ບັນດາບາດກ້າວຂະຫຍາຍຕົວໃນເຕັກນິກຜ່າຕັດ ປ່ຽນອະໄວຍະວະ ຢູ່ຫວຽດນາມ

(VOVWORLD) -ນັບແຕ່ການຜ່າຕັດປ່ຽນອະໄວຍະວະ ກໍລະນີທຳອິດຖືກປະຕິບັດ ເມື່ອປີ 1992 ມາຮອດປັດຈຸບັນ, ແຕ່ລະປີຂະແໜງຜ່າຕັດປ່ຽນອະໄວຍະວະ ຢູ່ຫວຽດນາມ ໄດ້ສ້າງບັນດາຜົນງານໃໝ່. ພິເສດໃນຊຸມປີມໍ່ໆມານີ້ ຍ້ອນມີການນຳໃຊ້ເຕັກນິກທີ່ທັນສະໄໝ, ຂະແໜງຜ່ານຕັດປ່ຽນອະໄວຍະວະ ຫວຽດນາມ ໄດ້ບັນລຸຄວາມກ້າວໜ້າໃໝ່ ໂດຍນຳໃຊ້ເຕັກນິກທີ່ທັນສະໄໝໃນໂລກ
ບັນດາບາດກ້າວຂະຫຍາຍຕົວໃນເຕັກນິກຜ່າຕັດ ປ່ຽນອະໄວຍະວະ ຢູ່ຫວຽດນາມ - ảnh 1ການຜ່າຕັດປ່ຽນປອດໃຫ້ຄົນເຈັບ 

ປະຫວັດຄວາມເປັນມາ ຂອງຂະແໜງຜ່າຕັດປ່ຽນອະໄວຍະວະຂອງ ຫວຽດນາມ ໄດ້ຖືກຂີດໝາຍດ້ວຍເຫດການຜ່າຕັດ ປ່ຽນໝາກໄຂ່ຫຼັງໃຫ້ແກ່ຄົນເຈັບ ຫວູແມ້ງດວານ ອາຍຸ 40 ປີ ຍ້ອນພະຍາດໝາກໄຂ່ຫຼັງຊຸດໂຊມ ໄລຍະສຸດທ້າຍໃນວັນທີ 14 ມິຖຸນາ ປີ 1992 ຢູ່ໂຮງໝໍ ເສນາຮັກ 103 ຈາກຜູ້ບໍລິຈາກແມ່ນນ້ອງຊາຍຄີງອາຍຸ 28 ປີ. ເຫດການນີ້ໄດ້ເປັນຂີດໝາຍ ບາດກ້າວຂະຫຍາຍຕົວໃໝ່ ຂອງພື້ນຖານການແພດ ຫວຽດນາມ ຊຶ່ງສາມາດກອບກູ້ເອົາຊີວິດໃຫ້ແກ່ຄົນເຈັບ ຖືກໝາກໄຂ່ຫຼັງຊຸດໂຊມ ທີ່ເປັນອັນຕະລາຍຕໍ່ຊີວິດອິນຊີ. ປີ 2004 ເດັກຍິງ ຫງວຽນທິຢຽບ ອາຍຸ 10 ປີ ຢູ່ແຂວງ ນາມດິ້ງ  ໄດ້ກາຍເປັນຄົນເຈັບໄວເດັກຄົນທຳອິດ ໄດ້ຮັບການຜ່າຕັດປ່ຽນຕັບຢູ່ ໂຮງໝໍເສນາຮັກ 103, ຜູ້ບໍລິຈາກຕັບສ່ວນໜຶ່ງແມ່ນພໍ່ຂອງນ້ອງ ອາຍຸ 31 ປີ. ປັດຈຸບັນເດັກສາວໃນຄາວນັ້ນ ໄດ້ກາຍເປັນພະນັກງານເຮັດວຽກໃນຂະແໜງການແພດແລ້ວ, ສ່ວນພໍ່ຂອງລາວກໍ່ຍັງແຂງແຮງດີ. ບາດລ້ຽວທີ່ສຳຄັນອີກອັນໜຶ່ງ ໃນປະຫວັດການຜ່າຕັດປ່ຽນອະໄວຍະວະຢູ່ ຫວຽດນາມ ແມ່ນກໍລະນີຜ່າຕັດປ່ຽນຫົວໃຈກໍລະນີທຳອິດ ກໍ່ໄດ້ຮັບການປະຕິບັດຢ່າງສຳເລັດຜົນຢູ່ ໂຮງໝໍເສນາຮັກ 103 ໃນເດືອນ ມິຖຸນາ ປີ 2010. ຈາກປະເທດຊາດທີ່ດ້ອຍພັດທະນາເມື່ອທຽບໃສ່ໂລກໃນຂົງເຂດຜ່າຕັດ, ມາຮອດປັດຈຸບັນ, ຫວຽດນາມສາມາດຜ່າຕັດປ່ຽນອະໄວຍະວະດ້ວຍເຕັກນິກທີ່ກ້າວໜ້າ ແລະ ເຄີຍພົບເຫັນໃນການຜ່າຕັດປ່ຽນຕັບ, ຫົວໃຈ, ໝາກໄຂ່ຫຼັງ, ຕັບອ່ອນ ດ້ວຍຈຳນວນ 1500 ກໍລະນີຜ່າຕັດປະສົບຜົນສຳເລັດ. ແລະ ໃນວັນທີ 27 ເດືອນ ມິຖຸນາ ປີ 2018 ບັນດາທ່ານໝໍຂະແໜງ ວິທະຍາທາງເດີນປັດຊະວະ, ໂຮງໝໍ ເຈິໄຣ ນະຄອນໂຮ່ຈີມິນ ໄດ້ປະຕິບັດສອງກໍລະນີຜ່າຕັດ ໝາກໄຂ່ຫຼັງດ້ວຍທໍ່ ໂດຍມີການໜູນຊ່ວຍຂອງຫຸ່ນຍົນ. ທ່ານໝໍ ຖາຍມິງເຊິມ ຫົວໜ້າຂະແໜງວິທະຍາ ທາງເດີນປັດຊະວະ ສັງກັດໂຮງໝໍ ເຈີໄຣ ໃຫ້ຮູ້ວ່າ:

      “ຄຸນປະໂຫຍດພິເສດຂອງຫຸ່ນຍົນ ແມ່ນຜ່າຕັດຢູ່ ຕາມຈຸດທີ່ຕ້ອງການເຕັກນິກສູງ, ຖ້າຫາກເຮັດໄດ້ດ້ວຍຫຸ່ນຍົນກໍ່ເປັນການດີທີ່ສຸດ. ການຜ່າຕັດດ້ວຍເຕັກນິກແບບນີ້ ກໍ່ສາມາດຮັກສາຄວາມປານີດ ແລະ ຫຼັງການຜ່າຕັດ ຄົນເຈັບກໍ່ສາມາດຫຼຸດຜ່ອນອາການເຈັບລົງຫຼາຍ. ຖ້າຫາກວ່າມີປະກັນສຸຂະພາບ ຊຳລະໃຫ້ແກ່ຄົນເຈັບ ກໍ່ຈະມີຄົນເຈັບຫຼາຍຄົນມາຜ່າຕັດ”

     ປັດຈຸບັນໃນແຕ່ລະປີ ຫວຽດນາມ ມີຄົນເຈັບປະມານ 8.000 ຄົນ ຕ້ອງການຜ່າຕັດປ່ຽນອະໄວຍະວະ. ແຕ່ວ່າໃນປັດຈຸບັນຈຳນວນຜູ້ບໍລິຈາກອະໄວຍະວະຍັງໜ້ອຍທີ່ສຸດ ຊຶ່ງຕົ້ນຕໍແມ່ນໄດ້ມາຈາກການບໍລິຈາກ ຂອງຜູ້ເປັນຍາດຕິພີ່ນ້ອງທີ່ຍັງມີຊີວິດ ຂອງຄົນເຈັບ. ດັ່ງນັ້ນ ຖ້າຫາກຜັນຂະຫຍາຍການຜ່າຕັດປ່ຽນອະໄວຍະວະ ທີ່ໄດ້ມາຈາກຄົນເຈັບທີ່ສະໝອງຕາຍ ແລະ ຫົວໃຈຢຸດເຄື່ອນໄຫວ ກໍ່ສາມາດກອບກູ້ຊີວິດ ໃຫ້ແກ່ຄົນເຈັບໄດ້ຫຼາຍຄົນ. ທ່ານສາສະດາຈານ, ທ່ານໝໍ ຫງວຽນຕຽນກວຽດ ຜູ້ອຳນວຍການໂຮງໝໍຫວຽດນາມ - ເຢຍລະມັນ ຖືວ່າ:

     “ພວກເຮົາຕ້ອງຂົນຂວາຍທຸກໆຄົນ ໃນສັງຄົມຈົ່ງເຂົ້າຮ່ວມບໍລິຈາກອະໄວຍະວະ. ການສະໝັກໃຈບໍລິຈາກອະໄວຍະວະ ໃນເມື່ອຄົນເຈັບຍັງມີຊີວິດ ຫຼື ພາຍຫຼັງທີ່ສະໝອງຕາຍ ເພື່ອຈຸດປະສົງມະນຸດສະທຳ ກອບກູ້ເອົາຊີວິດໃຫ້ແກ່ຄົນເຈັບ ແລະ ຮັບໃຊ້ການຄົ້ນຄວ້າພັດທະນາ ພື້ນຖານການແພດຂອງ ຫວຽດນາມ”

    ເພື່ອເຮັດໃຫ້ປ່ຽນແປງຄວາມຮັບຮູ້ ແລະ ການກະທຳ ຂອງຊຸມຊົນເທື່ອລະກ້າວ, ສື່ມວນຊົນກໍ່ຕ້ອງກ້າວເດີນກ່ອນບາດກ້າວໜຶ່ງ ເພື່ອຍົກສູງລະດັບຄວາມຮັບຮູ້ ໃຫ້ແກ່ຊຸມຊົນໃນການປ້ອງກັນ, ຕ້ານ ແລະ ປິ່ນປົວໂລກມະເຮັງ, ກໍ່ຄືເປີດຊ່ອງທາງໃຫ້ແກ່ການບໍລິຈາກອະໄວຍະວະ, ຜ່ານນັ້ນກໍ່ເຮັດໃຫ້ປ່ຽນແປງລະດັບຄວາມຮັບຮູ້, ທ່າທີ, ການກະທຳຂອງແຕ່ລະຄົນ, ກ້າວໄປເຖິງຄວາມເປັນເຈົ້າການເຂົ້າຮ່ວມ ການບໍລິຈາກອະໄວຍະວະ ເພື່ອຊີວິດຂອງຄົນເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ