ຊາວເຜົ່າ ບານາ ຢູ່ແຂວງ ຢາລາຍ ປູກກາເຟຕາມມາດຕະຖານສົ່ງອອກ

(VOVWORLD) - ການຜະລິດກາເຟຕາມໃບຢັ້ງຢືນ, ມາດຕະຖານທົ່ວໂລກ ພວມແມ່ນທ່າອ່ຽງຂອງພື້ນຖານການຜະລິດແບບຍືນຍົງ ເພື່ອມຸ່ງໄປເຖິງຕະຫລາດໃຫຍ່, ຮັບປະກັນຄຸນຄ່າຜະລິດຕະພັນ, ຍົກສູງອິດທິພົນຊື່ສຽງຂອງກາເຟ ຫວຽດນາມ. 

ດັກດວາ ແມ່ນໜຶ່ງໃນບັນດາເຂດວັດຖຸດິບກາເຟພື້ນເມືອງຂອງແຂວງ ຢາລາຍ. ໃນຊຸມປີມໍ່ໆມານີ້, ຍ້ອນການປັບຕົວໄວຕໍ່ທ່າອ່ຽງຂອງຕະຫລາດ ແລະ ມີການຮ່ວມສຳພັນຢ່າງແໜ້ນແຟ້ນກັບວິສາຫະກິດສົ່ງອອກກາເຟ, ສະນັ້ນ, ປະຊາຊົນຢູ່ນີ້ ພວມຄ່ອຍໆປ່ຽນແປງວິທີການຜະລິດກາເຟພື້ນເມືອງ ໄປສູ່ການຜະລິດກາເຟຕາມມາດຕະຖານທົ່ວໂລກ, ຮັບໃຊ້ການສົ່ງອອກ, ຮັກສາສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ.

ພວມເກັບກູ້ກາເຟໃນສວນທີ່ມີເນື້ອທີ່ 1 ເຮັກຕາ, ອ້າຍ ຊີໂມນ, ຢູ່ບ້ານ ດໍ 2, ເມືອງ ດັກດວາ, ແຂວງ ຢາລາຍ, ໃຫ້ຮູ້ວ່າ ເຖິງວ່າລະດູນີ້ ລາຄາ ກາເຟສົດໃນທ້ອງຕະຫລາດ ມີລາຄາບໍ່ຮອດ 7000 ດົ່ງ/ກິໂລກຼາມ ກໍ່ຕາມ, ແຕ່ຍ້ອນການປູກຝັງຕາມມາດຕະຖານ UTZ (ມາດຖານທົ່ວໂລກກ່ຽວກັບ ກາເຟ ປອດສານພິດ, ຮັບປະກັນສຸຂະພາບໃຫ້ຜູ້ປູກ ແລະ ຮັກສາສິ່ງແວດລ້ອມໃນການຜະລິດ), ສະນັ້ນ ຄອບຄົວອ້າຍຍັງຈຶ່ງຂາຍໄດ້ໃນລາຄາແມ່ນ 8500 ດົ່ງ/ກິໂລກຼາມ.

ຊາວເຜົ່າ ບານາ ຢູ່ແຂວງ ຢາລາຍ ປູກກາເຟຕາມມາດຕະຖານສົ່ງອອກ - ảnh 1ອ້າຍ ຊີໂມນ ພວມເກັບກູ້ກາເຟໃນສວນທີ່ມີເນື້ອທີ່ 1 ເຮັກຕາ

ອ້າຍ ຊີໂມນ ໃຫ້ຮູ້ວ່າ: ລາວ ແລະ ບັນດາຄອບຄົວຢູ່ບ້ານ ດໍ 2 ໄດ້ເຂົ້າເປັນສະມາຊິກສະຫະກອນກະສິກຳ ແລະ ການບໍລິການ ລາມແອງ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນຜະລິດກາເຟຕາມມາດຕະຖານ UTZ ໃນປີ 2018 – 2019. ຕາມນັ້ນແລ້ວ, ຂັ້ນຕອນການຜະລິດໄດ້ປ່ຽນແປງ ຕາມທິດປອດສານພິດ. ບໍ່ນຳໃຊ້ຢາຂ້າຫຍ້າ ແລະ ສັດຕູພືດຢ່າງເດັດຂາດ, ເພີ່ມປະລິມານຝຸ່ນອົງຄະທາດ ແລະ ຢາຊີວະພາບໃນການປ້ອງກັນພະຍາດທຳລາຍ, ອ້າຍ ຊີໂມນ ໃຫ້ຮູ້ວ່າ:

ກ່ອນນີ້ ດິນປູກກາເຟແຂງ, ບໍ່ມີທາດສົມບູນ, ແຕ່ປະຈຸບັນ ໄດ້ປັບປຸງແລ້ວ, ດິນຄ່ອຍໆສົມບູນຂຶ້ນ. ໃຕ້ດິນມີເຊື້ອຈຸນລິນຊີ. ຕົ້ນກາເຟຂະຫຍາຍຕົວດີ, ມີສະມັດຕະພາບເປັນປົກກະຕິ, ໄດ້ຮັບຜົນເກັບກ່ຽວຫລາຍກ່ວາເກົ່າ.

ພວມປູກກາເຟຕາມມາດຕະຖານ UTZ ໃນເນື້ອທີ່ດິນ 1,5 ເຮັກຕານັບແຕ່ປີ 2018 ມາຮອດປະຈຸບັນ, ອ້າຍ ຊວນ, ຢູ່ບ້ານ ກຼອຍເວ, ເມືອງ ດັກດວາ, ໃຫ້ຮູ້ວ່າ: ເມື່ອຫາກໍ່ເລີ່ມປູກທຳອິດ, ສະມັດຕະພາບຫລຸດລົງຢ່າງແຮງ, ເກັບກູ້ກາເຟ ໄດ້ແຕ່ 1,7 ໂຕນ/ເຮັກຕາ. ແຕ່ລະດູເກັບກູ້ຕໍ່ໄປ, ສະມັດຕະພາບຄ່ອຍໆເພີ່ມຂຶ້ນ. ປີນີ້, ຄາດວ່າ ຈະເກັບກູ້ໄດ້ 5 ໂຕນ/ເຮັກຕາ. ຕາມອ້າຍ ຊວນ ແລ້ວ, ການປູກກາເຟ ຕາມມາດຖານ UTZ ຈະຊ່ວຍໃຫ້ກາເຟສະອາດກ່ວາ, ສຸຂະພາບຂອງຜູ້ປູກ ແລະ ສິ່ງແວດລ້ອມຮັບປະກັນກ່ວາ ຍ້ອນຫລຸດຜ່ອນການນຳໃຊ້ທາດເຄມີ ແລະ ທາດພິດ. ນອກນັ້ນ, ວິທີປູກຝັງດັ່ງກ່າວ ກໍ່ຊ່ວຍໃຫ້ສະມັດຕະພາບເປັນປົກກະຕິ, ຄ່າໃຊ້ຈ່າຍຫລຸດລົງ ສະນັ້ນ ຈຶ່ງມີກຳໄລສູງກ່ວາ.

ເມື່ອກາເຟຮອດລະດູເກັບກູ້, ຂ້າພະເຈົ້າຈະເກັບເອົາໝາກສຸກໄປຂາຍ, ສ່ວນທີ່ຍັງເຫຼືອນັ້ນ ຈະຂາຍຕາມລາຄາທົ່ວໄປ. ເພາະວ່າ ຂ້າພະເຈົ້າໄດ້ໃສ່ຝຸ່ນ, ສີດຢາຖືກເຕັກນິກ, ແນ່ນອນວ່າ ສະມັດຕະພາບຂອງກາເຟຈະສູງກ່ວາ. ປະຈຸບັນ, ຂ້າພະເຈົ້າພວມໂຄສະນາໃຫ້ພໍ່ແມ່ປະຊາຊົນໃນບ້ານ ເຂົ້າຮ່ວມການປູກກາເຟຕາມມາດຕະຖານ UTZ ເພື່ອຜະລິດແບບຍືນຍົງ, ປອດໄພ, ປະຢັດຄ່າໃຊ້ຈ່າຍ ແລະ ເພີ່ມສະມັດຕະພາບ. ຖ້າພໍ່ແມ່ປະຊາຊົນເຂົ້າຮ່ວມ ແລະ ປະຕິບັດຖືກຕາມຂັ້ນຕອນຂອງ UTZ ແລ້ວ ລາຄາຂາຍກາເຟຈະໄດ້ດີກ່ວາ.

ທ່ານ ເລຫຶວແອງ, ຫົວໜ້າສະຫະກອນກະສິກຳ ແລະ ການບໍລິການລາມແອງ ໃຫ້ຮູ້ວ່າ ສະຫະກອນມີ 19 ສະມາຊິກເຂົ້າຮ່ວມ ແລະ 31 ຄອບຄົວຮ່ວມສຳພັນ, ດ້ວຍເນື້ອທີ່ປູກກາເຟທັງໝົດ 70 ເຮັກຕາ. ທັງໝົດນີ້ແມ່ນ ໄດ້ປູກຕາມຂັ້ນຕອນຂອງມາດຕະຖານ UTZ. ໃນນັ້ນ, 70% ສະມາຊິກຂອງສະຫະກອນແມ່ນຊາວ ບານາ ຢູ່ 3 ຕາແສງ ກຼາ, ອີອາເດີກ ແລະ ຈາງ ຂອງເມືອງ ດັກດວາ. ຄາດວ່າ ໃນລະດູເກັບກູ້ນີ້ ປະລິມານການຜະລິດກາເຟຕາມມາດຕະຖານ UTZ ຂອງສະຫະກອນ ຈະບັນລຸປະມານ 200 ໂຕນ. ສະນັ້ນ, ສະຫະກອນໄດ້ຂາຍກາເຟໃຫ້ວິສາຫະກິດສົ່ງອອກກາເຟໄປຍັງຕະຫລາດຕ່າງປະເທດ ດ້ວຍລາຄາປົກກະຕິ. ທ່ານ ເລຫຶວແອງ ໃຫ້ຮູ້ຕືຶ່ມອີກວ່າ:

ພໍ່ແມ່ປະຊາຊົນສະໜັບໜູນຫລາຍ ແລະ ເຂົ້າຮ່ວມຢ່າງຫ້າວຫັນ. ເປົ້າໝາຍຂອງພວກຂ້າພະເຈົ້າແມ່ນຜະລິດອອກເມັດກາເຟທີ່ປອດສານພິດ, ມີຄຸນນະພາບ ເພື່ອຍົກສູງຄຸນຄ່າສົ້ນອອກ. ໄປຄຽງຄູ່ກັນນັ້ນ ສະຫະກອນໄດ້ຜັນຂະຫຍາຍຜະລິດຕະພັນກາເຟທີ່ມີເຄື່ອງໝາຍການຄ້າ Slar Land coffee, ສະມາຊິກຂອງສະຫະກອນມີຄວາມສຸດອົກສຸດໃຈເພື່ອເລືອກເອົາເມັດກາເຟທີ່ມີຄຸນນະພາບສູງທີ່ສຸດ, ໃນເບື້ອງຕົ້ນ ຜະລິດຕະພັນໄດ້ຮັບການຮັບຮູ້ຈາກທ້ອງຕະຫລາດ, ສົ້ນອອກນັບມື້ນັບເພີ່ມຂຶ້ນ.

ຊາວເຜົ່າ ບານາ ຢູ່ແຂວງ ຢາລາຍ ປູກກາເຟຕາມມາດຕະຖານສົ່ງອອກ - ảnh 2ຄາດວ່າ ໃນລະດູເກັບກູ້ນີ້ ປະລິມານການຜະລິດກາເຟຕາມມາດຕະຖານ UTZ ຂອງສະຫະກອນ ຈະບັນລຸປະມານ 200 ໂຕນ

ທ່ານ ບຸຍກວາງທ້ວາຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ກຼາ, ເມືອງ ດັກດວາ, ໃຫ້ຮູ້ວ່າ: ຍ້ອນປູກຖືກຕາມຂັ້ນຕອນ, ສະນັ້ນ ຜະລິດຕະພັນກາເຟຂອງສະຫະກອນ ຈຶ່ງມີການກຳນົດຕົ້ນກຳເນີດ, ສະຖານທີ່ປູກຢ່າງຈະແຈ້ງ. ສິ່ງສຳຄັນທີ່ສຸດ ແມ່ນປະຊາຊົນທ້ອງຖິ່ນພວມຄ່ອຍໆປ່ຽນແປງວິທີການປູກຝັງກາເຟແບບພື້ນເມືອງທີ່ເອົາໃຈໃສ່ປູກເປັນກະເສດສຸມ, ນຳໃຊ້ຢາຂ້າຫຍ້າ ແລະ ສັດຕູພືດ, ຝຸ່ນເຄມີຕາມປະສົບການໄປສູ່ການປູກຝັງຕາມທິດປອດສານພິດ, ຍືນຍົງ, ຮັບປະກັນການເຄື່ອນໄຫວສົ່ງອອກ. ທ່ານ ບຸຍກວາງທ້ວາຍ ໃຫ້ຮູ້ວ່າ:

ການໝູນໃຊ້ມາດຕະຖານໃນເບື້ອງຕົ້ນໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນ ຮູ້ຈັກວິທີການປູກຝັງທີ່ນຳໃຊ້ຢາຂ້າຫຍ້າ ແລະ ສັດຕູພືດຖືກຕາມໄລຍະເວລາ, ບໍ່ນຳໃຊ້ປະເພດທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ, ເພີ່ມຄຸນຄ່າຜະລິດຕະພັນ, ຜະລິດອອກເມັດກາເຟທີ່ສະອາດ, ຮັບປະກັນໄດ້ມາດຕະຖານ.

ການຜະລິດກາເຟຕາມໃບຢັ້ງຢືນ, ມາດຕະຖານທົ່ວໂລກ ພວມແມ່ນທ່າອ່ຽງຂອງພື້ນຖານການຜະລິດແບບຍືນຍົງ ເພື່ອມຸ່ງໄປເຖິງຕະຫລາດໃຫຍ່, ຮັບປະກັນຄຸນຄ່າຜະລິດຕະພັນ, ຍົກສູງອິດທິພົນຊື່ສຽງຂອງກາເຟ ຫວຽດນາມ. ພ້ອມທັງຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວເຜົ່າບານາ ປ່ຽນແປງວິທີການປູກຝັງ, ຍົກສູງລາຍຮັບ, ພັດທະນາຊີວິດການເປັນຢູ່./.

ຕອບກັບ

ຂ່າວ/ບົດ​ອື່ນ