ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານພະຍາດຕາບອດຢູ່ຫວຽດນາມ

ປະ​ຈຸ​ບັນ, ວຽກ​ງານ​ປິ່ນ​ປົວພະ​ຍາດ​ຕາບອດຍ້ອນ​ພະ​ຍາດ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຖິ​ງ ແ​ກ້ວ​ຕາຫຼື​ຍ້ອນ​ພະ​ຍາດ​ຕາ​ສານ​ຢູ່​ຫວຽດ​ນາມ​ແມ່ນ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ. ແຕ່​ອັດ​ຕາ​ຜູ້​ຖືກ​ຕາ​ບອດ​ໃນ​ເກັ່ນ​ອາ​ຍຸ 50 ປີ​ຂຶ້ນ​ໄປ ແມ່ນ​ຍັງ​ສູງ​ພໍ​ສົມ​ຄວນ, ກວມ​ເອົາ 1,8% ​ຈຳນວນ​ປະ​ຊາ​ກອນ. ຍ້ອນ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ຂະ​ແໜງຈັກ​ຂຸ​ທະ​ສາດນັ້ນ, ນັບ​ແຕ່​ປີ 2007-2015, ອັ​ດ​ຕາ​ຜູ້​ຖືກ​ຕາ​ບອດ​ໄດ້ຫຼຸດ​ລົງຫຼາຍ​ພໍ​ສົມ​ຄວນ​ຈາກ 370.000 ຄົນ​ລົງ​ເຫຼືອ​ພຽງ 329.000 ຄົນ​ເທົ່າ​ນັ້ນ.

ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານພະຍາດຕາບອດຢູ່ຫວຽດນາມ  - ảnh 1
ວຽກ​ງານ​ປິ່ນ​ປົວພະ​ຍາດ​ຕາບອດຍ້ອນ​ພະ​ຍາດ​ຕ່າງໆ​ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ

               ຕາມ​ບັນ​ດາ​ນັກ​ວິ​ຊາ​ການ​ແພດ​ແລ້ວ, ​ຈຳ​ນວນ​ຜູ້​ຕິດພະ​ຍາດ​ແກ່ນ​ຕາ​ຂຸ້​ນ ແມ່ນສູງ​ກ່​ວາ​ໝູ່, ກວມ​ເອົາ 74% ຍອດ​ຈຳ​ນວນ​ຄົນ​ເຈັບ​ຕິດ​ພະ​ຍາດ​ຕາຕ່າງໆ; ຖັດ​ມາ​ແມ່ນພະ​ຍາດ​ຕ່າງໆ​ຢູ່​ທາງຫຼັງ​ຂອງ​ໜ່ວຍ​ຕາ, ອາ​ກາດ​ຫັນ​ເປັນ​ລາຍ​ໃໝ່​ພາຍຫຼັງ​ການ​ຜ່າ​ຕັດແກ່ນ​ຕາ​ຂຸ້​ນ, ກວມ​ເອົາ​ເກືອບ 5% ທີ່​ຍັງ​ເຫຼືອ​ແມ່ນ​ພະ​ຍາດ​ຍ້ອນແປ້ວ​ແກ້ວ​ຕາ ແລະ ພະ​ຍາດ glocom. ທ່ານ​ໝ​ໍ ຫງວຽນ​ຊວນ​ຫຽບ ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ຕາ​ສູນ​ກາງ​ໃຫ້​ຮູ້​ວ່າ : ໄລ​ຍະ​ທີ່​ຜ່ານ​ມາ, ຂະ​ແໜງຈັກ​ຂຸ​ທະ​ສາດໄດ້​ມີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​, ຈຸດ​ໝາຍ​ລວມ​ຂອງ​ຂະ​ແໜງ​ແມ່ນຫຼຸດ​ອັດ​ຕາ​ຄົນ​ຕາ​ບອດ​ຢູ່​ໃນ​ເກັ່ນອາ​ຍຸ​ແຕ່ 50 ປີ​ຂຶ້ນ​ໄປ ຈາກ 1,8%ໃນ​ປີ 2016 ລົງ​ເຫຼືອ​ພຽງ 1,6% ໃນ​ປີ 2020. ທ່ານ​ໝ​ໍ ຫງວຽນ​ຊວນ​ຫຽບ ເວົ້າ​ວ່າ : 

         “ ພວກ​ເຮົາ​ຄວນ​ປົວ​ແປງ​ການ​ຊົມ​ໃຊ້​ການ​ບໍ​ລິ​ການ​ເບິ່ງ​ແຍງ​ປິ່ນ​ປົວ​ຕາ​ຮອບ​ດ້ານ, ປະ​ສານ​ເຂົ້າ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ທັນ​ສະ​ໄໝ​ໃນ​ທົ່ວ​ປະ​ເທດ. ເພາະ​ສະ​ນັ້ນ, ຖ້າ​ຫາກ​ພວກ​ເຮົາ, ພະ​ນັກ​ງານ​ຂະ​ແໜງ​ຕາ​ເຄື່ອນ​ໄຫວສະ​ເພາະ​ໃນຂອບ​ເຂດ​ຂະ​ແໜງ​ຕົນ, ແນ​່ນອນ​ວ່າ​ຈະ​ນ​ຳມາ​ເຊິ່ງປະ​ສິດ​ທິ​ຜົນ​ຕ່ຳ. ທີ່ 2 ແມ່ນ​ຄວນ​ປັບ​ປຸງ ແລະ ຮັກ​ສາ​ປະ​ສິດ​ທິຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄ​ະ​ນະ​ຊີ້​ນຳການ​ປ້ອງ​ກັນ ແລະ ຕ້ານ​ພະ​ຍາດ​ຕາ​ບອດ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຕ່າງໆ”

            ປີ 2017, ໂຮງ​ໝໍ​ຕາ​ສູນ​ກາງ ແລະ ຂະ​ແໜງ​ຕາ​ສືບ​ຕໍ່​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຍື່ນ​ສະ​ເໜີລັດ​ຖະ​ບານ​ອະ​ນຸ​ມັດ​ຜ່ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ພະ​ຍາດ​ຕາ​ບອດ​. ບໍ່​ພຽງ​ແຕ່​ຮັບ​ປະ​ກັນ​ວຽກ​ງານ​ວິ​ຊາ​ສະ​ເພາະ​ທີ່​ສຳ​ຄັນ​ຊຶ່ງ​ແມ່ນ​ໂຮງ​ໝໍ​ສູນ​ກາງ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ໂຮງ​ໝໍ​ຕາ​ສູນ​ກາງຍັງ​ສວມ​ບົດ​ບາດ​ກຳ​ນົດ​ທິດ, ຫນູນ​ຊ່ວຍ ແລະ ຊຸກ​ຍູ້​ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພະ​ຍາດຕາ​ບອດໃນ​ລະ​ບົບ​ປິ່ນ​ປົວ​ຕາ​ໃນ​ທົ່ວ​ປະ​ເທດ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ເພື່ອ​ຍາດ​ແຍ່ງ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ການ​ເງິນ, ເຕັກ​ນິກ​ຂອງ​ບັນ​ດາ​ອົງ​ການ​ສາ​ກົນ​, ບັນ​ດາ​ຜູ້​ໃຈ​ບຸ​ນ​ໃຈ​ກຸ​ສົນ, ບັນ​ດາ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານໃນ​ການກວດ ແລະ ປິ່ນ​ປົວ​ບັນ​ດາ​ພະ​ຍາດ​ຕາຢ່າງ​ເປັນ​ທັນການ. ທ່ານ ຝ້າມ​ກ໋ວກ​ແອງ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງ​ການກອງ​ທຶນ Fred Hollows ປະ​ຈຳ​ຫວຽດ​ນາມ​ໃຫ້​ຮູ້​ວ່າ ໃນ​ປີ 2016, ບັນ​ດາ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານໄດ້​ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ​ໃຫ້​ທ່ານ​ໝໍ​ຂະ​ແໜງ​ຕາ 113 ຄົນ; ມີ​ປະ​ລິນ​ຍາ​ຕີ​ຂະ​ແໜງ​ຕາ​ບາງ​ຄົນ​ທີ່​ຮຽນ​ຈົບ​ຈາກ​ບັນ​ດາ​ໂຮງ​ຮຽນ​ສາ​ກົນ​ໄດ້​ມາ​ເຮັດ​ວຽກ​ຢູ່​ບັນ​ດາ​ໂຮງ​ໝໍ​ຕາ​ຢູ່​ຫວຽດ​ນາມ ແລະ ກວ່າ 37 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ແມ່ນ​ໄດ້​ຮັບ​ການ​ຊ່ວຍ​ຍົກ​ສູງ​ການ​ເພີີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ວຽງ​ການກວດ ແລະ ປິ່ນ​ປົວ​ຕາ. ພ້ອມ​ກັນ​ນັ້ນ, ໃນ​ປີ​ທີ່​ຜ່ານ​ມາ, ບັນ​ດາ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານກໍ​ໄດ້​ໜູນ​ຊ່ວຍ​ໃນ​ການ​ພັດ​ທະ​ນາ, ໂຄງ​ການ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຕ້ານ​ພະ​ຍາດ​ຕາຍອດໄລ​ຍະ 2016-2020 ແລະ ວິ​ໄສ​ທັດ​ເຖິງ​ປີ 2030. ທ່ານ ຝ້າມ​ກ໋ວກ​ແອງ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງ​ການກອງ​ທຶນ Fred Hollows ປະ​ຈຳ​ຫວຽດ​ນາມ ກ່າວ​ວ່າ : 

             “ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ຫນູນຈາກ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ, ແນ​ໃສ່​ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ໃນ​ວຽກ​ງານ​ປິ່ນ​ປົວ​ຕາ ແລະ ຕ້ານ​ພະ​ຍາດ​ຕາ​ບອດ ກໍ​ຄື​ທະ​ວີ​ຄູນ​ບັນ​ດາ​ຮູບ​ແບບ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທົ່ວ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ຈັກ​​ຂຸ​ທະ​ສາດ​ເຖິງ​ປີ 2020 ຊຶ່ງ​ຫວຽດ​ນາມ​ໄດ້​ໝັ້ນ​ໝາຍ​”

             ໄລ​ຍະ​ທີ່​ຜ່ານ​ມາ, ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ບັນ​ດາ​ສາຍ​ເຫດ​ແຖວ​ໜ້າ​ທີ່​ພາ​ໄປ​ເຖິງ​ຕາ​ບອດ; ຖື​ເປັນ​ສຳ​ຄັນ​ການ​ຄວບ​ຄຸມ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ທີ່​ພາ​ໃຫ້​ຕາ​ບອດ, ຕັ້ງ​ໜ້າ​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ ແລະ ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​ຜ່າ​ຕັດ​ໃຫ້​ຜູ້ຖືກແກ່ນ​ຕາ​ຂຸ້ນ 2500 ຄົນ/ 1 ລ້ານ​ຄົ​ນ​ໃຫ້​ຊຸມ​ປີ​ທີ່​ຈະ​ມາ​ເຖິງ ພ້ອມ​ກັບ​ເລື່ອງ​ຕັ້ງ​ໜ​້າ​ຊອກ​ຫາ​ແຫຼ່ງ​ເງິນ​ໃຊ້​ຈ່າຍ, ບຳ​ລຸງ​ສ້າງ​ແພດ​ໝໍ​ຜ່າ​ຕັດ​ຕາ​ໃຫ້​ມີ​ລະ​ດັບ​ວິ​ຊາ​ສະ​ເພາະ​ສູງ ເພື່ອ​ສາ​ມາດ​ລົບ​ລ້າງ​ພະ​ຍາດ​ຕາ​ສານ​ໃນ​ປີ 2017. ພ້ອມ​ກັນ​ນັ້ນ, ຫວຽດ​ນາມຍັງ​ຈະ​ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ແພດ​ໝໍ​ຂະ​ແໜງ​ຕາ, ຕັ້ງ​ໜ້າ​ມອບ​ໂອນ​ວິ​ທະ​ຍາ​ສາດ ເຕັກ​ນິກ​ໃຫ້​ແກ່​ໂຮງ​ໝໍ​ຂັ້ນ​ລຸ່ມ; ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ຄ່າ​ໃຊ້​ຈ່າຍ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ພະ​ຍາດ​ຕາ; ຍົກ​ສູງ​ລະ​​ດັບ​ຄວາມ​ຮູ້​ໃນ​ການ​ຮັກ​ສາ​ຕາ​ໃນ​ວົງ​ຄະ​ນະ​ຍາດ​ຊຸມ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ