ບັນດາອາຈານຍິງ ເມົາມົວກັບວຽກງານຄົ້ນຄ້ວາວິທະຍາສາດ

    (vovworld) - ໂດຍ​ແມ່ນ​ບັນ​ດາ​ອາ​ຈານ​ສອນ​ສັງ​ກັດ​ສູນກໍ່​ສ້າງ​ພະ​ນັກ​ງານ ແລະ ຄົ້ນ​ຄ້​ວາ​ຊີ​ວະ​ວິ​ທະ​ຍາ​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ, ຫມູ່​ຄະນະ​ພະ​ນັກ​ງານ​ຍິງ​ສັງ​ກັດ​ພະ​ແນກ​ຊີ​ວະ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຍາມ​ໃດກໍ​ໄດ້​ກຳ​ນົດ​ການ​ສິດ​ສອນ​ແມ່ນບໍ່​ອາດ​ຕັດ​ແຍກ​ອອກ​ຈາກວຽກ​ງານ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໄດ້. ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ພະ​ແນກ​ຊີ​ວະ​ສາດໄດ້​ກາຍ​ເປັນ​ຊາຍ​ຄາ​ລວມ​ຂອງ​ແມ່​ຍິງ​ບັນ​ດາ​ຜູ້​ເມົາ​ມົວ​ກັບ​ການ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ. ຫມູ່​ຄະນະ​ພະ​ນັກ​ງານ​ຍິງ​ສັງ​ກັດ​ພະ​ແນກ​ຊີ​ວະ​ສາດຫາ​ກໍ​ໄດ້​ຮັບ​ລາງວັນ​ແມ່​ຍິງ​ຫວຽດ​ນາມ​ປີ 2016 ຈາກ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ    .  ໃນ​ລາຍ​ການ​ຊີ​ວິດ​ສັງ​ຄົມ​ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດຂອງ​ນັກ​ຂ່າ​ວ ທູ​ຮັ່ງ ​ທີ່​ພ​າດ​ຫົວ​ຂໍ້​ວ່າ : “ ບັນ​ດາ​ອາ​ຈານ​ຍິງ ເມົາ​ມົວ​ກັບວຽກ​ງານຄົ້ນ​ຄ້​ວາວິ​ທະ​ຍາ​ສາດ” .

     

ບັນດາອາຈານຍິງ ເມົາມົວກັບວຽກງານຄົ້ນຄ້ວາວິທະຍາສາດ  - ảnh 1
ແມ່​ຍິງ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ
(ພາບ​ປະ​ກອບ)

  ໃນ​ມື້​ເຮັດ​ວຽກ, ບັນ​ດາ​ອາ​ຈານ​ຍິງ​ສັງ​ກັດ ພະ​ແນກ​ຊີ​ວະ​ສາດ ບໍ່​ພຽງ​ແຕ່​ຕ້ອງ​ຂຶ້ນ​ຫ້ອງ​ສອນ​ເທົ່າ​ນັ້ນ, ຫາກ​ຍັງ​ເມົາ​ມົວ​ກັບ​ວຽກ​ງານ​ໃນ​ຫ້ອງ​ທົດ​ລອງ​ຫຼື​ໄປ​ເກັບ​ກຳ​ຕົວ​ຢ່າງ​ຄົ້ນ​ຄ້​ວາ​ຢູ່​ສະ​ຖານ​ທີ່​ຕົວ​ຈິງອີກ​ດ້ວຍ. ຮອດ​ຕອນ​ຄ່ຳ, ພາຍຫຼັງ​ເຮັດ​ສຳ​ເລັດ​ວຽກ​ບ້ານ​ການ​ເຮືອນ​ແລ້ວ, ພວກ​ເອື້ອຍ​ນ້ອງ​ແມ່​ຍິງ​ສືບ​ຕໍ່​ອ່ານ​ເອ​ກະ​ສານ, ຮວບ​ຮ່ວມເອົາ​ຄວາມ​ຮູ້, ເປັນ​ຫ່ວ​ງ​ກັບ​ການ​ຊອກ​ຫາ​ເອ​ກະ​ສານ​ຄົ້ນ​ຄ້​ວາ​ໃຫ້​ແກ່​ກິດ​ຈະ​ກຳ​ວິ​ທະ​ຍາ​ສາດ​ໃໝ່. ນາງ ເລ​ທູ​ຮ່າ ຮອງ​ຫົວ​ໜ້າ​ ພະ​ແນກ​ຊີ​ວະ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ  ໃຫ້​ຂໍ້​ສັງ​ເກດ​ວ່າ :

 “ ສຳ​ລັບ​ພະ​ແນກ​ຊີ​ວະ​ສາດ, ພວກ​ຂ້າ​ພະ​ເຈົ້າ​ມີ 2 ວິ​ຊາ​ການ​ໃນ​ຂອບ​ເຂດກ້​ວາງ​ຂວາງ. ຝ່າຍ​ໜຶ່ງ​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ອີກ​ຝ່າຍ​ໜຶ່ງ​ແມ່ນ​ຊີ​ວະ​ນາໆ​ພັນ. ສຳ​ລັບ​ບັນ​ດາ​ພະ​ນັກ​ງານຍ​ິງ​ທີ່​ເຮັດ​ວຽກ​ຢູ່​ຝ່າຍ​ພຶດ​ຕິ​ກຳ​ຕົວ​ຈິງນັ້ນ, ນອກ​ຈາກ​ເວ​ລາ​ຂຶ້ນ​ຫ້ອງ​ແລ້ວ, ກໍ​ຕ້ອງ​ເຮັກ​ວຽກ​ໃນ​ຫ້ອງ​ທົດ​ລອງ​ອີກ​ດ້ວຍ. ບາງ​ຄັ້ງ​ຄາວ,ກໍ​ມີ​ການເຮັດ​ທົດ​ລອງ, ພວກ​ຂ້າ​ພະ​ເຈົ້າ​ຍັງ​ຕ້ອງ​ເຮັດ​ທັງ​ກາງ​ຄືນ. ສຳ​ລັບ​ບັນ​ດາ​ພະ​ນັກ​ງານຍ​ິງ​ທີ່​ເຮັດ​ວຽກ​ຢູ່​ຝ່າຍ​​ຊີ​ວະ​ນາໆ​ພັນນັ້ນ, ພວກ​ຂ້າ​ພະ​ເຈົ້າຕ້ອງ​ລົງ​ໄປ​ຕົວ​ຈິງ​ໃນ​ປ່າ ແລະ ອອກ​ສູ່​ທະ​ເລ​ເພື່ອ​ເກັບ​ກຳ​ຕົວ​ຢ່າງ. ສຳ​ລັບ​ແຕ່​ລະ​ຂະ​ແໜງ​ການ​ສະ​ເພາະ, ບັນ​ດາ​ພະ​ນັກ​ງານ​ຍິງໄດ້​ມາ​ນະ​ພະ​ຍາຍາມຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເຮັດຫຼ້ອນ​ໜ້າ​ທີ່  ”

     ນອກ​ຈາກ​ການ​ສິດ​ສອນ, ອາ​ຈານ​ຍິງ​ແຕ່​ລະ​ຄົນ​ຕ່າງ​ກໍ​ແນະ​ນຳ​ນັກ​ສຶກ​ສາ​ເຮັດ​ວຽກ​ງານ​ຄົ້ນ​ຄ້ວ​າ​ວິ​ທະ​ຍາ​ສາດ. 5 ປີມໍ່ໆ​ມານີ້, ພວກ​ເອື້ອຍ​ນ້ອງ​ແມ່​ຍິງ​ໄດ້​ເຂົ້າ​ຮ່ວມ​ຮັບ​ຜິດ​ຊອບ 83 ຫົວ​ເລື່ອງ​ຄົນ​ຄ້​ວາ​ວິ​ທະ​ຍາ​ສາດ​ຂັ້ນ​ຕ່າງໆ, ໃນ​ນັ້ນ​ມີຫຼາຍ​ຫົວ​ເລື່ອງ​ລະ​ດັບ​ລັດ. ມີຫຼາຍ​ໝາກ​ຜົນ​ຄົ້ນ​ຄ້​ວາ​ຖືກ​ນຳ​ໝູນ​ໃຊ້ເຂົ້າໃນ​ພຶດ​ຕິ​ກຳ​ຕົວ​ຈິງ. ຮອງ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ ຝ້າມ​ຕ້ວນ​ເງ້ຍ ໃຫ້​ຂໍ້​ສັງ​ເກດ​ວ່າ :

  “ ພະ​ນັກ​ງານ​ຍິງ​ເກືອບ​ທັງ​ໝົດ​ໃນ​ພະ​ແນກ​ຕ່າງ​ກໍ​ຮຽນ​ຈົບ​ຈາກ​ບັນ​ດາ​ໂຮງ​ຮຽນ​ທີ່​ມີ​ຊື່​ສຽງ​ທັງ​ຢູ່​ພາຍໃນ ແລະ ຕ່າງ​ປະ​ເທດ, ເຂົ​າ​ເຈົ້າ​ໄດ້​ແບກ​ຫາບ​ໜ້າ​ທີ່​ອັນ​ສຳ​ຄັນ, ເຂົາ​ເຈົ້າ​ໄດ້​ແຕ່ງຫຼາຍຫຼັກ​ສູດຫຼັກ ແລະ ຫຼັກ​ສູດ​ຫົວ​ເລື່ອງ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຫາ​ເໜືອ​ມະ​ຫາ​ວິ​ທະ​ຍາ​ໄລ. ສຳ​ລັບ​ບັນ​ດາ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍນັ້ນ, ຫມູ່​ຄະນະ​ພະ​ນັກ​ງານ​ຍິງ​ສັງ​ກັດ​ພະ​ແນກ​ຊີ​ວະ​ສາດກໍ​ລ້ວນ​ແຕ່​ເຮັດ​ສຳ​ເລັດ​ໜ໊າ​ທີ່​ຢ່າງ​ດີ​ເດັ່ນ  ”

       ດ້ວຍ​ຈຸດ​ພິ​ເສດ​ມີ​ກ່​ວາ 60% ​ຈຳ​ນວນພະ​ນັກ​ງານ​ແມ່ນ​ແມ່​ຍິງ, ດັ່ງ​ນັ້ນ ພະ​ແນກ​ຊີ​ວະ​ສາດຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ຂອງ​ພະ​ນັກ​ງານ​ກຳ​ມະ​ກອນ​ແຮງ​ງານ​ຍິງ. ແຕ່​ປີ 1998, ພະ​ນັກ​ງານ​ຍິງ ພະ​ແນກ​ຊີ​ວະ​ສາດ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ພົວ​ພັນ​ແລກ​ປ່ຽນ, ເປັນ​ແຫ່ງ​ເພື່ອ​ໃຫ້​ເອື້ອຍ​ນ້ອງ​ແມ່​ຍິງ​ແບ່ງ​ປັນ​ຄວາມ​ໃນ​ໃຈ, ບົດ​ຮຽນ​ໃນ​ວຽກ​ບ້ານ​ການ​ເຮືອນ. ການ​ເຄື່ອນ​ໄຫວ​ຂອງ ໜ່ວຍ​ພົວ​ພັນ​ແລກ​ປ່ຽນໄດ້​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ​ໃນ​ການ​ແບ່ງ​ປັນ ແລະ ລະ​ດົມ​ໃຈແກ່​ບັນ​ດາ​ພະ​ນັກ​ງານ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຍິງ ສູ້​ຊົນ​ໃນ​ການ​ຮ່ຳ​ຮຽນ, ປະ​ຕິ​ບັດ​ວຽກ​ງານ. ນາງ ເລ​ກີງ​ມາຍ, ຮອງ​ປະ​ທານ​ກຳ​ມະ​ບານ ພະ​ແນກ​ຊີ​ວະ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ ໃຫ້​ຮູ້​ວ່າ :

  “ ສະ​ໂມ​ສອນ​ພົວ​ພັນ​ແລກ​ປ່ຽນ​ແມ່ນ​ສະ​ໂມ​ສອນ​ຂອງ​ທັງ​ລຸ່ນ​ຄົນ​ກ່ອນ ແລະ ທັງ​ລຸ່ນ​ຄົນ​ປະ​ຈຸ​ບັນ, ມີ​ແມ່​ຍິງ​ບາງ​ຄົນ​ໄດ້​ເຂົ້າ​ຮ່ວມ​ນັບ​ແຕ່​ປີ 1998 ມາ​ຮອດ​ປະ​ຈຸ​ບັນ. ໃນບັນ​ດາ​ການ​ພົບ​ປະ, ຖ​້າ​ມີ​ບັນ​ຫາ​ຫຍັງ​ກ່ຽວກັບ​ວຽກ​ງານ, ຄອບ​ຄົວ ຫຼືການ​ຄົ້ນ​ຄ້​ວາທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນັ້ນ ແມ່ນ​ອາດ​ຈະ​ຊອ​ກ​ຫາ​ເອື້ອຍ​ນ້ອງ​ທີ່​ເຮັດ​ວຽກ​ຄົ້ນ​ຄວ້າ​ໃນ​ຂົງ​ເຂດ​ດຽວຫຼື​ສອນ​ໃນ​ພາກວິ​ຊາ​ດຽວ ເພື່ອ​ແບ່ງ​ປັນ. ນີ້​ແມ່ນ​ວຽກ​ງານ​ທຳ​ມະ​ດາ ແຕ່​ກໍ​ໄດ້​ກາຍ​ເປັນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່ຫຼວງສຳ​ລັບຫມູ່​ຄະນະ​ພະ​ນັກ​ງານ​ຍິງ​ ”

      ສຸມ​ຈິດ​ສຸມ​ໃຈ​ໃນ​ວຽກ​ງານ​ສິດ​ສອນ, ຮັບ​ປະ​ກັນ​ວຽກ​ບ້ານ​ການ​ເຮືອນ ແລະ ເມົາ​ມົວ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ກໍ​ແມ່ນ​ສິ່ງ​ທີ່​ຄວນ​ໃສ່​ໃຈ​ກ່ຽວ​ກັບ​ບັນ​ດາ​ອາ​ຈານ​ຍິງ​ສັງ​ກັດ ພະ​ແນກ​ຊີ​ວະ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ. ພວກ​ເອື້ອຍ ກໍ​ແມ່ນ​ຮູບ​ພາບ​ຂອງ​ແມ່​ຍິງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເປັນ​ຜູ້​ຮັກ​ສາ​ຄວາມ​ອົບ​ອຸ່ນ​ໃນ​ຄອບ​ຄົວ​ເທົ່າ​ນັ້ນ, ຫາກ​ຍັງ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກງານ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ