, ຫົວໜ້າກົມພັດທະນາຕະຫລາດ ແລະ ວິສາຫະກິດ, ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວ, ເລື່ອງຮ່ວມມືກັບ ELSA ແມ່ນການເຄື່ອນໄຫວທີ່ມີຄວາມໝາຍກັບປະຊາຄົມ Startup ຫວຽດນາມ, ປະກອບສ່ວນເຂົ້າເປົ້າໝາຍພັດທະນາກຳລັງຄວາມສາມາດໃຫ້ແກ່ລະບົບ Startup, ປະດິດຄິດສ້າງ ຫວຽດນາມ; ສົ່ງເສີມບັນດາວິສາຫະກິດ ເສີມຂະຫຍາຍລັກສະນະປະດິດຄິດສ້າງ, ພັດທະນາບັນດາເຕັກໂລໂລຊີທີ່ມີລັກສະນະບຸກທະລຸ ໃຫ້ແທດເໝາະກັບສະພາບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ