ກິດຈະກຳຂຽວ - ທ່າອຽງໃໝ່ໃນການພັດທະນາແບບຍືນຍົງ

(VOVWORLD) -ກິດຈະກຳຂຽວ ແມ່ນກິດຈະກຳບັນລຸປະສິດທິຜົນສູງໃນການໃຊ້ພະລັງງານ ແລະ ວັດສະດຸ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໃນຂະນະທີ່ຍັງຄົງຮັບປະກັນຄຸນປະໂຫຍດໃຫ້ແກ່ຜູ້ຊົມໃຊ້

ປະຈຸບັນ, ບັນດາ ກິດຈະກຳຂຽວໄດ້ກາຍເປັນ ທ່າອຽງພັດທະນາທີ່ຕ້ອງເປັນໄປໃນໂລກ ແລະ ຢູ່ຫວຽດນາມ ຊຶ່ງແມ່ນປະເທດຖືກຄາດຄະເນວ່າ ຈະຮັບຜົນສະທ້ອນຢ່າງໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນວິທີການແກ້ໄຂຢ່າງມີປະສິດຕິຜົນເພື່ອການພັດທະນາແບບຍືນຍົງ.

ກິດຈະກຳຂຽວ - ທ່າອຽງໃໝ່ໃນການພັດທະນາແບບຍືນຍົງ  - ảnh 1ກິດຈະກຳຂຽວ - ທ່າອຽງໃໝ່ໃນການພັດທະນາແບບຍືນຍົງ  

     ກິດຈະກຳຂຽວໄດ້ປະກົດຕົວຢູ່ຫວຽດນາມແຕ່ປີ 2007 ແລະ ໄດ້ຮັບການສະໜັບສະໜູນຈາກລັດຖະບານ, ຂະແໜງກໍ່ສ້າງ, ປະຊາຊົນ ກໍຄືບັນດານັກສະຖາປານິກ. ພາຍຫຼັງ 10 ປີ, ມາຮອດປະຈຸບັນ, ໄດ້ມີ 60 ກິດຈະກຳໄດ້ຮັບການຢັ້ງຢືນແມ່ນ ກິດຈະກຳຂຽວແບບຍືນຍົງຂອງບັນດາອົງການສາກົນ. ນັກສະຖາປານິກ ຮ່ວາງທຸກຮ່າວ ອາຈານສອນຢູ່ມະຫາວິທະຍາໄລກໍ່ສ້າງ ຊຶ່ງແມ່ນຜູ້ໄດ້ຮັບລາງວັນສາກົນຫຼາຍລາງວັນກ່ຽວກັບ ກິດຈະກຳຂຽວໃຫ້ຮູ້ວ່າ : 

    “ ຫວຽດນາມມີມູນເຊື້ອກ່ຽວກັບສະຖາປັດຕະຍະກຳ ປະຢັດພະລັງງານ, ສະຖາປັດຕະຍະກຳແບບຍືນຍົງ. ເຮືອນຢູ່ໃນເຂດຊົນນະບົດ ທົ່ງພຽງພາກເໜືອປະກອບດ້ວຍ 5 ຫ້ອງ ລ້ວນແຕ່ໄດ້ຮັບການກໍ່ສ້າງດ້ວຍວັດສະດຸອົງຄະທາດ, ຕາມທິດເໜືອ-ໃຕ້, ຮູບແບບສວນ, ສະ, ຄອກ, ໜ້າເຮືອນ ມີລະບຽງຖືກກໍ່ສ້າງດ້ວຍວັດສະດຸຕ່າງໆເຊັ່ນ : ຫີນ, ດິນ, ໄມ້ ຊຶ່ງແມ່ນວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ ແລະ ແທດເໝາະກັບດິນຟ້າອາກາດ ແລະ ສະພາບແວດລ້ອມ ”

     ໃນ 10 ປີມານີ້, ການເຕີບໂຕດ້ານການກໍ່ສ້າງຄິດສະເລ່ຍຢູ່ຫວຽດນາມ ບັນລຸ 12% ແລະ ລະດັບການຫັນເປັນຕົວເມືອງແມ່ນ 3,4%/ປີ. ແລະ ກໍໃນໄລຍະນີ້, ພະລັງງານທີ່ນຳໃຊ້ໄດ້ເພີ່ມຂຶ້ນດ້ວຍລະດັບໄວກ່ວາລະດັບເພີ່ມ GDP , ຄະດສະເລ່ຍແມ່ນ 14%/ປີ. ບັນດາກິດຈະກຳກໍ່ສ້າງຢູ່ຫວຽດນາມພວມຊົມໃຊ້ປະມານ 36% ພະລັງງານທີ່ຊົມໃຊ້ທັງໝົດຂອງທົ່ວປະເທດ, ໃນນັ້ນການນຳໃຊ້ພະລັງງານໄຟຟ້າກວມເອົາ 33% ແລະ ປະກອບສ່ວນ 25% ເຂົ້າໃນຍອດປະລີມານອາຍພິດເຮືອນແກ້ວ, ກວມ 1/3 ຍອດປະລີມານການປ່ອຍ ດີໂອຊິດກາກບອນ ຊຶ່ງແມ່ນປັດໄຈກໍ່ໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.     ທ່ານນາງ ຟານທິມີ້ລິງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ໃຫ້ຮູ້ວ່າ : 

    “ ການພັດທະນາ ກິດຈະກຳຂຽວຈະນຳມາເຊິ່ງບັນດາຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ສິ່ງແວດລ້ອມ. ນີ້ແມ່ນການເຄື່ອນໄຫວທີ່ສຳຄັນ ແນໃສ່ປະຕິບັດຍຸດທະສາດການເຕີບໂຕຂຽວຊຶ່ງລັດຖະບານໄດ້ມອບໝາຍໜ້າທີ່ໃຫ້ແກ່ບັນດາກະຊວງ, ຂະແໜງການ. ພວກຂ້າພະເຈົ້າໄດ້ກຳນົດບັນດາເນື້ອໃນຂອງ ກິດຈະກຳຂຽວແມ່ນສະຖາປັດຕະຍະກຳຂຽວທີ່ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ ”

     ການພັດທະນາກິດຈະກຳຂຽວໃນປະຈຸບັນ ຍາມໃດກໍຖືກບັນດາອົງການແຫ່ງລັດປະຕິບັດໂດຍຕິດພັນກັບ ການພັດທະນາສິ່ງແວດລ້ອມເຂດຕົວເມືອງ ແລະ ຊົນນະບົດແບບຍືນຍົງ. ໃນຂົງເຂດສະຖາປັດຕະຍະກຳ, ເລື່ອງຮັບປະກັນການອອກແບບກິດຈະກຳທີ່ແທດເໝາະກັບເງື່ອນໄຂດິນຟ້າອາກາດຢູ່ທ້ອງຖິ່ນ ແມ່ນສາມາດປະຢັດພະລັງງານ, ປະຢັດນ້ຳ, ຫຼຸດຜ່ອນຜົນກະທົບທີ່ບໍ່ດີຕໍ່ສິ່ງແວດລ້ອມໄດ້.       ນັກສະຖາປານິກ ຫງວຽນແທ່ງເລ ຜູ້ອຳນວຍການບໍລິສັດຫຸ້ນສ່ວນໃຫ້ຄຳປຶກສາທາງດ້ານສະຖາປັດຕະຍະກຳ ແລະ ກໍ່ສ້າງໃຫ້ຮູ້ວ່າ : 

        “ ຈຸດພິເສດຂອງກິດຈະກຳຂຽວ ຕ້ອງແມ່ນກິດຈະກຳເປັນມິດກັບສິ່ງແວດລ້ອມ, ເພາະສະນັ້ນ, ນັກສະຖາປານິກຕ້ອງເອົາໃຈໃສ່ນັບແຕ່ຂອດສ້າງແນວຄວາມຄິດ, ໃບແຕ້ມອອກແບບ ຕະຫຼອດຮອດການດຳເນີນກໍ່ສ້າງ. ດ້ວຍເງື່ອນໄຂອາກາດຮ້ອນ ແລະ ຊຸມປຽກຄືຢູ່ຫວຽດນາມນັ້ນ, ການອອກແບບ ກໍ່ສ້າງເຮືອນແມ່ນຕ້ອງແທດເໝາະກັບສະພາບແວດລ້ອມ, ບໍ່ຄວນນຳໃຊ້ເຕັກໂນໂລຢີທັນສະໄໝຫຼາຍ, ນຳໃຊ້ດິນຈີບໍ່ເຜົາ, ແກ້ວກັນຮ້ອນ… ”

    ປະຈຸບັນ, ຫວຽດນາມມີເງື່ອນໄຂຢ່າງພຽງພໍເພື່ອສ້າງບັນດາກິດຈະກຳຂຽວໃຫ້ຫຼາຍກ່ວາອີກໂດຍມີການເຂົ້າຮ່ວມຂອງລັດ, ປະຊາຊົນ ແລະ ຖັນແຖວນັກສະຖາປານິກ ແລະ ກໍ່ສ້າງຢ່າງຫຼວງຫຼາຍ. ນັກສະຖາປານິກ ຮ່ວາງທຸກຮ່າວ ອາຈານສອນຢູ່ມະຫາວິທະຍາໄລກໍ່ສ້າງ ຖືວ່າ : ການພັດທະນາກິດຈະກຳຂຽວຈະນຳມາເຊິ່ງບັນດາຜົນປະໂຫຍດອັນຫໃຍ່ຫຼວງໃຫ້ແກ່ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ແຕ່ກໍຕ້ອງມີ ຖັນແຖວນັກສະຖາປານິກທີ່ມີຄຸນນະພາບ ແລະ ຊຳນານງານ. ນັກສະຖາປານິກ ຮ່ວາງທຸກຮ່າວ ກ່າວວ່າ : 

    “ຖັນແຖວນັກສະຖາປານິກ, ພິເສດແມ່ນບັນດານັກສະຖາປານິກໜຸ່ມ ຕ້ອງນຳໜ້າ, ສ້າງໃຫ້ມີບັນດາ ກິດຈະກຳຂຽວເພື່ອເກ້ຍກອມບັນດານັກລົງທຶນກໍ່ສ້າງ. ຈາກນັ້ນ ກໍແຜ່ຂະຫຍາຍອອກສູ່ວົງຄະນະຍາດ ແລະ ປະຊາຊົນຈະຮູ້ຈັກເຖິງຜົນປະໂຫຍດຈາກບັນດາ ກິດຈະກຳຂຽວ ”

      ເຖິງວ່າ ພວມຢູ່ໃນໄລຍະເບື້ອງຕົ້ນກໍຕາມ, ແຕ່ຂະບວນການພັດທະນາ ກິດຈະກຳຂຽວຢູ່ຫວຽດນາມໄດ້ບັນລຸບັນດາໝາກຜົນທີ່ໜ້າຊື່ນຊົມ. ມີຫຼາຍກິດຈະກຳຂຽວຂອງບັນດານັກສະຖາປານິກຫວຽດນາມໄດ້ຮັບລາງວັນສູງໃນງານປະກວດຄັ້ງຕ່າງໆຂອງໂລກ ແລະ ພາກພື້ນ ພິເສດສັງຄົມນັບມື້ນັບສົນໃຈເຖິງບັນດາ ກິດຈະກຳຂຽວແບບຍືນຍົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ