ໜູນຊ່ວຍວິສາຫະກິດຍີ່ປຸ່ນມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ

ໜູນຊ່ວຍວິສາຫະກິດຍີ່ປຸ່ນມາລົງທຶນດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ພິທີ​ແນະນຳ​ພາກສ່ວນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຍີ່ປຸ່ນ

(vovworld) - ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ. ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຈັດ​ຕັ້ງ​ພິທີ​ແນະນຳ​ພາກສ່ວນ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ມາ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ກ່າວ​ຄຳ​ເຫັນຢູ່​ທີ່​ນີ້, ທ່ານ ​ໂດ​ເຍິດຮ່ວາງ, ຫົວໜ້າກົມລົງທຶນ​ຕ່າງປະ​ເທດ. ກະຊວງ​ແຜນການ ​ແລະ ລົງທຶນ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

ພວກ​ຂ້າພະ​ເຈົ້າ​ຈະ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ຂໍ້​ມູນ​ກ່ຽວ​ກັບ​ນະ​ໂຍບາຍ, ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ​ກໍ່​ຄື​ຄູ່​ຮ່ວມ​ມື​ຢູ່​ຫວຽດນາມ. ໜູນ​ຊ່ວຍ, ​ເຊື່ອມ​ຕໍ່​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ​ຂອງ​ຫວຽດນາມ. ນອກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຍັງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ພົບ​ປະ​ກັບ​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນ, ບັນດາ​ບໍລິສັດ​ໂຄງ​ລ່າງ​ຂອງ​ຫວຽດນາມ. ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ມີ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ສາມາດ​ຕົກລົງ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ຕົນ“.

ປະຈຸ​ບັນ, ຍີ່ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ລົງທຶນ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ. ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ​ແລະ ​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ​ຂອງ​ຍີ່ປຸ່ນ ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ໃນ​ຫຼາຍ​ປີຜ່ານມາ.

 


ຂ່າວ/ບົດ​ອື່ນ