ໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ Macedonia

(VOVWORLD) - ວັນທີ 30 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ Macedonia. ນີ້ແມ່ນການຢ້ຽມຢາມ Macedonia ຄັ້ງທຳອິດຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.

ກ່າວຄຳເຫັນທີ່ການເຈລະຈາກັບບັນດາຮອງປະທານສະພາແຫ່ງຊາດ Macedonia Goran Misovski ແລະ Frosina Tashevska-Remenski, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໃຫ້ຮູ້ວ່າ: ຫວຽດນາມ ນາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ໃນນັ້ນມີ Macedonia. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຢືນຢັນວ່າ ການພົວພັນດ້ານການເມືອງ, ການທູດລະຫວ່າງ 2 ປະເທດໃນຊຸມປີຜ່ານມາ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ແຕ່ການພົວພັນດ້ານເສດຖະກິດ, ການຄ້າ 2 ຝ່າຍຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນການຮ່ວມມືຂອງ 2 ປະເທດເທື່ອ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະເໜີບັນດາກະຊວງ, ຂະແໜງການ 2 ປະເທດ ຕັ້ງໜ້າສົມທົບກັນໜູນຊ່ວຍບັນດາວິສາຫະກິດສົ່ງເສີມ, ຊອກຮູ້ໂອກາດການຮ່ວມມື; ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນກະຊວງ, ຂະແໜງການ, ວິສາຫະກິດ ເພື່ອແນໃສ່ຜັນຂະຫຍາຍການຮ່ວມມືລະອຽດໃນແຕ່ລະຂົງເຂດ. ນອກນັ້ນ, 2 ປະເທດຄວນສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານໂດຍໄວ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.

        ສ່ວນທ່ານ Misovski ຮອງປະທານສະພາແຫ່ງຊາດ Macedonia ຢືນຢັນວ່າ ການຢ້ຽມຢາມ Macedonia ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະແມ່ນພື້ນຖານຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນລະຫວ່າງ 2 ສະພາແຫ່ງຊາດເວົ້າສະເພາະ. Macedonia ກຳນົດການພົວພັນໃນຂົງເຂດລັດຖະສະພາແມ່ນໄມ້ງັດຊຸກຍູ້ການພົວພັນກັບບັນດາປະເທດ, ໃນນັ້ນມີ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ Macedonia Nikola Dimitrov.

ຕອບກັບ

ຂ່າວ/ບົດ​ອື່ນ