ໝາກມັງກອນຂອງ ຫວຽດນາມ ເລີ່ມໄດ້ວາງຂາຍຢູ່ ອົດສະຕາລີ

(VOVWORLD) - ໝາກໄມ້ຢູ່ Sydney ເພື່ອໃຫ້ບັນດາພໍ່ຄ້າເອົາມາວາງຂາຍໃຫ້ຜູ້ອຸປະໂພກບໍລິໂພກຢູ່ຕາມບັນດາຮ້ານ ແລະ ຕະຫລາດ. 

ຕອນເຊົ້າວັນທີ 25 ກັນຍາ, ໝາກມັງກອນສົດຊຸດທຳອິດ ເຊິ່ງ ອົດສະຕາລີ ນຳເຂົ້າຈາກ ຫວຽດນາມ ໄດ້ນຳມາຕະຫລາດໝາກໄມ້ຢູ່ Sydney ເພື່ອໃຫ້ບັນດາພໍ່ຄ້າເອົາມາວາງຂາຍໃຫ້ຜູ້ອຸປະໂພກບໍລິໂພກຢູ່ຕາມບັນດາຫ້າງຮ້ານ ແລະ ຕະຫລາດ. ກ່ອນໜ້ານັ້ນ, ວັນທີ 24 ກັນຍາ, ບັນດາໝາກມັງກອນສົດທຳອິດຂອງ ຫວຽດນາມ ກໍ່ໄດ້ວາງຂາຍຢູ່ນະຄອນ Melbourne ລັດ Victoria. ນີ້ແມ່ນໝາກມັງກອນສົດຊຸດທຳອິດ ໂດຍບໍລິສັດ ຮ່ວາງຟາດ ຈຳກັດຜູ້ດຽວ ຢູ່ແຂວງ ລອງອານ ສົ່ງອອກໄປຍັງຕະຫລາດ ອົດສະຕາລີ. ເປັນອັນວ່າ ພາຍຫລັງເຈລະຈາມາເປັນເວລາ 9 ປີ, ໝາກມັງກອນສົດຂອງ ຫວຽດນາມ ຈຶ່ງໄດ້ມີໜ້າຢູ່ຕະຫລາດ ອົດສະຕາລີ .

 

ຕອບກັບ

ຂ່າວ/ບົດ​ອື່ນ