ການຫັນເປັນ ດິຈີຕອນ ໃນການສຶກສາ

(VOVWORLD) -ຖານຂໍ້ມູນ ແມ່ນບັນຫາຫລັກແຫລ່ງຂອງການຫັນເປັນ ດິຈີຕອນ. ສະນັ້ນ ຂະແຫນງການສຶກສາ ແລະ ບຳລຸງສ້າງ ສູ້ຊົນສ້າງຖານຂໍ້ມູນໃຫ້ສຳເລັດໃນປີນີ້. ຄຽງຄູ່ກັນນັ້ນ ການຫັນເປັນດິຈີຕອນ ໃນການສິດສອນ ແລະ ຮ່ຳຮຽນ, ຂະແຫນງການສຶກສາ ແລະ ບຳລຸງສ້າງ ກໍ່ໄດ້ໝູນໃຊ້ຢ່າງກວ້າງຂວາງໃນທົ່ວປະເທດ ນັບແຕ່ໄລຍະສອງສາມປີມານີ້ ເຊິ່ງໄດ້ປະກອບສ່ວນຍົກສູງຄຸນນະພາບການສິດສອນ.

ການຫັນເປັນ ດິຈີຕອນ ໃນການສຶກສາ - ảnh 1ພາບປະກອບ:qdnd.vn

ປີນີ້ ກະຊວງສຶກສາ ແລະບຳລຸງສ້າງ ໄດ້ສ້າງພື້ນຖານ, ສາງຕຳລາຮຽນດິຈີຕອນແຫ່ງຊາດໃຫ້ສຳລັບທຸກຊັ້ນຮຽນ, ສ້າງມາດຖານກຳລັງຄວາມສາມາດດິຈີຕອນ ໃຫ້ແກ່ນັກຮຽນ, ນັກສຶກສາ, ຄູອາຈານ. ມາຮອດປະຈຸບັນ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ສ້າງລະບົບຖານຂໍ້ມູນໃຫ້ແກ່ໂຮງຮຽນ 53.000 ແຫ່ງ ນັບແຕ່ອະນຸບານຮອດຂັ້ນປະຖົມ, ຜ່ານນັ້ນ ກໍ່ຕິດລະຫັດຊື່ ແລະ ຫັນຂໍ້ມູນເປັນດິຈີຕອນຂອງນັກຮຽນເກືອບ 24 ລ້ານຄົນ ແລະ ຄູອາຈານ, ລັດຖະກອນ, ພະນັກງານຄຸ້ມຄອງກວ່າ 1,5 ລ້ານຄົນ. ທ່ານ ຮ່ວາງມິງເຊີນ, ຮອງລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າປາດຖະຫນາວ່າ ການປ່ຽນໃຫມ່ແມ່ນປ່ຽນໃຫມ່ວິທີການສິດສອນໃນສະພາບແວດລ້ອມດິຈີຕອນ ຫາກບໍ່ພຽງແຕ່ແມ່ການສິດສອນໃນທາງເຄືອຂ່າຍອິນເຕີນັດ. ການຄຸ້ມຄອງຢູ່ໂຮງຮຽນກໍ່ເຊັ່ນດຽວກັນ ກະຊວງສຶກສາ ແລະ ບຳລຸງສ້າງ ກໍ່ໄດ້ສ້າງລະບົບຖານຂໍ້ມູນຂະແຫນງ ແລະ ບັນດາໂຮງຮຽນສາມັນ ກໍ່ໄດ້ມີການເຊື່ອມຕໍ່ເປັນຢ່າງດີ”.

ລະບົບຊອບແວຖານຂໍ້ມູນຂອງຂະແຫນງການສຶກສາຜ່ານຫນ້າເວັບ: //csdl.moet.gov.vn ແມ່ນເຄື່ອງມືນຳໃຊ້ເປັນເອກະພາບໃນທົ່ວຂະແຫນງການສຶກສາ. ນອກຈາກຊອບແວຄຸ້ມຄອງໃນທົ່ວຂະແຫນງໂດຍກະຊວງສຶກສາ ແລະ ບຳລຸງສ້າງ ສະຫນອງ, ພະແນກສຶກສາ ແລະ ບຳລຸງສ້າງບັນດາທ້ອງຖິ່ນ ຍັງນຳໃຊ້ບາງຊອບແວອື່ນ ເພື່ອເຊື່ອມຕໍ່ທາງອອນລາຍກັບແຫລ່ງຂໍ້ມູນນີ້ໃນການຄຸ້ມຄອງບໍລິຫານ. ທ່ານນາງ ເຈືອງທິກູຍຮວາ, ຜູ້ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນ ວັນດ໋ຽນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

 “ກ່ອນນີ້ ເມື່ອພວກຂ້າພະເຈົ້າຢາກລາຍງານ ຕ້ອງມີພາກສ່ວນຫ້ອງການຊ່ວຍເຫລືອຫລາຍຢ່າງ,  ແຕ່ມາປະຈຸບັນ ຍ້ອນມີຊອບແວ eNetViet ບໍ່ວ່າໃນເວລາໃດທີ່ຕ້ອງການຂໍ້ມູນກ່ຽວກັບການຄຸ້ມຄອງບຸກຄະລາກອນ, ຄຸ້ມຄອງນັກຮຽນ ພວກຂ້າພະເຈົ້າກໍ່ລ້ວນແຕ່ສາມາດຊອກໄດ້ເລີຍ. ຊ້ຳບໍ່ໜຳ,ໃນຊ່ວງເວລາເກີດໂລກລະບາດໂຄວິດ ພວກຂ້າພະເຈົ້າບໍ່ໄດ້ຂຶ້ນຫ້ອງການ ແຕ່ກໍ່ສາມາດຕິດຕາມຜູ້ຕິດພະຍາດ ແລະ ຈຳນວນນັກຮຽນ, ຄູອາຈານຜູ້ທີ່ໄດ້ສັກວັກຊິນແລ້ວ”.

ນອກຈາກການຫນູນຊ່ວຍໂຮງຮຽນໃນການຄຸ້ມຄອງນັກຮຽນ, ນັກສຶກສາ, ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການສິດສອນ ກໍ່ໄດ້ເຮັດໃຫ້ບັນດາຊົ່ວໂມງຮຽນມີຊີວິດຊີວາກວ່າ. ນັກຮຽນສາມາດເຂົ້າອິນເຕີເນັດເພື່ອຄົ້ນຫາຂໍ້ມູນທີ່ມີປະໂຫຍດເພື່ອຮັບໃຊ້ແກ່ການຮ່ຳຮຽນ. ນ້ອງ ຫງວຽນເຟືອງລິງ, ນັກຮຽນໂຮງຮຽນມັດທະຍົມສົມບູນ ຫງວຽນເຕິດແທ່ງ ຢູ່ ຮ່າໂນ້ຍ ເວົ້າວ່າ:

 “ບັນດາອຸປະກອນເຕັກໂນໂລຊີ ຫລື ບັນດາໂປຼແກມ ມີລັກສະນະໝູນໃຊ້ສູງນັ້ນ ພວກນ້ອງຮູ້ສຶກໃກ້ຊິດກວ່າ. ບັນດາ slice, video ມີລັກສະນະເປັນວັດຖຸ ແລະ ພາບປະກອບທີ່ຊີວິດຊີວານັ້ນ ພວກນ້ອງຮູ້ສຶກວ່າ ເມື່ອໄດ້ຮຽນ ແລະ ໄດ້ສຳຜັດແມ່ນມີຄວາມເຂົ້າໃຈງ່າຍກວ່າ ແລະ ໄດ້ຮັບຄວາມຮູ້ຫລາຍກວ່າ”.

ສຳລັບຄູອາຈານ, ເລື່ອງໂຮງຮຽນຍູ້ແຮງການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນຫລັກສູດເປັນດິຈີຕອນ ໄດ້ຊ່ວຍໃຫ້ນັກຮຽນ ແລະ ຄູອາຈານ ມີການປະສານພົວພັນຕິດຕໍ່ນຳກັນທີ່ໄວກວ່າ, ສະດວກກວ່າ, ມີລັກສະນະວິທະຍາສາດ. ຍ້ອນໄດ້ໝູນໃຊ້ເຕັກໂນໂລຊີເຂົ້າໃນການສິດສອນ ສະນັ້ນ ຄູອາຈານກໍ່ກຳໄດ້ຄວາມສາມາດໃນການຮ່ຳຮຽນ, ລະດັບຄວາມຮູ້ ກໍ່ຄືແນວຄວາມຄິດຂອງນັກຮຽນຢ່າງລະອຽດກວ່າ ຜ່ານນັ້ນ ກໍ່ມີວິທີດັດປັບຫລັກສູດໃຫ້ເໝາະສົມ. ເອື້ອຍຄູ ຫງວຽນທິເຟືອງ, ຢູ່ໂຮງຮຽນມັດທະຍົມສົມບູນ ຫງວຽນເຕີດແທ່ງ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ສຳລັບບັນດາເຄື່ອງມືເຕັກໂນໂລຊີຂໍ້ມູນຂ່າວສານ, ແທນທີ່ວ່າ ຈະພຽງແຕ່ເຊື່ອມຕໍ່ລະຫວ່າງ ຄູອາຈານກັບນັກຮຽນ ຫລື ລະຫວ່າງ ນັກຮຽນກັບນັກຮຽນນັ້ນ, ພວກຂ້າພະເຈົ້າສາມາດຕິດຕາມນັກຮຽນທັງໝົດໄດ້. ຂ້າພະເຈົ້າເຫັນໄດ້ບາງສິ່ງທີ່ຍາກທີ່ສຸດ, ຕົວຢ່າງຄື: ເຮັດແນວໃດຈະສາມາດຊອກຮູ້ໄດ້ເຖິງຄວາມຮູ້ສຶກຂອງພວກນ້ອງແຕ່ລະຄົນພາຍຫລັງຊົ່ວໂມງຮຽນ ແຕ່ເມື່ອມີເຕັກໂນໂລຊີຂໍ້ມູນຂ່າວສານແລ້ວ ຂ້າພະເຈົ້າສາມາດຮູ້ໄດ້ເຖິງຄວາມຄິດ ແລະ ຄວາມຮູ້ສຶກຂອງພວກນ້ອງເປັນຄືແນວໃດ ແລະ ຈາກນັ້ນ ກໍ່ສາມາດດັດປັບວິທີການສິດສອນກໍ່ຄື ວິທີຈັດຕັ້ງການເຄື່ອນໄຫວໃນຊົ່ວໂມງຮຽນ”.

ການຫັນເປັນ ດິຈີຕອນ ໃນການສຶກສາ - ảnh 2ທ່ານຮ່ວາງມິງເຊີນ, ຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ. ພາບ:Moet

ການຫັນເປັນ ດິຈີຕອນ ໃນການສຶກສາ ໄດ້ຊ່ວຍປ່ຽນໃຫມ່ວິທີການສິດສອນທີ່ເປັນມູນເຊື້ອ ມຸ່ງໄປເຖິງການຫັນເປັນດິຈີຕອນໃນການຮ່ຳຮຽນຕະຫລອດຊີວິດເຖິງນັກຮຽນແຕ່ລະຄົນ. ພ້ອມທັງ ຍົກສູງປະສິດທິຜົນການຄຸ້ມຄອງລັດໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ