ການເຄື່ອນໄຫວອາສາສະໝັກເຊື່ອມຈອດວົງຄະນະຍາດ

(VOVWORLD) -    ໃນຊຸມປີທີ່ຜ່ານມາ, ຮູບພາບບັນດານັກອາສາສະໝັກໄດ້ກາຍເປັນສິ່ງທີ່ລື້ງເຄີຍ ໃນທຸກແຖບຖິ່ນໃນທົ່ວປະເທດ. ບັນດາການເຄື່ອນໄຫວອາສາສະໝັກ ຢູ່ຫວຽດນາມ ພວມນັບມື້ນັບມີຫຼາຍຮູບຫຼາຍແບບນັບທັງທາງດ້ານເນື້ອໃນ ແລະ ຮູບການ. ບັນດາການເຄື່ອນໄຫວນີ້ ໄດ້ນຳຜົນປະໂຫຍດຫຼາຍຢ່າງມາສູ່ວົງຄະນະຍາດ, ທັງມີຄວາມໝາຍສັງຄົມອັນໃຫ່ຍຫຼວງ
ການເຄື່ອນໄຫວອາສາສະໝັກເຊື່ອມຈອດວົງຄະນະຍາດ - ảnh 1 ການບໍລິຈາກເລືອດໂດຍສະໝັກໃຈ

ເຊັ່ນດຽວກັນກັບນັກສຶກສາອື່ນໆນັບພັນຄົນ, ໃນຍາມລະດູຮ້ອນທຸກໆປີ, ແທນທີ່ໄດ້ພັກຜ່ອນພາຍຫຼັງຊຸມວັນຮ່ຳຮຽນດ້ວຍຄວາມອິດເມື່ອຍ, ເລືອງຮວ່າຍທູ ນັກສຶກສາປີທີ 3 ສັງກັດມະຫາວິທະຍາໄລການຄ້າຕ່າງປະເທດ, ທີ່ ຮ່າໂນ້ຍ ກໍ່ໄດ້ເຂົ້າຮ່ວມລາຍການລະດູຮ້ອນຂຽວອາສາສະໝັກ. ໂດຍຜ່ານລາຍການນີ້, ທູ ໄດ້ລົງສູ່ກັບພໍ່ແມ່ພີ່ນ້ອງຜູ້ທຸກຍາກ, ພວກເດັກຢູ່ເຂດຫ່າງໄກຊອກຫຼີກຢູ່ເຂດຊາຍແດນຂອງປະເທດຊາດ ເພື່ອແບ່ງປັນຄວາມຫຍຸ້ງຍາກໃນການດຳລົງຊີວິດ. ໂດຍໄດ້ເຂົ້າຮ່ວມບັນດາລາຍການເຄື່ອນໄຫວອາສາສະໝັກເປັນເວລາ 4 ປີ, ຫງວຽນດິ່ງກຽນ ນັກສຶກສາສັງກັດສະຖາບັນການປົກຄອງແຫ່ງຊາດ ກໍໍ່ໄດ້ລົງສູ່ກວ່າ 10 ທ້ອງຖິ່ນ ແລະ ໄດ້ເຂົ້າຮ່ວມບັນດາລາຍການເຄື່ອນໄຫວອາສາສະມັກເຊັ່ນ ລາຍການເຄື່ອງນຸ່ງອຸ່ນຍາມລະດູໜາວ, ບັ້ນເຄື່ອນໄຫວລະດູຮ້ອນຂຽວ, ລາຍການແຈກຢາຍຂອງຂວັນບຸນໄຫວ້ພະຈັນ ໃຫ້ແກ່ເດັກເຂດພູສູງ. ກຽນ ເປີດເຜີຍວ່າ:

“ມີຫຼາຍຮູບແບບເຄື່ອນໄຫວອາສາສະໝັກ, ລາຍການອາສາສະໝັກ, ແຕ່ຂ້າພະເຈົ້າຮູ້ສຶກມີຄວາມສຸກຕໍ່ລາຍການຍາມລະດູໜາວເພາະວ່າ ຍາມລະດູໜາວພໍ່ແມ່ພີ່ນ້ອງເຂດພູສູງ ປະສົບກັບຄວາມຫຍຸ້ງຍາກທາງດ້ານວັດຖຸ ແລະ ຈິດໃຈ, ຍ້ອນມີການເຄື່ອນໄຫວນີ້ກໍ່ອາດຈະຊ່ວຍພໍ່ແມ່ພີ່ນ້ອງ ເພີ່ມຄວາມອົບອຸ່ນກວ່າເກົ່າ ທັງເປັນການຜ່ອນຄາຍຄວາມໜາວຍາມອາກາດໜາວຈັດ.”

 ຫຼາຍປີມານີ້, ບັນດາເພື່ອນໝຸ່ມໃນສະໂມສອນ ນັກສຶກສາແຂວງ ຟູເຖາະ ສະຖາບັນສື່ມວນຊົນ ແລະ ໂຄສະນາໄດ້ຈັດການເຄື່ອນໄຫວແຈກຍາຍເຂົ້າໜຽວ ໂດຍສະໝັກໃຈໃຫ້ແກ່ຜູ້ຂ້າງຖະໜົນ, ຜູ້ຢູ່ປ່ຽວຢູ່ ຮ່າໂນ້ຍ ໃນທຸກໆຕອນຄ່ຳ. ນີ້ແມ່ນຄວາມມ່ວນຊື່ນ ເປັນແຫຼ່ງລະດົມກຳລັງໃຈອັນສູງສົ່ງຕໍ່ບັນດາຜູ້ຂ້າງຖະນົນ, ຜູ້ຢູ່ປ່ຽວທັງຊ່ວຍໃຫ້ເຂົາເຈົ້າບັນເທົາຄວາມຫຍຸ້ງຍາກໃນຊີວິດ. ເພື່ອນ ດິງບາວເຊີນ ສະມາຊິກສະໂມສອນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຂີ່ລົດຖີບໃນຄ່ຳຄືນ ເພື່ອແຈກຍາຍເຂົ້າໜຽວແຕ່ລະຫໍ່ ໃຫ້ແກ່ບັນດາຜູ້ຄົນຂ້າງຖະໜົນ, ຜູ້ຢູ່ປ່ຽວ. ພວກຂ້າພະເຈົ້າເຄີຍຂີ່ລົດຕາມເສັ້ນທາງ ຫຼື ເຂົ້າໄປສວນສາທາລະນະຢູ່ ຮ່າໂນ້ຍ ເພື່ອມອບຂອງຂວັນເປັນເຂົ້າໜຽວໃຫ້ແກ່ເຂົາເຈົ້າ, ຜ່ານການເຄື່ອນໄຫວນີ້, ພວກຂ້າເຈົ້າກໍໍ່ໄດ້ມີການແບ່ງປັນຄວາມຮັກແພງ ແລະ ຮູ້ສຶກວ່າເຮົາມີຈິດໃຈເປັນມະນຸດ ແລະ ສາມາດຄວາມເຂົ້າໃຈທຸກໆຄົນກວ່າເກົ່າ”.

ໂດຍມີຄວາມເຫັນໃຈຕໍ່ຄົນເຈັບທີ່ມີສະພາບຄອບຄົວທຸກຍາກ, ບັນດາສະມາຊິກໃນສະໂມສອນໄວໜຸ່ມຢູ່ ຮ່າໂນ້ຍ ໄດ້ຮ່ວມແຮງຮ່ວມໃຈປະກອບສ່ວນ ໄປແຈກຢາຍເຂົ້າປຽກ, ເຂົ້າຈ້າວນັບ 100 ພູດ ໂດຍບໍ່ຄິດຄ່າຢູ່ຕາມໂຮງໝໍ, ເພື່ອນ ກາວຫວຽດເຕື່ອງວີ ສະມາຊິກສະໂມສອນ ໃຫ້ຮູ້ວ່າ:

“ແຕ່ລະອາທິດກໍ່ມີການເຄື່ອນໄຫວແຈກຍາຍເຂົ້າປຽກ ແລະ ເຂົ້າຈ້າວປະສົມກັນ. ການເຄື່ອນໄຫວເຊັ່ນນີ້ໄດ້ດຳເນີນ ໂດຍມີການເຂົ້າຮ່ວມຂອງສະມາຊິກແຕ່ 7 ຫາ 10 ຄົນ. ພວກຂ້າພະເຈົ້າເຄີຍແຈກຢາຍເຂົ້າປຽກໃນແຕ່ລະຕອນເຊົ້າວັນອາທິດ, ແຈກຢາຍເຂົ້າຈ້າວໃນຕອນແລງວັນອາທິດ. ເຂົ້າປຽກກໍ່ຖືກເອົາໃສ່ກະປ໋ອງ ແລະ ເຂົ້າຈ້າວກໍ່ຖືກຫຸ້ມຫໍ່ຕາມແຕ່ລະພູດ. ຂ້າພະເຈົ້າມີຄວາມຫວັງວ່າຈະປະກອບສ່ວນສ່ວນໃດສ່ວນໜຶ່ງ ເພື່ອໜູນຊ່ວຍຄົນເຈັບ, ທັງນີ້ກໍເປັນການທົດແທນຄວາມເຈັບປວດໃຫ້ແກ່ເຂົາເຈົ້າ”.

ການບໍລິຈາກເລືອດເພື່ອກອບກູ້ເອົາຊີວິດຂອງຄົນເຈັບ ກໍ່ແມ່ນການກະທຳອັນສູງສົ່ງ ແລະ ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງ. ໂດຍໄດ້ເຂົ້າຮ່ວມການບໍລິຈາກເລືອດໂດຍສະໝັກໃຈເປັນ 36 ຄັ້ງແລ້ວ, ນາງ ຫງວຽນທູເລືອງ ຢູ່ ຮ່າໂນ້ຍ ຮູ້ສຶກມີຄວາມເບິກບານໃຈ ເມື່ອຂະບວນການບໍລິຈາກເລືອດ ພວມແຜ່ລາມຢ່າງກວ້າງຂວາງໃນຊຸມຊົນ. ນາງ ເລືອງ ຖືວ່າ:

 “ເມື່ອເຮົາບໍລິຈາກເລືອດ, ເຮົາຮູ້ສຶກວ່າເລືອດຂອງເຮົາ ຈະປະກອບສ່ວນເຂົ້າໃນການກອບກູ້ຊີວິດ ຂອງຄົນເຈັບຫຼາຍຄົນ. ເຮົາຮູ້ສຶກມີຄວາມສຸກ ແລະ ເຂົ້າຮ່ວມບໍລິຈາກເລືອດຫຼາຍເທື່ອ. ເມື່ອບັນດາເພື່ອນເຫັນບັນດາບຸກຄົນບໍລິຈາກເລືອດນັ້ນ, ກໍ່ຈະຮູ້ສຶກວ່າ ຄວາມເບີກບານໃຈ ປະກົດໃນໃບໜ້າສີຕາ. ຂ້າພະເຈົ້າເຊື່ອວ່ານັບມື້ນັບມີຜູ້ບໍລິຈາກເລືອດເຂົ້າຮ່ວມຫຼາຍຂຶ້ນ”

   ສຳລັບຫຼາຍຄົນແລ້ວ, ການເຄື່ອນໄຫວອາສາສະໝັກໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນການດຳລົງຊີວິດ. ເມື່ອໄດ້ຊ່ວຍເຫຼືອຄົນອື່ນ, ແບ່ງປັນສ່ວນໃດສ່ວນໜຶ່ງທີ່ຫຍຸ້ງຍາກກັບບັນດາຜູ້ທີ່ຕ້ອງການຊ່ວຍເຫຼືອກໍ່ແມ່ນວຽກງານທີ່ມີຄວາມໝາຍ, ປະກອບສ່ວນແຜ່ກະຈາຍບັນດາສິ່ງອັນດີງາມໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ