ກົດໝາຍວ່າດ້ວຍເດັກນ້ອຍມີຜົນສັກສິດ, ເດັກຈະໄດ້ຮັບການປົກປ້ອງຢ່າງຮອບດ້ານ

(VOVWORLD) -ນັບແຕ່ວັນທີ 1/6/2017, ກົດໝາຍວ່າດ້ວຍເດັກນ້ອຍ 2016 ເລີ່ມມີຜົນສັກສິດ. ສິ່ງທີ່ເປັນໜ້າໃສ່ໃຈໃນ ກົດໝາຍວ່າດ້ວຍເດັກນ້ອຍແມ່ນເລື່ອງພໍ່ແມ່ເອົາຮູບຂອງລູກລົງທາງສື່ສັງຄົມ ກໍແມ່ນກະທຳລະເມີດກົດໝາຍ

ກົດໝາຍທີ່ມີຜົນສັດສິດ ກໍແມ່ນລະບົບນິຕິກຳໂດຍຈຳເປັນເພື່ອປົກປ້ອງເດັກ.

ກົດໝາຍວ່າດ້ວຍເດັກນ້ອຍມີຜົນສັກສິດ, ເດັກຈະໄດ້ຮັບການປົກປ້ອງຢ່າງຮອບດ້ານ - ảnh 1 ກົດໝາຍວວ່າດ້ວຍເດັກທີ່ມີຜົນສັດສິດ ກໍແມ່ນລະບົບນິຕິກຳໂດຍຈຳເປັນເພື່ອປົກປ້ອງເດັກ່

      ກົດໝາຍວ່າດ້ວຍເດັກນ້ອຍໄດ້ສ່ອງແສງຢ່າງຄົບຖ້ວຍກ່ຽວກັບເນື້ອໃນ ແລະ ຂອບເຂດຂອງກົດໝາຍ. ກົດໝາຍມີຫຼາຍຈຸດປ່ຽນແປງໃໝ່ຢ່າງຕັ້ງໜ້າ, ເຂົ້າໃຈງ່າຍ ແລະ ລະອຽດຄື : ຄວາມສຳນັກ “ເດັກມີອາຍຸຕ່ຳກ່ວາ 16 ປີ” ບໍ່ພຽງແຕ່ຖືກຈຳກັດໃນຂອບເຂດເດັກແມ່ນພົນລະເມືອງຫວຽດນາມເທົ່ານັ້ນ, ຫາກເປົ້າໝາຍທີ່ນຳໃຊ້ໃນກົດໝາຍຍັງລວມທັງເດັກແມ່ນຊາວຕ່າງປະເທດທີ່ພັກອາໄສຢູ່ຫວຽດນາມອີກດ້ວຍ. .ພ້ອມກັນນັ້ນ, ບັນດາຄວາມສຳນຶກໄດ້ຮັບການອະທິບາຍຢ່າງຈະແຈ້ງ, ພິເສດແມ່ນບັນດາຄວາມສຳນຶກກ່ຽວກັບການພັດທະນາຢ່າງຮອບດ້ານ, ການເບິ່ງແຍງດູແລທົດແທນ, ການທຳຮ້າຍເດັກ, ທຳຮ້າຍທາງເພດສຳລັບເດັກ, ການຕິດຕາມກວດກາການປະຕິບັດສິດທິເດັກຕາມຄຳເຫັນ ແລະ ຄວາມຫວັງຂອງເດັກ. ກົດໝາຍວ່າດ້ວຍເດັກນ້ອຍຍັງກຳນົດວ່າ ເດັກມີສິດປະກອບຄຳເຫັນຂອງຕົນເມື່ອລັດສ້າງນະໂຍບາຍ, ກົດໝາຍທີ່ສົ່ງຜົນກະທົບເຖິງເດັກ, ໄດ້ຮັບບຸລິມະສິດທາງດ້ານແຫຼ່ງກຳລັງເພື່ອປະຕິບັດສິດທິເດັກ ແລະ ປົກປ້ອງເດັກ. ທ່ານ ເຈີນວັນມ້າວ, ສ.ສ.ຊ ແຂວງເງະອານ ຖືວ່າ : 

     “ ເມື່ອສ້າງກົດໝາຍນັ້ນ, ບັນດາຂໍ້ກຳນົດໃນກົດໝາຍໄດ້ຄິດໄລ່ເຖິງລັກສະນະຄວາມເປັນໄປໄດ້ໃນພຶດຕິກຳຕົວຈິງ, ມີກອບກົດໝາຍ ແລະ ພິເສດແມ່ນເອກະສານແນະນຳໂດຍລະອຽດກ່ຽວກັບ ກົດໝາຍວ່າດ້ວຍການປົກປ້ອງເດັກ. ເປັນອັນວ່າ ຈະສ້າງພື້ນຖານນິຕິກຳເພື່ອປະຕິບັດ, ມີພື້ນຖານເພື່ອປັບໄໝລົງໂທດສຳລັບບັນດາການກະທຳລະເມີດເຖິງສິດກ່ຽວກັບຮູບຂອງເດັກ ”

   ໜຶ່ງໃນບັນດາສິດທີ່ສຳຄັນຂອງເດັກຖືກສະແດງໃນກົດໝາຍໃໝ່ນີ້ ແມ່ນຮູບຂອງເດັກກໍໄດ້ຮັບການປົກປ້ອງຕາມລະບຽບກົດໝາຍ. ທ່ານນາງ ຝ້າມແຄ້ງຟອງລານ ສ.ສ.ຊ ນະຄອນໂຮ່ຈິມິນຖືວ່າ ການນຳຮູບ, ຂໍ້ມູນຂ່າວສານຂອງເດັກລົງທາງສື່ສົງຄົມຈະເປັນຄວາມສ່ຽງໄພສຳລັບເດັກ. ດ້ານອື່ນ, ການກຳນົດນຳຂໍ້ມູນຂ່າວສານຂອງເດັກ ລົງທາງສື່ສົງຄົມ ແມ່ນຕ້ອງໄດ້ຮັບຄວາມເຫັນດີຈາກເດັກ, ຊຶ່ງເປັນການສົ່ງເສີມຄວາມເຄົາລົບເດັກ ແລະ ຊ່ວຍເດັກມີຄວາມເປັນເຈົ້າຕົນເອງ, ສ້າງຊີວິດໂດຍຕົນເອງ.  ດັ່ງນັ້ນ ການກຳນົດນີ້ແມ່ນຈຳເປັນ. ທ່ານນາງ ຝ້າມແຄ້ງຟອງລານ ສ.ສ.ຊ ນະຄອນໂຮ່ຈິມິນ ເປີດເຜີຍວ່າ : 

    “ ເມື່ອກ່ອນນີ້, ຄາວຍັງບໍ່ທັນມີສື່ສັງຄົມ, ແຕ່ມາບັດນີ້ ມີພໍ່ແມ່ເດັກຫຼາຍຄົນມັກນຳຮູບຖ່າຍຂອງລູກລົງທາງສື່ສົງຄົມເພື່ອອວດອ້າງ, ອັນນັ້ນ ກໍເປັນການສ້າງກຳລັງດັນຕໍ່ເດັກ, ພວກເພື່ອນຂອງເດັກຈະເຂົ້າຢອກໄຍ…. ກໍເປັນຄວາມສ່ຽງໄພຫຼາຍຢ່າງ. ເປັນທີ່ຈະແຈ້ງແລ້ວວ່າ ຢາກນຳຮູບ, ຂໍ້ມູນຂ່າວສານຂອງເດັກລົງທາງສື່ສົງຄົມ ແມ່ນຕ້ອງໄດ້ຮັບຄວາມເຫັນດີຈາກເດັກຫຼືຜູ້ອຸປະກະລະເດັກເພື່ອຫຼີກລ່ຽງສະພາບສວຍໃຊ້ທຸກສິ່ງໃດ ກໍເອົາລົງທາງສື່ສັງຄົມ ຊຶ່ງຈະສົ່ງຜົນສະທ້ອນເຖິງທາງດ້ານຈິດຕະ ແລະ ສຸຂະພາບຮ່າງກາຍຂອງເດັກ”

      ທ່ານມົ່ວອາວ່າງ ສ.ສ.ຊ ແຂວງດ້ຽນບຽນ ຖືວ່າ ກົດໝາຍວ່າດ້ວຍເດັກນ້ອຍມີການກຳນົດວ່າ ບັນດາການກະທຳຖືກຫ້າມແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ການຮັບປະກັນສິດທິເດັກໄດ້ຮັບການປົກປ້ອງ ແລະ ເຄົາລົບ. ຫ້າມເປີດເຜີຍບັນດາຂໍ້ມູນຂ່າວສານກ່ຽວກັບຊີວິດສ່ວນຕົວຂອງເດັກ. ຄວາມລັບສ່ວນຕົວຂອງເດັກ ໂດຍບໍ່ໄດ້ຮັບຄວາມເຫັນດີຂອງເດັກໄວ 7 ປີຂຶ້ນໄປ ແລະ ຂອງພໍ່ແມ່ເດັກ, ຜູ້ອຸປະກະລະສຳລັບເດັກ, ການກຳນົດນີ້ໄດ້ເປັນການຍົກສູງສະຕິຄວາມຮັບຜິດຊອບໃນການປົກປ້ອງເດັກ. ທ່ານມົ່ວອາວ່າງ ສ.ສ.ຊ ແຂວງດ້ຽນບຽນ ຖືວ່າ : 

    “ ຂ້າພະເຈົ້າຄິດວ່າ ສິ່ງນີ້ແມ່ນສອດຄ່ອງທີ່ສຸດ. ຂ້າພະເຈົ້າປາດຖະໜາວ່າ ໃນຄັ້ງນີ້ ຈະສົ່ງຜົນກະທົບ ແລະ ແຜ່ຂະຫຍາຍໃນທົ່ວສັງຄົມເພື່ອໃຫ້ທຸກໆຄົນປະຕິບັດສິດທິເດັກເປັນຢ່າງດີ ”

     ກົດໝາຍວ່າດ້ວຍເດັກນ້ອຍມີຜົນສັກສິດ ບໍ່ພຽງແຕ່ຮັບປະກັນໃຫ້ເດັກສາມາດມີທັດສະນະສະເພາະຂອງຕົນເທົ່ານັ້ນ, ຫາກຍັງມີສິດເສລີໃນການສະແດງຄຳເຫັນ, ທັດສະນະກ່ຽວກັບທຸກໆບັນຫາທີ່ສົ່ງຜົນກະທົບເຖິງເດັກ. ພ້ອມກັນນັ້ນ, ບັນດາທັດສະນະຂອງເດັກຕ້ອງໄດ້ຮັບຖືເປັນສຳຄັນເທົ່າທີ່ຄວນ, ເໝາະສົມກັບເກັ່ນອາຍຸ ແລະ ລະດັບເຕີບໃຫຍ່, ສອດຄ່ອງກັບສົນທິສັນຍາກ່ຽວກັບສິດທິເດັກຊຶ່ງຫວຽດນາມເປັນສະມາຊິກເຂົ້າຮ່ວມຢ່າງຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ