ໝາກຜົນເບື້ອງຕົ້ນ ຂອງການເລືອກຕັ້ງກາງສະໄໝ ທີ່ບາງລັດ ຂອງອາເມລິກາ

(VOVWORLD) -ພັກສາທາລະນະລັດ ໄດ້ລື່ນກາຍ ແລະ ນໍາໜ້າດ້ວຍຈໍານວນ 80 ທີ່ນັ່ງຢູ່ ສະພາຕໍ່າ
ໝາກຜົນເບື້ອງຕົ້ນ ຂອງການເລືອກຕັ້ງກາງສະໄໝ ທີ່ບາງລັດ ຂອງອາເມລິກາ - ảnh 1 ຜູ້ມີສິດເລືອກຕັ້ງ ອາເມລິກາ ໄປປ່ອນບັດເລືອກຕັ້ງກາງສະໄໝ

ຕາມຜົນຫຼ້າສຸດຂອງການເລືອກຕັ້ງກາງສະໄໝ ຢູ່ ອາເມລິກາ, ໄຊຊະນະທໍາອິດໄດ້ແກ່ພັກປະຊາທິປະໄຕ ເມື່ອຜູ້ສະໝັກເລືອກຕັ້ງ ທ່ານນາງ Lou Leon Gurrero, ອະດີດສະມາຊິກລັດຖະສະພາພັກປະຊາທິປະໄຕ ແລະ ປັດຈຸບັນພວມດໍາລົງຕໍາແໜ່ງເປັນປະທານທະນາຄານ Guam, ຍາດໄດ້ໄຊຊະນະໃນການແຂ່ງຂັນເຂົ້າດໍາລົງຕໍາແໜ່ງຜູ້ວ່າການ Guam, ເຂດແດນດິນນອກທະເລຂອງ ອາເມລິກາ. ດ້ວຍໄຊຊະນະດັ່ງກ່າວ, ທ່ານນາງ Lou Leon Gurrero ຈະກາຍເປັນຜູ້ວ່າການຄົນທີ 9 ຂອງເກາະ Guam ແລະ ເປັນຜູ້ວ່າການຍິງຄົນທໍາອິດໃນປະຫວັດສາດຂອງເຂດ Guam.

        ໃນຂະນະນັ້ນ, ສະມາຊິກສະພາສູງພັກເອກະລາດ Bernie Sanders  ຍາດໄດ້ໄຊຊະນະຢູ່ລັດ Vermont. ດ້ວຍອັດຕາບັດ ນໍາໜ້າ 57% ເມື່ອທຽບໃສ່ 43%, ບັນດາສະມາຊິກພັກປະຊາທິປະໄຕ ຍາດໄດ້ໄຊຊະນະຢູ່ລັດ Virginia. ຢູ່ New Jersey, ສະມາຊິກລັດຖະສະພາພັກປະຊາທິປະໄຕ Bod Menendez ຍາດໄດ້ທີ່ນັ່ງຢູ່ສະພາສູງ ອາເມລິກາ. ສ່ວນຢູ່ເກາະ Rhode, ຜູ້ສະໝັກເລືອກຕັ້ງ Sheldon Brown ຂອງພັກ ປະຊາທິປະໄຕ ກໍຍາດໄດ້ທີ່ນັ່ງຢູ່ ສະພາສູງ. ທີ່ລັດ Florida, Illinois ແລະ Ohio, ຜົນຂອງການກວດກາບັດເລືອກຕັ້ງ ລະບຸ 03 ໄຊຊະນະແມ່ນຂອງບັນດາສະມາຊິກລັດຖະສະພາພັກ ປະຊາທິປະໄຕ.

        ປັດຈຸບັນ, ລັດ 18 ແຫ່ງຂອງ ອາເມລິກາໄດ້ປິດປະຕູບັນດາສະຖານທີ່ປ່ອນບັດເລືອກຕັ້ງ. ຕາມການຄາດຄະເນຂອງຊ່ອງໂທລະພາບ CNN ອີງໃສ່ຜົນການນັບບັດເລືອກຕັ້ງໃນເບື້ອງຕົ້ນແລ້ວ, ພັກປະຊາທິປະໄຕ ພວມກວມເອົາ 75 ທີ່ນັ່ງ, ໃນຂະນະນັ້ນ ພັກສາທາລະນະລັດ ໄດ້ລື່ນກາຍ ແລະ ນໍາໜ້າດ້ວຍຈໍານວນ 80 ທີ່ນັ່ງຢູ່ ສະພາຕໍ່າ.

         ກ່ອນໜ້ານັ້ນ, CNN ໃຫ້ຮູ້ວ່າ ຜົນຂອງການສໍາຫຼວດໃນເບື້ອງຕົ້ນ ຢູ່ນອກຫ້ອງປ່ອນບັດເລືອກຕັ້ງໃນວັນ 06 ພະຈິກ, 2/3 ຈໍານວນຜູ້ມີສິດເລືອກຕັ້ງ ອາເມລິກາ ເຂົ້າຮ່ວມການເລືອກຕັ້ງລັດຖະສະພາກາງສະໄໝໃຫ້ຮູ້ວ່າ ເຂົາເຈົ້າໄປປ່ອນບັດເລືອກຕັ້ງ ເພື່ອສະແດງທັດສະນະກ່ຽວກັບທ່ານປະທານາທິບໍດີ Donald Trump. ໝາກຜົນຂອງການສໍາຫຼວດໄດ້ສະແດງໃຫ້ເຫັນວ່າ ອັດຕາສະໜັບສະໜູນທ່ານ Donald Trump ໃນທົ່ວປະເທດ ແມ່ນຕໍ່າພໍສົມຄວນ ແລະ ມີຫຼາຍຄົນຖືວ່າ ອາເມລິກາ ພວມກ້າວເດີນຢ່າງເຂວທິດ.

ຕອບກັບ

ຂ່າວ/ບົດ​ອື່ນ