ຫັນເປັນດິຈີຕອນ ຢູ່ ບ່າເຣ້ຍ - ຫວູງເຕົາ

(VOVWORLD) -ການຫັນເປັນ ດິຈີຕອນ ພວມແມ່ນທ່າອ່ຽງແນ່ນອນຢູ່ ຫວຽດນາມ. ໂດຍຮັບຮູ້ໄດ້ຄວາມສຳຄັນຕໍ່ການເລື່ອງຫັນເປັນ ດິຈີຕ ອນ ແລະ ກໍ່ໄດ້ກຳນົດວ່າ ນີ້ແມ່ນຫນ້າທີ່ບຸກທະລຸໃນອາຍຸການ 2021 2025, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຍູ້ແຮງການຫັນເປັນ ດິຈີຕອນລວມສູນ ຢູ່ໃນທັງ 3 ຂົງເຂດ: ອຳນາດການປົກຄອງດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມ ດິຈີຕອນ. ເປົ້າໝາຍສູງສຸດຂອງເລື່ອງຫັນເປັນ ດິຈີຕອນ ແມ່ນຮັບໃຊ້ສັງຄົມ, ປະຊາຊົນ ແລະ ວິສາຫະກິດ, ຜ່ານນັ້ນ ປະກອບສ່ວນຍົກສູງດັດຊະນີກຳລັງຄວາມສາມາດແກ້ງແຍ້ງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບໍລິເວນແຂວງ.

ຫັນເປັນດິຈີຕອນ ຢູ່ ບ່າເຣ້ຍ - ຫວູງເຕົາ - ảnh 1ກອງປະຊຸມຜັນຂະຫຍາຍການເຄື່ອນໄຫວຊຸກຍູ້ການຫັນເປັນດີຈີຕອນ ລະຫວ່າງກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ແຂວງບ່າເຣ້ຍ - ຫວູງເຕົາ (ພາບ:  ictnews.vietnamnet.vn)

 

  ແຂວງ ບ່າເຣ້ຍ - ຫວູງເຕົາ ກຳນົດການຫັນເປັນ ດິຈີຕອນ, ກໍ່ສ້າງຕົວເມືອງອັດສະລິຍະແມ່ນຫນຶ່ງໃນບັນດາຫນ້າທີ່ຈຸດສຸມທີ່ມີລັກສະນະບຸກທະລຸໃນໄລຍະ 2021 – 2025. ເດືອນພຶດສະພາປີ 2021, ແຂວງ ໄດ້ປະກາດໃຊ້ມະຕິວ່າດ້ວຍການຫັນເປັນ ດິຈີຕອນ, ຕົວເມືອງອັດສະລິຍະຕິດພັນກັບການປະຕິຮູບລະບຽບການບໍລິຫານ. ທ່ານ ເລຫວຽດຈູງ, ຮອງຫົວຫນ້າພະແນກຖະແຫລງຂ່າວ ແລະ ສື່ສານແຂວງ ບ່າເຣ້ຍ -ຫວູງເຕົາ ໃຫ້ຮູ້ວ່າ:

 “ມະຕິໄດ້ວາງອອກບັນດາມາດຕະການກ່ຽວກັບການພັດທະນາພື້ນຖານໂຄງລ່າງດ້ານເຕັກນິກ, ບັນດາພື້ນຖານຮັບປະກັນຄວາມປອດໄພດ້ານຂໍ້ມູຂ່າວສານ. ກ່ຽວກັບອຳນາດການປົກຄອງ ດິຈີຕອນ, ທາງແຂວງ ໄດ້ກຳນົດຫນ້າທີ່ໃນການຄຸ້ມຄອງລັດເພື່ອຮັບໃຊ້, ຫນູນຊ່ວຍປະຊາຊົນ, ວິສາຫະກິດ, ຖືເອົາຖານຂໍ້ມູນ ດິຈີຕອນເພື່ອມາຮັບໃຊ້ການຄຸ້ມຄອງລັດ. ແຂວງ ພວມສຸມໃສ່ພັດທະນາລະບົບເຄືອຂ່າຍສົ່ງຂໍ້ມູນທີ່ເຄີຍໃຊ້, ຮອດປີ 2023 ສ້າງໃຫ້ສຳເລັດແຜນຮ່າງຫັນເປັນ ລະບົບ IP version6 ມີກຳລັງຄວາມສາມາດຄິດໄລ່ສູງ, ປອດໄພ. ຮອດປີ 2025 ພັດທະນາສາງຖານຂໍ້ມູນໃຊ້ລວມ, ປະຕູຖານຂໍ້ມູນເປີດ”

ໃນໄລຍະເກືອບ 2 ປີແຫ່ງການປະຕິບັດມະຕິ, ວຽກງານຫັນເປັນ ດິຈີຕອນ ຢູ່ ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ນຳມາເຊິ່ງບາງໝາກຜົນອັນແທ້ຈິງ. ມາຮອດປະຈຸບັນ ມີກວ່າ 95,5% ຄອບຄົວມີອິນເຕີແນັດສາຍໄຍແກ້ວ, ເກືອບ 79%ຈຳນວນປະຊາຊົນ ນັບອາຍຸແຕ່ 15 ຂຶ້ນໄປຢູ່ບໍລິເວນແຂວງ ມີບັນຊີຢູ່ທະນາຄານ ຫລື ບັນດາອົງການຈັດຕັ້ງອື່ນໄດ້ຮັບອະນຸຍາດ, ກວ່າ 92% ຈຳນວນປະຊາຊົນມີໂທລະສັບມືຖື. ຄຽງຄູ່ກັນນັ້ນ ບັນດາອົງການຈັດຕັ້ງຂອງແຂວງ ໄດ້ສົ່ງຮັບເອກະສານດ້ວຍທາງເອເລັກໂຕນິກຈາກ 4 ຂັ້ນບໍລິຫານ. 100% ລະບຽບການບໍລິຫານມີເງື່ອນໄຂຄົບຖ້ວນເພື່ອຮັບບໍລິການສາທາລະນະທາງໄກຂຶ້ນລະດັບ 3,4 ແລະ ມຸ່ງໄປເຖິງບໍລິການສາທາລະນະທາງໄກຕາມການກຳນົດຂອງລັດຖະບານ.

ໃນຄວາມມານະພະຍາຍາມຜັນຂະຫຍາຍມະຕິກ່ຽວກັບການຫັນເປັນ ດິຈີຕອນ, ໃນເບື້ອງຕົ້ນແຂວງ ບ່າເຣ້ຍ - ຫວູງເຕົາ ບັນລຸໝາກຜົນກ່ຽວກັບການຫັນເປັນ ດິຈີຕອນ ໃນຂະແໜງກະສິກຳ ດ້ວຍເລື່ອງນຳເອົາ ຊາວກະສິກອນ7000 ຄອບຄົວ ເຂົ້າໃນຊ່ອງການຄ້າເອເລັກໂຕນິກ, ປະກອບສ່ວນສ້າງຊ່ອງຈຳຫນ່າຍໃຫມ່, ທັນສະໄຫມ. ທ່ານ ເຈິ່ນວັນເກື່ອງ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບ່າເຣ້ຍ - ຫວູງເຕົາ ຢືນຢັນວ່າ:

  “ນີ້ແມ່ນຮູບການ ຈະໄດ້ຮັບການປະຕິບັດໃນໄລຍະຍາວ ແລະ ມັນມີລັກສະນະໝັ້ນຄົງກວ່າ. ເພາະວ່າ ເມື່ອນຳເອົາຜະລິດຕະພັນຂຶ້ນຂາຍໃນຊ່ອງພົວພັນການຄ້າທາງເອເລັກໂຕນິກ ກໍ່ໝາຍຄວາມວ່າ ຊາວກະສິກອນຈະຮູ້ຈັກໄດ້ວ່າ ການເຊື່ອມຕໍ່ ແລະ ຈຳຫນ່າຍແມ່ນຢູ່ໃສ ແລະ ຜະລິດຕະພັນນັ້ນມີຊື່ສຽງຫລືບໍ່.”

ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ແຂວງ ບ່າເຣ້ຍ - ຫວູງເຕົາ ໄດ້ປັບປຸງອັນດັບດັດຊະນີການຫັນເປັນ ດິຈີຕອນ (DTI) ໂດຍກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ເປັນຜູ້ ຕີລາຄາ ແລະ ປະກາດໃນແຕ່ລະປີ, ຈາກອັນດັບ 39/63 ແຂວງ, ນະຄອນໃນປີ 2020 ຂຶ້ນເປັນ ອັນດັບ 29/63 ແຂວງ, ນະຄອນໃນປີ 2021; ສູ້ຊົນໃຫ້ໄດ້ຢູ່ໃນ Top 20/63 ແຂວງ, ນະຄອນໃນປີ 2022 ແລະ ບັນລຸຄາດໝາຍໄດ້ນອນໃນກຸ່ມ 10/63 ແຂວງ, ນະຄອນ ໃນປີ 2025 ຄືກັບມະຕິໄດ້ວາງອອກ.

ໃນໄລຍະຮອດປີ 2025 ການກຳນົດທິດຮອດປີ 2030, ແຂວງ ບ່າເຣ້ຍ- ຫວູງເຕົາກຳນົດສືບຕໍ່ມານະພະຍາຍາມປັບປຸງຄຸນນະພາບສະຫນອງບໍລິການສາທາລະນະທາງໄກ. ທ່ານ ເລຫວຽດຈຸງ ຮອງຫົວຫນ້າພະແນກຖະແຫລງຂ່າວ - ສື່ສານ ແຂວງ ບ່າເຣ້ຍ - ຫວູງເຕົາ ເນັ້ນຫນັກວ່າ:

“ແຂວງ ໄດ້ກຳນົດ ຖືເອົາວິສາຫະກິດເປັນໃຈກາງ, ພັດທະນາການຄ້າເອເລັກໂຕນິກເປັນຫລັກແຫລ່ງ, ສຸມໃສ່ພັດທະນາວິສາຫະກິດດິຈີຕອນ ສຸມໃສ່ເຂົ້າໃນບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຊຸກຍູ້ການປ່ຽນແປງໃຫມ່ປະດິດຄິດສ້າງໃນວິສາຫະກິດ. ກ່ຽວກັບສັງຄົມດິຈີຕອນ, ສືບຕໍ່ກຳນົດຖືປະຊາຊົນເປັນໃຈກາງ. ຄຽງຂ້າງນັ້ນ ແຂວງ ຍັງກຳນົດບາງຂະແຫນງຂົງເຂດທີ່ຄວນສຸມໃສ່ ນັ້ນແມ່ນຂະແຫນງສາທາລະນະສຸກ, ການສຶກສາ, Logistic, ອຸດສາຫະກຳການຄ້າ, ພັດທະນາທ່າກຳປັ່ນທະເລ, ກະສິກຳໝູນໃຊ້ເຕັກໂນໂລຊີສູງ ແລະ ການທ່ອງທ່ຽວ”

ຄາດໝາຍການຫັນເປັນ ດິຈີຕອນ ຮອດປີ 2025 ຂອງແຂວງ ບ່າເຣ້ຍ- ຫວູງເຕົາ ແມ່ນໄດ້ນອນໃນກຸ່ມ 10 ແຂວງ, ນະຄອນ ນຳຫນ້າໃນທົ່ວປະເທດກ່ຽວກັບລະດັບການຫັນເປັນ ດິຈີຕອນ. ຮອດປີ 2030, ແຂວງ ບ່າເຣ້ຍ - ຫວູງເຕົາ ໃຫ້ສຳເລັດການຫັນເປັນ ດິຈີຕອນ ແລະ ສ້າງຮູບແບບຕົວເມືອງອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ