ການຄຸ້ມຄອງຮ່ວມປ່າຊາຍເລນ ຊ່ວຍຟື້ນຟູລະບົບປ້ອງກັນຂຽວແຄມທະເລ

(VOVWORLD) -ການຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລ ແມ່ນຮູບແບບພວມດຶງດູດການເຂົ້າຮ່ວມ ແລະ ປະຕິບັດຢ່າງມີປະສິດທິຜົນຈາກພໍ່ແມ່ພີຍ້ອງຢູ່ບ້ານ ເອົາເທາະບີ, ຕາແສງວິ້ງຫາຍ, ເທດສະບານວິ້ງເຈົາ, ແຂວງຊອກຈັງ

ດ້ວຍການໜູນຊ່ວຍຂອງອົງການຮ່ວມມືພັດທະນາເຢຍລະມັນ, ປ່າປ້ອງກັນຢູ່ແຫ່ງນີ້ໄດ້ເຕີບໂຕດີ ແລະ ຂຽວອຸ່ມທຸ່ມ, ອັນໄດ້ກາຍແຜ່ນກຳບັງປ້ອງກັນການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນ.

ການຄຸ້ມຄອງຮ່ວມປ່າຊາຍເລນ ຊ່ວຍຟື້ນຟູລະບົບປ້ອງກັນຂຽວແຄມທະເລ - ảnh 1     ຮູບແບບຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລ ທີ່ປະຕິບັດຢູ່ບ້ານ ເອົາເທາະບີ, ຕາແສງວິ້ງຫາຍ, ເທດສະບານວິ້ງເຈົາ, ແຂວງຊອກຈັງ

     ບໍລິເວນບ້ານ ເອົາເທາະບີ, ຕາແສງວິ້ງຫາຍ, ເທດສະບານວິ້ງເຈົາ, ແຂວງຊອກຈັງແມ່ນຖືກປົກຄຸມໄດ້ດ້ວຍສີຂຽວອຸ່ມທຸ່ມຂອງປ່າຊາຍເລນທີ່ຍາວຢຽດແຄມທະເລປະມານ 2 ກມ. ກ່ອນນີ້ປະມານ 20 ປີ, ບໍລິເວນນີ້ ແມ່ນພຽງແຕ່ເຂດດິນນ້ຳຖ້ວມ, ຕົ້ນໄມ້ຫ່າງກັນ, ຢູ່ຫຼາຍບ່ອນ ຄື້ນຟອງທະເລກະທົບຝັ່ງ ໄດ້ມ້ວນເອົາທີ່ດິນ, ພືດພັນ ແລະ ນາບຂູ່ຊີວິດອີນຊີຂອງປະຊາຊົນ. ໃນຈຸດເວລານັ້ນ, ຂະແໜງກະສີກຳ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຄິດໄລ່ເຖິງວິທີການຍົກຍ້າຍປະຊາຊົນໄປຍັງເຂດທີ່ປອດໄພ, ພ້ອມທັງຜັນຂະຫຍາຍການປູກປ່າຄືນໃໝ່ເພື່ອກັນຄື້ນຟອງ, ປ້ອງກັນຝັ່ງທະເລ. ທ່ານ ແຖກ ຊໍອານ ຫົວໜ້າກຸ່ມ “   ຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລ ” ບ້ານ ເອົາເທາະບີ, ຕາແສງວິ້ງຫາຍ, ເທດສະບານວິ້ງເຈົາ ໃຫ້ຮູ້ວ່າ : 

    “ ຄາວນັ້ນ, ກຳລັງກວດກາປ່າໄມ້ຍັງອ່ອນຢູ່, ອຳນາດການປົກຄອງທ້ອງຖິ່ນກໍບໍ່ເອົາໃຈໃສ່ປານໃດ, ດັ່ງນັ້ນປ່າຖືກຕັດໄມ້ທຳລາຍຕະຫຼອດ. ຄາວນັ້ນ, ປະຊາຊົນຍັງທຸກຍາກຂາດເຂີນ, ບໍ່ຮັ່ງມີຄືປະຈຸບັນ, ດັ່ງນັ້ນ ບາງຄົນໄດ້ເຂົ້າໄປປ່າຕັດໄມ້ມາເປັນຟືນ ອັນໄດ້ເຮັດໃຫ້ປ່າບໍ່ສາມາດຂະຫຍາຍຕົວໄດ້  ”

    ມີຫຼາຍມາດຕະການຖືກທ້ອງຖິ່ນນຳມາປະຕິບັດ, ແຕ່ຮອດປີ 2009, ເມື່ອຮູບແບບການຄຸ້ມຄອງຮ່ວມປ່າປ້ອງກັນໄດ້ຮັບການຜັນຂະຫຍາຍໂດຍພາຍໃຕ້ການໜູນຊ່ວຍຂອງອົງການຮ່ວມມືພັດທະນາເຢຍລະມັນນັ້ນ, ປະສິດທິຜົນໄດ້ຖືກເສີມຂະຫຍາຍຢ່າງສູງ, ຕົ້ນໄມ້ໃນປ່າຈຶ່ງສາມາດເຕີບໂຕດີ. ໃນການຜັນຂະຫຍາຍມື້ທຳອິດ, ຮູບແບບຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລຢູ່ບ້ານ ເອົາເທາະບີ ມີສະມາຊິກ 240 ຄົນ, ໃນເນື້ອທີ່ກວ່າ 110 ເຮັກຕາ. ພໍ່ແມ່ພີນ້ອງໄດ້ຖືດິນດອນຕອນຫຍ້າຂອງຕົນທັງແມ່ນຊັບສົມບັດ, ທັງແມ່ນສິ່ງທີ່ເຫີນຫ່າງບໍ່ໄດ້, ຄະນະຄຸ້ມຄອງໂຄງການໄດ້ມອບສິດເປັນເຈົ້າປົກປັກຮັກສາປ່າໃຫ້ແກ່ປະຊາຊົນ ແລະ ເປີດເຜີຍຜົນປະໂຫຍດທາງດ້ານເສດຖະກິດທີ່ໄດ້ຮັບມາຈາກປ່າໃຫ້ປະຊາຊົນຮັບຊາບ. ທ່ານ ແຖກບຸນທອງ ຜູ້ເຂົ້າຮ່ວມໂຄງການປູກປ່າແບ່ງປັນວ່າ : 

     “ ຢູ່ແຄມທະເລ, ຄອບຄົວໃດກໍມີດິນຕອນໜຶ່ງເພື່ອຜະລິດ, ຖ້າຫາກວ່າ ມີຄົນຕັດໄມ້ທຳລາຍປ່າ, ຈະພາໃຫ້ປ່າຖືກສູນຫາຍໄປ, ນ້ຳທະເລຈະເຂົ້າຝັ່ງ, ກໍຄວາມເສຍຫາຍ ແລະທຳລາຍດິນທຳການຜະລິດ.ນີ້ແມ່ນສິ່ງທີ່ຊຸກຍູ້ຂ້າພະເຈົ້າເຂົ້າຮ່ວມໃນກຸ່ມຄຸ້ມຄອງຮ່ວມປ່າແຄມທະເລເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາປ່າ”

      ປະຈຸບັນ, ນອກຈາກແຫຼ່ງປະໂຫຍດຈາກທຳມະຊາດນັ້ນ, ເພີ່ມເພີ່ມປະສິດທິຜົນຂອງຮູບແບບ, ກຸ່ມຄຸ້ມຄອງຮ່ວມຍັງຜັນຂະຫຍາຍປະຕິບັດທົດລອງການລ້ຽງຫອຍແລນໃຕ້ຮົ່ມໄມ້. ນີ້ແມ່ນສິນໃນນ້ຳຊະນິດໜຶ່ງທີ່ສາມາດລ້ຽງງ່າຍ, ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດສູງ, ມີຕະຫຼາດຈຳໜ່າຍຢ່າງສະດວກ, ດັ່ງນັ້ນໄດ້ດຶງດູດຄວາມສົນໃຈເພື່ອພັດທະນາຂອງປະຊາຊົນຢ່າງຫຼວງຫຼາຍ. ອ້າຍທ້າຍດຳ, ສະມາຊິກໃນ ກຸ່ມຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລຢູ່ບ້ານ ເອົາເທາະບີ, ຕາແສງວິ້ງຫາຍ ແບ່ງປັນວ່າ : 

    “ ເຮົາຫາກໍມີລາຍໄດ້ຈາກສິນໃນນ້ຳທຳມະຊາດຄື ຫອຍ, ກະປູ ພ້ອມທັງມີລາຍໄດ້ຈາກການລ້ຽງຫອຍແລນໃນປ່າອີກດ້ວຍ ”

    ຮູບແບບຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລຢູ່ບ້ານ ເອົາເທາະບີ ໄດ້ຮັບການຈັດແບ່ງເປັນ 4 ເຂດເພື່ອຄຸ້ມຄອງຊຶ່ງລວມມີ ເຂດປ້ອງກັນ, ເຂດຟື້ນຟູພາຍໃນ, ເຂດຟື້ນຟູພາຍນອກ ແລະ ເຂດນຳໃຊ້ແບບຍືນຍົງ. ແຕ່ລະເຂດມີບົດບາດສະເພາະຂອງໃຜຂອງມັນ ຈາກການປ້ອງກັນສິນໃນນ້ຳຊະນິດຕ່າງໆໃຫ້ມີບ່ອນອາໄສ, ແຜ່ລູກ, ຮັກສາລັກສະນະຫຼາຍຮູບຫຼາຍສີຂອງລະບົບຊີວະພາບ, ກັນຄື້ນຟອງ, ຈຳກັດດິນເຊາະເຈື່ອນ ຕະຫຼອດຮອດການເປີດກ້ວາງເນື້ອທີ່ປ່າປ້ອງກັນ.

     ຕາມທ່ານ ແຖກ ຊໍອານ ຫົວໜ້າກຸ່ມ “   ຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລ ” ບ້ານ ເອົາເທາະບີ ແລ້ວ, ໃນຊຸມປີທີ່ຜ່ານມາ, ກຸ່ມໄດ້ພ້ອມກັບຂະແໜງກະສີກຳ, ອຳນາດການປົກຄອງທ້ອງຖິ່ນເພີ່ມທະວີການປູກປ່າໃໝ່ຕື່ມອີກ, ເປີດກ້ວາງເນືອທີ່ປ່າຊາຍເລນໂດຍກຸ່ມຄຸ້ມຄອງ ຂຶ້ນເຖິງຍອດເນື້ອທີ່ 370 ເຮັກຕາ.   ທ່ານ ແຖກ ຊໍອານ ເວົ້າວ່າ : 

     “ ເມື່ອໃດປ່າຕຶບໜາ ເຮົາກໍໝັ້ນໃຈ, ບໍ່ຢ້ານລົມແຮງ, ຄື້ນຟອງທະເລ, ລະບົບຄົນຄູແຄມທະເລກໍໄດ້ຮັບການປ້ອງກັນ, ບໍ່ຕ້ອງເຮັດດ້ວຍເບຕົງ ຍ້ອນມີປ່າປ້ອງກັນແລ້ວ, ປ່າມີລວງຍາວຮອດພັນແມັດ. ມີປ່າຕຶບໜາ, ພວກເຮົາກໍມີກຸ້ງ, ປາຫຼາຍ ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງອ້າຍນ້ອງໃນກຸ່ມ ”

    ຮູບແບບຄຸ້ມຄອງຮ່ວມປ່າຊາຍເລນແຄມທະເລ ທີ່ປະຕິບັດຢູ່ບ້ານ ເອົາເທາະບີ, ຕາແສງວິ້ງຫາຍ, ເທດສະບານວິ້ງເຈົາ, ແຂວງຊອກຈັງ  ໄດ້ຊ່ວຍປະຊາຊົນປ່ຽນແປງຄວາມຮັບຮູ້ເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາປ່າ. ວິທີນີ້ພວມຖືກທະວີຄູນຢູ່ຕາມເນື້ອທີ່ປ່າແຄມທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ