ຜູ້ອາຍຸສູງເຊິ່ງແມ່ນພື້ນຖານເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວ

(VOVWORLD) -ຊາວຫວຽດນາມມີມູນເຊື້ອ ຢູ່ຮ່ວມກັນດ້ວຍຫຼາຍລຸ້ນຄົນ ໃນເຮືອນຫຼັງດຽວ. ກໍ່ຍ້ອນເຫດນີ້ເອງ ກໍ່ມີຫຼາຍຄອບຄົວ ທີ່ຢູ່ຮ່ວມກັນດ້ວຍ 4 ລຸ້ນຄົນຍັງຄົງຕົວຢູ່. ບັນດາສະມາຊິກໃນຄອບຄົວທີ່ຢູ່ຮ່ວມກັນ ໄດ້ມີຄວາມຮັກແພງກັນ ເບິ່ງແຍງກັນ ແລະ ພ້ອມກັນຮັກສາຄວາມງາມທີ່ເປັນມູນເຊື້ອ ຂອງຄອບຄົວຫວຽດນາມ. ໃນແຕ່ລະຄອບຄົວ, ຜູ້ອາຍຸສູງໄດ້ຮັບຖືວ່າແມ່ນເສົາຄ້ຳຂອງຄອບຄົວ ມີບົດບາດສຳຄັນທີ່ສຸດ
ຜູ້ອາຍຸສູງເຊິ່ງແມ່ນພື້ນຖານເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງຄອບຄົວ - ảnh 1ຄອບຄົວປະກອບດ້ວຍ 4 ລຸ່ນຄົນ 

ຜູ້ອາຍຸສູງແມ່ນແບບຢ່າງທີ່ດີ ກ່ຽວກັບຄຸນສົມບັດ ວິຖີຊີວິດ, ແມ່ນຜູ້ທີ່ມີຄຸນງາມຄວາມດີ ໃນການສ້າງຄອບຄົວ ໃຫ້ມີຄວາມຜາສຸກ. ມີຫຼາຍຄົນທີ່ເປັນປູ່ເປັນຍ່າ ໄດ້ຖືເອົາຄຸນສົມບັດ, ຄວາມຮັກແພງຂອງຕົນເພື່ອສ້າງບັນດາຄອບຄົວ ມີຊີວິດຢູ່ຮ່ວມກັນດ້ວຍສາມສີ່ລຸ້ນຄົນ. ແມ່ຕູ້ ເຈົາທິທູ ຢູ່ຕາແສງ ຮົ່ງຮ່າ, ນະຄອນ ຮ້າລອງ ແຂວງ ກວາງນິງ ປີນີ້ມີອາຍຸ 100 ປີເຕັມ; ຄອບຄົວຂອງແມ່ຕູ້ມີຊີວິດຢູ່ຮ່ວມກັນ ດ້ວຍ 4 ລຸ້ນຄົນ ດ້ວຍຄວາມອົບອຸ່ນ ຮັກແພງກັນມາແຕ່ເວລາດົນນານ. ໂດຍແມ່ນຄອບຄົວປະກອບອາຊີບຜະລິດກະສິກຳ ແຕ່ລູກທັງ 8 ຄົນຂອງແມ່ຕູ້ ກໍ່ລ້ວນແຕ່ໄດ້ຮັບການບອກເຕືອນສິດສອນ ໃຫ້ໄດ້ຮ່ຳໄດ້ຮຽນເປັນຢ່າງດີ ແລະ ປັດຈຸບັນກໍ່ລ້ວນແຕ່ຢູ່ໃນເກນອາຍຸ 70 ປີແລ້ວ. ປັດຈຸບັນແມ່ຕູ້ທູ ກໍ່ຢູ່ກັບສອງຜົວເມຍລູກຜູ້ທີສອງແມ່ນລຸງ ຟ້າມຊວນເຮື່ອງ ພ້ອມກັບຫຼານສອງຄົນ. ເຖິງວ່າມີຄວາມຜິດດ່ຽງຢ່າງໃຫ່ຍທາງດ້ານອາຍຸ, ວິທີນຶກຄິດ, ວິທີເຮັດວຽກກໍ່ຕາມ, ແຕ່ທຸກໆຄົນໃນຄອບຄົວ ກໍ່ລ້ວນແຕ່ມີສະຕິຮັບຮູ້ໄດ້ເຖິງ ການຮັກສາມູນເຊື້ອຂອງຄອບຄົວ. ລຸງ ຢຽບແອັ໋ງສາງ ເປັນເພື່ອນບ້ານໃກ້ຄຽງຂອງຄອບຄົວແມ່ຕູ້ ເຈົາທິທູ ໃຫ້ຮູ້ວ່າ: 

     “ດີຫຼາຍ, ຄອບຄົວຂອງແມ່ຕູ້ທູ ຢູ່ນຳກັນດ້ວຍ 4 ລຸ້ນຄົນ ເຊິ່ງແມ່ນຄອບຄົວປະຕິວັດ. ພໍ່ຕູ້ເຊິ່ງເປັນຜົວຂອງແມ່ທູ ກໍ່ໄດ້ເສຍຊີວິດກ່ອນນີ້ 10 ປີແລ້ວ, ຄອບຄົວກໍ່ຢູ່ນຳກັນດ້ວຍຫຼາຍຄົນ ແຕ່ທັງໝົດກໍ່ລ້ວນແຕ່ແມ່ນພະນັກງານ, ກຳມະກອນ ລັດຖະກອນເຮັດວຽກນຳລັດ, ພວກຫຼານທັງໝົດ ກໍ່ຮຽນຈົບມະຫາວິທະຍາໄລ. ຄອບຄົວຂອງແມ່ຕູ້ທູ ແມ່ນຄອບຄົວວັດທະນະທຳ. ທຸກໆຄອບຄົວໃນບໍລິເວນກໍໍ່ໄດ້ຮຽນຕາມ”

    ໂດຍມີຊີວິດຮ່ວມກັນດ້ວຍ 4 ລຸ້ນຄົນ, ມີຄວາມແຕກຕ່າງກັນ ທາງດ້ານຈິນຕະນາການ, ດັ່ງນັ້ນ ເພື່ອຮັກສາຄວາມອົບອຸ່ນໃນຄອບຄົວນັ້ນ, ແຕ່ລະຄົນກໍໍ່ຕ້ອງມີຄວາມເຄົາລົບນັບຖືຕໍ່ຜູ້ມີອາຍຸສູງກວ່າ ແລະ ມີຄວາມຮັກແພງຕໍ່ຜູ້ມີອາຍຸຕ່ຳກວ່າ, ຕ້ອງຮັບຟັງຄຳຄິດເຫັນ ແລະ ສິ່ງສຳຄັນແມ່ນຕ້ອງມີຄວາມລະງັບໃຈ ແລະ ຈຳກັດຄວາມເຫັນແກ່ຕົວ ເພື່ອພ້ອມກັນເສີມສ້າງຄວາມສຸກໃຫ້ແກ່ຄອບຄົວ. ລຸງ ຟ້າມຊວນເຮື່ອງ ລູກຊາຍຂອງແມ່ຕູ້ທູ ໃຫ້ຮູ້ວ່າ: 

    “ເພື່ອສ້າງຄວາມປອງດອງໃນຄອບຄົວ, ແຕ່ລະລຸ້ນກໍ່ຕ້ອງມີຄວາມເຂົ້າໃຈ ເຖິງຄວາມກ້າວໜ້າຂອງສັງຄົມ ຫາກບໍ່ແມ່ນຮັກສາທັດສະນະຫຼ້າຫຼັງ, ເຮັດຄືແນວນັ້ນ ກໍ່ເປັນການຍາກເພື່ອຈະມີຊີວິດຢູ່ຮ່ວມກັນໄດ້. ແລະ ສິ່ງສຳຄັນແມ່ນບໍ່ຈຳແນກລະຫວ່າງລູກຊາຍ, ລູກສາວ, ລູກເຂີຍ ແລະ ລູກໃພ້. ທັງໝົດເຫຼົ່ານັ້ນ ກໍ່ເພື່ອສ້າງຄວາມຜູກມັດ ແລະ ສ້າງຄວາມຮັກແພງກັນໃນຄອບຄົວ”

   ປ້າ ຮວ່າງທິກວາງ ຜູ້ເປັນເມຍຂອງລຸງ ຟ້າມຊວນເຮື່ອງ ເຊິ່ງເປັນລູກໃພ້ກົກຂອງແມ່ຕູ້ທູ ໃຫ້ຮູ້ວ່າ ກວ່າ 50 ປີທີ່ເປັນລູກໃພ້ໃນຄອບຄົວ, ສາຍພົວພັນລະຫວ່າງແມ່ຜົວ ກັນລູກໃພ້ໃນເບື້ອງຕົ້ນ ກໍ່ບໍ່ແມ່ນວ່າບໍ່ເກີດມີເລື່ອງນີ້ເລື່ອງນັ້ນ. ແຕ່ທຸກໆກໍລະນີກໍ່ລ້ວນແຕ່ໄດ້ຮັບການແກ້ໄຂ ດ້ວຍຄວາມເມດຕາກະລຸນາຂອງແມ່ຜົວ ແລະ ມີການປະພຶດດ້ວຍຄວາມຮັກແພງ. ນາງ ຫວຽນທິແທັງເຕິມ ກໍ່ເປັນລູກໃພ້ຂອງປ້າ ກວາງ ເປີດເຜີຍວ່າ: 

    “ທຸກໆຄົນກໍ່ລ້ວນແຕ່ເຂົ້າໃຈວ່າ ຜູ້ເຖົ້າມີບົດບາດສຳຄັນທີ່ສຸດ. ສຳຄັນແມ່ນຢູ່ບ່ອນວ່າໄດ້ກຳນົດທິດໃຫ້ແກ່ລູກຫຼານ ເຫັນໄດ້ເຖິງກົກເຄົ້າເຫົ້ງາກໍຂອງຕົນ, ແລ້ວພວກຫຼານກໍ່ໄດ້ຮຽນຮູ້ຫຼາຍຢ່າງ, ຮູ້ເຖິງວິຖີຊີວິດໃນຄອບຄົວຄືແນວໃດ. ເພາະສະນັ້ນ, ຫຼານກໍຢາກຖາມກ່ຽວກັບປະຫວັດກ່ຽວກັບວົງຕະກູນ.  ທຸກສິ່ງທຸກຢ່າງເຫຼົ່ານັ້ນ ກໍ່ແມ່ນຄວາມຊອກຮູ້ກ່ຽວກັບຄອບຄົວ ກ່ຽວກັບວົງຕະກຸນ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເພາະວ່າໄດ້ມີຊີວິດໃນຄອບຄົວປະກອບດ້ວຍ 4 ລຸ້ນຄົນຄືແນວນີ້”

    ຜູ້ອາຍຸສູງມີບົດບາດສຳຄັນທີ່ສຸດ ໃນການສ້າງບັນດາຄຸນຄ່າວັດທະນະທຳໃນຄອບຄົວ; ໄດ້ເລືອກເຟັ້ນ, ຂະຫຍາຍ ແລະ ຖ່າຍທອດຄືນ ບັນດາຄຸນຄ່າວັດທະນະທຳອັນດີງາມ ໃຫ້ແກ່ຄົນລຸ້ນຫຼັງ. ຄອບຄົວຂອງແມ່ຕູ້ທູປະກອບດ້ວຍ 4 ລຸ້ນຄົນ ດຳລົງຊີວິດຢູ່ຮ່ວມກັນ ໃນຄວາມອົບອຸ່ນໃນເຮືອນຫຼັງດຽວ ໄດ້ກາຍເປັນໜຶ່ງໃນບັນດາແບບຢ່າງທີ່ດີ ໃນການຮັກສາຄວາມງາມທີ່ເປັນມູນເຊື້ອ ຂອງຄອບຄົວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ