ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”: ເຊີນຊູເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ

(VOVWORLD) - ພາຍຫລັງສະແດງລາຍການປະສານສຽງສຳເລັດຜົນໃນປີ 2021, ຫວ່າງແລ້ວນີ້ ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ” ໂດຍມີການເຂົ້າຮ່ວມຂອງນັກສິລະປິນຫລາຍຄົນພ້ອມກັບກອງນັກຮ້ອງປະສານສຽງ SamSung Harmony າຍງວຽນ, ກອງນັກຮ້ອງປະສານສຽງ ດາຢ້າງ ສືບຕໍ່ຈັດຕັ້ງຂຶ້ນຢູ່ Complex 01, ໄຕເຊີນ ຮ່າໂນ້ຍ- ແມ່ນຂົງເຂດປະສົມຊື່ງໄດ້ຫັນປ່ຽນມາຈາກໂຮງງານເກົ່າແຫ່ງໜຶ່ງ ເພື່ອແນໃສ່ຢາກສົ່ງສານອະນຸລັກຮັກສາ ແລະ ເຮັດໃຫ້ເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ ມີຄວາມອຸດົມສົມບູນກວ່າ.
ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”: ເຊີນຊູເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ - ảnh 1ການສະແດງທີ່ລາຍການ (ພາບ: VOV)
 
 

ເຂົ້າຮ່ວມສະແດງລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”, ກອງນັກຮ້ອງປະສານສຽງ Samsung Harmonyບໍ່ພຽງແຕ່ປາດຖະຫນາຢາກໃຫ້ຜູ້ຊົມມີຄວາມເອົາໃຈໃສ່ເຖິງການປົກປັກຮັກສາເຂດສາທາລະນະ, ສິ່ງແວດລ້ອມທຳມະຊາດ, ບັນດາມໍລະດົກທີ່ພົ້ນເດັ່ນຂອງ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງນຳສຽງຂັບຮ້ອງຂອງຜູ້ອອກແຮງງານໄປເຖິງມະຫາຊົນໃຫ້ຫຼາຍກວ່າເກົ່າ. ທ່ານ ຫວູງອກເຊີນ, ຜູ້ບັນຊາກອງນັກຮ້ອງປະສານສຽງ Samsung Harmonyທ໊າຍງວຽນ ແລະ ເພື່ອນ ຫງວຽນແທງຫາຍ, ສະມາຊິກກອງນັກຮ້ອງປະສານສຽງໃຫ້ຮູ້ວ່າ:

 “ແຕ່ກອ່ນມາຮອດປະຈຸບັນ ກອງນັກຮ້ອງປະສານສຽງຂອງພວກຂ້າພະເຈົ້າ ມີແຕ່ສະແດງຢູ່ເວທີໃນໂຮງລະຄອນເທົ່ານັ້ເປັນຕົ້ນແມ່ນ: ໂຮງລະຄອນໃຫຍ່, ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ແຕ່ເມື່ອສະແດງຢູ່ບ່ອນເປີດກາງແຈ້ງຄືແນວນີ້ເພື່ອນຳເອົາສຽງເພງມາໃຫ້ມະຫາຊົນ, ບັນດາຊາວຜູ້ອອກແຮງງານທີ່ສະຫນິດສະຫນົມ ພວກຂ້າພະເຈົ້າຮູ້ສຶກມີຄວາມເອກອ້າງທະນົງໃຈນຳສຽງເພງທີ່ໄດ້ມາຮັບໃຊ້ວົງຄະນະຍາດ. ເຂດສາທາລະນະຄືແນວນີ້ແມ່ນມີປະໂຫຍດຕໍ່ຊາວ ຮ່າໂນ້ຍ. ຖ້າພວກເຮົາບູລະນະເຂດນີ້ໃຫ້ກາຍເປັນບ່ອນເຄື່ອນໄຫວສິລະປະວັດທະນະທຳ, ການລະຫລິ້ນບັນເທິງໃຫ້ຊາວ ຮ່າໂນ້ຍ ນັ້ນແມ່ນສິ່ງທີ່ມີປະໂຫຍດທີ່ສຸດ”

ເປັນຄັ້ງທຳອິດທີ່ໄດ້ມາສະແດງຢູ່ບ່ອນເປີດກາງອຈ້ງຄືແນວນີ້ ຮູ້ສຶກແຕກຕ່າງຫລາຍ, ແລະ ມີຄວາມປິຕິຊົມຊື່ນ ເພາະຕາມປົກກະຕິ ມີແຕ່ສະແດງໃຫ້ພາລະກອນໃນບໍລິສັດຊົມເທົ່ານັ້ນ. ແຕ່ບັດນີ້ ຂ້າພະເຈົ້າຮູ້ສຶກເປັນກຽດໄດ້ມາສະແດງໃຫ້ປະຊາຊົນທຸກຄົນຢູ່ທີ່ນີ້ຮັບຊົມ ກໍ່ຢາກໃຫ້ເຂົາເຈົ້າເຂົ້າໃຈໄດ້ສານຂອງລາຍການ, ຢາກໃຫ້ທຸກຄົນມີສະຕິໃນການອະນຸລັກຮັກສາສະພາບແວດລ້ອມແຫ່ງການດຳລົງຊີວິດຢູ່ ຮ່າໂນ້ຍ ເພື່ອໃຫ້ມີສິ່ງແວດລ້ອມທີ່ປອດໃສສວຍງາມກວ່າ, ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດກວ່າ”

ຈຸດໃຫມ່ປີນີ້ຂອງລາຍການປະສານສຽງ ແມ່ນການສະແດງດົນຕີພື້ນເມືອງຂອງ ນັກສິລະປິນ… ເທເຢີນ, ພ້ອມກັບບັນດາບົດເພງພື້ນເມືອງ ໄດ້ປະກອບສ່ວນເຮັດໃຫ້ສີສັນດົນຕີມີຄວາມອຸດົມສົມບູນກວ່າເກົ່າ. ສືບຕໍ່ຢັ້ງຢືນສານຂອງລາຍການທີ່ຢາກສົ່ງເຖິງທຸກຄົນ, ທ່ານ ເລກວາງບີ່ງ ຜູ້ປະສານງານຂອງເຄືອຂ່າຍ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ” ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຢາກຈັດຕັ້ງບ່ອນສະແດງເປີດກາງແຈ້ງຄືແນວນີ້, ປົກກະຕິ ພວກເຮົາເຄີຍຄິດວ່າ ລາຍການປະສານສຽງແມ່ນສະແດງແຕ່ຢູ່ໃນໂຮງລະຄອນເທົ່ານັ້ນ ແຕ່ເມື່ອພວກເຮົາມາສະແດງຢູ່ບ່ອນເປີດກາງແຈ້ງຄືແນວນີ້ ແມ່ນຈະສ້າງການພົວພັນຢ່າງໃກ້ຊິດລະຫວ່າງນັກສິລະປິນ ກັບຜູ້ຊົມ. ຄຽງຂ້າງນັ້ນ ຢາກຈັດລາຍການຢູ່ບ່ອນເປີດກາງແຈ້ງ ແມ່ນບ່ອນທີ່ໄດ້ຫັນປ່ຽນຈາກໂຮງງານເກົ່າມາເປັນບ່ອນສະແດງສິລະປະທີ່ເຕັມໄປດ້ວຍການປະດິດຄິດສ້າງ ພວກຂ້າພະເຈົ້າຢາກສົ່ງສານທີ່ວ່າ ຮ່າໂນ້ຍ ແມ່ນສະຖານທີ່ເປັນຫນ້າດຳລົງຊີວິດ ແຕ່ກໍ່ຄວນມີເຂດສາທາລະນະທີ່ມີການປະດິດຄິດສ້າງຄືແນວນີ້ໃຫ້ຫລາຍກວ່າເກົ່າ

ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ”: ເຊີນຊູເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ - ảnh 2(ພາບປະກອບຈາກ VOV)

 

ຫາຍາກທີ່ມີວັດທະນະທຳວົງຄະນະຍາດສາມາດຮັດແຄບໄລຍະຫ່າງລະຫວ່າງນັກສິລະປິນ ຕໍ່ກັບມະຫາຊົນໄດ້ຄື complex 01. ເປັນທີ່ຈະແຈ້ງແລ້ວວ່າ ລາຍການສະແດງຂອງບັນດານັກສິລະປິນໃນລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ” ໄດ້ນຳມາເຊິ່ງຄວາມຮູ້ສຶກທີ່ແຕກຕ່າງແກ່ຜູ້ຊົມ.

                    “ນ້ອງຮູ້ສຶກມີຄວາມປະເອີບໃຈຫຼາຍທຳອິດພວກນ້ອງຄິດວ່າຫລິ້ນຢູ່ນີ້ແລ້ວ ກໍ່ຈະພາກັນກັບບ້ານ ແຕ່ເມື່ອເຫັນກອງນັກຮ້ອງປະສານສຽງມາສະແດງ ພວກນ້ອງບໍ່ຄິດເລີຍວ່າ ພວກອາອາວ ຈະຮ້ອງເພງມ່ວນຂະໜາດນີ້ ແລະ ເປັນມືອາຊີບຫຼາຍ, ນ້ອງຍັງບໍ່ເຄີຍໄດ້ຟັງ ແລະ ໄດ້ຊົມລາຍການສະແດງປະສານສຽງມ່ວນຄືແນວນີ້ຈັກເທື່ອ”

ດ້ວຍຄວາມປາດຖະຫນາຢາກນຳໃຊ້ດົນຕີເພື່ອເຊື່ອມຕໍ່ວົງຄະນະຍາດ ແລະ ສົ່ງສານ, ປົກປັກຮັກສາ ແລະ ເຮັດໃຫ້ເຂດສາທາລະນະທຳມະຊາດຢູ່ ຮ່າໂນ້ຍ ຄື: ໂຮ່ໄຕ, ຖະຫນົນຍ່າງ, ແຄມແມ່ນ້ຳແດງ ຫລື ຂົວລອງບຽນ… ມີຄວາມອຸດົມສົມບູນຂຶ້ນຕື່ມ ລາຍການປະສານສຽງ “ເພື່ອ ຮ່າໂນ້ຍ ນະຄອນເປັນຫນ້າດຳລົງຊີວິດ” ໄດ້ນຳມາເຊິ່ງລາຍການສະແດງທີ່ປະທັບໃຈ, ບໍ່ພຽງແຕ່ຊ່ວຍໃຫ້ມະຫາຊົນໄດ້ຊົມລາຍການສະແດງປະສານສຽງມ່ວນເທົ່ານັ້ນ ຫາກຍັງເປັນການພິສູດໃຫ້ເຫັນວ່າ ເຂດສາທາລະນະນີ້ ແມ່ນບ່ອນທີ່ມີຄວາມເໝາະສົມເພື່ອໃຫ້ປະຊາຊົນໄດ້ມາພົບປະແລກປ່ຽນ, ຈັດຕັ້ງການເຄື່ອນໄຫວລວມໝູ່ ແລະ ຍິ່ງມີຄວາມເຂົ້າໃຈ, ຍິ່ງຮັກນະຄອນ ຮ່າໂນ້ຍຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ