ປະສິດທິຜົນຈາກບັນດາໂຄງການຮ່ວມມືດ້ານການສຶກສາຫວຽດນາມ-ຍີປຸ່ນ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ​ປຸ່ນ​ກັບ​ນະ​ຄອນ​ໂຮ່​ຈິ​ມິນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ແມ​່ນ​ຈຸດ​ທີ່​ສະ​ຫວ​່າງ​ສະ​ໄຫວ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ມີຫຼາຍ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ນັກ​ສຶກ​ສາ, ຄູ​ອາ​ຈານ​ພ້ອມ​ກັບ​ບັນ​ດາ​ໂຄງ​ການ​ສົມ​ທົບ​ກັນ​ໜູນ​ຊ່ວຍ​ພັດ​ທະ​ນາ​ການ​ສຶກ​ສາ, ບຳ​ລຸງ​ສ້າງວິ​ຊາ​ຊີບ​ລະ​ຫວ່າງ 2 ຝ່າຍ ແມ່ນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຫວຽດ​ນາມ-ຍີ​ປຸ່ນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ.

 

ປະສິດທິຜົນຈາກບັນດາໂຄງການຮ່ວມມືດ້ານການສຶກສາຫວຽດນາມ-ຍີປຸ່ນ - ảnh 1
ຫວຽດ​ນາມ ແລະ ຍີ​ປຸ່ນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ​ການ​ສຶກ​ສາຫຼາຍ​ສະ​ບັບ

      ໃນ 2-3ປີມໍ່ໆ​ມານີ້, ມີຫຼາຍ​ກຸ່ມ​ບໍ​ລິ​ສັດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ຍີ​ປຸ່ນ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ສະ​ພາບ​ແວດ​ລ້ອມດ້ານ​ການ​ສຶກ​ສາ​ທັນ​ສະ​ໄໝ, ສະ​ໜິດ​ສະ​ໜົມຢູ່​ໂຮງ​ຮຽນຫຼາຍ​ແຫ່ງ​ໃນ​ບໍ​ລິ​ເວນ​ນະ​ຄອນ​ໂຮ່​ຈິ​ມິນ. ພົ້ນ​ເດັ່ນ​ຂຶ້ນ ແມ່ນ​ນັບ​ແຕ່​ປີ 2012, ກຸ່ມ​ບໍ​ລິ​ສັດ Ajinomoto ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ພະ​ແນກ​ສຶກ​ສາ-ກໍ່​ສ້າງ​ນະ​ຄອນ​ຜັນ​ຂະ​ຫຍາຍ​ໂຄງ​ການ “ຄາບ​ເຂົ້າ​ໃນ​ໂຮງ​ຮຽນ ” ແນ​ໃສ່​ປົວ​ແປງ​ທາງ​ດ້ານ​ໂພ​ສະ​ນາ​ການ​ໃຫ້​ແກ່​ນັກ​ຮຽນ​ຊັ້ນ​ປະ​ຖົມ. ໂດຍ​ແມ່ນ​ຫົວ​ໜ່ວຍ​ສຶກ​ສາ​ຊຶ່ງ​ນະ​ຄອນ​ໄດ້​ເລືອກ​ເອົາ​ເພື່ອ​ປະ​ຕິ​ບັດ​ຮູບ​ແບບ​ຕົວ​ຢ່າງ​ເຮືອນ​ຄົວ​ເຄິ່ງ​ກິນນອນ​ຕາ​ມ​ໂຄງ​ການ “ຄາບ​ເຂົ້າ​ໃນ​ໂຮງ​ຮຽນ ”, ມາ​ຮອດ​ປະ​ຈຸ​ບັນ, ໂຮງ​ຮຽນ​ປະ​ຖົມ​ຈຶງ​ຈັກ​ທີ່​ເມືອງ 11 ໄດ້​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການນີ້​ເປັນ​ຢ່າງ​ດີ. ທ່ານ ຟານ​ວັນ​ຈີ້ ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ໃຫ້​ຮູ້​ວ່າ ດ້ວຍ​ຈຳ​ນວນ​ເງິນອຸ​ປະ​ຖຳ 1,3 ຕື້​ດົງຈາກບໍ​ລິ​ສັດ Ajinomoto ຫວຽດ​ນາມ, ຮູບ​ແບບ​ຕົວ​ຢ່າງ​ເຮືອນ​ຄົວ​ເຄິ່ງ​ກິນນອນ​ໄດ້​ຮັບ​ການ​ປະ​ກອບ​ພາ​ຫະ​ນະ​ທີ່​ທັນ​ສະ​ໄໝ. ທ່ານ ຟານ​ວັນ​ຈີ້ ຫົວ​ໜ້າ​ອຳ​ນວຍ​ການ​ໂຮງ​ຮຽນ​ເວົ້າວ່າ

    “​ຕົວ​ຢ່າງ​ເຮືອນ​ຄົວ​ນີ້ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ບັນ​ຫາສຸ​ຂະ​ອະ​ນາ​ໄມ​ດ້ານ​ສະ​ບຽງ​ອາ​ຫານ​ເວົ້າ​ລວມ ກໍ​ຄື​ນຳ​ໃຊ້​ສະ​ພາບ​ແວດ​ລ້ອມ ແລະ ຫຼຸດ​ຜ່ອນ​ບັນ​ດາ​ຂັ້ນ​ຕອນ​ໃນ​ວຽກ​ງານ​ຂອງ​ພາ​ລະ​ກອນ​ໃນ​ເຮືອນ​ຄົວ. ປະ​ກອບ​ສ​່ວນ​ນຳ​ຄາບ​ເຂົ້າ​ກິນ​ທີ່​ແຊ​ບ​ນົວ ແລະ ມີ​ຄຸ​ນະ​ພາບ​ໃຫ້​ແກ່​ນັກ​ຮຽນ​ ”

     ຢູ່​ຂັ້ນ​ຮຽນ​ທີ່​ສູງ​ກ່​ວານັ້ນ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ​ປຸ່ນ​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ສະ​ແດງ​ອອກ​ຜ່ານ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ. ຫຼາຍ​ປີ​ທີ່​ຜ່ານ​ມາ, ມະ​ຫາ​ວິ​ທະ​ຍາ​ໄລ ກະ​ສີ​ກຳ-ປ່າ​ໄມ້​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ຮ່ວມ​ມື​ກັບ​ໂຮງ​ຮຽນ, ສະ​ຖາ​ບັນ​ກວ່າ 20 ແຫ່ງ​ຂອງ​ຍີ​ປຸ່ນ, ໃນ​ນັ້ນ​ມີ​ບັນ​ດາໂຮງ​ຮຽນ​ລົງ​ເລິກຂະ​ແໜງກະສີ​ກຳ​ຂອງ​ຍີ​ປຸ່ນ​ເຊັ່ນ: Kobe, Kyushu,Osaka, Hiroshima, Kanazawa.  ໃນ​ຂະ​ນະ​ນັ້ນ, ມະ​ຫາ​ວິ​ທະ​ຍາ​ໄລ ຮ​ວາ​ແຊນ ໄດ້​ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ແລກ​ປ່ຽ​ນ​ນັກ​ສຶກ​ສາ​ກັບ​ຍີ​ປຸ່ນ. ມາ​ຮອດ​ປະ​ຈຸ​ບັນ, ມີ​ນັກ​ສຶກ​ສາ​ເກືອບ 75 ຄົນ​ຂອງ 2 ປະ​ເທດ​ໄດ້​ຮ່ຳ​ຮຽນ, ພົວ​ພັນແລກ​ປ່ຽນ, ຜ່ານ​ການ​ດຳ​ລົງ​ຊີ​ວິດຕົວ​ຈິງຢູ່​ທັງ​ຫວຽດ​ນາມ ແລະ ຍີ​ປຸ່ນ. ທ່ານ​ນາງ ດິງ​ແອງ​ລານ ຮັບ​ຜິດ​ຊອບ​ວຽກ​ງານ​ປະ​ຊາ​ສຳ​ພັນ ແລະ ສື່ມວນ​ຊົນ ມະ​ຫາ​ວິ​ທະ​ຍາ​ໄລ ຮ​ວາ​ແຊນ ໃຫ້​ຮູ້​ວ່າ :

“ ການ​ແລກ​ປ່ຽນ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ​ແມ່ນ​ພື້ນ​ຖານ​ເພື່ອ​ຊ່ວຍ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ບັນ​ດາ​ນັກ​ສຶກ​ສາ​ ພາຍຫຼັງ​ທີ່​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ແຫ່ງນີ້ ຈະ​ໄປ​ເຮັດ​ວຽກ​ຢູ່​ບັນ​ດາ​ບໍ​ລິ​ສັດ, ອົງ​ການ​ສຳ​ນັກ​ງານ​ຕ່າງໆ, ແຕ່​ເຂົາ​ເຈົ້າ​ແມ່ນ​ບັນ​ດາ​ປັດ​ໄຈ​ທີ່​ສຳ​ຄັນ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ-ຍີ​ປຸ່ນ​ ”

    ການ​ບຳ​ລຸງ​ສ້າງວິ​ຊາ​ຊີບ ກໍ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ທີ່​ດີ​ລະ​ຫວ່າງ 2 ຝ່າຍ. ທ່າ​ນ ​ເຈີນ​ແທງຫາຍ ອະ​ທິ​ການ​ບໍ​ດີ ໂຮງ​ຮຽນວິ​ທະ​ຍາ​ໄລ ວ້ຽນ​ດົງ ໃຫ້​ຮູ້​ວ່າທາງ​ໂຮງ​ຮຽນ​ໄດ້​ຮ່ວມ​ສຳ​ພັນ​ກັບ​ໂຮງ​ຮຽນວິ​ທະ​ຍາ​ໄລ ໂອ​ໂຕ Naknihon ຂອງ​ຍີ​ປຸ່ນ​ນັບ​ແຕ່​ປີ 2014. ໃນ​ເດືອນ 4/2017   ໂຮງ​ຮຽນວິ​ທະ​ຍາ​ໄລ ວ້ຽນ​ດົງ ຈະ​ສົ່ງ​ຄູ​ອາ​ຈານ​ໃນ​ຂະ​ແໜງ​ລົດ​ໂອ​ໂຕ​ໄປ​ຝຶກ​ຫັດ​ກ່ຽວ​ກັບ​ລົດ​ໂອ​ໂຕ​ແລ່ນ​ດ້​ວຍ​ໄຟ​ຟ້າ, ລົດ​ໂອ​ໂຕ Hybrib ຢູ່ໂຮງ​ຮຽນວິ​ທະ​ຍາ​ໄລໂອ​ໂຕ Naknihon. ແລະ ກໍ​ໃນ​ປີນີ້, ມີ​ນັກ​ສືກ​ສາ​ຈຳ​ນວນ​ໜຶ່​ງ​ຢູ່ ໂຮງ​ຮຽນວິ​ທະ​ຍາ​ໄລ ວ້ຽນ​ດົງ ຖືກ​ສົ່ງ​ໄປ​ບຳ​ລຸງ​ສ້າງ​ຢູ່​ໃນໂຮງ​ຮຽນວິ​ທະ​ຍາ​ໄລ ໂອ​ໂຕ Naknihon ເປັນ​ໄລ​ຍະ ປີ​ເຄິ່ງ​ເພື່ອ​ຮັບ​ເອົາ​ໃບ​ປະ​ກາດ​ສະ​ນິ​ຍະ​ບັດ​​ວິ​ສາ​ວະ​ກອນລົດ​ໂອ​ໂຕ​ທົ່ວ​ໂລກ. ນອກ​ຈາກ​ການ​ຮ່ວມ​ມື​ກັບໂຮງ​ຮຽນວິ​ທະ​ຍາ​ໄລ ໂອ​ໂຕ Naknihon ແລ້ວ, ໃນ​ປະ​ຈຸ​ບັນ, ໂຮງ​ຮຽນວິ​ທະ​ຍາ​ໄລ ວ້ຽນ​ດົງຍັງ​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ບຳ​ລຸງ​ສ້າງ​ໃນ​ຂະ​ແໜງ​ກໍ່​ສ້າງ, ກົນ​ຈັກ...​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ​ປຸ່ນ. ຕາມທ່າ​ນ ​ເຈີນ​ແທງຫາຍ ອະ​ທິ​ການ​ບໍ​ດີ ໂຮງ​ຮຽນວິ​ທະ​ຍາ​ໄລ ວ້ຽນ​ດົງ​ແລ້ວ, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ກັບ​ຍີ​ປຸ່ນ​ ສາ​ມາດ​ເຮັດ​ໃຫ້​ປ່ຽນ​ແປງ​ລະ​ດັບ​ຄວາມ​ຮັບ​ຮູ້​ກໍ​ຄື​ວິ​ທີ​ການ​ສອນ ການ​ຮຽນ​ອີກ​ດ້ວຍ, ທ່ານ​ກ່າວ​ວ່າ : 

    “ ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເຟັ້ນ​ບັນ​ດາ​ວິ​ຊາ​ຮຽນ​ແບບ​ກະ​ທັດ​ລັດ​ກ່​ວາ, ບັນ​ດາ​ວິ​ຊາ​ຮຽນ​ນັ້ນ ກໍ​ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ ແລະ ຄ້າຍ​ຄື​ກັບ​ມາດ​ຕະ​ຖານ​ສາ​ກົນ. ທີ 2 ແມ່ນ​ພວກ​ນັກ​ສຶກ​ສາ ກໍ​ມີ​ການ​ປ່ຽນ​ແປງວິ​ທີ​ການ​ສັງ​ເກດ​ສຳ​ລັບ​ບັນ​ດາ​ຂະ​ແໜງ​ອາ​ຊີບ​ທີ່​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ ອັນ​ໄດ້​ສ້າງ​ບັນ​ຍາ​ກາດ​ທີ່​ຫ້າວ​ຫັນ​ໃນ​ການ​ຮ່ຳ​ຮຽນ ”

    ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ​ປຸ່ນ​ກັບ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ນຳ​ມ​າເຊິ່ງປະ​ສິດ​ທິ​ຜົນ​ທີ່​ດີ, ຊ່ວຍ​ຂະ​ແໜງ​ສຶກ​ສາ​ນະ​ຄອນ​ສ້າງ​ໃຫ້​ມີ​ບັນ​ດາ​ຮູບ​ແບບ​ທັນ​ສະ​ໄໝ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ເມື່ອ​ລະ​ກ້າວ​ຕາມ​ມາດ​ຕະ​ຖານ​ພາກ​ພື້ນ ແລະ​ ສາ​ກົນ. ຍິ່ງ​ກ່​ວານັ້ນ, ການ​ຮ່ວມ​ມືນີ້​ພວມ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ 2 ຝ່າຍ​ຫວຽດ​ນາມ-ຍີ​ປຸ່ນ​ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັບ​ແຕ່​ໄລ​ຍະເວ​ລາກວ່າ 40 ປີ​ມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ