ການຫັນເປັນດິຈີຕອນ ຍົກສູງປະສິດທິຜົນຂອງການກວດ, ປິ່ນປົວພະຍາດ ແລະ ການດູແລສຸຂະພາບໃຫ້ປະຊາຊົນ

(VOVWORLD) -ສາທາລະນະສຸກແມ່ນໜຶ່ງໃນບັນດາຂະແຫນງຕົ້ນຕໍໄດ້ທີ່ຮັບບຸລິມະສິດຂອງການຫັນເປັນດີຈີຕອນຢູ່ ຫວຽດນາມ. ເລື່ອງຍູ້ແຮງການຫັນເປັນດິຈີຕອນ, ຫຼຸດຜ່ອນເວລາເຮັດລະບຽບການຢູ່ບັນດາຮາກຖານກວດປິ່ນປົວພະຍາດ ແມ່ນຫນ້າທີ່ຈຸດສຸມຂອງຂະແຫນງ. ຢູ່ບັນດາໂຮງໝໍ, ວຽກງານນີ້ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ສ້າງການປ່ຽນແປງຢ່າງຈະແຈ້ງໃນວຽງານກວດ ແລະ ປິ່ນປົວພະຍາດ.

 

- “ອາໂລ ເງິນເອີຍ!  ກໍລະນີຄົນເຈັບຜູ້ນີ້ ເມື່ອທຳການ CT scan  ເຫັນອາການເຈັບແລ້ວເດີ້ ປ່ຽນທິດ 2 ເດີ້, ເປັນອຳມະພາດຢູ່ເບື້ອງຊ້າຍ, ແມ່ນບໍ?. 

ບາດເຈັບເຄິ່ງສະໜອງເບື້ອງຂວາ, ຍັງຢູ່ໃນເວລາທີ່ດີຢູ່, ສະນັ້ນໃຫ້ປິ່ນປົວຄົນເຈັບທັນທີ 

ຊັ້ນພວກເຮົາສາມາດໃຊ້ລັງສີລະລາຍເລືອດກ້າມໄດ້ ແມ່ນບໍ?         

ນີ້ແມ່ນການແລກປ່ຽນກ່ຽວກັບກໍລະນີເສັ້ນເລືອດອຸດຕັນ ໂດຍທ່ານໝໍ ບຸ່ຍທິອຽນຈີ, ໂຮງໝໍຫລາຍຂະແຫນງ ຫວິງລອງ, ບົ່ງມະຕິພະຍາດຜ່ານລະບົບສາຍສົ່ງຮູບພາບ. ແອັບພລິເຄຊັ່ນນີ້  ໂດຍໂຮງໝໍຫລາຍຂະແຫນງແຂວງ ຫວິງລອງ ນຳໃຊ້ຕັ້ງແຕ່ປີ 2021, ຊ່ວຍໃຫ້ບັນດາທ່ານໝໍກວດພະຍາດຈາກທາງໄກ ສາມາດເບິ່ງໄດ້ພາບ CT scan ດ້ວຍສະມາດໂຟນ. ຜ່ານນັ້ນ ກໍ່ກູ້ເອົາຊີວິດຄົນເຈັບທີ່ເປັນເສັ້ນເລືອດອຸດຕັນໄດ້ໂດຍທັນທີ, ປະກອບສ່ວນຍົກສູງຄຸນນະພາບຂອງການປິ່ນປົວພະຍາດ.

ການຫັນເປັນດິຈີຕອນ ຍົກສູງປະສິດທິຜົນຂອງການກວດ, ປິ່ນປົວພະຍາດ ແລະ ການດູແລສຸຂະພາບໃຫ້ປະຊາຊົນ - ảnh 1ການບົ່ງມະຕິໃນເບື້ອງຕົ້ນ ແບບທາງໄກ (ພາບປະກອບ: thainguyentv.vn)

ທ່ານໝໍ ບຸ່ຍທິອຽນຈີ, ຜູ້ຮັບຜິດຊອບໜ່ວຍງານປິ່ນປົວພະຍາດເສັ້ນເລືອດອຸດຕັນໃນໂຮງໝໍຫລາຍຂະແຫນງແຂວງ ຫວິງລອງ ແບ່ງປັນ:

 “ໃນປັດຈຸບັນ, ລະບົບ Bass ແມ່ນລະບົບຄຸ້ມຄອງຮູບພາບຂອງຄົນເຈັບດ້ວຍວິທີທີ່ດີທີ່ສຸດ, ຊ່ວຍໃຫ້ທ່ານຫມໍສາມາດນໍາໃຊ້ຮູບພາບອອນລາຍໂດຍກົງ. ພຽງແຕ່ມີໂທລະສັບມີຖືທີ່ໄດ້ເຊື່ອມຕໍ່ ອິນເຕີເນັດ, ບໍ່ວ່າຈະຢູ່ໃສ, ທ່ານຫມໍກໍ່ສາມາດສັງເກດເບິ່ງປະມານ 1-2 ນາທີ, ຫຼັງຈາກນັ້ນ ກໍ່ອ່ານຜົນໃຫ້ເພື່ອນຮ່ວມງານ. ຄົນເຈັບບໍ່ຕ້ອງລໍຖ້າດົນ, ປະຢັດເວລາອັນມີຄ່າ, ຊ່ວຍກູ້ເອົາຊີວິດຄົນເຈັບໄດ້ຢ່າງທັນທີ”.

ໃນຂະນະນັ້ນ, ຂັ້ນຕອນກວດພະຍາດກໍ່ໄດ້ຫລຸດເວລາສັ້ນລົງ ເມື່ອທ່ານໝໍສາມາດເບິ່ງສຳເນົາເອກະສານຜົນການເອັກໂກ ແລະ ວິໄຈໄວຜ່ານຄອມພິວເຕີ ໂດຍ ບໍ່ຕ້ອງລໍຖ້າໃຫ້ຄົນເຈັບເອົາຜົນກວດມາຫ້ອງກວດພະຍາດ.  ທ່ານໝໍ ຫງວຽນແທງຕ໋ວຽນ, ຜູ້ອຳນວຍການໂຮງໝໍຫລາຍຂະແຫນງ ຫວິງລອງ ແບ່ງປັນວ່າ:             

          “ໂຮງໝໍຍັງໄດ້ຜັນຂະຫຍາຍປະຕິບັດການລົງທະບຽນກວດ ແລະ ປິ່ນປົວພະຍາດທາງໄກ ເພື່ອຫຼຸດຜ່ອນເວລາລໍຖ້າໃຫ້ຄົນເຈັບ. ພ້ອມກັນນັ້ນ, ທາງໂຮງໝໍຍັງໄດ້ຜັນຂະຫຍາຍການເກັບຄ່າປິ່ນປົວທີ່ບໍ່ໃຊ້ເງິນສົດ, ໄດ້ຂຶ້ນແຜນ ແລະ ທົດລອງບາງພາກສ່ວນເພື່ອຜັັນຂະຫຍາຍການນຳໃຊ້ເອກະສານຄົນເຈັບແບບເອເລັກໂຕຼນິກ, ເຊິ່ງກໍ່ໄດ້ຮັບໝາກຜົນຢ່າງຕັ້ງໜ້າ”.ໃນຂະນະນັ້ນ, ຢູ່ພາກເໜືອ, ຄືຢູ່ແຂວງ ລາວກາຍ ແລະ ທາຍງວຽນ, ການກວດ ແລະ ປິ່ນປົວພະຍາດຜ່ານ ແພລດຟອມດີຈີຕອນ ກໍ່ໄດ້ປະຕິບັດໂດຍທົ່ວໄປ. ໃນ 6 ເດືອນຕົ້ນປີ, ອັດຕາຜູ້ໄປລົງທະບຽນກວດ ແລະ ປິ່ນປົວພະຍາດຢູ່ໂຮງໝໍຫລາຍຂະແຫນງຂອງນະຄອນ ລາວກາຍ ດ້ວຍບັດປະຈຳຕົວຕິດຊິບແມ່ນ ບັນລຸ 64%. ອັດຕາການຊຳລະທີ່ບໍ່ໃຊ້ເງິນສົດກໍ່ເພີ່ມຂຶ້ນເທື່ອລະກ້າວ, ທ່ານ ນາງ ຟ້າມທິທູ, ຫົວໜ້າຫ້ອງການຈັດຕັ້ງບໍລິຫານ-ການເງິນບັນຊີ ໃຫ້ຮູ້ວ່າ:

“ປະຈຸບັນ, ຈຳນວນຄົນເຈັບທີ່ລົງທະບຽນກວດພະຍາດ ແລະ ແຈ້ງການນັດພົບມີຫຼາຍກວ່າ 100 ຄົນຕໍ່ມື້, ໂດຍສະເພາະ ກໍລະນີຜູ້ທີ່ໃຊ້ແອັບ VPNCARE ເພື່ອໄປກວດພະຍາດແມ່ນດີຫຼາຍ”.

ການຫັນເປັນດິຈີຕອນ ຍົກສູງປະສິດທິຜົນຂອງການກວດ, ປິ່ນປົວພະຍາດ ແລະ ການດູແລສຸຂະພາບໃຫ້ປະຊາຊົນ - ảnh 2ທ່ານ ດັ້ງງອກຮຸຍ, ຫົວໜ້າພະແນກສາທາລະນະສຸກ ທາຍງວຽນ (ພາບ:thainguyentv.vn)

ສ່ວນ ຢູ່ແຂວງ ທາຍງວຽນ, 100% ສະຖານທີ່ກວດ ແລະ ປິ່ນປົວພະຍາດໃນແຂວງໄດ້ປະຕິບັດການກວດ ແລະ ປິ່ນປົວພະຍາດຜ່ານການບໍລິການປະກັນສຸຂະພາບໂດຍໃຊ້ບັດປະຈຳຕົວຕິດຊິບ. ບັນດາສະຖານທີ່ກວດ ແລະ ປິ່ນປົວພະຍາດໄດ້ປະຕິບັດການເຊື່ອມຕໍ່ການກວດກັບຫຼາຍກວ່າ 1.1 ລ້ານເທື່ອຄົນ. ທ່ານ ດັ້ງງອກຮຸຍ, ຫົວໜ້າພະແນກສາທາລະນະສຸກ ທາຍງວຽນ, ໃຫ້ຮູ້ວ່າ:

“ໃນປີນີ້ ແລະ ຊຸມປີຕໍ່ໄປ, ເພື່ອປະຕິບັດການຫັນເປັນດິຈິຕອນຂອງຂະແໜງສາທາລະນະສຸກໃຫ້ດີຂຶ້ນ, ຂະແໜງໄດ້ສຸມໃສ່ບາງຫນ້າທີ່ວຽກງານຄື: ສຸມໃສ່ປັບປຸງພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຈາກຂັ້ນຮາກຖານເຖິງຂັ້ນແຂວງ ເພື່ອຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ; ສ້າງຊອບແວດິຈິຕອນເພື່ອຄຸ້ມຄອງ; ກໍ່ສ້າງພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານກ່ຽວກັບສາທາລະນະສຸກເພື່ອຊ່ວຍໃຫ້ການຄຸ້ມຄອງທີ່ດີກວ່າເກົ່າ”.

ດ້ວຍລະບົບເຕັກໂນໂລຍີຂໍ້ມູນຂ່າວສານທີ່ໄດ້ນຳໃຊ້ຢ່າງກວ້າງຂວາງຈາກການແພດຂັ້ນຮາກຖານ; ພື້ນຖານໂຄງລ່າງພວມໄດ້ຮັບການສ້າງເປັນລະບົບຄົບຊຸດເທື່ອລະກ້າວ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງພວມໄດ້ຮັບການເພີ່ມເຕີມ, ຂະແໜງສາທາລະນະສຸກ ກຳລັງມີຄວາມຄືືບໜ້າໃນວິວັດການຫັນເປັນດິຈິຕອນ, ປະກອບສ່ວນເຂົ້າໃນການປ່ຽນແປງຢ່າງຈະແຈ້ງຂອງວຽກງານການກວດ ແລະ ປິ່ນປົວພະຍາດ./.

ຕອບກັບ

ຂ່າວ/ບົດ​ອື່ນ