ຈຳນວນຜູ້ສະໝັກໃຈບໍລິຈາກອະໄວຍະວະເພີ່ມຂຶ້ນທົບຮ້ອຍເທົ່າ ພາຍຫຼັງການບໍລິຈາກແກ້ວຕາຂອງຫຼານສາວຄົນໜຶ່ງ

(VOVWORLD) -ເລື່ອງລາວກ່ຽວກັບຫຼານສາວ ຫາຍອານ ອາຍຸ 7 ປີຢູ່ຮ່າໂນ້ຍ ໄດ້ບໍລິຈາກແກ້ວຕາ ພາຍຫຼັງຖືກເສຍຊີວິດຍ້ອນຕິດໂລກມະເຮັ່ງສະໝອງ ໄດ້ເຮັດໃຫ້ນັບລ້ານຄົນສະດຸ້ງໃຈ. ນີ້ແມ່ນການກະທຳອັນສູງສົ່ງ ຊຶ່ງໄດ້ແຜ່ລາມໃນໝູ່ປະຊາຊົນຢ່າງກ້ວາງຂວາງກ່ຽວກັບການບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດ

ນັບຕັ້ງແຕ່ຫຼານ ສາວອານຫາຍ ລວງລັບໄປ ແລະ ໄດ້ນຳແສງສະຫວ່າງມາສູ່ 2 ຄົນອື່ນນັ້ນ, ມາຮອດວັນນີ້, ຈຳນວນຜູ້ສະໝັກໃຈບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດ   ໄດ້ເພີ່ມຂຶ້ນທົບ 100 ເທົ່າເມື່ອທຽບໃສ່ມື້ທຳມະດາ.

ຈຳນວນຜູ້ສະໝັກໃຈບໍລິຈາກອະໄວຍະວະເພີ່ມຂຶ້ນທົບຮ້ອຍເທົ່າ ພາຍຫຼັງການບໍລິຈາກແກ້ວຕາຂອງຫຼານສາວຄົນໜຶ່ງ - ảnh 1ຈຳນວນຜູ້ສະໝັກໃຈບໍລິຈາກອະໄວຍະວະໄດ້ເພີ່ມຂຶ້ນ 

      ໂດຍມີຄວາມສະເທື່ອນໃຈຕໍ່ໜ້າເລື່ອງລາວຂອງຫຼານສາວ ຫາຍອານ, 10 ມື້ທີ່ຜ່ານມາ, ມີເກືອບ 650 ຄົນໄດ້ມາສູນປະສານງານກ່ຽວກັບການຕັດຕໍ່ອະໄວຍະວະໃນຮ່າງກາຍມະນຸດຢູ່ໂຮງໝໍມິດຕະພາບຫວຽດນາມ-ເຢັຍລະມັນ-ຮ່າໂນ້ຍ ເພື່ອສະໝັກໃຈບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດ ເພື່ອນຳຊີວິດມາສູ່ຄົນອື່ນໆ. ປ້າ ຫງວຽນທິມິນເຕີມ ຢູ່ຖະໜົນມິນຄາຍ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ ໄດ້ສະຫມັກໃຈມາບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດ ແບ່ງປັນວ່າ : 

    “  ເຂົ້າໜົມເມື່ອກິນແລ້ວ, ຍັງເຫຼືອແຕ່ກັບເທົ່ານັ້ນ, ຖ້າຫາກຖີ້ມໄປ ກໍສິ້ນເປືອງ, ສ່ວນມະນຸດເຮົາກໍເຊັ່ນດຽວກັນ, ເມື່ອຕາຍໄປແລ້ວ, ຖ້າຫາກຝັງຫຼືເຜົາສົບ ກໍສິ້ນເປືອງຫຼາຍ ໃນຂະນະທີ່ຫຼາຍຄົນຍັງຕ້ອງການອະໄວຍະວະເພື່ອມີຊີວິດ. ຍ້ອນເຫດນີ້ເອງ, ຂ້າພະເຈົ້າຈຶ່ງຕັດສິນບໍລິຈາກອະໄວຍະວະຂອງຕົນ. ທຳອິດ, ຂ້າພະເຈົ້າຄິດວ່າ ຈະບໍລິຈາກອະໄວຍະວະບາງສ່ວນເທົ່ານັ້ນ, ແຕ່ພາຍຫຼັງຄິດໄປເປັນເວລາ 2 ວັນ, ຂ້າພະເຈົ້າໄດ້ຕັດສິນໃຈບໍລິຈາກອະໄວຍະວະທັງໝົດໃນຮ່າງກາຍຂອງຕົນ ”

    ເລື່ອງລາວຂອງຫຼານນ້ອຍ ຫາຍອານ ໄດ້ແຜ່ລາມຢ່າງກ້ວາງຂວາງໃນໝູ່ປະຊາຊົນ ແລະ ໄດ້ກະຕຸກຊຸກຍູ້ອ້າຍ ຫງວຽນກວາງຕ້ຽນ ຢູ່ ຕາແສງດີ້ງກົງ    ເມືອງຮວ່າງມາຍ, ຮ່າໂນ້ຍ ປະຕິບັດຕໍ່ຄວາມຫວັງຂອງຜູ້ເປັນພໍ່ທີ່ໄດ້ລວງລັບໄປແລ້ວ. ອ້າຍຕ້ຽນເລົ່າສູ່ຟັງວ່າ : ພໍ່ຂອງລາວ ໄດ້ຕັກເຕືອນບັນດາສະມາຊິກໃນຄອບຄົວວ່າ ພາຍຫຼັງທີ່ໄດ້ເສຍຊີວິດ ກໍຄວນບໍລິຈາກສົບຂອງຕົນໃຫ້ຂະແໜງແພດສາດ. ແຕ່ຍ້ອຍຫຼາຍສາຍເຫດ, ຄວາມຫວັງຂອງຜູ້ເປັນພໍ່ ບໍ່ໄດ້ປະຕິບັດ. ອ້າຍຕ້ຽນ ໃຫ້ຮູ້ວ່າ ລາວໄດ້ຈົດຊື່ບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດແລ້ວ. ອ້າຍຕ້ຽນ ກ່າວວ່າ : 

    “ ພາຍຫຼັງທີ່ພໍ່ຂ້າພະເຈົ້າເສຍຊີວິດ, ເພິ່ນກໍມີຄວາມຫວັງຢາກເຮັດສິ່ງໃດໜຶ່ງໃຫ້ແກ່ມະນຸດ. ແຕ່ຂ້າພະເຈົ້າໄດ້ຕິດໜີ້ເພິ່ນສິ່ງນັ້ນ. ພາຍຫຼັງທີ່ມີກໍລະນີ ຫຼານສາວ ຫາຍອານບໍລິຈາກອະໄວຍະວະ, ຂ້າພະເຈົ້າໄດ້ສະໝັກໃຈໄປບໍລິຈາກອະໄວຍະວະທັງໝົດໃນຮ່າງກາຍຂອງຕົນ. ຂ້າພະເຈົ້າຈະປະຕິບັດຄວາມຫວັງແທນໃຫ້ພໍ່ຂອງຂ້າພະເຈົ້າ”

    ຕາມທ່ານ ຫງວຽນຮ່ວາງຟຸກ ຮອງຜູ້ອຳນວຍການ ສູນປະສານງານແຫ່ງຊາດກ່ຽວກັບການຕັດຕໍ່ອະໄວຍະວະໃນຮ່າງກາຍຂອງມະນຸດແລ້ວ, ພາຍຫຼັງເລື່ອງລາວຫຼານສາວ ຫາຍອານ ບໍລິຈາກອະໄວຍະວະ ໄດ້ພາໃຫ້ຫຼາຍຄົນສະໝັກໃຈໄປບໍລິຈາກອະໄວຍະວະທັງໝົດໃນຮ່າງກາຍຂອງຕົນ. ທ່ານ ຫງວຽນຮ່ວາງຟຸກ ກ່າວວ່າ : 

     “ ທຸກໆຄົນທີ່ໄດ້ສະໝັກໃຈບໍລິຈາກອະໄວຍະວະໃນຮ່າງກາຍຂອງຕົນ ຮູ້ສຶກວ່າ ມີຄວາມເອກອ້າງທະນົງໃຈຕໍ່ການກະທຳຂອງຕົນ. ເຂົາເຈົ້າມີຄວາມສຸກເພາະໄດ້ມີໂອກາດມອບຂອງຂວັນອັນລ້ຳຄ່າທີ່ນຳມາເຊິ່ງຊີວິດໃຫ້ແກ່ຜູ້ອື່ນ ພາຍຫຼັງທີ່ເຂົາເຈົ້າເສຍຊີວິດ. ເຂົາເຈົ້າໄດ້ຜ່ານຜ່າຄວາມຢ້ານກົວກ່ຽວກັບການເສຍຊີວິດເພື່ອປະເຊີນໜ້າກັບມັນ. ແລະ ເມື່ອຜູ້ໃດປະເຊີນໜ້າກັບຄວາມຢ້ານກົວ ແລະ ສາມາດຜ່ານຜ່າມັນໄດ້ນັ້ນ, ໃນກະໂຕເຂົາເຈົ້າຄາວນັ້ນ ເຫຼືອພຽງແຕ່ຄວາມສຸກ ແລະ ຄວາມມ່ວນຊື່ນເທົ່ານັ້ນ ”

    ຢູ່ຫວຽດນາມໃນປະຈຸບັນ, ມີກວ່າ 1 ໝື່ນຄົນຕິດພະຍາດອະໄວຍະວະຊຸດໂຊມ ຊຶ່ງຕ້ອງການມີຜູ້ບໍລິຈາກ. ມີປະມານ 3 ແສນຄົນຖືກພະຍາດກ່ຽວກັບແກ້ວຕາ ຊຶ່ງບໍ່ມີແກ້ວຕາທົດແທນ. ດັ່ງນັ້ນ, ເລື່ອງບັນດາຜູ້ຄົນສະໝັກໃຈບໍລິຈາກອະໄວຍະວະພາຍຫຼັງເສຍຊີວິດນັ້ນ ແມ່ນການກະທຳທີ່ມີຄວາມໝາຍອັນສູງສົ່ງ ຄວນທະວີຄູນອອກສູ່ວົງກ້ວາງ. ປະຈຸບັນ ມີ 2 ທີ່ຢູ່ໄດ້ຮັບອະນຸຍາດຂຶ້ນທະບຽນ ແລະ ຈຳໜ່າຍບັດ ບໍລິຈາກອະໄວຍະວະຢູ່ຫວຽດນາມ ເພື່ອຕອບສະໜອງຄວາມຫວັງຢາກ ບໍລິຈາກອະໄວຍະວະເພື່ອກອບກູ້ເອົາຊີວິດມະນຸດພາຍຫຼັງເສຍຊີວິດ, ນັ້ນແມ່ນ: ຫົວໜ່ວຍປະສານງານຕັດຕໍ່ອະໄວຍະວະໃນຮ່າງກາຍຂອງມະນຸດທີ່ໂຮງໝໍເຈິໄຮ້, ນະຄອນໂຮ່ຈິມິນ ແລະ ສູນປະສານງານແຫ່ງຊາດກ່ຽວກັບການຕັດຕໍ່ອະໄວຍະວະໃນຮ່າງກາຍຂອງມະນຸດ ຕັ້ງຢູ່ໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ