ການອະນຸລັກຮັກສາຝູງຊ້າງຢູ່ແຂວງດັກລັກ

(VOVWORLD) -ໃນຊຸມປີມໍ່ມານີ້, ການຫຼຸດຜ່ອນເນື້ອທີ່ ແລະ ຄຸນນະພາບຂອງປ່າໄມ້ໄດ້ພາໄປເຖິງແຫຼ່ງອາຫານ ແລະ ສະພາບແວດລ້ອມແຫ່ງຊີວິດຂອງບັນດາຝູງຊ້າງໃນແຂວງດັກລັກນັບມື້ນັບຖືກຈຳກັດ, ອັນໄດ້ເຮັດໃຫ້ວຽກງານອະນຸລັກຮັກສາຊ້າງຢູ່ທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຍ້ອນເຫດນີ້ວຽກງານອະນຸລັກຮັກສາຝູງຊ້າງພວມຖືກແຂວງດັກລັກຜັນຂະຫຍາຍດ້ວຍຫຼາຍມາດຕະການເພື່ອແນໃສ່ຂະຫຍາຍຝູງຊ້າງໃຫ້ແຂງແຮງ ແລະ ສາມາດຂະຫຍາຍພັນໄດ້ດີ
  ການອະນຸລັກຮັກສາຝູງຊ້າງຢູ່ແຂວງດັກລັກ  - ảnh 1 ສິ່ງແວດລ້ອມທຳມະຊາດແມ່ນສິ່ງທີ່ດີທີ່ສຸດເພື່ອໃຫ້ຊ້າງຂະຫຍາຍພັນໄດ້ດີ

ຊ້າງແມ່ນສັດປ່າປະເພດໜຶ່ງ, ດັ່ງນັ້ນແຫຼ່ງອາຫານໃນທຳມະຊາດຄື ໃບໄມ້, ໃບຫຍ້າ…ແມ່ນກວມເອົາກວ່າເຄິ່ງໜຶ່ງ. ໃນຊຸມປີມໍ່ໆມານີ້ແຫຼ່ງອາຫານທຳມະຊາດຂອງຝູງຊ້າງນັບມື້ນັບຫຼຸດໜ້ອຍລົງ, ຕ້ອງໃຫ້ຊ້າງກິນຕື່ມອາຫານຊະນິດຕ່າງໆເຊັ່ນ ຕົ້ນສາລີ, ອ້ອຍ, ຕົ້ນກ້ວຍ…ອາຫານຊະນິດເຫຼົ່ານີ້ອາດສາມາດພຽງພໍທາງດ້ານປະລິມານ, ແຕ່ບໍ່ພຽງພໍກ່ຽວກັບຄຸນນະພາບສານອາຫານ…ພ້ອມກັນນັ້ນ, ດິນຟ້າອາກາດຜັນແປຜິດປົກະຕິ, ອຸນຫະພູມສູງກວ່າເກົ່າ, ບວກກັບເລື່ອງຊ້າງຖືກຫັນມາຮັບໃຊ້ການທ່ອງທ່ຽວເປັນປະຈຳ, ພາໃຫ້ຊ້າງນັບມື້ນັບອ່ອນເພຍ ແລະ ຫຼຸດອາຍຸຕ່ຳລົງ. ອ້າຍອີວິງເອອຸງ ຜູ້ລ້ຽງຊ້າງໃນແຂວງງດັກລັກໃຫ້ຮູ້ວ່າ: (ເທບ)  “ປັດຈຸບັນບ່ອນລ້ຽງຊ້າງກໍ່ແມ່ນປ່າເປັນຕົ້ນ, ແຕ່ປ່າໄມ້ໃນປັດຈຸບັນບໍ່ມີໃບໄມ້, ບໍ່ມີໃບຫຍ້າຫຼາຍອີກແລ້ວ. ໃນຂະນະທີ່ຊ້າງຕ້ອງກິນຫຼາຍ, ມື້ໜຶ່ງ, ຄືນໜຶ່ງທັງຂອງກິນ, ນ້ຳດື່ມສຳລັບຊ້າງໂຕແຂງແຮງແມ່ນຮອດ 500 ກິໂລກຣາມ. ປັດຈຸບັນຖ້າຫາກວ່າເຮົາລ້ຽງເອງ, ແມ່ນເຮັດແນວໃດຈະສາມາດຮັບປະກັນອາຫານຢ່າງພຽງພໍໄດ້, ເຮົາຕ້ອງໃຫ້ຊ້າງກິນອາຫານຕື່ມຄື ສາລີ, ກ້ວຍ. ແຕ່ທີ່ຈິງແລ້ວສຸຂະພາບຂອງຊ້າງຈະບໍ່ແຂງແຮງຄື ມັນຫາກິນເອງໃນທຳມະຊາດ”.

     ການຂາດອາຫານ  ແລະ ສະພາບແວດລ້ອມແຫ່ງຊີວິດທີ່ແທດເໝາະແມ່ນສາເຫດພາໃຫ້ສຸຂະພາບຂອງຊ້າງຖືກອອ່ນເພຍລົງ, ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຊ້າງລ້ຽງເທົ່ານັ້ນ, ຫາກຍັງສົ່ງຜົນກະທົບເຖິງບັນດາຝູງຊ້າງປ່າໂດຍກົງອີກດ້ວຍ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ແຂວງດັກລັກໄດ້ມີຊ້າງລ້ຽງ 10  ໂຕຖືກຕາຍ, ສາເຫດຕົ້ນຕໍແມ່ນເນື່ອງຈາກມີອາຍຸຫຼາຍປີ, ອ່ອນເພຍຫຼືຖືກຊ້າງປ່າໂຈມຕີ. ຕາມຕົວເລກສະຖິຕິຂອງສູນອະນຸລັກຮັກສາຊ້າງແຂວງດັກລັກແລ້ວ, ປັດຈຸບັນມີຊ້າງປ່າປະມານ 5 ຝູງດ້ວຍຈຳນວນແຕ່ 80 ຫາ 100ໂຕ,  ພວກມັນດຳລົງຊີວິດ ແລະ ເຄື່ອນຍ້າຍຕົ້ນຕໍໃນ 4 ເມືອງເຊັ່ນ: ບວນໂດນ, ແອອາສຸບ, ແອອາເຮີ່ແລວ ແລະ ກືເມີກາ. ທ່ານ ຮິງຈຸງລວນ ຜູ້ອຳນວຍການສູນອະນຸລັກຮັກາຊ້າງຖືວ່າ:   ການປະທະກັນລະຫວ່າງຊ້າງ ແລະ ມະນຸດນັບມື້ນັບເພີ່ມທະວີຂຶ້ນ, ນັ້ນແມ່ນເນື່ອງຈາກສະພາບແວດລ້ອມແຫ່ງຊີວິດທຳມະຊາດຂອງຊ້າງຖືກຮັດແຄບ.  

      (ເທບ) “ເມື່ອ ຊ້າງຖືກນຳມາເຂດປູກຝັງກະສິກຳຂອງປະຊາຊົນນັ້ນ, ຢູ່ນີ້ແມ່ນປູກພືດທັນຍາຫານຈຳນວນໜຶ່ງທີ່ຊ້າງມັກທີ່ສຸດ, ນີ້ກໍ່ເປັນການເກີດເລື່ອງຊ້າງທຳລາຍ, ພາໄປເຖິງການປະທະກັນລະຫວ່າງຊ້າງ ແລະ ມະນຸດ. ທີສອງ, ໃນປັດຈຸບັນ, ສະພາບແວດລ້ອມແຫ່ງຊີວິດຂອງຊ້າງນັບມື້ນັບຖືກຊຸດໂຊມ ແລະ ຖືກຕັດແຍກ, ນີ້ກໍ່ແມ່ນໜຶ່ງໃນບັນດາສາເຫດທີ່ຊ້າງເຂົ້າເຖິງບັນດາເຂດຊຸມຊົນເປັນປະຈຳ ແລະ ເຄີຍເກີດມີການປະທະກັນກັບເຂດຊຸມຊົນນັ້ນ, ອັນໄດ້ສົ່ງຜົນສະທ້ອນເຖິງຄວາມສະຫງົບປອດໄພໃນຂົງເຂດ ແລະ ການອະນຸລັກຮັກສາຊ້າງປ່າ”                  

      ນັບແຕ່ປີ 2014, ແຂວງດັກລັກໄດ້ຜັນຂະຫຍາຍໂຄງການອະນຸລັກຮັກສາ     ຊ້າງໂດຍດ່ວນ ເຊິ່ງສູນອະນຸລັກຮັກສາຊ້າງແຂວງດັກລັກເປັນເຈົ້າຂອງລົງທຶນ. ພາຍຫຼັງຜັນຂະຫຍາຍມາເປັນເວລາ 5 ປີ, ບັນດານັກຊຽວຊານໄດ້ດຳເນີນການຕິດຈິບໃຫ້ຊ້າງລ້ຽງທັງໝົດໃນບໍລິເວັນແຂວງເພື່ອຕິດຕາມອາການສຸຂະພາບ, ຄຸ້ມຄອງສຳເນົາຊີວະປະຫວັດຫຍໍ້, ກວດ ແລະ ປິ່ນປົວພະຍາດປະຈຳໄລຍະ.

        ແຂວງດັກລັກໄດ້ສ້າງກົນໄກສົມທົບລະຫວ່າງບັນດາອົງການ, ສຳນັກງານ, ຄອບຄົວ ແລະ ສ່ວນບຸກຄົນໃນການອະນຸລັກຮັກສາສະພາບແວດລ້ອມ ແລະ  ບໍລິເວນເຄື່ອນຍ້າຍຂອງຊ້າງປ່າ. ສຳລັບຊ້າງລ້ຽງ, ທາງແຂວງກໍ່ໄດ້ວາງແຜນຜັງເຂດລ້ຽງ, ການເບິ່ງແຍງດູແລສຸຂະພາບ, ການຂະຫຍາຍພັນໃຫ້ແກ່ຊ້າງໃນ ເມືອງດັກ ແລະ ເມືອງບວນໂດນໃນເນື້ອທີ່ 350 ເຮັກຕາ. ທ່ານ ກາວຈີກົງ, ຮອງຫົວໜ້າກົມໃຫ່ຍປ່າໄມ້ໃຫ້ຮູ້ວ່າ: (ເທບ)

     “ປັດຈຸບັນຄຸນນະພາບປ່າໄມ້ຂອງດັກລັກແມ່ນຫຼຸດລົງຫຼາຍເມື່ອທຽບໃສ່ກ່ອນນີ້ 20-30 ປີ. ຍົກຕົວຢ່າງຄືປ່າໄມ້ເມື່ອກ່ອນນີ້ແມ່ນ 200 ແມັດກ້ອນຕໍ່ເຮັກຕາ ແຕ່ໃນປັດຈຸບັນຍັງເຫຼືອພຽງກວ່າ 100 ແມັດກ້ອນຕໍ່ເຮັກຕາທົ່ານັ້ນ, ດັ່ງນັ້ນໄດ້ພາໄປເຖິງການຫຼຸດຄຸນນະພາບລົງ. ເພາະສະນັ້ນແຫຼ່ງອາຫານຂອງຊ້າງກໍ່ຖືກຈຳກັດ, ດັ່ງນັ້ນໃນປັດຈຸບັນ, ພວກຂ້າພະເຈົ້າໄດ້ສ້າງສະພາບແວດລ້ອມແຫ່ງຊີວິດ, ໝາຍຄວາມວ່າແມ່ນປູກຕົ້ນໄມ້ໃບຫຍ້າຊະນິດຕ່າງໆທີ່ເໝາະກັບຊ້າງເພື່ອໃຫ້ຊ້າງມີແຫຼ່ງອາຫານ. ຍົກຕົວຢ່າງຄືຢູ່ແຂວງດົ່ງນາຍ ພວກຂ້າພະເຈົ້າກໍ່ໄດ້ປູກຕົ້ນໄມ້ໃບຫຍ້າຫຼາຍຊະນິດ. ສ່ວນຢູ່ແຂວງເຊີນລາ, ພວກຂ້າພະເຈົ້າກໍ່ໄດ້ມີລະບົບສູບນ້ຳຕາມຫ້ວຍນ້ຳລຳເຊຢູ່ຕາມສາຍທາງເພື່ອໃຫ້ຊ້າງກິນ. ນີ້ກໍ່ແມ່ນວິທີເພື່ອສ້າງສະພາບແວດລ້ອມແຫ່ງຊີວິດໃຫ້ຊ້າງ.”

    ຕາມໂຄງການອະນຸລັກຮັກສາຊ້າງແຂວງດັກລັກ, ເຖິງປີ 2020 ແຂວງດັກລັກ ກຳນົດເນື້ອທີ່ອະນຸລັກຮັກສາສຳລັບຊ້າງປ່າແມ່ນເກືອບ 175.000 ເຮັກຕາ, ສຳລັບຊ້າງລ້ຽງແມ່ນ 350 ເຮັກຕາ. ຕໍ່ໜ້າສະພາບຕົວຈິງຂອງປ່າທີ່ພວມຖືກຫຼຸດໜ້ອຍລົງນັບທັງທາງດ້ານເນື້ອທີ່ ແລະ ຄຸນນະພາບ, ການຮັກສາ ແລະ ສ້າງສະພາບແວດລ້ອມແຫ່ງຊີວິດ ແລະ  ແຫຼ່ງອາຫານໃຫ້ຊ້າງແມ່ນຈຳເປັນ ແລະ ຮີບດ່ວນທີ່ສຸດ, ເພື່ອໃຫ້ວຽກງານອະນຸລັກຮັກສາຊ້າງໄດ້ຮັບການຮັກສາໄວ້ໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ