ນຳແສງສະຫວ່າງທາງພູມປັນຍາໃຫ້ແກ່ຄົນພິການຕາ

ເລີ່ມ​ແຕ່​ເດືອນ 3 ປີນີ້, ກອງ​ທຶນ​ກຸ​ສົນ “ປຶ້​ມ​ສຽງ” ທີ່​ສະ​ຫງວນ​ໃຫ້​ຄົນ​ພິ​ການຕາ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ Microsoft ຫວຽດ​ນາມປະ​ຕິ​ບັດ​ໂຄງ​ການ “ ສອນ​ຄອມ​ພິວ​ເຕີ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ພິ​ການຕາທີ່​ທຸກ​ຍາກ ” ໃນ​ບໍ​ລິ​ເວນ​ນະ​ຄອນ. ນີ້​ແມ່ນ​ຊຸດ​ຮຽນຄອມ​ພິວ​ເຕີທຳ​ອິດ​ໃຫ້​ແກ່​ຄົນ​ພິ​ການ​​ຕາຖືກ​ຈັດ​ຂຶ້ນ​ໂດຍ​ມີ​ການ​ໜູນ​ຊ່ວຍ​ຊອບ​ແວ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ. ເຂົ້າ​ຮ່ວມ​ຊຸດ​ຮຽນ, ​ບັນ​ດາຄົນ​ພິ​ການຕາທີ່​ມີສະ​ພາບ​ຫຍຸ້ງ​ຍາກ​ ໄດ້​ຮຽນ​ວິ​ທີ​ນຳ​ໃຊ້​ເຄື່ອງຄອມ​ພິວ​ເຕີ ແລະ ​ຊົມ​ໃຊ້​ບັນ​ດາ​ຜົນ​ປະ​ໂຫຍດ​ຈາກ​ເຄື່ອງຄອມ​ພິວ​ເຕີ. 

ນຳແສງສະຫວ່າງທາງພູມປັນຍາໃຫ້ແກ່ຄົນພິການຕາ - ảnh 1
ຄົນ​ພິ​ການ​ໄດ້​ຮັບ​ການ​ແນະ​ນຳ​ວິ​ທີ​ໃຊ້​ເຄື່ອງ​ຄອມ​ພິວ​ເຕີ

          ຊຸດ​ຮຽນ​ຕ່າງໆ​ທີ່​ຂຶ້ນ​ກັບໂຄງ​ການ “ສອນ​ຄອມ​ພິວ​ເຕີ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ພິ​ການຕາທີ່​ທຸກ​ຍາກ ” ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ໝຸດ​ “ປຶ້ມສຽງ” ຢູ່​ຖະ​ໜົນ​ດິງ​ຕຽນ​ຮ່​ວາງ, ເມືອງ 1 ນະ​ຄອນ​ໂຮ່​ຈິ​ມິນ ໃນ​ທຸກໆ​ວັນ​ໃນ​ອາ​ທິດຄື​ແຕ່ວັນ​ຈັນຫາ​ວັນ​ສຸກ. ໃນ​ຊຸດ​ຮຽນ, ຄົນ​ພິ​ການຕາ​ທຸກໆ​ຄົນໄດ້​ຮຽນ​ທັກ​ສະ​ການ​ນຳ​ໃຊ້​ເຄື່ອງຄອມ​ພິວ​ເຕີເພື່ອ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ໄດ້​ເຂົ້າ​ເຖິງ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ. ນອກ​ຈາກ​ການ​ບຳ​ລຸງ​ສ້າງ​ດ້ານ​ທັກ​ສະ​ແລ້ວ, ໂຄງ​ການ​ຍັງ​ເພີ່ມ​ຄວາ​ມສາ​ມາດຊອກ​ຫາ​ວຽກ​ເຮັດ​ງານ​ທຳ, ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ ຄົນ​ພິ​ການຕາ​ໂດຍ​ຜ່ານ​ການ​ແນະ​ນຳ​ວິ​ຊາ​ຊີບ ແລະ ໜູນ​ຊ່ວຍ​ການຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ຮ່ວມ​ອຸ​ປະ​ຖຳ​ພ້ອມ​ກັບບໍ​ລິ​ສັດ Microsoft ຫວຽດ​ນາມ, ບໍ​ລິ​ສັດ​ການ​ຄ້າ-ການ​ບໍ​ລິ​ການ​ເຕີນ​ນາມ​ໂດ​ຈຳ​ກັດ ແລະ ອົງ​ການ ຫວຽດ​ນາມ Foundation ກໍ​ຍັງ​ໜູນ​ຊ່ວຍໂຄງ​ການ​ເປັນ​ເຄື່ອງຄອມ​ພິວ​ເຕີ 30 ເຄື່ອງ​ໃຫ້​ແກ່ ຫໍ​ສະ​ໝຸດ​ “ປຶ້ມສຽງ” ແລະ 77 ເຄື່ອງຄອມ​ພິວ​ເຕີ ບໍ່​ມີ​ໜ້າ​ຈໍສະ​ຫງວນ​ສະ​ເພາະ​ໃຫ້​ແກ່ຄົນ​ພິ​ການຕາ. ຍ້ອນ​ມີ​ບັນ​ດາ​ພາ​ຫະ​ນະ​ທີ່​ທັນ​ສະ​ໄໝ, ຄົນ​ພິ​ການຕາສາ​ມາດ​ສຳ​ພັດ​ກັບ​ສາງ​ຄວາມ​ຮູ້​ຢ່າງ​ສະ​ດວກ​ສະ​ບາຍ. ທ່ານ ຫງວຽນ​ດິງ​ກຽນ ປະ​ທານ​ສະ​ມາ​ຄົມ ຄົນ​ພິ​ການຕາ​ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ :

    “ ການ​ເປີດ​ຊຸດ​ຮຽນ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ ແລະ ຈະ​ປະ​ສົບ​ຜົນ​ສຳ​ເລັດ. ຄົນ​ພິ​ການຕາຈະ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ, ນຳແສງ​ສະ​ຫວ່າງພູມ​ປັນ​ຍາ​ມາ​ໃຫ້​ເຂົາ​ເຈົ້າ​ເພື່ອ​ມູນ​ໃຊ້​ໃນ​ການ​ດຳ​ລົງຊີ​ວິດ, ໃນ​ການ​ຮ່ຳ​ຮຽນ ແລະ ເຮັດ​ວຽກ, ຈາກນັ້ນ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລວມ”

     ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ໂຄງ​ການນີ້ ແມ່ນຫຼັກ​ສູດ​ການ​ສອນ​ໂດຍ​ແມ່ນຄົນ​ພິ​ການຕາຮຽບ​ຮຽງ​ເອງ ໂດຍ​ພາຍ​ໃຕ້​ການ​ໜູນ​ຊ່ວຍ​ຈາກບໍ​ລິ​ສັດ Microsoft ຫວຽດ​ນາມ. ຖັນ​ແຖວ​ຄູ​ສອນ​ລ​ວມ​ມີ 10 ຄົນ ຕ່າງ​ກໍ​ແມ່ນຄົນ​ພິ​ການຕາມີ​ລະ​ດັບ​ວຸດ​ທິ​ການ​ສຶກ​ສາ​ປະ​ລິນ​ຍາ​ຕີ ແລະ ໄດ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ຢູ່ຫໍ​ສະ​ໝຸດ​ “ປຶ້ມສຽງ”. ພາຍຫຼັງ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ເປັນ​ເວ​ລາ 3 ເດືອນ, ບັນ​ດາ​ນັກ​ຮຽນ​ຕ້ອງ​ຜ່ານ​ການ​ສອບ​ເສັງ​ຕີ​ລາ​ຄາຄຸນ​ນະ​ພາບ ແລະ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ການ​ສຶກ​ສາ. ຍອດ​ຄ່າ​ໃຊ້​ຈ່າຍ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ຂຶ້ນ​ເຖິງກວ່າ 68.000 USD. ອ້າຍ​ຄູ່ ໂຕງວຽນ​ເຈົ​າ ຜູ້​ຮັບ​ຜິດ​ຊອບ​ຊຸດ​ຮຽນ​ຄອມ​ພິວ​ເຕີ​ໂດຍບໍ່​ເສຍ​ຄ່າ​ໃຫ້​ຄົນ​ພິ​ການຕາ ທີ່​ທຸກ​ຍາກໃຫ້​ຮູ້​ວ່າ : 

    “ ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ສອນ​ດ້ວຍຫຼັກ​ສູດ​ໂດຍ​ພື້ນ​ຖານ. ແຕ່​ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ນັກ​ຮຽນ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ລະ​ດັບ​ດີ​ທີ່​ສຸດ. ເພື່ອ​ຈາກນັ້ນ, ເຂົາ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ຍົກ​ສູງ​ລະ​ດັບ​ອີກ​ດ້ວຍ ”

     ໃນ​ຊຸດ​ຮຽນ​ນີ້ ກໍ​ມີຫຼາຍ​ສິ່ງ​ພິ​ເສດ, ມີ​ນັກ​ຮຽນ​ພຽງ​ແຕ່ 7 ຫາ 10 ຄົນ​ເທົ່າ​ນັ້ນ​ເພື່ອ​ຮັບ​ປະ​ກັນ​ກ່​ຽວ​ກັບວັນ​ເວ​ລາ ແລະ ການ​ສະ​ໜອງ​ລະ​ດັບ​ຄວາມ​ຮູ້​ຢ່າງ​ດີ​ທີ່​ສຸດ. ເຄື່ອງຄອມ​ພິວ​ເຕີ ກໍ​ບໍ່​ມີ Mouse , ຕ້ອງ​ໃຊ້ Tab  ແລະ ສຳ​ນຽງ​ເວົ້າຕ່າງ​ຫາກ​ທີ່​ສະ​ຫງວ​ນ​ສະ​ເພາະ​ໃຫ້ຄົນ​ພິ​ການຕາ. ການ​ສອນຄອມ​ພິວ​ເຕີໃຫ້​ແກ່ຄົນ​ພິ​ການຕາກໍ​ມີ​ຄວາມ​ຫຍຸ້ງ​ຍາກ, ນັກ​ຮຽນ​ຈຳ​ເປັນ​ຕ້ອງ​ດີດຄອມ​ພິວ​ເຕີໄດ້​ທັງ 10 ນິ້ວ​ມື ແລະ ຕ້ອງ​ຈື່​ແຕ່​ລະ​ທີ່​ຕັ້ງ​ຂອງ​ຕົວ​ໜັງ​ສື ແລະ ວັນ​ນະ​ຍຸດໃນ Keyboard. ທ່ານ​ນາງ ຫງວຽນ​ເຮື້ອງເຢືອງ ຜູ້​ອຳ​ນວຍ​ການຫໍ​ສະ​ໝຸດ​ “ປຶ້ມສຽງ” ສະ​ຫງວນ​ໃຫ້ຄົນ​ພິ​ການຕາຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ :

    “ ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຂອງ​ໂຄງ​ການນີ້, ແມ່ນຊ່ວຍຄົນ​ພິ​ການຕາ​ສຳ​ພັດ​ກັບສາງ​ຄວາມ​ຮູ້​ພູມ​ປັນ​ຍາ, ວັດ​ທະ​ນະ​ທຳ​ຂອງ​ໂລກ. ຄົນ​ພິ​ການຕາກໍ​ເຊັ່ນ​ດຽວ​ກັນ​ກັບ​ຄົນ​ທຳ​ມະ​ດາ, ເມື່ອ​ດຳ​ລົງ​ຊີ​ວິດໃນ​ຍຸກ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ, ແຕ່ບໍ່​ຮູ້​ຈັກ​ນຳ​ໃຊ້​ເຄື່ອງຄອມ​ພິວ​ເຕີ ກໍ​ຈະ​ກາຍ​ເປັນຫຼ້າຫຼັງ. ດັ່ງ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຢາກ​ສ້າງ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ດຳ​ລ​ົງ​ຊີ​ວິດ, ລົບ​ລ້າງ​ຮົ້ວ​ກີດ​ຂວາງນັ້ນ​ໄປ ”

    ເມື່ອ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການນີ້, ຄົນ​ພິ​ການຕາຢູ່​ນະ​ຄອນ​ໂຮ່​ຈິ​ມິນ​ມີ​ໂອ​ກາດ​ຕື່ມ​ອີກ​ເພື່ອ​ນຳ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ມາ​ໃຫ້ ຄົນ​ພິ​ການຕາ, ຊ່ວຍ​ເຂົາ​ເຈົ້າ​ສືບ​ຕໍ່ສູ້​ຊົນໃນ​ຊີ​ວິດເພື່ອ​ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສະ​ຫວ່າງ​ສະ​ໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ