ງານບຸນດອກກ້ວຍໄມ້ຮ່າໂນ້ຍຍາມລະດູບານໃໝ່ປີຈໍ 2018

(VOVWORLD) - ການຫລິ້ນດອກໄມ້ກໍລະອຽດລະອໍທີ່ສຸດ, ແຕ່ເມື່ອຫຼິ້ນດອກກ້ວຍໄມ້ ແມ່ນຕ້ອງເຂົ້າໃຈກ່ຽວກັບດອກໄມ້ຊະນິດທີ່ຫາຍາກນີ້.
ງານບຸນດອກກ້ວຍໄມ້ຮ່າໂນ້ຍຍາມລະດູບານໃໝ່ປີຈໍ 2018 - ảnh 1ຜູ້ມາຊົມດອກກ້ວຍໄມ້ເປັນຈຳນວນຫຼວງຫຼາຍ

     ໂດຍໄດ້ກາຍເປັນປະເພນີໃນຍາມຕົ້ນລະດູບານໃໝ່, ງານບຸນດອກກ້ວຍໄມ້ຮ່າໂນ້ຍປີນີ້ໄດ້ຖືກຈັດຂຶ້ນຢູ່ສາລາໝູ່ບ້ານຫວ້ານຟຸກ, ເມືອງຮ່າດົງ ດ້ວຍຂອບຂະໜາດທີ່ໃຫຍ່ກ່ວາທຸກໆປີ. ໃນລາຍການຊີວິດສັງຄົມພາກນີ້, ພວກເຮົາຂໍແນະນຳບົດຂອງນັກຂ່າວຫງອກແອງທີ່ພາດຫົວຂໍ້ວ່າ : “ງານບຸນດອກກ້ວຍໄມ້ຮ່າໂນ້ຍຍາມລະດູບານໃໝ່ປີຈໍ 2018 ”.

     ງານບຸນດອກກ້ວຍໄມ້ຮ່າໂນ້ຍປີນີ້ ໄດ້ດຶງດູດນັກສິລະປະການ, ຊາວສວນປູກ ແລະ ຄ້າຂາຍດອກກ້ວຍໄມ້ນັບຮ້ອຍຄົນໃນຫຼາຍເຂດ ແລະ ພາກໃນທົ່ວປະເທດ. ຢູ່ທີ່ນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມດອກກ້ວຍໄມ້ທີ່ມີຄ່າຫາຍາກນັບສິບຊະນິດ.

        ປີນີ້ຄະນະຈັດຕັ້ງ ງານບຸນດອກກ້ວຍໄມ້ຮ່າໂນ້ຍ ໄດ້ວາງສະແດງດອກກ້ວຍໄມ້ທີ່ລຶ້ງເຄີຍຢູ່ຫວຽດນາມ. ທ່ານ ຫງວຽນຊວນຖຸຍ ອະດີດປະທານສະມາຄົມດອກເຜິ້ງ, ສະມາຊິກຄະນະຈັດຕັ້ງ ງານບຸນດອກກ້ວຍໄມ້ຮ່າໂນ້ຍ ໃຫ້ຮູ້ວ່າ:

       “ ໃນວິວັດການພົວພັນແລກປ່ຽນໃນບັນດາເວທີປາໄສ, ສື່ສັງຄົມ, ບັນດານັກສິລະປະການໄດ້ຮູ້ຈັກກັນ. ໃນການຈັດງານບຸນປີນີ້, ພວກຂ້າພະເຈົ້າໄດ້ເຊື້ອເຊີນ 42 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ. ແຕ່ລະປີ, ພວກຂ້າພະເຈົ້າໄດ້ຈັດງານບຸນດອກໄມ້ ເພື່ອພົບປະແລກປ່ຽນ ແລະ ແບ່ງປັນບົດຮຽນ, ວິທີປູກ ແລະ ບົວລະບັດດອກໄມ້ ”

     ການຫລິ້ນດອກໄມ້ກໍລະອຽດລະອໍທີ່ສຸດ, ແຕ່ເມື່ອຫຼິ້ນດອກກ້ວຍໄມ້ ແມ່ນຕ້ອງເຂົ້າໃຈກ່ຽວກັບດອກໄມ້ຊະນິດທີ່ຫາຍາກນີ້. ມີດອກກ້ວຍໄມ້ນັບຮ້ອຍຊະນິດ, ແຕ່ລະຊະນິດກໍລ້ວນແຕ່ມີຄວາມລະອຽດອ່ອນ. ດອກກ້ວຍໄມ້ຖືກອຸປະມາດັ່ງມາລາວິເສດ ຍ້ອນຄວາມງາມ ທີ່ເຮັດໃຫ້ຄົນເຮົາຫຼົງໄຫລ. ລຸງເຈີນຟີກົງ ເຈົ້າຂອງສວນດອກກ້ວຍໄມ້ ຮ່ວາງວູ້, ນະຄອນ ນາມດີ້ງ ເປີດເຜີຍວ່າ :

   “ ນັບແຕ່ກ່ອນ ມາຮອດປະຈຸບັນ, ຊາວຫວຽດນາມຍັງເລົ່າຂານກັນດ້ວຍຄຳວ່າ : ເຈົ້າຊີວິດຫຼິນດອກກ້ວຍໄມ້, ເຈົ້າເສນາຫຼິ້ນດອກເຄນີເລຍ. ບັນດາຜູ້ຄົນຫຼິ້ນດອກໄມ້ເຄີຍເວົ້າວ່າ :  ທີ 1 ແມ່ນກິນຫອມ, ທີ 2 ແມ່ນສີສັນ, ສະເພາະ ດອກເຜິ້ງ ແມ່ນມີກິນຫອມຫວນ ແລະ ສີງາມກ່ວາໝູ່, ພິເສດ ດອກເຜິ້ງເຄີຍບານໃນຍາມບຸນປີໃໝ່ປະຈຳຊາດ ຊຶ່ງແມ່ນຈຸດເວລາສັກສິດຂອງຊາວຫວຽດນາມ. ດັ່ງນັ້ນ, ນີ້ແມ່ນດອກໄມ້ຊະນິດໜຶ່ງໄດ້ຮັບຄວາມນິຍົມຫຼິ້ນຫຼາຍທີ່ສຸດ. ດອກໄມ້ແມ່ນສິ່ງທີີ່ນຳຄວາມເບີກບານມ່ວນຊື່ນ ແລະ ຄວາມປາດຖະໜາມາສູ່ພວກເຮົາ  ”

ງານບຸນດອກກ້ວຍໄມ້ຮ່າໂນ້ຍຍາມລະດູບານໃໝ່ປີຈໍ 2018 - ảnh 2 ດອກກ້ວຍໄມ້ຊະນິດຫາຍາກ

     ດອກກ້ວຍໄມ້ 1 ໂຖ ສາມາດມີຊີວິດເປັນເວລາ 5 ປີ. ສຳລັບບັນດາຜູ້ນິຍົມຫຼິ້ນດອກກ້ວຍໄມ້ແລ້ວ, ດອກກ້ວຍໄມ້ໂຖ 1 ເພື່ອຫຼິ້ນໃນຍາມບຸນເຕັດນັ້ນ, ເຂົາເຈົ້າມັກຫຼິ້ນໂຖດອກໄມ້ 3 ປີຂຶ້ນໄປເພາະພວກເຂົາມີຄວາມສຳນຶກວ່າ ດອກກ້ວຍໄມ້ກໍຄືມະນຸດ, ໂຖດອກໄມ້ 3 ປີ ແມ່ນເປັນສັນຍາລັກໃຫ້ແກ່ຄອບຄົວທີ່ມີຄວາມສຸກ ປະກອບດ້ວຍ 3 ລຸ່ນຄົນ : ປູ່ຍ່າ, ພໍ່ແມ່, ລູກເຕົ້າ. ພໍ່ຕູ້ ເລວັນເຖາະ, ຜູ້ນິຍົມຫຼິ້ນ ດອກກ້ວຍໄມ້ ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ :

    “ດອກກ້ວຍໄມ້ແມ່ນດອກໄມ້ຊະນິດໜຶ່ງທີ່ມັກຫຼິ້ນໃນຍາມບຸນເຕັດ. ປີໜຶ່ງ, ດອກກ້ວຍໄມ້ບານເທື່ອໜຶ່ງຍາມລະດູບານໃໝ່. ນັບແຕ່ເວລາອອກໜໍ່ ແມ່ນສາມາດຫຼິ້ນໄດ້ 20 ວັນ, ບາງເທື່ອ ອາດຈະຫຼາຍກ່ວາ. ຮອດປີທີ 2, ແລະ ທີ 3, ດອກກ້ວຍໄມ້ເລີ່ມງາມຂຶ້ນ. ຮອດປີທີ 4 ແມ່ນຕ້ອງປ່ຽນໂຖ, ຍາກຮາກອອກເປັນ 2 ຫຼືເປັນ 3 ຈຶ່ງຈະຮັກສາດອກໄມ້ໃຫ້ດີ ”

      ຢູ່ນອກງານບຸນດອກກ້ວຍໄມ້ຮ່າໂນ້ຍ  ກໍຍັງມີລາຍການພົບປະແລກປ່ຽນກ່ຽວກັບດອກເຜີ້ງລະດູບານໃໝ່ປີຈໍ 2018. ລະດູບານໃໝ່ວຽນມາ, ກໍແມ່ນໂອກາດເພື່ອໃຫ້ບັນດາຜູ້ນິຍົມຫຼິ້ນ ດອກກ້ວຍໄມ້ ພ້ອມກັນຮັບຊົມຄວາມງາມຂອງ ດອກກ້ວຍໄມ້, ພ້ອມທັງແບ່ງປັນກ່ຽວກັບບົດຮຽນໃນການບົວລະບັດ ດອກກ້ວຍໄມ້. ທ່ານ ຝ້າມຫງອກເຄືອງ ເຈົ້າຂອງສວນດອກກ້ວຍໄມ້ ບາວເງິນ, ສະໂມສອນ ດອກກ້ວຍໄມ້ນະຄອນ ບາວໂລກ, ແຂວງ ເລີມດົງ ເລົ່າສູ່ຟັງວ່າ :

    “ ຕົ້ນດອກກ້ວຍໄມ້ພິເສດທີ່ສຸດທີ່ສະໂມສອນດອກກ້ວຍໄມ້ບາວໂລກນຳມາວາງສະແດງທີ່ງານບຸນ, ນັ້ນແມ່ນຕົ້ນດອກນາຊິດຊັດສີຂາວ. ນອກຈາກນັ້ນ ກໍຍັງມີຕົ້ນດອກກ້ວຍໄມ້ສີມ່ວງ. ພາຍຫຼັງປູກເປັນເວລາ 2 ປີ, ຕົ້ນນີ້ຈຶ່ງເຕີບໂຕດີ. ມີຕົ້ນດອກໄມ້ຍາວເຖິງ 3 ແມັດ. ຈຸດພິເສດຂອງ ດອກກ້ວຍໄມ້ ທີ່ແຂວງເລີມດົງ ແມ່ນບານໃນຍາມລະດູບານໃໝ່ ”

ງານບຸນດອກກ້ວຍໄມ້ຮ່າໂນ້ຍຍາມລະດູບານໃໝ່ປີຈໍ 2018 - ảnh 3

     ສຳລັບຊາວຫວຽດນາມແຕ່ລະຄົນ, ການຫຼິ້ນດອກໄມ້ໃນຍາມບຸນເຕັດແມ່ນສິລະປະປະເພດໜຶ່ງ, ຕິດພັນກັບສີສັນວັດທະນະທຳຂອງຊາດ. ໃນຄວາມຊົງຈຳຂອງຊາວຫວຽດນາມ, ໃນວັນບຸນເຕັດຕ້ອງມີດອກໄມ້ຢ່າງເດັດຂາດ. ງານບຸນດອກກ້ວຍໄມ້ຮ່າໂນ້ຍໃນຍາມບຸນເຕັດ ແລະ ລະດູບານໃໝ່ ໄດ້ປະກອບສ່ວນໂຄສະນາຢ່າງກ້ວາງຂວາງກ່ຽວກັບສິລະປະຫຼິ້ນ ດອກກ້ວຍໄມ້ ສະແດງໃຫ້ເຫັນຄວາມລະອຽດອ່ອນທາງດ້ານຈິດວິນຍານຂອງຊາວຫວຽດນາມ, ເຂັມຂົ້ນໄປດ້ວຍຄຸນຄ່າວັດທະນະທຳມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ