ຫໍພິພິທະພັນຮ່ອງຮອຍສົງຄາມ

 (vovworld)-​​​​ ບັນຊີ​ລາຍ​ຊື່​ຈັດ​ອັນ​ດັບ​ຂອ​​ງໜັງສື​ພິມ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງໂລກ Triadvisor ສະບັບ​ຫຼ້າ​ສຸດ​ ​ໄດ້​ຈັດ​ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ​ແມ່ນ​ໜຶ່ງ​ໃນຈຳນວນ​ຫໍພິພິທະ​ພັນ 3 ​ແຫ່ງ​ຂອງ​ຫວຽດນາມ ທີ່​ສ້າງ​ຄວາມດຶງ​ດູດ​ກ່ໝູ່​ຢູ່​ອາຊີ ​ໂດຍ​ແຂກ​ທ່ອງ​ທ່ຽວ​ເປັນ​ຜູ້​ເລືອກ​ເຟັ້ນ. ຫໍພິພິທະ​ພັນແຫ່ງນີ້​ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ​ຢາມຫຼາຍ​ຄົນ, ​ກໍ່​ຄືສົມ​ກັບ​ຮູບການທ່ອງທ່ຽວ​ມຸ່ງ​ໄປ​ສູ່​ກົກເຄົ້າ​ເຫງົ້າກໍ​ຂອງ​ຊາວ​ຫວຽດນາມ.

ຫໍພິພິທະພັນຮ່ອງຮອຍສົງຄາມ - ảnh 1

ຄະນະ​ນັກ​ຂ່າວ​ລາວ​ຢ້ຽມຢາມ​ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ

(ພາບ: ນັກ​ຂ່າວລາວ)

   ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມຕັ້ງຢູ່ເມືອງ 6 ນະຄອນ​ໂຮ່ຈິ​ມິນ. ວັນ​ທີ 4/9/1975, ນະຄອນ​ໂຮ່ຈິ​ມິນ ​ໄດ້​ສ້າງຕັ້ງ “ຫ້ອງ​ວາງສະ​ແດງ​ໂທດ​ກຳ​ຂອງ​ອາ​ເມ​ລິ​ກາ ​ແລະ ຮຸ່ນ​ໄຊ​ງ່ອນ“, ຮອດ​ວັນ​ທີ 4/7/1995 ປ່ຽນ​ຊື່​ເປັນຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມຄືທຸກ​ວັນ​ນີ້. ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ​ໄດ້​ຮຽບຮຽງ, ​ເກັບ​ຮັກສາ ​ແລະ ວາງສະ​ແດງ​ບັນດາ​ວັດຖຸ​ພັນ, ຮູບ​ພາບ, ​ເອກະສານ​ກ່ຽວ​ກັບ​ຮ່ອງຮອຍ ​ແລະ ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຄັ້ງຕ່າງໆ​​ໂດຍພວກຮຸກ​ຮານ​ກໍ່​ຂຶ້ນ​ສຳລັບ​​ຫວຽດນາມ ​ແລະ ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມຍັງ​ສະ​ແດງ​ບັນດາ​ພະຍານ​ຫຼັກ​ຖານ​ວິລະ​ຊົນ​ຂອງ ປຊຊ ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ເຫ່ງຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ນາງ​ຮິງ​ຫງອກ​ເວິນ, ຜູ້ອຳນວຍການຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຫໍພິພິທະ​ພັນ​​ໄດ້​ເກັບ​ຮັກສາ​ວັດຖຸ​ພັນ, ​ເອກະສານ​, ຮູບ​ພາບ, ຟິມຮູບ​ເງົາກ່ວາ 20.000 ສິນ ​ແລະ ກາຍ​ເປັນ​ສະຖານ​ທີ່ວັດທະນະທຳ​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມດຶງ​ດູດ​ທີ່​ສຸດ. ທ່ານ​ນາງ​ເວິນ ຫວນ​ຄືນ​ວ່າ:

  “ຫໍພິພິທະ​ພັນ​ໄດ້​ເປີດ​ປະຕູ​ນັບ​ແຕ່​ວັນ​ທີ 4/9/1975, ມາ​ຮອດ​ປ​ະຈຸ​ບັນ, ພື້ນຖານ​ດ້ານ​ວັດຖຸ​ຂອງ​ຫໍພິພິທະ​ພັນ​ແມ່ນທັນ​ສະ​ໄໝ ​ແລະ ​ໃຫ່ຍ​ໂຕ​ໂອ​ຖົງ​ພໍ​ສົມຄວນ. ​ໄລ່​ສະ​ເພາະ​ແຕ່​ປີ 2012, ມີ​ແຂກມາ​ຢ້ຽມ​ຊົມ​ 700.000 ​ເທື່ອ​ຄົນ​. ສະ​ເລ່ຍ​ແຕ່​ລະ​ມື້, ຫໍພິພິຕະພັນ​ຕ້ອນຮັບແຂກມາ​ຢ້ຽມ​ຊົມ 2000 ​ເທື່ອ​ຄົນ​ ​, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ແຂກ​ສາກົນ “

ຫໍພິພິທະພັນຮ່ອງຮອຍສົງຄາມ - ảnh 2

ມິດ​ຕັດ​ຄໍ

(ພາບ: baotangchungtichchientranh.vn)

   ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມໄດ້​ຮັບ​ການ​ກໍ່ສ້າງ​ໃໝ່​ຕາມຮູບ​ແບບ​ສະຖາປັດຕະຍາ​ກຳ​ພິ​ເສດສະ​ເພາະ, ມີ​ບັນດາ​ເຂດ​ສະ​ແດງ​ວັດຖຸ​ພັນ​ທີ່​ມີຄ່າ, ​ໃນ​ນັ້ນມີ​ບັນດາ​ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ສົງຄາມ​ຢູ່​ເຂດຊາຍ​ແດນທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດນາມ, ສົງຄາມ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ທາງ​ພາກ​ເໜືອ. ພິ​ເສດ​ໃນ​ຫ້ອງວາງສະ​ແດງ​ທີ່​ມີ​ຊື່ວ່າ “ຫວນ​ຄືນ​ອະດີດຕະການ“ ​ໄດ້​​ແນະນຳ​ບັນດາວັດຖຸ​ພັນກ່ຽວ​ກັບອະນຸສອນ​ແຫ່ງ​ໄລຍະ​ສົງຄາມ, ການ​ເສຍສະຫຼະ, ​ຄວາມເສຍ​ຫາຍຂອງ​ກອງທັບ ​ແລະ ປະຊາຊົນ ເຮັດ​ໃຫ້​ຜູ້​​ຊົມ​ທຸກ​ຄົນ​ລ້ວນ​ແຕ່​ຮູ້ສຶກ​ຕື້ນ​ຕັນ​ໃຈ.

ຫໍພິພິທະພັນຮ່ອງຮອຍສົງຄາມ - ảnh 3

ຄະນະ​ນັກ​ຂ່າວ​ລາວ​ຢ້ຽມຢາມ​ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ

(ພາບ: ນັກ​ຂ່າວລາວ)

   ນອກຈາກ​​ເຂດ​ເຮືອນ​ຕຶກຫຼັງໃຫ່ຍ​ແລ້ວ, ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມຍັງ​ມີ​ເຂດ​​ແນະນຳກ່ຽວ​ກັບຄອກ​ເສືອ​ (ຄຸກ) 2 ​ແຫ່ງທີ່​ກ້ວາງ 2 ​ແມັດ, ຍາວ 1,6 ​ແມັດ, ສູງ 1,8 ​ແມັດ ​​ເຊິ່ງ​ແ​ມ່ນ​ແຫ່ງ​ຄຸມ​ຂັງ​ນັກ​ໂທດ​ການ​ເມືອງ​. ພິ​ເສດ​ຢູ່​ທີ່​ນີ້​ຍັງມີມິດ​ຕັດ​ຄໍ​ທີ່​ຜະລິດແຕ່​​ສະ​ໄໝ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​, ​ເຊິ່ງອຳນາດ​ການ​ປົກຄອງ​ໂງ​ດິ່ງ​ຢ້ຽມ ​ເຄີຍ​​ໃຊ້​ເພື່ອ​ປະຫານ​ຊີວິດ​ນັກຮົບ​ກອມ​ມູນິດ​ຫຼາຍ​ຄົນ. ​ເມື່ອ​ເຂົ້າຢ້ຽມ​ຊົມ​ເຂດ​ນີ້​ຈຶ່ງ​ເຫັນ​ໄດ້​​ການ​ເສຍສະຫຼະ, ຄວາມ​ອົງ​ອາດ​ກ້າຫານ​ຂອງ​ນັກຮົບ​ປະຕິວັດ​​ໃນ​​ໄລຍະ​ສົງຄາມ. ນາງ​ຫງວຽດເຊືອງ, ຜູ້​ແນະນຳ​ຢູ່ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມເວົ້າວ່າ:

   “​ຄອກ​ເສືອນີ້ແມ່ນ 1 ​ໃນ​ຈຳນວນ 120 ​ແຫ່ງ​ຊື່​ງຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ ​ໄດ້ຟື້ນ​ຟູ​ຄືນ​ໃໝ່​. ມັນ​ບໍ່​ໄດ້ໃຊ້​ເພື່ອ​ລ້ຽງ​ເສືອ ຫາກ​ອາ​ເ​ລິ​ກາ ​ແລະ ອຳນາດ​ການ​ປົກຄອງ​ລະບອບເກົ່າ​ໃຊ້​ເປັນ​ບ່ອນ​ຄຸມ​ຂັງ​ພິ​ເສດ​ນັກ​ໂທດ​ປະຕິວັດ ​ແລະ ຊາວ​ຫວຽດນາມ ຜູ້​ຮັກ​ຊາດ“.

   ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ ຍາມ​​​ໃດ​ກໍ່ໄດ້ຮັບ​ການຄັກ​ເລືອກ​ເປັນ​ໜຶ່ງ​ໃນ​ຈຳນວນ​ສະຖານ​ທີ່​ທ່ອງ​ທ່ຽວ​ດີ​ເດັ່ນ​ໃນ​ລາຍການ “100 ສິ່ງ​ພິ​ເສດ​ຂອງ​ນະຄອນ​ໂຮ່ຈິ​ມິນ“ ​ແລະ ກໍ່​ແມ່ນຫໍພິພິທະ​ພັນ​ແຫ່ງ​ດຽວຂອງ​ຫວຽດນາມ ຖືກ​ນຳ​ເຂົ້າລະບົບຫໍພິພິທະ​ພັນ​ເພື່ອ​ສັນຕິພາບ 60 ​ແຫ່ງ​ຂອງ​ອົງການ​ວິທະຍາສາດ ​ແລະ ສຶກສາ​ຂອງ ສປຊ UNESSCO. ອ້າຍ Taka Mura ​ແຂກ​ທ່ອງ​ທ່ຽວ​ຊາວ​ຍີ່ປຸ່ນ, ​ແບ່ງປັນ​ວ່າ:

  “​​​ເມື່ອ​ເຂົ້າຢ້ຽມ​ຊົມຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ, ຂ້າພະ​ເຈົ້າມີ​ຄວາມ​ຮູ້​ສຶກວ່າ, ສົງຄາມ​ໄດ້​ກໍ່​ຜົນ​ຮ້າຍຢ້ອນ​ຫຼັງ​ອັນ​ໜັກໜ່ວງ​ທີ່​ສຸດ​ໃຫ້​ແກ່ ປຊຊ ຫວຽດນາມ, ​ໂດຍ​ສະ​ເພາະແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທດ​ພິດ​ສີສົມ. ​​ເມື່ອ​ຊົມ​ເບິ່ງ​ເອກະສານ, ຮູບພສບ, ວັດ​ຖະພັນ​​ທີ່​ວາງສະ​ແດງ​ຢູ່ຫໍພິພິທະ​ພັນ​​ແຫ່ງ, ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ຫວຽດນາມຜູ້​ໃດ​ກໍ່​ຮູ້ສຶກຕື້ນ​ຕັນ​ໃຈ“

​  ​ເຖິງ​ວ່າສົງຄາມ​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ ​ແລະ ປຊຊ ຫວຽ​ດນາມ ພວມ​ບື່ນຕົວ​ຂຶ້ນ​ເພື່ອ​ສ້າງ​ຊີວິດ​ໃໝ່, ສ້າງສາ​ປະ​ເທດ​ຊາດ. ​ແຕ່ຫໍພິພິທະ​ພັນ​ຮ່ອງຮອຍ​ສົງຄາມ​ຍັງ​ຄົງແມ່ນ​ແຫ່ງ​ທີ່​ປຸກລຸກນ້ຳໃຈ​​ເພື່ອ​ສັນຕິພາບ​ໃຫ້ແຂກ​ທ່ອງ​ທ່ຽວ​ແຕ່ລະຄົນ ​ເພື່ອມຸ່ງ​ໄປ​ສູ່​ອະນາຄົດ​ທີ່ສົດ​ໃສ​ກ່ວາ​./.

ຕອບກັບ

ຂ່າວ/ບົດ​ອື່ນ