ຫວຽດນາມສ້າງເງື່ອນໄຂທີ່ດີທີ່ສຸດເພື່ອໃຫ້ຄົນພິການ ເຊື່ອມຕົວເຂົ້າກັບວົງຄະນະຍາດ

ປະ​ຈຸ​ບັນ, ຫວຽດ​ນາມມີ​ຄົນ​ພິ​ການ​ເກືອບ 7 ລ້ານ​ຄົນ, ໃນ​ນັ້ນ​ມີ​ປະ​ມານ 4 ລ້ານ​ຄົນ​ແມ່ນ​ພວມ​ຢູ່​ໃນ​ເກັ່ນ​ອາ​ຍຸ​ອອກ​ແຮງ​ງານ. ຍ້ອນຄົນ​ພິ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ດຳ​ລົງ​ຊີ​ວິດ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ຍາມ​ໃດ​ກໍ​ມີ​ບັນ​ດານະ​ໂຍ​ບາຍໜູນ​ຊ່ວຍ ຄົນ​ພິ​ການ​​ໃຫ້​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ, ສ້າງວຽກ​ເຮັດ​ງານ​ທຳ​ທີ່​ແທດ​ເໝາະ​ກັບ​ລະ​ດັບ ແລະ ສຸ​ຂະ​ພາບ​ໃຫ້​ແກ່​ເຂົາ​ເຈົ້າ​ເພື່ອ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ​ເທື່ອ​ລະ​ກ້າວ.

 

ຫວຽດນາມສ້າງເງື່ອນໄຂທີ່ດີທີ່ສຸດເພື່ອໃຫ້ຄົນພິການ ເຊື່ອມຕົວເຂົ້າກັບວົງຄະນະຍາດ - ảnh 1
ກະ​ຊວງ​ການ​ຕ່າງ​ປະ​ເທດມອບ​ລໍ້​ເລື່ອນ​ໃຫ້​ເດັກ​ພິ​ການ​ເພື່ອ​ຊ່ວຍ
ເຊື່ອມ​ຕົວ​ເຂົ້າກັບ​ວົງ​ຄະ​ນະ​ຍາດ

      ຢູ່​ນະ​ຄອນ​ໂຮ່​ຈິ​ມິ​ນ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ນອກ​ຈາກ​ການ​ເບິ່ງ​ແຍງ​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ຂອງຄົນ​ພິ​ການແລ້ວ, ທາງ​ນະ​ຄອນ​ພ້ອມ​ກັບ​ພະ​ແນກ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາຍາມ​ຫຼາຍ​ຢ່​າງ​ໃນ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ແກ່ ຄົນ​ພິ​ການ​​ເມື່ອ​ຂີ່​ລົດ​ເມ. ຢູ່​ຕາມ​ຄິວ​ລັດ​ເມ​ທຸກ​ແຫ່ງ, ລ້ວນ​ແຕ່​ມີ​ພາ​ລະ​ກອນ​ແນະ​ນຳ, ຫນູນ​ຊ່ວຍຄົນ​ພິ​ການ​. ນອກ​ຈາກນັ້ນ, ໃນ​ລົດ​ເມ​ທຸກ​ຄັນ ກໍ​ໄດ້​ປະ​ກອບ​ພາ​ຫະ​ນະຍົກ​ແບບ​ອັດ​ຕະ​ໂນ​ມັດ ແລະ ສະ​ຫງວນ​ຕັ່ງ​ນັ່ງ 2 ແຖວ​ໜ້າ​ໃຫ້ ຄົນ​ພິ​ການ​. ທ່ານ ເລ​ຮ່​ວາງ​ມິນ ຮອງ​ຫົວ​ໜ້າ​ພະ​ແນກ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ນະ​ຄອນ​ໂຮ່​ຈິ​ມິ​ນ ໃຫ້​ຮູ້​ວ່າ :

    “ ນະ​ຄອນ​ໂຮ່​ຈິ​ມິນ​ພວມ​ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ວົງ​ຄະ​ນະ​ຍາດ​ຮ່ວມ​ແຮງ​ຮ່ວມ​ໃຈ​ໃຫ້​ແກ່​ຜູ້​ຂັບ​ລົດ, ພາ​ລະ​ກອນ​ຫນູນ​ຊ່ວຍຜູ້​ໂດຍ​ສານ​ຂີ່​ລົດ​ເມ​ເປັນ​ຢ່າງ​ດີ​ທີ່​ສຸດ. ສ່ວນ​ບັນ​ດາ​ກົນ​ໄກ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄົນ​ພິ​ການ, ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ອື່ນໆ, ພະ​ແນກ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈະ​ສົມ​ທົບ​ກັບ​ສະ​ມາ​ຄົມ​ຄົນ​ພິ​ການ​ເພື່ອ​ສ້າງ​ບັນ​ດາແຜນ​ການ, ໂຄງ​ການ​ຕ່າງໆ​ດ້ວຍ​ຈຸດ​ປະ​ສົງ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຄົນ​ພິ​ການ​ເມື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫ​ວສັງ​ຄົມຈະ​ບັນ​ລຸ​ໝາກ​ຜົນ​ດີ​ທີ່​ສຸດ ”

     ເພື່ອ​ມຸ່ງ​ໄປ​ສູ່​ການ​ແບ່ງ​ປັນ​ຄວາມ​ຮັກ​ແພງ, ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ແລະ ຊ່ວຍ​ເຫຼືອ​ຄົນ​ພິ​ການ​ມີ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ເປັນ​ເອ​ກະ​ລາດ, ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດນັ້ນ, ຫວຽດ​ນາມ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ໜູນ​ຊ່ວຍ​ຄົນ​ພິ​ການເກືອບ 7 ລ້ານ​ຄົນ, ຈາກ​ການ​ແກ້​ໄຂ​ລະ​ບອບ​ອຸດ​ໜູນໃຫ້​ແກ່​ຄົນ​ພິ​ການ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຜ່ານ​ຜ່າ​ສິ່ງ​ກີດ​ຂວາງ​ໃນ​ການ​ດຳ​ລົງ​ຊີ​ວິດ. ຫຼາຍ​ໂຄງ​ການ, ແຜນ​ການ​ໄດ້​ຜັນ​ຂະ​ຫຍາຍເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ຮັບ​ຮູ້ຂອງ​ທົ່ວ​ສັງ​ຄົມ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ, ໃນ​ນັ້ນ ສຳ​ຄັນ​ກ່​ວາ​ໝູ່​ແມ່ນ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ​ກັບ​ຄົນ​ພິ​ການ, ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ມີ​ລາຍ​ຮັບ, ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ແຕ່​ລະ​ປີ, ຫວຽດ​ນາມ​ໄດ້​ຈັດ​ງານ​ຕະຫຼາດ​ນັດຫຼາຍ​ຄັ້ງ​ເພື່ອ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ພິ​ການ, ຮັບ​ສະ​ໝັກ​ແຮງ​ງານ​ນັບ​ໝື່ນ​ຄົນເຂົ້າເຮັດ​ວຽກ ແລະ ບຳ​ລຸງ​ສ້າງວິ​ຊາ​ຊີບ. ພ້ອມ​ກັນ​ນັ້ນ, ກໍ​ຍັງ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ ແລະ ແນະ​ນຳ​ຜະ​ລິດ​ຕະ​ພັນ​ຂອງ​ບັນ​ດາ​ຮາກ​ຖານ​ຜະ​ລິດ​ຂອງ​ຄົນ​ພິ​ການ. ນາງ ຫງວຽນ​ທິ​ລານ​ເຮືອງ ສະ​ມາ​ຊິກ​ສະ​ມາ​ຄົມ​ຄົນ​ພິ​ການ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ : 

     “ ຕາມ​ຂ້າ​ພະ​ເຈົ້າແລ້ວ, ຄົນ​ພິ​ການໄດ້​ຮັບ​ຄວາມ​ເອົາ​ໃຈຫຼາຍ​ທີ່​ສຸດ​ຈາກ​ລັດ, ມີຫຼາຍ​ກາ​ລະ​ໂອ​ກາດ​ໄດ້​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ສານ ແລະ ເຕັກ​ໂນ​ໂລ​ຢີ. ຜ່ານນີ້​ຂ້າ​ພະ​ເຈົ້າ​ກໍ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ຜູ້​ມີ​ນ້ຳ​ໃຈ​ໂອບ​ອ້ອມ​ອາ​ລີ, ພ້ອມ​ກັນ​ນັ້ນ ຈະ​ມີບັນ​ດາ​ວິ​ສາ​ຫະ​ກິດຮັບ​ເອົາ ຄົນ​ພິ​ການ​ເຂົ້າ​ເຮັດ​ວຽກຫຼາຍ​ຂຶ້ນ, ທັງ​ນີ້​ກໍ​ຊ່ວຍ​ໃຫ້​ເຂົ​າ​ເຈົ້າ​ມີ​ລາຍ​ຮັບ ແລະ ລ້ຽງ​ຕົນ​ຕົນ​ເອງ ”

     ທ່ານ​ນາງ ເຢືອງ​ທິ​ເວີນ, ປະ​ທານ​ສະ​ມາ​ຄົມ ຄົນ​ພິ​ການຮ່າ​ໂນ້ຍ ຖືວ​່າ : ເລື່ອງ

ບັນ​ດາ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ວັນ​ບຸນ​ຈັດ​ຫາ​ງານ ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຊ່ວຍ​ເຫຼືອ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫງວ​ນ​ໃຫ້​ແກ່ ຄົນ​ພິ​ການ. ນີ້​ກໍ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຄົນ​ພິ​ການຜູ້​ອອກ​ແຮງ​ງານ​ເປັນ​ເຈົ້າ​ການ​ໄປ​ຮຽນ​ວິ​ຊາ​ຊີບ,   ຊອ​ກ​ຮູ້​ໂອ​ກາດ​ເຮັດ​ວຽກ, ພັດ​ທະ​ນາ​ການດ​ຳ​ລົງ​ຊີ​ວິດ. ທ່ານ​ນາງ ເຢືອງ​ທິ​ເວີນ, ປະ​ທານ​ສະ​ມາ​ຄົມ ຄົນ​ພິ​ການຮ່າ​ໂນ້ຍ ເວົ້າ​ວ່າ : 

   “ ຜ່ານ​ບັນ​ດາ ວັນ​ບຸນ​ຈັດ​ຫາ​ງານເພື່ອ​ຊ່ວຍ ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົົ້າ​ກັບ​ສັງ​ຄົມ, ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທັງ​ສັງ​ຄົມ​ຈະ​ປ່ຽນ​ແປງ​ຄວາມ​ຮັຍ​ຮູ້ ແລະ ພິ​ເສດ​ບັນ​ດາ​ວິ​ສາ​ຫະ​ກິດ​ຄວນ​ມານີ້​ເພື່ອ​ຮັບ​ສະ​ໝັກ​ແຮງ​ງານ ຄົນ​ພິ​ການ​ເຂົ້າ​ເຮັດ​ວຽກ. ຜ່ານນີ້, ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມຫວັງ​ຢາກ​ໃຫ້​ປ່ຽນ​ແປງ​ທັງ​ຄວາມ​ຮັບ​ຮູ້​ຂອງ ຄົນ​ພິ​ການ  ແລະ ວິ​ສາ​ຫະ​ກິດເພື່ອ​ມຸ່ງ​ໄປ​ສູ່​ສັງ​ຄົມເຊື່ອມ​ໂຍງ, ບໍ່​ມີ​ສິ່ງ​ກີດ​ຂວາງ ແລະ ມີ​ຄວາມ​ເຄົາ​ລົບ ຄົນ​ພິ​ການ  ”

    ໂດຍ​ແມ່ນ​ປະ​ເທດ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ ສ.ປ.ຊ​ ກ່ຽວ​ກັບສິດ​ທິ ຄົນ​ພິ​ການ, ຫວຽດ​ນາມ​ໄດ້​ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ ຄົນ​ພິ​ການ​ໃຫ້​ສົມ​ບູນ​ແບບ ແນ​ໃສ່​ຮັບ​ປະ​ກັນ​ບັນ​ດາ​ສິດ​ຂອງຄົນ​ພິ​ການກໍ​ຄື​ນູນ​ຊ່ວຍ​ເຂົາ​ເຈົ້າປົວ​ແປງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ຍົກ​ສູງ​ທີ່​ຕັ້ງ​ສັງ​ຄົມ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ. ທ່ານ ຟຸ່ງ​ຊວນ​​ກຸຍ ປະ​ທານ​ສະ​ມາ​ຄົມ ຄົນ​ພິ​ການແຂວງກວາງ​ຈິ ຖື​ວ່າ :

   “ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ ດຳ​ເນີນ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ ກໍ​ຄື​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ ຄົນ​ພິ​ການ​ໃນ​ບໍ​ລິ​ເວນ​ທົ່ວ​ປະ​ເທດ. ນອກ​ຈາກນັ້ນ, ລັດ​ກໍ​ມີ​ບັນ​ດາ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ ສ້າງວຽກ​ເຮັກ​ງານ​ທຳ​ໃຫ້​ຄົນ​ພິ​ການ, ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມເຊື່ອໝັ້ນ​ ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ”

     ດ້ວຍ​ການ​ຮ່ວ​ມ​ແຮງຮ່ວມ​ໃຈ​ຂອງ​ທົ່ວ​ທັງ​ສັງ​ຄົມ, ຄົນ​ພິ​ການພວມເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດໃນ​ແຕ່​ລະ​ວັນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສັງ​ຄົມ. ດ້ວຍ​ວຽກ​ງານ​ທີ່​ສອດ​ຄ່ອງ ແລະ ດ້ວຍ​ມາ​ນະ​ຈິດ​ຂອງ​ຄົນ​ເອງ, ຄົນ​ພິ​ການຫວຽດ​ນາມ​ໄດ້​ຊ່ວຍ​ເຫຼືອ​ກັນ​ຜ່ານ​ຜ່າ​ບັນ​ດາ​ສິ່ງ​ກີດ​ຂວາງ ເພື່ອ​ສ້າງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ.

ຕອບກັບ

ຂ່າວ/ບົດ​ອື່ນ