ລາຍການທ່ອງທ່ຽວຜ່ານການລົງຕົວຈິງຄົ້ນຫາອາຊີບຂຸດຄົ້ນບໍ່ແຮ່

(vovworld) - ແຂວງກວາງ​ນິງບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ທິວ​ທັດ​ທ​ຳ​ມະ​ຊາດ​ທີ່​ສວຍ​ງາ​ມ​ເຊັ່ນ: ອ່າວ​ຫ້າ​ລອງ-ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ ວັດອຽນ​ຕືເທົ່າ​ນັ້ນ, ຫາກ​ຍັງ​ມີ​ບໍ​ຖ່ານ​ຫີນ​ໃຫຍ່​ນ້ອຍ​ນັບ​ສິບ​ແຫ່ງ​ທີ່​ມີ​ມາ​ແຕ່​ທ້າຍ​ສະ​ຕະ​ວັດ​ທີ 19 ອີກ​ດ້​ວຍ. ນີ້​ແມ່ນ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງກວາງ​ນິງ​ໃນ​ປະ​ຈຸ​ບັນອີກ​ດ້ວຍ. ປະ​ຈຸ​ບັນ, ​ຂະ​ແໜງ​ທ່ອງ​ທ່ຽວ​ແຂວງກວາງ​ນິງພວມ​ຜັນ​ຂະ​ຫຍາຍ​ການ​ສ້າງ ແລະ ແນະ​ນຳ​ໃຫ້​ແຂກ​ທ່ອງ​ທ່ຽວກ່ຽວ​ກັບ​ລາຍ​ການ​ທ່ອງ​ທ່ຽວ​ຜ່ານ​ການ​ລົງ​ຕົວ​ຈິງ​ສຳ​ພັດ​ກັບ​ອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່.  ໃນ​ລາຍ​ການ​ຊີ​ວິດ​ສັງ​ຄົມ​ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດຂອງ​ນັກ​ຂ່າ​ວ ລານ​ແອງ ​ທີ່​ພ​າດ​ຫົວ​ຂໍ້​ວ່າ : “ລາຍ​ການ​ທ່ອງ​ທ່ຽວ​ຜ່ານ​ການ​ລົງ​ຕົວ​ຈິງ​ຄົ້​ນ​ຫາອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່”.    

ລາຍການທ່ອງທ່ຽວຜ່ານການລົງຕົວຈິງຄົ້ນຫາອາຊີບຂຸດຄົ້ນບໍ່ແຮ່ - ảnh 1
ບໍ່​ແຮ່​ຢູ່ກວາງ​ນີງ

     ລາຍ​ການ​ທ່ອງ​ທ່ຽວ​ຜ່ານ​ການ​ລົງ​ຕົວ​ຈິງ​ຄົ້ນ​ຫາ​ອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່ແມ່ນບໍ່​ສະ​ຫງວນ​ໃຫ້​ແກ່​ບັນ​ດາ​ຜູ້​ຢ້ານ​ຂີ້​ຝຸ່ນ​ເປື້ອນ​ເປີ້, ຢ້ານ​ຄວ​າມ​ສູງ. ບັນ​ດາ​ຜູ້​ຄົນ​ໄປ​ທ່ອງ​ທ່ຽວ​ເປັນ​ຄັ້ງ​ທຳ​ອິດ ກໍ​ລ້ວນ​ແຕ່​ຕົກ​ສະ​ເງີ້​ເມື່ອ​ເຫັນ​ບໍ່​ຖ່ານ​ຫີນ​ທີ່​ໃຫຍ່​ໂຕ. ເຂົ້າ​ຮ່ວມ​ໃນ ລາຍ​ການ​ທ່ອງ​ທ່ຽວ​ຜ່ານ​ການ​ລົງ​ຕົວ​ຈິງ​ຄົ້ນ​ຫາບໍ່​ຖ່ານ​ຫີນ, ທຸກ​ຄົນ​ຕ້ອງ​ປະ​ຕິ​ບັດ​ຕາມຫຼັກ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ ອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່ຢ່າງ​ເຄັ່ງ​ຄັດ​ຄື ຕ້ອງ​ນຸ່ງ​ຊຸດ​ນິ​ລະ​ໄພ, ໃສ່​ຜ້າ​ອັດ​ປາກ, ຂີ່​ລົດ​ສະ​ເພາະ​ຂອງຂະ​ແໜງ​ຂຸດ​ຄົ້ນ​ບໍ່​ແຮ່, ແຕ່​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ປະ​ທັບ ຍາກ​ທີ່​ຈະ​ລ​ືມ​ໄດ້. ທ່ານ ຫງວຽນ​ແອງ​ຕ້ວນ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ເດິດ​ໝໍ ແຂວງກວາງ​ນິງ ໃຫ້​ຮູ້​ວ່າ :

   “ ເມື່ອ ແຂກ​ທ່ອງ​ທ່ຽວ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່ບໍ່​ຖ່ານ​ຫີນ ກໍ​ຈະ​ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງ​ອ່າວ ບ້າຍຕື​ລອງ ຈາກ​ບ່ອນ​ສູງ. ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ກໍ​ໄດ້ເຫັນບໍ່​ຖ່ານ​ຫີນ, ລົດ​ຂົນ​ສົ່ງຖ່ານ​ຫີນໃຫຍ່​ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນຫຼາຍ​ຄັ້ງ. ແຕ່ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ເຂົາ​ເຈົ້າ​ມີ​ໂອ​ກາດ​ໄດ້​ຢືນ​ຢູ່​ເທິ່ງບໍ່​ຖ່ານ​ຫີນ​ເພື່ອ​ຮັບ​ຊົມ​ທັດ​ສະ​ນີ​ຍະ​ພາບ ”

      ເມ​ື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ຮູບ​ພາບ​ສະ​ຖານ​ທີ່​ຂຸດ​ຄົ້ນ​ຖ່ານ​ຫີນ​ຢູ່ບໍ່​ຖ່ານ​ຫີນ ແດວ​ນາຍ, ນະ​ຄອນ​ເກີມ​ຝາ, ຜູ້​ຄົ​ນ​ທັງຫຼາຍ​ກໍ​ຮູ້​ສຶກ​ປຽບ​ເໝືອນ​ພາບ​ແຕ້​ທີ່​ສວຍ​ງາມ, ໃຫຍ່​ໂຕ​ມະ​ໂຫ​ຖານດ້ວຍ​ສີຫຼາກຫຼາຍ​ປະ​ສານ​ເຂົ້າ​ກັນ. ທ່ານ ຫງວຽນ​ຕ້ວນແອງ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ເດິດ​ໝໍແຂວງກວາງ​ນິງໃຫ້​ຮູ້​ວ່າຕື່ມ​ອີກວ່າ:

    “ ນະ​ຄອນ​ເກີມ​ຝາ​ມີ 2 ຮູບ​ແບບ​ຂຸດ​ຄົ້ນ​ຖ່ານ​ຫີນ. ທີ 1 ແມ່ນ​ການ​ຂຸດ​ຄົ້ນ​ຢູ່​ສະ​ຖານ​ທີ່​ກາງ​ແຈ້ງ, ທີ 2 ແມ່ນ​ການ​ຂຸດ​ຄົ້ນ​ຢູ່​ໃຕ້​ດິນ. ສຳ​ລັບການ​ຂຸດ​ຄົ້ນ​ຖ່ານ​ຫີນຢູ່​ໃຕ້​ດິນນັ້ນ, ເຕັກ​ໂນ​ໂລ​ຢີ​ການ​ຂຸດ​ຄົ້ນ​ໃນ​ປະ​ຈຸ​ບັນ​ຢູ່​ເກີມ​ຝາ ແມ່ນ​ໄດ້​ສາມາດ​ໃຫ້​ກຳ​ມະ​ກອນ​ລົງ​ໃຕ້​ດິນ​ເລິກ​ປະ​ມານ 300 ແມດ​ເມ​ື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ ”

ລາຍການທ່ອງທ່ຽວຜ່ານການລົງຕົວຈິງຄົ້ນຫາອາຊີບຂຸດຄົ້ນບໍ່ແຮ່ - ảnh 2
ແຂກ​ທ່ອງ​ທ່ຽວ​ໄດ້​ນຸ່ງ​ເຄື່ອງ​ປ້ອງ​ກັນ​ຄື​ຄົນ​ງານ​ເຮັດ​ວຽກ​ຢູ່ບໍ່​ແຮ່

    ຮູບ​ພາບ​ສະ​ຖານ​ທີ່​ຂຸດ​ຄົ້ນ​ຖ່ານ​ຫີນ​ຢູ່ບໍ່​ຖ່ານ​ຫີນຖືກ​ເພີ່ມ​ຄວາມ​ງາມ​ດ້ວຍ​ສີ​ເຫຼືອງ​ຂອງ​ຂະ​ບວນ​ລົດ​ຂົນ​ສົ່ງ​ຖ່ານ​ຫີນ ແລ່​ນ​ຕິດ​ຕໍ່​ກັນ. ທ່ານ ເຈີນ​ວັນ​ຕວຽນ ມີ​ຄວາມ​ຜູກ​ພັນ​ກັບ​ອາ​ຊີບ​ຂັບ​ລົດຢູ່ບໍ່​ຖ່ານ​ຫີນ ແດວ​ນາຍ ມາ​ເປັນ​ເວ​ລາ 10 ປີ​ແລ້ວ​ໃຫ້​ຮູ້​ວ່າ :

    “ ສຳ​ລັບອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່, ສິ່ງ​ທີ່ສຳ​ຄັນ​ທີ່​ສຸດ ແມ່ນ​ຕ້ອງ​ມີ​ຄວາມ​ຮັກ​ອາ​ຊີບ ຈຶ່ງ​ຈະ​ສາ​ມາດ​ເຮັດ​ວຽກ​ຍາ​ວ​ນານ​ໄດ້. ຢູ່ບໍ່​ຖ່ານ​ຫີນ, ມີ​ລົດ​ຂົນ​ສົ່ງຫຼາຍ​ປະ​ເພ​ດ, ແຕ່​ເມື່ອ​ຂັບ​ລົດ​ຂົນ​ສົ່ງ​ປະ​ເພດນີ້, ຖ້າ​ຫາກບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ, ກໍ​ບໍ່​ອາດ​ຮັກ​ສາ​ຄວາມ​ທົນ​ທານ​ໃຫ້​ລົດ​ໄດ້. ເມື່ອ​ເຫັນ​ວ່າ​ແຂກ​ທ່ອງ​ທ່ຽວ​ນິ​ຍົມ​ມາ​ທ່ຽວ​ຢູ່ສະ​ຖານ​ທີ່​ຂຸດ​ຄົ້ນ​ຖ່ານ​ຫີນນັ້ນ, ພວກ​ຂ້າ​ພະ​ເຈົ້າ​ຕ່າງ​ກໍ​ເຫັນ​ດີ​ເພື່ອ​ຮ່ວມ​ມື​ກັບ​ບັນ​ດາ​ຫົວ​ໜ່ວຍ​ທ່ອງ​ທ່ຽວ ເພຶ່ອ​ຈັດ​ຕັ້ງ​ໃຫ້​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ: ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່ ”

      ບັນ​ດາ​ບໍ​ລິ​ສັດຂຸດ​ຄົ້ນ​ບໍ່​ແຮ່ເກືອບ​ທັງ​ໝົດ​ສັງ​ກັດ​ກຸ່ມ​ບໍ​ລິ​ສັດ​ຂຸດ​ຄົ້ນ​ຖ່ານ​ຫີນ-ແຮ່​ທາດ​ຫວຽດ​ນາມ ລ້ວນ​ແຕ່​ມີ​ເຮືອນ​ມູນ​ເຊື້ອເພື່ອ​ໃຊ້​ເປັນ​ບ່ອນ​ເກັບ​ຮັກ​ສາ​ບັນ​ດາ​ວັດ​ຖຸ​ພັນ, ຮູບ​ຖ່າຍ​ທີ່​ຕິດ​ພັນ​ກັບ​ແຕ່​ລະ​ໄລ​ຍະ​ກໍ່​ສ້າງ ແລະ ພັດ​ທະ​ນາ​ຂອງ​ບໍ​ລິ​ສັດ​ຕົນ​ເອງ. ທ່ານ​ນາງ ​ຕື​ທິມີ້​ແຫ້ງ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ພັດ​ທະ​ນາ​ການ​ຄ້າ​ອາ​ຊີ​ຈຳ​ກັດ ເວົ້າ​ວ່າ   :

    “ ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່​ຂ້າ​ພະ​ເຈົ້າໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຊົມຢູ່ບໍ່​ຖ່ານ​ຫີນ ແດວ​ນາຍທີ່​ເກີມ​ຝາ. ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ເມື່ອ​ໄດ້​ເຫັນ​ຄວາມ​ງາມ​ແບບ​ໃຫຍ່​ໂຕ​ມະ​ໂຫ​ຖານ. ມາ​ຢ້ຽມ​ຊົ​ມ​ຢູ່ ບໍ່​ຖ່ານ​ຫີນ, ແຂກ​ທ່ອງ​ທ່ຽວໄດ້​ເຫັນ​ບໍ່​ຖ່ານ​ຫີນ, ເຫັນ​ຂຸມ​ຂຸດ​ຄົ້ນຖ່ານ​ຫີນຢູ່​ໃຕ້​ດິນ​ເລິກ​ປະ​ມານ 150 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ໄດ້​ເຫັນ​ລົດ​ຂົນ​ສົ່ງ​ຖ່ານ​ຫີນ​ໃຫຍ່​ທີ່​ສຸດ​ຢ່າງບໍ່​ເຄີຍ​ໄດ້​ເຫັນ, ສະ​ເພາະ​ກົງ​ລົດ ກໍ​ສູງ​ເຖິງ 2,7 ແມັດ​ແລ້ວ. ”

       ລາຍ​ການ​ທ່ອງ​ທ່ຽວ​ຜ່ານ​ການ​ລົງ​ຕົວ​ຈິງ​ຄົ້ນ​ຫາ​ອາ​ຊີບ​ຂຸດ​ຄົ້ນ​ບໍ່​ແຮ່​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ມີ​ພຽງແຕ່​ຢູ່​ແຂວງກວາງ​ນິງ​ເທົ່າ​ນັ້ນ ແລະ ກໍ​ເປັນ​ແຫຼ່ງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ.


ຂ່າວ/ບົດ​ອື່ນ