ບັນ­ດາ​ຜູ້​ບໍ​ລິຈາກ​ເລືອດ​ເພື່ອ​ກອບ​ກູ້​ເອົາ​ຊີ­ວິດ​ມະ­ນຸດ

(VOVWORLD) -ໃນຊ່ວງເວ­ລາທີ່ຂາດ­ແຄນເລືອດ ເພື່ອປິ່ນ­ປົວສຸກເສີນໃຫ້ແກ່ຄົນເຈັບຢູ່ຕາມສູນສົ່ງເລືອດ ກໍເລີຍຄຶດເຖິງເຂົາ­ເຈົ້າເຊິ່ງແມ່ນບັນ­ດາຜູ້ໄດ້ບໍ­ລິ­ຈາກເລືອດຫຼາຍຄັ້ງ, ຊໍ້າບໍ່ໜໍາແມ່ນສະ­ມາ­ຊິກໃນຄອບ­ຄົວດຽວກັນ
ບັນ­ດາ​ຜູ້​ບໍ​ລິຈາກ​ເລືອດ​ເພື່ອ​ກອບ​ກູ້​ເອົາ​ຊີ­ວິດ​ມະ­ນຸດ - ảnh 1

ບັນ­ດາຜູ້ບໍລິຈາກເລືອດເພື່ອກອບກູ້ເອົາຊີ­ວິດມະ­ນຸດ

ວັນທົ່ວປວງຊົນບໍ­ລິ­ຈາກເລືອດດ້ວຍຄວາມສະ­ໝັກໃຈ ວັນທີ 7 ເມ­ສາ ປີ 2018 ດ້ວຍສານທີວ່າ “ບໍ­ລິ­ຈາກເລືອດເພື່ອກອບກູ້ຊີ­ວິດມະນຸດ-ຢ່າລັງເລໃຈ” ສືບ­ຕໍ່ແມ່ນຂະ­ບວນການບໍ­ລິ­ຈາກເລືອກມະ­ນຸດສະທໍາ ທີ່ນັບມື້ນັບແຜ່ຂະ­ຫຍາຍ ແລະ ໄດ້ຮັບການຕອບສະ­ໜອງຂອງປະ­ຊາ­ຊົນທຸກຊັ້ນຄົນ.

      “ຂ້າ­ພະ­ເຈົ້າ ຖືກຂາດເລືອດມາແຕ່ເກີດ ຕ້ອງເຂົ້າໂຮງໝໍເປັນປະຈໍາເພື່ອຕໍ່ເລືອດໄດ້ 9 ປີແລ້ວ. ຫວ່າງ­ແລ້ວ­ນີ້ ເລືອດຂອງຂ້າ­ພະ­ເຈົ້າແມ່ນໝວດໂອ ຖືກຂາດຢ່າງຮ້າຍແຮງ. ບັນ­ດາຄົນເຈັບພວກຂ້າ­ພະ­ເຈົ້າຕ້ອງລໍ­ຖ້າ, ສຸ­ຂະ­ພາບກໍບໍ່ເປັນປົກ­ກະ­ຕິ, ອ່ອນ­ເພຍຫຼາຍ”.

       ນັ້ນແມ່ນຄວາມໃນໃຈຂອງປ້າ ຫວູ ທີ້ ຮວ່ຽນ ຢູ່ ແທກແທ່ງ, ແທັງຮວ໋າ ກໍຄື ແມ່ນຄວາມໃນໃຈຂອງຄົນເຈັບກວ່າ 20.000ຄົນ ທີ່ຂາດເລືອດໃນທົ່ວປະ­ເທດ ພວມມີຊີ­ວິດຍ້ອນໄດ້ຮັບການແປ່ງປັນເລືອດຈາກບັນ­ດາຜູ້ມີສຸ­ຂະ­ພາບເຂັ້ມ­ແຂງ.  ປະລີມານເລືອດເກືອບທັງໝົດທີ່ຮັບໃຊ້ໃຫ້ແກ່ການປິ່ນ­ປົວໃນປັດ­ຈຸ­ບັນ ແມ່ນໄດ້ຮັບມາຈາກບັນ­ດາຜູ້ບໍ­ລິ­ຈາກເລືອດ ໂດຍສະ­ໝັກໃຈ. ໃນນັ້ນ ມີການປະກອບສ່ວນຂອງຄອບ­ຄົວ ລຸງ ເລ ຈຸງ ຈວ່ຽນ ອາ­ຍຸ 59, ຢູ່ ເມືອງວັນຢາງ, ແຂວງຮຶງອຽນ. ເກືອບ 10ປີ ທີ່ຜ່ານມາ, ລຸງຈວ່ຽນພ້ອມກັບລູກຊາຍ ແລະ ລູກສາວ 2 ຄົນ, ລູກ­ເຂີຍ 2 ຄົນ, ພ້ອມກັບນ້ອງສາວຄີງ ແລະ ພວກຫຼານລວມທັງໝົດ 17 ຄົນ, ໄດ້ໄປບໍ­ລິ­ຈາກເລືອດເພື່ອກອບກູ້ເອົາຊີ­ວິດຂອງຄົນເຈັບ. ລຸງຈວ່ຽນໃຫ້ຮູ້ວ່າ: 

      “ຂ້າ­ພະ­ເຈົ້າ ກໍບໍ່ມີວັດ­ຖຸສິ່ງຂອງຫຍັງຫຼາຍເພື່ອຊ່ວຍ­ເຫຼືອຜູ້ອື່ນ ມີພຽງແຕ່ຈິດໃຈຂອງຕົນແມ່ນບໍ­ລິ­ຈາກເລືອດ ເພື່ອຊ່ວຍ­ເຫຼືອ ບັນ­ດາຜູ້ທີ່ພວມຕິດໂລກພະຍາດ. ມີບາງຄັ້ງ ຂ້າ­ພະ­ເຈົ້າບໍ­ລິ­ຈາກເລືອດເຖິງ 450ມລ ບາງຄັ້ງກໍ 350ມລ. ເຮົາບໍ­ລິ­ຈາກເລືອດກໍບໍ່ໄດ້ຮັບຜົນສະ­ທ້ອນຫຍັງຕໍ່ສຸຂະພາບ. ຂ້າ­ພະ­ເຈົ້າຍັງຄົງບໍລິຈາກເລືອດຢ່າງສະເໝີ.”

      ການປະ­ກອບ­ສ່ວນເຂົ້າໃນການບໍ­ລິ­ຈາກເລືອດເພື່ອກອບກູ້ເອົາຊີ­ວິດມະ­ນຸດ ແມ່ນຕ້ອງເຕື້ອງເຖິງຄອບ­ຄົວລຸງເລດິ່ງຢວດ ຢູ່ ເມືອງແທັງຊວັນ, ຮ່າໂນ້ຍ ເຊິ່ງໄດ້ບໍ­ລິ­ຈາກເລືອດກວ່າ 140 ຖົງ, ຄອບ­ຄົວນາງຮີ່ງທີ້ໝີຢຸງ ຢູ່ ກາມແຣັງ, ແຂວງແຂງຮວ່າກໍໄດ້ບໍ­ລິ­ຈາກເລືອດນັບຮ້ອຍຄັ້ງ, ພ້ອມກັນນັ້ນ ແມ່ນບັນ­ດາສະ­ມາ­ຊິກໃນບັນ­ດາສະ­ໂມ­ສອນ “ທະ­ນາ­ຄານເລືອດ” ແລະ ກຸ່ມຄົນມີໝວດເລືອດຫາຍາກ ກໍພ້ອມແລ້ວ­ໄປໂຮງ­ໝໍໃນທຸກໆເວ­ລາເພື່ອກອບກູ້ເອົາຊີ­ວິດຄົນເຈັັບ. ທ່ານຫວຽນຫວຽດຕວ໋ຽນ ຮອງລັດ­ຖະ­ມົນ­ຕີ ຜູ້ປະຈໍາການກະ­ຊວງສາ­ທາ­ລະ­ນະສຸກຫວຽດ­ນາມຖືວ່າ:

      “ພວກຂ້າ­ພະ­ເຈົ້າມີຄວາມຕື້ນຕັນໃຈທີ່ສຸດເມື່ອມີ ບັນດາຜູ້ບໍ­ລິ­ຈາກເລືອດຫຼາຍຄັ້ງ ແລະ ຄອບ­ຄົວໄດ້ໄປບໍ­ລິ­ຈາກເລືອດ ເຊິ່ງເປັນການ­ສະ­ແດງໃຫ້ເຫັນຄວາມຮັບ­ຜິດ­ຊອບ ຕໍ່ວົງຄະ­ນະຍາດ, ພ້ອມແລ້ວຈະປະ­ກອບ­ສ່ວນທາງດ້ານຊີວິດ, ຮ່າງກາຍໃຫ້ແກ່ມະ­ນຸດ, ນັ້ນແມ່ນວຽກງານທີ່ດີ ຕ້ອງເສີມຂະ­ຫຍາຍມູນເຊື້ອອັນສູງສົ່ງຂອງຊາດຫວຽດ­ນາມ”.

     ວຽກງານບໍ­ລິ­ຈາກເລືອດນັບມື້ນັບແຜ່ຂະ­ຫຍາຍຢ່າງກວ້າງເລິກເຖິງປະ­ຊາ­ຊົນ ທຸກຊັ້ນຄົນໃນສັງ­ຄົມ, ມີຫຼາຍຄົນເຫັນໄດ້ເຖິງຄວາມໝາຍມະ­ນຸດສະທໍາຂອງການກອບກູ້ເອົາຊີ­ວິດມະ­ນຸດ ດ້ວຍເລືອດຂອງຕົນເອງ, ດັ່ງ­ນັ້ນກໍໄດ້ເຂົ້າຮ່ວມບໍ­ລິ­ຈາກເລືອດ ເພື່ອກອບກູ້ຊີ­ວິດມະ­ນຸດຫຼາຍຄັ້ງ, ນັກສຶກ­ສາ  ດັ້ງຫວູກາດເຕື່ອງ ສັງ­ກັດ ມະຫາວິ­ທະ­ຍາ­ໄລເກິ່ນເທີ ໃຫ້ຮູ້ວ່າ: 

    “ເຮົາເຫັນວ່າສໍາລັບການບໍ­ລິ­ຈາກເລືອດ ກ່ອນອື່ນໝົດແມ່ນຊ່ວຍໃຫ້ຕົນເອງແຂງ­ແຮງກວ່າ, ຈີະມີເລືອດໃໝ່ຫຼາຍກວ່າ. ທີສອງ ແມ່ນສາ­ມາດ ນໍາມາເຊິ່ງປະໂຫຍດໃຫ້ແກ່ຜູ້ຂາດເລືອດ ແລະ ຄົນເຈັບຫຼາຍຄົນ ທີ່ພວມຕ້ອງ­ການເລືອດໃນໂຮງໝໍ.”

     ປັດ­ຈຸ­ບັນ ຈໍານວນຜູ້ເຂົ້າຮ່ວມບໍ­ລິ­ຈາກເລືອດຢູ່ຫວຽດ­ນາມໄດ້ກວມເອົາກວ່າ 90% ແລະ ອັດ­ຕາຜູ້ບໍ­ລິ­ຈາກເລືອດບັນ­ລຸ 1,6 % ຈໍານວນປະ­ຊາ­ກອນ, ເຖິງວ່າໄດ້ເພີ່ມຂຶ້ນ ທົບສາມເທົ່າເມື່ອທຽບ­ໃສ່ໄລ­ຍະກ່ອນນີ້ 10 ປີກໍຕາມ, ແຕ່ຍັງ­ພຽງສາ­ມາດຕອບສະ­ໜອງໄດ້ປະ­ມານ 30%ຂອງຄວາມຕ້ອງ­ການປິ່ນ­ປົວພະຍາດ. ຍ້ອນເຫດນີ້ເອງການບໍ­ລິ­ຈາກເລືອດ ໂດຍສະ­ໝັກໃຈ ແມ່ນການ­ເຄື່ອນ­ໄຫວທີ່ມີຄວາມໝາຍທີ່ສຸດໃນວຽກງານມະ­ນຸດສະທໍາເພື່ອກອບກູ້ເອົາຊີ­ວິດມະນຸດ. ທັງນີ້ກໍເພື່ອຕອບສະ­ໜອງຄວາມຕ້ອງ­ການເລືອດໃນການປິ່ນ­ປົວຄົນເຈັບໃນປັດ­ຈຸ­ບັນ ແລະ ແຫຼ່ງເລືອດສະສົມ, ທຸກໆຄົນຄວນພ້ອມກັນບໍ­ລິ­ຈາກເລືອດເພື່ອກອບກູ້ເອົາຊີ­ວິດມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ