ສູນສາທາລະນະສຸກມີຜົນງານດີເດັ່ນໃນວຽກງານປ້ອງກັນຕ້ານ HIV/AIDS

(VOVWORLD) -ສູນສາທາລະນະສຸກ ເມືອງ ບີ່ງຖູຍ, ນະຄອນ ເກີນເທີ ແມ່ນຫນຶ່ງໃນບັນດາຫົວຫນ່ວຍຊື່ງໃນຫລາຍປີຜ່ານມາ ໄດ້ມີການຫັນປ່ຽນຫລາຍຢ່າງທີ່ຕັ້ງຫນ້າໃນວຽກງານປ້ອງກັນຕ້ານເຊື້ອ HIV ໂລກ AIDS, ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ແກ່ປະຊາຊົນທຸກຊັ້ນວັນນະກ່ຽວກັບຄວາມເອົາໃຈໃສ່, ການຊ່ວຍເຫລືອ, ບໍ່ມີການຈຳແນກປະພຶດຕໍ່ຜູ້ຕິດ ເຊື້ອ HIV ໂລກ AIDS.. ບັນລຸໄດ້ໝາກຜົນຄືດັ່ງກ່າວ ກໍ່ຍ້ອນມີການປະກອບສ່ວນຢ່າງຕັ້ງຫນ້າ, ມີປະສິດທິຜົນຂອງຖັນແຖວຜູ້ໂຄສະນາ, ຜູ້ຮ່ວມງານ, ພະນັກງານສະເພາະກິດໃນການປ້ອງກັນຕ້ານ ເຊື້ອ HIV ໂລກ AIDS ຢູ່ ບໍລິເວນເມືອງ.

ສູນສາທາລະນະສຸກມີຜົນງານດີເດັ່ນໃນວຽກງານປ້ອງກັນຕ້ານ HIV/AIDS - ảnh 1ສະມາຊິກທີ່ຢູ່ໃນສະພາບດຽວກັນກັບຜູ້ຕິດເຊື້ອເຂົ້າຮ່ວມຊຸດຝືກອົບຮົມເພື່ອຍົກສູງຄວາມຮັບຮູ້. (ພາບ: VOV)

ຫ້ອງກວດ, ປິ່ນປົວພະຍາດຂອງສູນສາທາລະນະສຸກ ເມືອງ ບີ່ງຖູຍ ປະຈຸບັນ ພວມຄຸ້ມຄອງ ປິ່ນປົວຜູ້ຕິດ ເຊື້ອ HIV ໂລກ AIDS ຢູ່ ພາຍໃນ ແລະ ຕ່າງແຂວງ ປະມານ 800 ຄົນ. ໄລຍະຜ່ານມາ ການປະກາດໃຊ້ ແລະ ປະຕິບັດບັນດາລະບອບ, ນະໂຍບາຍຕໍ່ຜູ້ຕິດ ເຊື້ອ HIV ແລະ ຖັນແຖວຊັບພະຍາກອນມະນຸດທີ່ເຂົ້າຮ່ວມວຽກງານປ້ອງກັນຕ້ານ ເຊື້ອ HIV ໂລກ AIDS ໂດຍກົງ ໄດ້ຮັບການຜັນຂະຫຍາຍຢ່າງຄົບຖ້ວນ, ທັນການ. ຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ, ການບໍລິການສັງຄົມ, ເບິ່ງແຍງສຸຂະພາບ, ໃຫ້ຄຳປຶກສາ, ສະຫນອງພາຫະນະກັນການຕິດແປດ, ແຜ່ ເຊື້ອ HIV ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

ຕາມທ່ານໝໍ ຫງວຽນກວັກສື້ ຢູ່ ຫ້ອງກວດ, ປິ່ນປົວພະຍາດ OPC ຂອງສູນສາທາລະນະສຸກ ເມືອງ ບີ່ງຖູຍ ແລ້ວ, ຢູ່ທີ່ນີ້ ຜູ້ຕິດ ເຊື້ອ HIV ໂລກ AIDS ໄດ້ຮັບການກວດພະຍາດເປັນປະຈຳໄລຍະເພື່ອໃຫ້ມີວິທີການປິ່ນປົວຢ່າງເໝາະສົມ ເພື່ອຟື້ນຟູກຳລັງກາຍ.

“ປະຈຸບັນ ຜູ້ ເຊື້ອ HIV ໂລກ AIDS ສ່ວນຫລາຍແມ່ນຄົນຫນຸ່ມ, ພະຍາດນີ້ເຮັດໃຫ້ເຂົາເຈົ້າບໍ່ມີຄວາມເຊື່ອໝັ້ນຕໍ່ຊີວິດ. ເຂົາເຈົ້າບໍ່ຮູ້ແບ່ງປັນຫລືເວົ້າຄວາມໃນໃຈກັບຜູ້ໃດ, ຍ້ອນເຂົາເຈົ້າອາຍ ແລະ  ກໍ່ບໍ່ຢາກແບ່ງປັນນຳຄອບຄົວ   ເຂົາເຈົ້າມາສູນນີ້ກໍ່ໝາຍຄວາມວ່າ ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ ພະນັກງານແພດໝໍ, ສະນັ້ນເລື່ອງໃຫ້ຄຳປຶກສາດ້ານຈິດໃຈແກ່ເຂົາເຈົ້າແມ່ນເປົ້າໝາຍໃນຂັ້ນຕອນຂອງການປິ່ນປົວພະຍາດ.”

ສູນສາທາລະນະສຸກມີຜົນງານດີເດັ່ນໃນວຽກງານປ້ອງກັນຕ້ານ HIV/AIDS - ảnh 2ເຂົ້າຮ່ວມການແຂ່ງຂັນໂຄສະນາແມ່ນຫນຶ່ງໃນຮູບການໂດຍສູນສາທາລະນະສຸກ ເມືອງ ບີ່ງຖູຍ ຍູ້ແຮງ. (ພາບ:VOV)

        ເພື່ອໃຫ້ວຽກງານປ້ອງກັນ, ຕ້ານ ເຊື້ອ HIV ໂລກ AIDS ບັນລຸປະສິດທິຜົນ, ທຸກປີ ທາງສູນສາທາລະນະສຸກ ເມືອງ ບິ່ງຖູຍ ໄດ້ຈັດການໂຄສະນາກ່ຽວກັບຂັ້ນຕອນຕ່າງໆໃນການກວດເຊື້ອ, ປິ່ນປົວ, ການປ້ອງກັນ ເຊື້ອ HIV ໂລກ AIDS..  ນອກຈາກນັ້ນ ຢູ່ ແຕ່ລະຕາແສງ ໃນບໍລິເວນເມືອງ ບີ່ງຖູຍ ລ້ວນແຕ່ມີຫນ່ວຍຮ່ວມງານເພື່ອເຂົ້າເຖິງ ແລະ ຫນູນຊ່ວຍປະຊາຊົນທີ່ມີຄວາມຕ້ອງການໃຫ້ຄຳປຶກສາກ່ຽວກັບ ເຊື້ອ HIV . ອ້າຍ ເລຈູງຫຽວ (ເກີດປີ 1994) ກໍ່ເປັນສະມາຊິກຜູ້ໜຶ່ງທີ່ຢູ່ໃນສະພາບດຽວກັນກັບຜູ້ຕິດເຊື້ອ ຂອງສູນສາທາລະນະສຸກເມືອງ ບີ່ງຖູຍ ແບ່ງປັນວ່າ:

 “ປີຫນຶ່ງ ຂ້າພະເຈົ້າອາດຈະໄດ້ໄປຝຶກອົບຮົມກ່ຽວກັບ ເຊື້ອ HIV , ກ່ຽວກັບການວິໄຈ. ນອກຈາກນັ້ນ ຕ້ອງຊອກຮູ້ເອົາເອງ ເພື່ອໃຫ້ມີຄວາມຮູ້ໃນການໃຫ້ຄຳປຶກສາ. ຂ້າພະເຈົ້າເອງຢາກເຮັດວຽກງານນີ້ຕະຫລອດ ບໍ່ຢາກຢຸດເຊົາ ເພາະວ່າຄຳລະດົມກຳລັງໃຈຂອງຕົນ ສາມາດຊ່ວຍໃຫ້ຜູ້ຕິດເຊື້ອ HIV ໂລກ AIDS ມີການປ່ຽນແປງຄວາມນຶກຄິດຂອງເຂົາເຈົ້າໄດ້ກວ່າ”

ຄຽງຂ້າງການຫນູນຊ່ວຍຢ່າງຕັ້ງຫນ້າຂອງກຳລັງ ສະມາຊິກທີ່ຢູ່ໃນສະພາບດຽວກັນກັບຜູ້ຕິດເຊື້ອ ໃນວຽກງານປ້ອງກັນຕ້ານ ເຊື້ອ HIV ໂລກ AIDS ຢູ່ ເມືອງ ບີ່ງຖູຍ ໃນໄລຍະຜ່ານມາ ມີການຫັນປ່ຽນຫລາຍຢ່າງທີ່ຕັ້ງຫນ້າ, ມີປະສິດທິຜົນຍ້ອນໄດ້ຮັບການເຂົ້າຮ່ວມຈາກວົງຄະນາຍາດ, ພະແນກ, ຂະແຫນງການຕ່າງໆ ແລະ ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງສັງຄົມໃນບໍລິເວນ.

ປະຈຸບັນ ຍ້ອນສະພາບການໂລກລະບາດຜັນແປສັບສົນ, ສູນສາທາລະນະສຸກ ເມືອງ ບີ່ງຖູຍ ໄດ້ນຳໃຊ້ກາຍເປັນໂຮງໝໍກາງສະຫນາມເພື່ອໃຫ້ຜູ້ຕິດ ເຊື້ອ HIV ໂລກ AIDS ສືບຕໍ່ໄດ້ໃຫ້ຄຳປຶກສາເມື່ອມີຄວາມຕ້ອງການ. ຕາມທ່ານນາງ ຫງວຽນທິມົ້ງຢ໋ຽມ ພະນັກງານ ຫ້ອງກວດປິ່ນປົວພະຍາດ OPC, ສູນ ສາທາລະນະສຸກ ບີ່ງຖູຍ ແລ້ວ, ຍ້ອນຜູ້ຕິດ ເຊື້ອ HIV ມີສຸຂະພາບບໍ່ແຂງແຮງ, ຈຳກັດການອອກໄປສຳຜັດກັບຫລາຍຄົນຢູ່ຂ້າງນອກ ສະນັ້ນ ຫ້ອງກວດປິ່ນປົວພະຍາດ ຈຶ່ງໄດ້ແຈກຢາຍຢຸກຢາໃຫ້ເຂົາເຈົ້າ 3 ເດືອນ/ຄັ້ງ ແທນທີ່ເດືອນລະຄັ້ງຄືກ່ອນນີ້. ສຳລັບຄົນເຈັບຄວນຢາກໄດ້ຮັບຄຳປຶກສາ ໃນຂະນະທີ່ເຂົາເຈົ້າຍັງຢູ່ໃນເຂດປິດລ້ອມ, ເຂດແຍກຫ່າງ, ເຮັດວຽກ “ 3 ຢູ່ກັບທີ່” ຫລື ຢາກກວດສຸຂະພາບຄືນ, ຫ້ອງກວດ, ປິ່ນປົວພະຍາດ OPC ຈະສົ່ງພະນັກງານລົງໄປກວດຢູ່ກັບທີ່ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າດີທີ່ສຸດໃນການປິ່ນປົວພະຍາດ.

ຈາກຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຫ້ອງກວດ, ປິ່ນປົວພະຍາດ OPC, ສູນສາທາລະນະສຸກ ເມືອງ ບີ່ງຖູຍ ໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນ ນະຄອນ ເກີນເທີ ຍ້ອນມີຜົນງານດີເດັ່ນໃນວຽກງານເບິ່ງແຍງ ແລະ ປິ່ນປົວຜູ້ຕິດເຊື້ອ HIV ໂລກ AIDS ປີ 2020. ນີ້ແມ່ນກຳລັງຫນູນເພື່ອໃຫ້ ຫ້ອງກວດ, ປິ່ນປົວພະຍາດ OPC ຍົກສູງຄຸນນະພາບໃນການປ້ອງກັນ, ໃຫ້ຄຳປຶກສາ, ເບິ່ງແຍງ, ປິ່ນປົວຜູ້ຕິດເຊື້ອ HIV ໂລກ AIDS, ຮັບປະກັນຄຸນນະພາບການດຳລົງຊີວິດໃຫ້ຄົນເຈັບເທື່ອລະກ້າວ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ຊີວິດ ແລະ ສຳຄັນກວ່າແມ່ນປະກອບສ່ວນສະກັດກັ້ນການຕິດແປດເຊື້ອ HIV, ຫລຸດຜ່ອນຈຳນວນຜູ້ຕິດເຊື້ອ HIV ໃຫມ່ໃນວົງຄະນາຍາດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ