ຄຸນນະທາດ, ຮັກອາຊີບ, ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ - ທາດແທ້ຄຸນສົມບັດຂອງກຳມະກອນເຂດບໍ່ຖ່ານຫີນ

(VOVWORLD) - “ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ - ແນ່ນອນວ່າພວກເຮົາຈະໄດ້ຮັບໄຊຊະນະ” ນັ້ນແມ່ນຄຳຂວັນທີ່ຕິດພັນກັບກຳມະກອນເຂດບໍ່ຖ່ານຫີນທຸກລຸ້ນຄົນ, ແມ່ນມູນເຊື້ອຂອງຂະແໜງຖ່ານຫີນໃນຕະຫລອດ 84 ປີຜ່ານມາ - ນັບແຕ່ວັນທີ 12 ພະຈິກ 1936 ຂອງກຳມະກອນເຂດດິນແດນບໍ່ຖ່ານຫີນ ກ໋ວາງນິງ ກ່ວາ 3 ໝື່ນຄົນ ເຊິ່ງດຳເນີນການຢຸດງານທວງເອົາຜົນປະໂຫຍດຄັ້ງໃຫຍ່. 

ມາຮອດປະຈຸບັນ, ຂະບວນການແຂ່ງຂັນອອກແຮງງານທຳການຜະລິດ, ດຳເນີນທຸລະກິດຂອງພະນັກງານ, ກຳມະກອນເກືອບໜຶ່ງແສນຄົນ ຢູ່ກຸ່ມບໍລິສັດຖ່ານຫີນ - ແຮ່ທາດ ຫວຽດນາມ ຍັງຄົງຮັກສາຈິດໃຈນັ້ນໄວ້ດັ້ງເດີມ: ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ, ຕັ້ງໜ້າແຂ່ງຂັນອອກແຮງງານ, ປະດິດຄິດສ້າງ, ເພື່ອຮັບປະກັນຄວາມປອດໄພໃນການເຄື່ອນໄຫວຜະລິດ - ເພື່ອເປົ້າໝາຍສ້າງຂະແໜງອຸດສາຫະກຳຖ່ານຫີນ - ແຮ່ທາດ ໃຫ້ພັດທະນາແບບຍືນຍົງ, ແມ່ນໜຶ່ງໃນສາມເສົາຄ້ຳ ຮັບປະກັນຄວາມໝັ້ນຄົງຂອງພະລັງງານແຫ່ງຊາດ.

ຄຸນນະທາດ, ຮັກອາຊີບ, ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ - ທາດແທ້ຄຸນສົມບັດຂອງກຳມະກອນເຂດບໍ່ຖ່ານຫີນ - ảnh 1 ອ້າຍ ຫງວຽນຈ້ອງທ໊າຍ, ກຳມະກອນຢູ່ບໍລິສັດຫຸ້ນສ່ວນຖ່ານຫີນຮ່າເລີ່ມ 

ເມື່ອຫວນຄືນວິວັດການພັດທະນາຂອງຂະແໜງຖ່ານຫີນ - ແຮ່ທາດຫວຽດນາມ, ພິເສດແມ່ນໄລຍະ 5 ປີມານີ້, ໄດ້ຕິດພັນກັບຂະບວນການແຂ່ງຂັນຮັກຊາດໄລຍະປີ 2016 – 2020, ຕໍ່ໜ້າສະພາບຜົນກະທົບຫຍໍ້ທໍ້ຫລາຍຢ່າງຈາກເສດຖະກິດໂລກຊຸດໂຊມ ກໍ່ຄືບັນດາປັດໄຈພາວະວິໄສຄື: ໄພພິບັດທຳມະຊາດ, ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງການເຄື່ອນໄຫວຂອງຂະແໜງ, ແຕ່ຍ້ອນມີລັດຖະນະໂຍບາຍຢ່າງທັນການທີ່ຕິດພັນກັບຈິດໃຈແຂ່ງຂັນອອກແຮງງານ, ປະດິດຄິດສ້າງ, ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວຂອງພະນັກງງານ, ພາລະກອນເກືອບໜຶ່ງແສນຄົນ, ກຸ່ມບໍລິສັດຖ່ານຫີນ-ແຮ່ທາດຫວຽດນາມ ໄດ້ປະຕິບັດສຳເລັດລື່ນກາຍລະດັບຄາດໝາຍຂອງແຜນການທັງໝົດ ເຊິ່ງພັກ, ລັດ ແລະ ລັດຖະບານມອບໝາຍໃຫ້. ບັນລຸໄດ້ຜົນສຳເລັດຄືດັ່ງກ່າວ, ບັນດາພະນັກງານ, ກຳມະກອນຂອງກຸ່ມບໍລິສັດຖ່ານຫີນ-ແຮ່ທາດ ໄດ້ມານະພະຍາຍາມ, ພ້ອມຈິດພ້ອມໃຈ, ຮັກອາຊີບບຸກບືນຢ່າງບໍ່ຢຸດຢັ້ງ. ອ້າຍ ຫງວຽນຈ້ອງທ໊າຍ, ກຳມະກອນຢູ່ບໍລິສັດຫຸ້ນສ່ວນຖ່ານຫີນຮ່າເລີ່ມ ແບ່ງປັນວ່າ:

ສຳລັບຄວາມຄິດຂອງຂ້າພະເຈົ້າແລ້ວ ນາຍຊ່າງຢູ່ເຕົາງອຸມົງ ແນ່ນອນຕ້ອງມີຄຸນນະທາດໃດໜຶ່ງ ເພາະວ່າ ມີຄຸນນະທາດ ພວກເຮົາຈຶ່ງປະຕິບັດໄດ້ທຸກວຽກງານທັງໝົດ ເຊິ່ງຂະແໜງຖ່ານຫີນຂອງພວກເຮົາພວມປະຕິບັດ, ພວມກໍ່ສ້າງຢູ່ຄືປະຈຸບັນ. ທີ 2 ແມ່ນຮັກອາຊີບ, ຖ້າຫາກວ່າ ພວກເຮົາບໍ່ຮັກອາຊີບ ພວກເຮົາຈະບໍ່ສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນໄດ້ ເພື່ອອຸທິດສ່ວນໃຫ້ແກ່ວຽກງານຂອງຕົນ. ທີ 3 ແມ່ນຕ້ອງມີວິໄນ, ນີ້ແມ່ນປັດໄຈສຳຄັນທີ່ສຸດໃນວຽກງານຂອງພວກຂ້າພະເຈົ້າພວມປະຕິບັດຢູ່. ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວກັນ ມີຄວາມຜູກພັນກັບວຽກງານຂອງຂະແໜງຖ່ານຫີນຂອງພວກຂ້າພະເຂົ້າ.

ປີ 2020, ຍອດປະລິມານການຂຸດຄົ້ນ ແລະ ຈຳໜ່າຍບັນລຸກ່ວາ 205 ລ້ານໂຕນ; ຕອບສະໜອງຄວາມຕ້ອງການຖ່ານຫີນໃຫ້ແກ່ພື້ນຖານເສດຖະກິດ…ໝາກຜົນນັ້ນ ມີບົດບາດສຳຄັນໃນຂະບວນການແຂ່ງຂັນອອກແຮງງານຂອງ “ຂະແໜງຖ່ານຫີນ”. ທ່ານນາງ ບຸຍທິຢຽນ ຫົວໜ້າຫ້ອງຄຸ້ມຄອງຄຸນນະພາບ, ບໍລິສັດອາລູມີນຽມ ດັກນົງ, ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນຂອງກຸ່ມບໍລິສັດຖ່ານຫີນ-ແຮ່ທາດ, ແບ່ງປັນວ່າ:

ຂ້າພະເຈົ້າຄິດວ່າ ລຸ້ນອ້າຍລຸ້ນພໍ່ໄດ້ມາສ້າງຂະແໜງຖ່ານຫີນ ກ໋ວາງນິງ ສະນັ້ນ ຂະແໜງດັ່ງກ່າວ ຈຶ່ງມີການພັດທະນາຄືວັນນີ້. ພວກຂ້າພະເຈົ້າໄດ້ສ້າງຂະແໜງອຸດສາຫະກຳອາລູມີນຽມໃໝ່ຂອງປະເທດຊາດ ນັ້ນແມ່ນວຽກງານທີ່ມີຄວາມໝາຍ ແລະ ມີຄວາມປະທັບໃຈ. ໄປຄຽງຄູ່ກັນນັ້ນ ອ້າຍເອື້ອຍນ້ອງໃນຄະນະຄຸ້ມຄອງ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ແນວທາງຊີ້ນຳນຳພາຂອງພັກ, ລັດ, ການນຳຂະແໜງຖ່ານຫີນ-ແຮ່ທາດຫວຽດນາມ, ຍ້ອນມີຄວາມຄິດຄືແນວນັ້ນ ພວກຂ້າພະເຈົ້າຈຶ່ງສາມັກຄີກັນ ບອກສອນກັນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງຄວາມຈະເລີນເຕີບໂຕຄືວັນນີ້.

ພ້ອມກັບຂະບວນການແຂ່ງຂັນທຳການຜະລິດ, ໃນຊຸມປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ແຕ່ຂະແໜງຖ່ານຫີນ-ແຮ່ທາດ ຍາມໃດກໍ່ເປັນເຈົ້າການປະຕິບັດຄວາມຮັບຜິດຊອບຂອງລັດວິສາຫະກິດສຳລັບວຽກງານຮັບປະກັນຊີວິດສັງຄົມ ດ້ວຍການເຄື່ອນໄຫວຢ່າງລະອຽດເພື່ອຕອບສະໜອງຂະບວນການຄື: “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”…ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງກຸ່ມບໍລິສັດຖ່ານຫີນ-ແຮ່ທາດຫວຽດນາມ ເຊິ່ງໄດ້ຈັດຕັ້ງໃນໄລຍະມໍ່ໆມານີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັງທິງອັກທິງ ເນັ້ນໜັກວ່າ: ເງື່ອນໄຂການຂຸດຄົ້ນບໍ່ແຮ່ນັບມື້ນັບຫຍຸ້ງຍາກ, ຄວາມຮຽກຮ້ອງຕ້ອງການກ່ຽວກັບວຽກງານຮັກສາສິ່ງແວດລ້ອມນັບມື້ນັບສູງ; ວຽກງານເປັນເອກະລັກສະເພາະຂອງນາຍຊ່າງຢູ່ເຕົາອຸມົງເລິກ, ຢູ່ບ່ອນຂຸດຄົ້ນ, ຢູ່ໂຮງຈັກໂຮງງານກໍ່ລຳບາກກາກກຳ. ສະນັ້ນ, ຈິດໃຈມີວິໄນ, ເປັນຈິດໜຶ່ງໃຈດຽວ ຍິ່ງໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍໃຫ້ກ່ວາອີກ ໂດຍຜ່ານຂະບວນການແຂ່ງຂັນອອກແຮງງານທຳການຜະລິດ. ທ່ານນາງ ດັ້ງທິງອັກທິງ ກ່າວວ່າ:

ຂະແໜງຖ່ານຫີນ-ແຮ່ທາດ ຄວນສືບຕໍ່ຍູ້ແຮງສ້າງຂະບວນການແຂ່ງຂັນຮັກຊາດ ຕາມຄຳສັ່ງສອນຂອງປະທານໂຮ່ຈີມິນທີ່ວ່າ “ຍິ່ງຫຍຸ້ງຍາກ ຍິ່ງແຂ່ງຂັນ”, “ຍິ່ງແຂ່ງຂັນ ຍິ່ງໄດ້ຮັບໄຊຊະນະ”; ເສີມຂະຫຍາຍມູນເຊື້ອ “ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ”, ຕັດສິນໃຈປະຕິບັດ 5 ໜ້າທີ່ຈຸດສຸມຢ່າງມີໄຊ ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກ, ສືບຕໍ່ສ້າງອົງຄະນະພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ອອກແຮງແຂ່ງຂັນ, ສູ້ຊົນກໍ່ສ້າງກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດຫວຽດນາ  ໃຫ້ພັດທະນາແບບຍືນຍົງ ແລະ “ກາຍເປັນຂະແໜງແບບຢ່າງໃຫ້ຂະແໜງເສດຖະກິດອື່ນ” ຄືດັ່ງປະທານໂຮ່ຈີມິນ ໄດ້ຕັກເຕືອນພະນັກງານ, ກຳມະກອນຂະແໜງຖ່ານຫີນ.

ຄຸນນະທາດ, ຮັກອາຊີບ, ມີວິໄນ ແລະ ເປັນຈິດໜຶ່ງໃຈດຽວ - ທາດແທ້ຄຸນສົມບັດຂອງກຳມະກອນເຂດບໍ່ຖ່ານຫີນ - ảnh 2ທ່ານນາງ ດັ້ງທິງອັກທິງ  ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງກຸ່ມບໍລິສັດຖ່ານຫີນ-ແຮ່ທາດຫວຽດນາມ (ພາບ: congthuong.vn)

ປີ 2021 ແມ່ນປີສະເຫຼີມສະຫຼອງ 85 ປີແຫ່ງວັນມູນເຊື້ອຂອງກຳມະກອນເຂດບໍ່ແຮ່ ແລະ ປະຫວັດສາດແຫ່ງການຂຸດຄົ້ນຖ່ານຫີນຫວຽດນາມ ຄົບຮອບ 180 ປີ. ຈາກສະພາບຕົວຈິງຂອງຂະບວນການແຂ່ງຂັນໃນ 5 ປີຜ່ານມາ, ໃນໄລຍະ 2020 – 2025 ຈະມາເຖິງ ຂະແໜງຖ່ານຫີນ-ແຮ່ທາດ ຫວຽດນາມ ຈະສືບຕໍ່ຍູ້ແຮງການແຂ່ງຂັນຕິດພັນກັບການແກ້ໄຂບັນດາເປົ້າໝາຍຄຸ້ມຄອງ ເພື່ອແນໃສ່ພັດທະນາ, ຍົກສູງການເຄື່ອນໄຫວຂອງກຸ່ມບໍລິສັດຢ່າງມີປະສິດທິຜົນ ຕິດພັນກັບການສ້າງຂະບວນການແຂ່ງຂັນ ເພື່ອກຳມະກອນ, ຊາວຜູ້ອອກແຮງງານ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ດີທີ່ສຸດ, ສ້າງການພົວພັນແຮງງານໃຫ້ມີຄວາມກົມກຽວໃນວິສາຫະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ