ຊີວິດການເປັນຢູ່ຂອງເດັກກຳພ້າຍ້ອນໂຄວິດ -19 ຢູ່ ນະຄອນ ໂຮ່ຈີມິນ

(VOVWORLD) -ພາຍຫລັງຜ່ອນຜັນການແຍກຫ່າງສັງຄົມ, ນະຄອນ ໂຮ່ຈີມິນ ພວມດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ -19 ຢ່າງປອດໄພໃນເທື່ອລະກ້າວ. ປະຊາຊົນ ຢູ່ທີ່ນີ້ ພິເສດ ແມ່ນເດັກກຳພ້າຍ້ອນ ໂລກລະບາດໂຄວິດ -19 ກໍພວມພະຍາຍາມປັບຕົວໃຫ້ແທດເໝາະກັບສະພາບການປະຈຸບັນໃນແຕ່ລະວັນ.

ຊີວິດການເປັນຢູ່ຂອງເດັກກຳພ້າຍ້ອນໂຄວິດ -19 ຢູ່ ນະຄອນ ໂຮ່ຈີມິນ - ảnh 1 ນ້ອງ ເກແອງ ພວມດຳລົງຊີວິດກັບຄອບຄົວປ້າ ຈ່າວ

ເກືອບ 2 ເດືອນຜ່ານມາ, ຄອບຄົວຂອງປ້າ ໂຮ່ທິຈ່າວ ຢູ່ ເມືອງ 1  ນະຄອນ ໂຮ່ຈີມິນ ມີຄວາມຊິນເຄີຍກັບເລື່ອງ ມີສະມາຊິກຕື່ມອີກຄົນຫນຶ່ງ ນັ້ນແມ່ນ ນ້ອງ ຫງວຽນມົກເກແອງ ອາຍຸ 9 ປີ ແມ່ນລູກຂອງຜູ້ມາເຊົ່າເຮືອນຢູ່ໃກ້ກັບເຮືອນຂອງປ້າ ຈ່າວ. ແມ່ຂອງນ້ອງໂຊກບໍ່ດີໄດ້ເສຍຊີວິດຍ້ອນ ໂລກລະບາດໂຄວິດ -19 ເມື່ອເດືອນສິງຫາຜ່ານມາ. ພໍ່ໄປສ້າງຄອບຄົວໃຫມ່, ພໍ່ເຖົ້າແມ່ເຖົ້າຢູ່ໄກ ສະນັ້ນ ແຕ່ຄາວຍັງນ້ອຍ ເກແອງ ຍາມໃດກໍຖືປ້າຈ່າວຄືດັ່ງແມ່ເຖົ້າຂອງຕົນ. ນ້ອງເຄີຍໄດ້ຮັບການເບິ່ງແຍງດູແລເມື່ອແມ່ໄປງານ.

ເມື່ອແມ່ເສຍຊີວິດ, ຍ້ອນບໍ່ມີຍາດຕິພີ່ນ້ອງຢູ່ໃກ້ ສະນັ້ນ ປ້າຈ່າວ ໄດ້ພານ້ອງມາຢູ່ເຮືອນຂອງຕົນ, ລໍຖ້າຍາດຕິພີ່ນ້ອງມາຮັບ ແຕ່ເຂົາເຈົ້າລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກ ຍາກທີ່ເຮັດໃຫ້ນ້ອງ ເກແອງ ມີຊີວິດດີກວ່າ. ສະນັ້ນ ນ້ອງກໍ່ຢາກຢູ່ນຳປ້າຈ່າວ ແລະ ຄວາມມຸ່ງມາດປາດຖະຫນາຂອງນ້ອງລ້ວນແຕ່ໄດ້ຮັບຄວາມເຫັນດີຈາກຍາດຕິພີ່ນ້ອງ.                          

ແມ່ເສຍຊີວິດ ແຕ່ໄດ້ຮັບການເບິ່ງແຍງດູແລ ຊ່ວຍເຫລືອຂອງຄອບຄົວ ປ້າຈ່າວ ແລະ ຜູ້ໃຈບຸນໃຈກຸສົນຫລາຍຄົນ, ສະນັ້ນ ນ້ອງເກແອງ ຈຶ່ງເປີດອົກເປີດໃຈເທື່ອລະນ້ອຍ, ຮູ້ຈັກຊ່ວຍວຽກບາງຢ່າງໃນຄອບຄົວ. ເກແອງ ເລົ່າສູ່ຟັງວ່າ: ບໍ່ພຽງແຕ່ພວກອາລຸງຢູ່ໃກ້ບ້ານມາຊ່ວຍນ້ອງ ຫາກຄູອາຈານ, ພໍ່ແມ່ຂອງໝູ່ເພື່ອນໃນຫ້ອງຮຽນກໍ່ມາໃຫ້ກຳລັງໃຈ ຊ່ວຍເຫລືອນ້ອງຫລາຍຢ່າງອີກດ້ວຍ.

ສ່ວນນ້ອງ ເຈີນທິງອກຖາວ, ອາຍຸ 13 ປີ ໂດຍແມ່ນລູກລ້ຽງຂອງຜົວເມຍ ເອື້ອຍ ຫງວຽນທິເຫ້ວ ຢູ່ ເມືອງ ບີ່ງແທ້ງ.  ກ່ອນນີ້ 2 ເດືອນ, ຜົວເອື້ອຍ ເຫ້ວ ໄດ້ເສຍຊີວິດຍ້ອນ ໂລກລະບາດໂຄວິດ -19. ສະນັ້ນ ບັນຫາເສດຖະກິດຂອງຄອບຄົວເອື້ອຍຕ້ອງແບກຫາບ  ໃນຂະນະນັ້ນ ອາຊີບແມ່ບ້ານ ປະຈຸບັນພວມຖືກຕັດຕອນຍ້ອນໂລກລະບາດ. ເອື້ອຍເຫ້ວ ແບ່ງປັນວ່າ ບໍ່ຄິດວ່າ ເຖິງວ່າຈະເປັຮລູກຄິງ ຫລື ລູກລ້ຽງ, ເອື້ອຍກໍ່ຕ້ອງມີຄວາມຮັບຜິດຊອບເບິ່ງແຍງ, ລ້ຽງດູໃຫ້ເຂົາເຈົ້າເຕີບໃຫຍ່.

      “ເດືອນຫນຶ່ງ ຂ້າພະເຈົ້າເຮັດວຽກປະມານ 13 ມື້, ເຄິ່ງເດືອນຍັງເຫລືອ ແມ່ນພັກງານບໍ່ໄດ້ຮັບເງິນເດືອນ. ຫຍຸ້ງຍາກຫລາຍ ແຕ່ຕົນເອງຕ້ອງພະຍາຍາມຜ່ານຜ່າ”

ດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກຂອງຜູ້ເປັນແມ່ ສະນັ້ນ ນ້ອງເຈີນທິງອກຖາວ ຈຶ່ງມີຄວາມດຸໝັ່ນຂະຫຍັນພຽນໃນການຮ່ຳຮຽນ ເມື່ອເຕີບໃຫຍ່ຂຶ້ນສາມາດຈຶ່ງສາມາດເບິ່ງແຍງຄອບຄົວ ແລະ ຕົນເອງໄດ້.

ຊີວິດການເປັນຢູ່ຂອງເດັກກຳພ້າຍ້ອນໂຄວິດ -19 ຢູ່ ນະຄອນ ໂຮ່ຈີມິນ - ảnh 2ນ້ອງ ເຈີນທິງອກຖາວ ພວມຮຽນຢູ່ບ້ານ ເມື່ອຜູ້ເປັນແມ່ໄປເຮັດວຽກ

        ເອື້ອຍ ເຈີນທິກີມທູ ອາຍຸ 48 ປີ ຢູ່ ເມືອງ 4 ຕ້ອງແບກຫາບວຽກງານແທນໃຫ້ຜູ້ເປັນຜົວທີ່ຖືກເສຍຊີວິດຍ້ອນ ໂລກລະບາດໂຄວິດ -19 ເພື່ອລ້ຽງດູລູກ 3 ຄົນພວມຢູ່ໃນເກນອາຍຸໄປໂຮງຮຽນ. ຄອບຄົວເອື້ອຍ ທູ ໄດ້ຮັບບ້ວງເງິນຫນູນຊ່ວຍຄ່າຮຽນ ແລະ ຄ່າກິນຢູ່. ນອກນັ້ນ ມີຫລາຍອົງການ, ຫົວຫນ່ວຍ, ສ່ວນບຸກຄົນ ສະເຫນີຫນູນຊ່ວຍພວກນ້ອງກຳພ້າດ້ວຍຈຳນວນເງິນ 1-3 ລ້ານດົ່ງ/ຄົນ/ເດືອນ. ໄລຍະປົກປ້ອງແມ່ນ 1-15 ປີ.  ສຳລັບພວກນ້ອງຢາກຮຽນອາຊີບ, ບັນດາໂຮງຮຽນອາຊີວະຊັ້ນກາງ ໂດຍພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນະຄອນ ຄຸ້ມຄອງນັ້ນ ພ້ອມແລ້ວທີ່ຈະຮັບເອົາ ແລະ ຍົກເວັ້ນຄ່າຮຽນໃຫ້ພວກນ້ອງໝົດທຸກຄົນ.

ນອກນັ້ນ ບັນດາສູນແນະນຳວຽກເຮັດງານທຳ ຂຶ້ນກັບພະແນກ ກໍ່ເປັນເຈົ້າການສົມທົບກັນ, ຊອກຫາວຽກງານໃຫ້ພວກນ້ອງພາຍຫລັງສຳເລັດການຮຽນ. ທ່ານນາງ ໂຕທິບິກເຈົາ, ປະທານ ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ພວກຫລານທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ ຈະໄດ້ຮັບການເບິ່ງແຍງດູແລຢ່າງຄົບຊຸດ, ທັງຕາມແຜນນະໂຍບາຍລວມ ທັງໄດ້ຮັບຄວາມເອົາໃຈໃສ່ຈາກທົ່ວສັງຄົມ, ຮັບປະກັນຄວາມຍຸຕິທຳໃຫ້ພວກຫລານ”

ລກລະບາດໂຄວິດ -19 ເກີດຂຶ້ນຮອບທີ 4 ຢູ່ ນະຄອນ ໂຮ່ຈີມິນ ໄດ້ເຮັດໃຫ້ເດັກນ້ອຍ ກວ່າ 1.500 ຄົນ ເປັນເດັກກຳພ້າ. ຄວາມເສຍຫາຍ, ເຈັບປວດດ້ານຈິດໃຈ ບໍ່ສາມາດທົດແທນ     ໄດ້ ແຕ່ດ້ວຍການຊ່ວຍເຫລືອຂອງວົງຄະນາຍາດ, ພວກນ້ອງ ພວມຄ່ອຍໆກັບຄືນສູ່ຊີວິດເປັນປົກກະຕິ, ຜ່ານຜ່າຄວາມຫຍຸ້ງຍາກ, ມຸ່ງໄປເຖິງ ອະນາຄົດອັນສົດໃສກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ