ໝາກ​ຜົນ​ຜັນ​ຂະ​ຫຍາຍ​ປະ​ມວນ​ດັດ​ຊະ​ນີ​ວັດ​ທະ​ນະ​ທຳ 2030 ຂອງ UNESCO ຢູ່ ຫວຽດ​ນາມ ແລະ ເຫວ້

(VOVWORLD) -  ດັດຊະນີວັດທະນະທຳ 2030 ຂອງ UNESCO ແມ່ນຂອບດັດຊະນີຕາມຫົວເລື່ອງສະເພາະ ເພື່ອແນໃສ່ວັດແທກ ແລະ ຕິດຕາມກວດກາຄວາມຄືບໜ້າໃນການປະກອບສ່ວນຂອງວັດທະນະທຳໃນການຜັນຂະຫຍາຍເປົ້າໝາຍຕ່າງໆ ທີ່ນອນໃນ ໂຄງການດຳເນີນງານ ປິ 2030 ເພື່ອການພັດທະນາແບບຍືນຍົງໃນລະດັບຊາດ ແລະ ທ້ອງຖິ່ນ.
ໝາກ​ຜົນ​ຜັນ​ຂະ​ຫຍາຍ​ປະ​ມວນ​ດັດ​ຊະ​ນີ​ວັດ​ທະ​ນະ​ທຳ 2030 ຂອງ UNESCO ຢູ່ ຫວຽດ​ນາມ ແລະ ເຫວ້ - ảnh 1ກຸງເກົ່າເຫວ້ (ພາບປະກອບ: TTXVN)

ວັນທີ 19 ກັນຍາ, ສະຖາບັນວັດທະນະທຳສິລະປະແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ອົງການ UNESCO ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ລາຍງານໝາກຜົນໂຄງການຜັນຂະຫຍາຍທົດລອງ ປະມວນດັດຊະນີວັດທະນະທຳ 2030 ຂອງ UNESCO ຢູ່ ຫວຽດນາມ ແລະ ນະຄອນ ເຫວ້”. ກອງປະຊຸມສໍາມະນາ ດຳເນີນຕາມແບບເຊິ່ງໜ້າສົມທົບກັບທາງໄກ ໂດຍມີການເຂົ້າຮ່ວມຂອງນັກຊ່ຽວຊານສາກົນ ແລະ ນັກຊ່ຽວຊານ UNESCO ໃນພາກພື້ນ, ນັກຄຸ້ມຄອງ ແລະ ນັກຊ່ຽວຊານພາຍໃນປະເທດ.

        ດັດຊະນີວັດທະນະທຳ 2030 ຂອງ UNESCO ແມ່ນຂອບດັດຊະນີຕາມຫົວເລື່ອງສະເພາະ ເພື່ອແນໃສ່ວັດແທກ ແລະ ຕິດຕາມກວດກາຄວາມຄືບໜ້າໃນການປະກອບສ່ວນຂອງວັດທະນະທຳໃນການຜັນຂະຫຍາຍເປົ້າໝາຍຕ່າງໆ ທີ່ນອນໃນ ໂຄງການດຳເນີນງານ ປິ 2030 ເພື່ອການພັດທະນາແບບຍືນຍົງໃນລະດັບຊາດ ແລະ ທ້ອງຖິ່ນ.

        ໃນກອງປະຊຸມສຳມະນາ ໄດ້ຮັບຟັງບົດລາຍງານກ່ຽວກັບໝາກຜົນຂອງໂຄງການປະຕິບັດທົດລອງ ປະມວນດັດຊະນີວັດທະນະທຳ 2030 ຂອງ UNESCO ຢູ່ ຫວຽດນາມ ແລະ ນະຄອນ ເຫວ້ ຈາກນັກຊ່ຽວຊານ UNESCO ໃນພາກພື້ນ ເພື່ອແນໃສ່ສົ່ງເສີມການມີຄຳເຫັນຕອບກັບຈາກບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອຢັ້ງຢືນໝາກຜົນຂອງໂຄງການ; ຮັບຟັງສະພາບການໂດຍລວມກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດຂອງການປະຕິບັດໂຄງການ… ນັກປະສານງານຂັ້ນສູນກາງ, ຂັ້ນນະຄອນ ນຳສະເໜີສຳເນົາເອກະສານວັດທະນະທຳຂອງ ຫວຽດນາມ ແລະ ນະຄອນ ເຫວ້.


ຕອບກັບ

ຂ່າວ/ບົດ​ອື່ນ