ຂະແໜງການສຶກສາ ຜັນຂະຫຍາຍສົກຮຽນໃໝ່

(VOVWORLD) -ວັນທີ 5 ກັນຍາ, ສົກຮຽນໃໝ່ 2018-2019 ໄດ້ຖືກໄຂຂຶ້ນ. ໃນສົກຮຽນໃໝ່ນີ້, ທົ່ວປະເທດມີນັກຮຽນກວ່າ 1,3 ລ້ານຄົນ ຈະເຂົ້າຮ່ວມການສຶກສາຮ່ຳຮຽນ. ນີ້ແມ່ນສົກຮຽນຈະໄດ້ນຳໃຊ້ວິທະຍາສາດ ເຕັກໂນໂລຊີທີ່ທັນສະໄໝ, ສືບຕໍ່ແຂ່ງຂັນ ຍົກສູງຄຸນນະພາບການສຶກສາ ຮອບດ້ານ, ຄູອາຈານ ແລະ ນັກຮຽນໃນທົ່ວປະເທດຈະພ້ອມກັນສອນດີ ຮຽນເກັ່ງ, ຍາດໄດ້ບັນດາໝາກຜົນດີ, ປະກອບສ່ວນນຳພື້້ນຖານການສຶກສາຫວຽດນາມເຊື່ອມໂຍງສາກົນ
ຂະແໜງການສຶກສາ ຜັນຂະຫຍາຍສົກຮຽນໃໝ່ - ảnh 1 ພິທີໄຂສົກຮຽນໃໝ່

ໃນສົກຮຽນໃໝ່ 2018-2019, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ວາງ 9 ໜ້າທີ່ຜັນຂະຫຍາຍໃນສົກຮຽນໃໝ່ນີ້. ໃນນັ້ນ ກະຊວງສຶກສາ ແລະ ບຳລຸງສ້າງ ເອົາໃຈໃສເຖິງການຈັດຕັ້ງ ສຳຫຼວດກວດກາ, ຈັດສັນເຄືອຂ່າຍ ຮາກຖານການສຶກສາຂັ້ນອະນຸບານ, ສາມັນກ່ຽວກັບການສືບຕໍ່ລະບົບການຈັດຕັ້ງ ແລະ ການຄຸ້ມຄອງ ໃຫ້ສົມເຫດສົມຜົນ, ຍົກສູງຄຸນນະພາບ; ເອົາໃຈໃສ່ຂະຫຍາຍໂຮງຮຽນ, ຫ້ອງຮຽນອະນຸບານຢູ່ເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ. ພິເສດ ໃນສົກຮຽນນີ້, ຂະແໜງສຶກສາຈະຍູ້ແຮງການນຳໃຊ້ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ໃນການສອນ; ຊຸກຍູ້ການເຊື່ອມໂຍງສະກົນ ໃນການສຶກສາ ແລະ ບຳລຸງສ້າງ, ນີ້ກໍ່ແມ່ນໜ້າທີ່ຈຸດສຸມຂອງຂະແໜງການສຶກສາ.

  ກ້າວເຂົ້າສູ່ສົກຮຽນໃໝ່ນີ້, ຂະແໜງສຶກສາກຳນົດວ່າ ນີ້ແມ່ນປີທີ່ປະສົບກັບຄວາມຫຍຸ້ງຍາກເພາະວ່າ ຫຼາຍທ້ອງຖິ່ນຫາກໍ່ໄດ້ຜ່ານຜ່າໄພນ້ຳຖ້ວມຄັ້ງປະຫວັດສາດ. ຢູ່ຫຼາຍທ້ອງຖິ່ນ, ໂຮງຮຽນ, ພື້ນຖານດ້ານວັດຖຸ ໄດ້ເສືີ່ອມຄຸນນະພາບ, ພາຫະນະອຸປະກອນການສອນ ແລະ ການຮຽນກໍ່ລ້ວນແຕ່ຂາດແຄນ. ທ່ານ ຟ້າມຮຸ່ງແອັງ ຮອງຫົວໜ້າກົມພື້ນຖານວັດຖຸ ແລະ ອຸປະກອນໂຮງຮຽນ, ເຄື່ອງຫຼິ້ນເດັກ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມໃຫ້ຮູ່ວ່າ: 

“ທາງກະຊວງໄດ້ສະເໜີບັນດາທ້ອງຖິ່ນ, ຈົ່ງສຳຫຼວດກວດກາ ທາງດ້ານພື້ນຖານວັດຖຸ, ພາຫະນະອຸປະກອນໃນໂຮງຮຽນ, ສ້າງແຜນການ, ວິທີການເພື່ອຍື່ນສະເໜີຕໍ່ຂັ້ນມີສິດອຳນາດ ກ່ຽວກັບການບູລະນະ ສ້ອມແປງ ຍົກລະດັບ ແລະ ຂຶ້ນແຜນການຊື້ປະກອບ ພາຫະນະອຸປະກອນ. ມາຮອດປັດຈຸບັນ  63 ແຂວງ ແລະ ນະຄອນໃນທົ່ວປະເທດ ໄດ້ສຳເລັດວຽກງານນີ້ ແລະ ໄດ້ຍື່ນແຜນການເພື່ອສະເໜີຕໍ່ ຄະນະກຳມະການປະຊາຊົນ ແຂວງຕ່າງໆ, ແລະ ບັນດາອົງການ ສຳນັກງານທີ່ກ່ຽວຂ້ອງເພື່ອກະກຽມ ບັນດາເງື່ອນໄຂທາງດ້ານວັດຖຸ”.

  ນອກຈາກນັ້ນ, ສືບຕໍ່ສ້າງແຜນກຳນົດ ເຄືອຂ່າຍບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລ ແລະ ຮາກຖານບຳລຸງສ້າງຄູອາຈານ ໃຫ້ສົມບູນແບບ. ກະຊວງສຶກສາ ແລະ ບຳລຸງສ້າງ ຈະປະກາດໃຊ້ຫຼັກສູດການສຶກສາສາມັນໃໝ່; ແນະນຳການເລືອກເຟັ້ນເອົາປຶ້ມຕຳລາຮຽນ; ສ້າງເນື້ອໃນ ແລະ ເອກະສານສຶກສາຢູ່ທ້ອງຖິ່ນ; ແນະນຳຜັນຂະຫຍາຍ ປະຕິບັດຫຼັກສູດການສຶກສາສາມັນໃໝ່. ຂະແໜງສຶກສາ ພວມມານະພະຍາຍາມ ສະໜອງປຶ້ມຕຳລາຮຽນ ໃຫ້ແກ່ຂັ້ນຮຽນຕ່າງໆ ຢ່າງພຽງພໍໃນສົກຮຽນໃໝ່ນີ້. ທ່ານ ຮອງສາດສະດາຈານ, ປອ ຫງວຽນວັນຕຸ່ງ ຮອງຫົວໜ້າບັນນາທິການໃຫ່ຍ ສຳນັກພິມຈຳໜ່າຍການສຶກສາ ໃຫ້ຮູ້ວ່າ, ມາຮອດປັດຈຸບັນ ອາດຈະເວົ້າໄດ້ວ່າ ການກະກຽມປຶ້ມຕຳລາຮຽນໃຫ້ແກ່ສົກຮຽນໃໝ່ນີ້ ໄດ້ຄົບຖ້ວນ ແລະ ທັນການແລ້ວ. ທ່ານກ່າວວ່າ: 

“ການຂາດຫຼຸດປຶ້ມຕຳລາຮຽນ ສ່ວນຫຼາຍແມ່ນຂາດ ປຶ້ມຕຳລາບາງຫົວ ໃນຊຸດປຶ້ມຕຳລາຮຽນເທົ່ານັ້ນ, ຍິ່ງກວ່ານັ້ນ ຍ້ອນມີຂ່າວໃກ້ຈະປ່ຽນປຶ້ມຕຳລາຮຽນໃໝ່, ດັ່ງນັ້ນ ມີບາງບໍລິສັດປຶ້ມອ່ານ, ອຸປະກອນ, ເຄື່ອງໃຊ້ໃນໂຮງຮຽນ ຢູ່ທ້ອງຖິ່ນຕ່າງໆໄດ້ຂຶ້ນແຜນ ດ້ວຍລະດັບຕ່ຳກວ່າ ເພື່ອຫຼີກລ້ຽງກໍລະນີຄ້າງສາງ, ດັ່ງນັ້ນ ໄດ້ສົ່ງຜົນສະທ້ອນຕໍ່ແຜນການພິມຂອງສຳນັກການພິມຈຳໜ່າຍ. ແຕ່ເຖິງຢ່າງໃດກໍ່ຕາມ ມາຮອດປັດຈຸບັນ ພວກຂ້າພະເຈົ້າ ໄດ້ແກ້ໄຂ ແລະ ຮັບປະກັນຈຳນວນປຶ້ມອ່ານທີ່ຂາດຫຼຸດນັ້ນ ຈະໄດ້ຮັບການສະໜອງພຽງພໍ”.

ເພື່ອກ້າວເຂົ້າສົກຮຽນໃໝ່ທີ່ບັນລຸໝາກຜົນດີນັ້ນ, ຂະແໜງການສຶກສາຈະສືບຕໍ່ປ່ຽນແປງໃໝ່ ຂະແໜງການສຶກສາ, ພ້ອມທັງຜັນຂະຫຍາຍ ປະຕິບັດບາງວຽກງານຈຸດສຸມ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ, ລະບຽບວິໄນ, ແບບແຜນການສອນ ແລະ ການຮຽນ ແລະ ແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນ ໃນຫາງສຽງສັງຄົມ. ໃນນັ້ນ ການສຶກສາຂັ້ນອະນຸບານ ປະຕິບັດກົນໄກ, ນະໂຍບາຍພັດທະນາລະບົບໂຮງຮຽນ, ຫ້ອງຮຽນຢູ່ເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ; ຍູ້ແຮງບັນດາວິທີການຍົກສູງ ປະສິດຕິພາບ ປະສິດທິຜົນ ວຽກງານການຄຸ້ມຄອງລັດ. ສຳລັບການສຶກສາສາມັນ ກໍ່ສືບຕໍ່ກະກຽມບັນດາເງື່ອນໄຂເພື່ອປະຕິບັດໂຄງການ ຫຼັກສູດປຶ້ມຕຳລາຮຽນໃໝ່, ຍົກສູງຄຸນນະພາບວຽກງານການສອບເສັງ, ກວດກາຕີລາຄາ, ເພີ່ມທະວີການສຶກສາ ທາງດ້ານຄຸນສົມບັດ, ວິຖີຊີວິດ, ທັກສະໃນການດຳລົງຊີວິດໃຫ້ແກ່ນັກຮຽນ. ສຳລັບການສຶກສາຂັ້ນມະຫາວິທະຍາໄລ, ສືບຕໍ່ຍູ້ແຮງຄວາມເປັນເຈົ້າການ ຂອງບັນດາໂຮງຮຽນ ມະຫາວິທະຍາໄລ, ຍົກສູງຄຸນນະພາບການສອນໃຫ້ສອດຄ່ອງກັບສະພາບການປະຕິວັດອຸດສະຫະກຳ 4.0, ຕອບສະໜອງຄວາມຕ້ອງການຂອງສັງຄົມ ເພື່ອຊ່ວຍໃຫ້ນັກຮຽນເມື່ອຮຽນຈົບ ຈະມີວຽກເຮັດງານທຳທີ່ເໝາະສົມກັບຂະແໜງຮຽນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ