ນັກສຶກສາ ນຳໃຊ້ ເຕັກໂນໂລຊີຫນູນຊ່ວຍຊາວກະສິກອນເຮັດກະສິກຳສີຂຽວ

(VOVWORLD) -ກຸ່ມເພື່ອນຫນຸ່ມ ພວມຮ່ຳຮຽນຢູ່ ມະຫາວິທະຍາໄລອຸດສາຫະກຳ ນະຄອນ ໂຮ່ຈິມີນ ມີຄວາມເມົາມົວກັບວິທະຍາດເຕັກໂນໂລຊີ ຫາກໍ່ເປີດຕົວໂຄງການ ມາດຕະການເພື່ອພື້ນຖານກະສິກຳສີຂຽວ”(ECO-HOUSE). ໂຄງການນີ້ເພື່ອແນໃສ່ຊ່ວຍຊາວກະສິກອນ ສາມາດໝູນໃຊ້ເຕັກໂນໂລຊີໃນກະສິກຳ. ນີ້ແມ່ນໂຄງການທີ່ຍາດໄດ້ລາງວັນທີຫນຶ່ງຂອງກຸ່ມນັກສຶກສາໃນການແຂ່ງຂັນ ນັກຮຽນ, ນັກສຶກສາ ກັບແນວຄວາມຄິດ Startup ຄັ້ງທີ V ໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຈັດຕັ້ງ (ເດືອນ ພະຈິກ ປີ 2022 - ເດືອນມິນາປີ 2023)”.

ນັກສຶກສາ ນຳໃຊ້ ເຕັກໂນໂລຊີຫນູນຊ່ວຍຊາວກະສິກອນເຮັດກະສິກຳສີຂຽວ - ảnh 1ຮູບຈຳລອງໂຄງການ ECO HOUSE. ພາບ: NVCC

ໂຄງການ ECO-HOUSE ໂດຍແມ່ນນັກສຶກສາ 3 ຄົນຄື: ໂຮ່ແທງຮູຍ (ຮຽນປີທີ 4 ພະແນກເຕັກໂນໂລຊີເອເລັກໂຕນິກ), ເລຮ່ວາງມິງເຈົາ (ຮຽນປີທີ 4 ພະແນກການຄ້າ - ການທ່ອງທ່ຽວ) ແລະ ເຈີນທິເຈີມ (ຮຽນປີທີ 3 ພະແນກການຄ້າ - ການທ່ອງທ່ຽວ) ຂອງມະຫາວິທະຍາໄລອຸດສາຫະກຳນະຄອນ ໂຮ່ຈີມິນ ປະຕິບັດ ພາຍໃຕ້ການແນະນຳຂອງ ທ່ານ ປະລິນຍາໂທ ທາຍຢູຍຕຸ່ງ ຄູສອນພະແນກການເງິນທະນາຄານ.

          ຜະລິດຕະພັນຂອງໂຄງການ ແມ່ນອຸປະກອນນ້ອຍ ຕັ້ງຢູ່ໃນເຮືອນສວນ, ເຄື່ອນໄຫວໂດຍອີງໃສ່ເຕັກໂນໂລຊີໃຫມ່ IoT (- Internet of things) ອຸປະກອນນີ້ ຈະບັນທຶກການປູກຝັງ ໂດຍສົມທົບກັບຊອບແວບັນຊາແບບທາງໄກຜ່ານ smartphone, ໃນນັ້ນ ບັນທຶກການຄວບຄຸມບັນດາດັດຊະນີສຳຄັນ.

ຈາກນັ້ນ ລະບົບຈະຮູ້ໄດ້ເຖິງບັນຫາຜິດປົກກະຕິ ແລະ ເປັນເຈົ້າການເພື່ອເຕືອນໃຫ້ຊາວກະສິກອນແກ້ໄຂຢ່າງທັນການເພື່ອຫລຸດຜ່ອນຄວາມສ່ຽງໃຫ້ແກ່ຊາວກະສິກອນ, ທັງຍົກສູງສະມັດຕະພາບ ແລະ ປະຢັດໄຟຟ້າ, ນ້ຳ... ພ້ອມທັງສະເຫນີບັນດາມາດຕະການຊ່ວຍແກ້ໄຂບັນດາປັດໄຈກ່ຽວກັບການຫົດນ້ຳຢ່າງປະຢັດ, ຕິດຕາມຄຸນນະພາບຂອງດິນ ຫລື ມາດຕະການຮອບດ້ານ. ເພື່ອນ ໂຮ່ແທງຮູຍ, ຫົວຫນ້າກຸ່ມໂຄງການ ECO-HOUSE ໃຫ້ຮູ້ວ່າ: ຜະລິດຕະພັນ ຈາກໂຄງການ ແມ່ນນຳໃຊ້ງ່າຍສຳລັບທຸກຄົນ.

         ພວກນ້ອງໄດ້ກຳເນີດ ແລະ ເຕີບໃຫຍ່ ຢູ່ທາງທິດຕາເວັນຕົກພາກໃຕ້. ເຖິງວ່າ  ບໍ່ໄດ້ເຮັດນາກໍຕາມ ແຕ່ພວກນ້ອງເຂົ້າໃຈໄດ້ເຖິງຄວາມຫຍຸ້ງຍາກ, ລຳບາກຂອງຊາວກະສິກອນ ແລະ ກໍ່ຮູ້ຈັກເຖິງວິທີເຮັດກະສິກຳຄືແນວໃດ. ສະນັ້ນ ພວກນ້ອງຈຶ່ງປະດິດຄິດສ້າງໂຄງການນີ້ເພື່ອເປັນປະໂຫຍດໃຫ້ປະຊາຊົນຢູ່ບ້ານເກີດເມືອງນອນຂອງຕົນໃນການເຮັດນາ.

ຈຸດເດັ່ນຂອງໂຄງການ ນັ້ນແມ່ນ ກຸ່ມນັກສຶກສານີ້ ໄດ້ສຳຜັດກັບສະພາບຕົວຈິງເພື່ອທົດລອງຮູບແບບໃນແຕ່ລະເຂດດິນ, ຊອກຮູ້ຄວາມຕ້ອງການ, ປະເພນີການປູກຝັງຂອງປະຊາຊົນ.

ໂຄງການພວມໄດ້ທົດລອງຢູ່ບາງເຂດສວນປູກຕົ້ນທຸລຽນ, ໝາກກ້ຽງ... ຢູ່ ແຂວງ ຕຽນຢາງ, ເບນແຈ ແລະ ສວນດອກໄມ້ ຢູ່ ຫວູງເຕົາ. ທ່ານ ປະລິນຍາໂທ ທາຍຢູຍຕຸ່ງ, ຄູຜູ້ແນະນຳການປະຕິບັດໂຄງການດັ່ງກ່າວໃຫ້ຮູ້ວ່າ:

 “ປະຈຸບັນ ກຸ່ມມີການພົວພັນກັບບັນດາຟາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອະນາຄົດ ໂຄງການຂອງກຸ່ມນັກສຶກສານີ້ ຈະໄດ້ຮັບການຕ້ອນຮັບຂອງຕະຫລາດ ແລະ ຄວາມນິຍົມນຳໃຊ້ຈາກປະຊາຊົນຫລາຍຂຶ້ນ.

ນັກສຶກສາ ນຳໃຊ້ ເຕັກໂນໂລຊີຫນູນຊ່ວຍຊາວກະສິກອນເຮັດກະສິກຳສີຂຽວ - ảnh 2ກຸ່ມນັກສຶກສາ 3 ຄົນສ້າງໂຄງການ ECO HOUSE . ພາບ:NVCC

ຈາກຜົນສຳເລັດໃນເບື້ອງຕົ້ນ, ກຸ່ມນັກສຶກສາຢູ່ມະຫາວິທະຍາໄລອຸດສາຫະກຳ ນະຄອນ ໂຮ່ຈີມິນ ຄາດວ່າຈະກ້າວໄປເຖິງການອອກແບບ ແລະ ສະຫນອງມາດຕະການຈາກ… ຊີວະສາດ. ກຸ່ມນັກສຶກສານີ້ ມີຄວາມປາດຖະຫນາຢາກຍົກສູງຄຸນຄ່າຜະລິດຕະພັນກະເສດຂອງຫວຽດນາມ, ເປີດເຜີຍດັດຊະນີຂັ້ນຕອນປູກຝັງເພື່ອໃຫ້ຜູ້ຊື້ສິນຄ້າຮູ້ຈັກເຖິງຜະລິດຕະພັນນັ້ນແມ່ນປູກຢູ່ໃສ, ຄຸນນະພາບຂອງທີ່ດິນຄືແນວໃດ, ມີທາດເຄມີຫລືບໍ່. ທ່ານ ປອ ຫງວຽນກວັກເກື່ອງ, ຮອງຫົວຫນ້າພະແນກການຄ້າ - ການທ່ອງທ່ຽວ ຂອງມະຫາວິທະຍາໄລອຸດສາຫະກຳ ນະຄອນໂຮ່ຈີມິນ ຕີລາຄາວ່າ ນີ້ແມ່ນຫົວເລື່ອງທີ່ດີ ເພື່ອຊ່ວຍຊາວກະສິກອນມີການປູກຝັງດີກວ່າໃນບ້ານເກີດເມືອງນອນຂອງຕົນ ພ້ອມທັງປົກປັກຮັກສາສິ່ງແວດລ້ອມ.

 “ສຳລັບພະແນກ, ພວກຂ້າພະເຈົ້າຈະໃຫ້ຄຳປຶກສາກ່ຽວກັບດ້ານວິຊາສະເພາະ ເພື່ອໃຫ້ບັນດານັກສຶກສາສືບຕໍ່ຜັນຂະຫຍາຍໂຄງການນີ້. ຈາກນັ້ນ ກໍ່ຈະກາຍເປັນວິສາຫະກິດ spin-off (ຮູບແບບວິສາຫະກິດ Stard up ຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລ) ນຳມາເຊິ່ງຄຸນຄ່າທີ່ແທ້ຈິງໃຫ້ປະຊາຄົມ, ພິເສດ ແມ່ນປະຊາຄົມພັດທະນາກະສິກຳ ຕາມທິດເຕັກນິກສູງ.

ສຳ ລັບ ECO-HOUSE, ຊາວກະສິກອນ ມີກາລະໂອກາດຫັນປ່ຽນຈາກການປູກຝັງທຳມະດາ ມາປູກຝັງແບບອັດສະລິຍະໂດຍອີງໃສ່ເຕັກໂນໂລຊີໃຫມ່ ເໝາະສົມກັບສະພາບການເງິນຂອງແຕ່ລະເຮືອນສວນ, ໄດ້ຮັບການເຊື່ອມຕໍ່ກັບບັນດານັກວິສາວະກອນກະສິກຳ ຈາກນັ້ນ ກໍ່ຍົກສູງຄຸນນະພາບຜະລິດຕະພັນ.

ຕອບກັບ

ຂ່າວ/ບົດ​ອື່ນ