ຫວຽດນາມຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ປະຕິບັດເປົ້າໝາຍສະຫັດສະວັດ

ໄລ​ຍະ 2011 – 2015, ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຄິດ​ສະ​ເລ່ຍ​ໄດ້ຫຼຸດ​ຜ່ອນ 2%ຕໍ່​ປີ, ສະ​ເພາະ​ບັນ​ດາ​ເມືອງ​ທຸກ​ຍາກ​ໄດ້ຫຼຸດ​ລົງ​ກວ່າ 6%. ໝາກ​ຜົນ​ແຫ່ງຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄາດ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແບບ​ຍື​ນ​ຍົງ, ຮັບ​ປະ​ກັນ​ການ​ຫນູນ​ຊ່ວຍ​ຊີ​ວິດສັງ​ຄົມ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ປະ​ຊາ​ຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. 

ຫວຽດນາມຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ,  ປະຕິບັດເປົ້າໝາຍສະຫັດສະວັດ - ảnh 1
(ພາບ​ປະ​ກອບ)

           ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ອະ​ນຸ​ມັດ​ຜ່ານ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ໄລ​ຍະ 2016-2020 ດ້ວຍຍອດ​ຄ່າ​ໃຊ້​ຈ່າຍ​ເກືອບ 48.400 ຕື້ ດົງ(ກວ່າ 2 ຕື້ USD ). ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດໄດ້​ວາງ​ຄາດ​ໝາຍ ຫຼຸດ​ຜ່ອນ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຄິດ​ສະ​ເລ່ຍແຕ່ 1 – 1,5%ຕໍ່​ປີ ຕາມ​ມາດ​ຖານ​ທຸກ​ຍາກ​ສຳ​ພັດຫຼາຍ​ສົ້ນ​ທີ່​ນຳ​ໃຊ້​ໃຫ້​ແກ່ ໄລ​ຍະ 2016-2020, ປົວ​ແປງ​ການ​​ທຳ​ມາ​ຫາ​ກິນ, ຫາ​ເງິນ​ລ້ຽງ​ຊີບ, ຍົກ​ສູງຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ທຸກ​ຍາກ, ຮັບ​ປະ​ກັນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ຂອງ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໃນ​ທ້າຍ​ປີ 2020 ເພີ່ມ​ຂຶ້ນ 1,5 ເທົາ​ເມື່ອ​ທຽບ​ໃສ່​ທ​້າຍ​ປີ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງດິງ​ເຫ້ວ ຢືນ​ຢັນ​ວ່າ :

   “ ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ຕາມ​ມາດ​ຖານ​ຄ​ສວາມ​ທຸກ​ຍາກຫຼາຍ​ສົ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໃນ​ປະ​ຈຸ​ບັນ​ຂອງ​ລັດ. ລັດ​ສ້າງ​ເງື່ອນ​ໄຂ​ສົ່ງ​ເສີມ​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ມີ​ເຈດ​ຈຳ​ນົງ​ບືນ​ຕົວ​ຂຶ້ນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມ​ຮັ່ງ​ມີ​ເທື່ອ​ລະ​ກ້າວ, ຄ່ອຍ​ໆຮັດ​ແຄບຄວາມ​ແຕກ​ໂຕ່ນ​ກັນ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ ແລະ ທຸກ​ຍາກ, ລະ​ຫວ່າງ​ເຂດ​ຕ່າງໆ, ບັນ​ດາ​ຊັ້ນ​ຄົນ. ພາ​ລະ​ກິດນີ້ ພຽງ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຂະ​ນະ​ທີ່​ສາ​ມາດ​ລະ​ດົມ​ໄດ້​ກຳ​ລັງ​ແຮງ​ສັງ​ລວມຂອງ​ທົ່ວ​ປວງ​ຊົນ, ຂອງ​ທັງ​ລະ​ບົນ​ການ​ເມືອງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ພາຍ​ໃນ​ໂດຍ​ສົມ​ທົບ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ປະ​ຊາ​ຄົມ​ໂລກ ”

     ໄລ​ຍະ 2011-2015, ຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ກໍ​ໄດ້​ປະ​ກາດ​ໃຊ້, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ, ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ພັດ​ທະ​ນາ​ແບ​ບຍືນ​ຍົງ. ໝາກ​ຜົນ​ມີ​ຢູ່​ວ່າ ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້ຫຼຸດ​ຜ່ອນ​ຈາກ 14,2% ໃນ​ປີ 2010 ລົງ​ເຫຼືອ​ພຽງ 4,25% ໃນ​ປີ 2015, ຕາມ​ມາດ​ຖານ​ຄວາມ​ທຸກ​ຍາກ​ໄລ​ຍະ 2011-2015, ຄິດ​ສະ​ເລ່ຍຫຼຸດ​ຜ່ອນ 2%ຕໍ່​ປີ. ລາຍ​ຮັບ​ຄິດ​ສະ​ເລ່ຍ​ໃນ​ສ່​ຫົວ​ຄົນ​ຂອງ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້​ເພ​ີ່ມ​ຂຶ້ນ 1,6 ເທົາ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2011. ນາງ ຈ້ຽວ​ທິ​ເຮືອງ ຊາວ​ກະ​ສີ​ກອນ​ທີ່​ເຂົ້າ​ຮ່ວມ​ໂຄງ​ການ​ປູກ​ຜັກ​ສະ​ອາ​ດ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເວົ້າ​ວ່າ :

 “ໂຄງ​ການແມ່ນ​ແນ​ໃສ່ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ຄອບ​ຄົວ​ຕົນ​ເສຍ​ກ່ອນ, ຕໍ່​ຈາກນັ້ນ ແມ່ນ​ວົງ​ຄະ​ນະ​ຍາດ ແລະ ປະ​ກອບ​ສ່ວນຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ທ້ອງ​ຖິ່ນ. ເມື່ອ​ກຸ່ມ​ປູກ​ຜັກ​ສະ​ອາດ ປອດ​ສານ​ພິດ ໄດ້​ຮັບ​ການ​ຫນູນ​ຊ່ວຍຈາກ​ໂຄງ​ການ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບໍ່​ແມ່ນ​ປູກ​ຜັກ​ຊະ​ນິດ​ໃດ​ທີ່​ແປກ​ປະຫຼາດ, ຫາກ​ປູກ​ຜັກ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ. ລາ​ຄາ​ຜັກ​ຂາຍ​ອອກກໍ​ສູງ​ຂຶ້ນ, ການ​ຈຳ​ໜ່າຍ​ສິນ​ຄ້າ​ໄດ້​ຮັບ​ການ​ຮັບ​ປະ​ກັນ, ລາຍ​ຮັບ​ກໍ​ໄດ້​ປົວ​ແປງ​ໃຫ້​ສູງ​ຂຶ້ນ. ຕ້ອງ​ມາ​ຈາກ​ກຳ​ລັງ​ພາຍ​ໃນ​ຂອງ​ຕົນ​ເພື່ອ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ”

      ແຫຼ່ງ​ກຳ​ລັງ​ປະ​ຕິ​ບັດ​ນະ​ໂຍ​ບາຍ ແລະ ໂຄງ​ການຫຼຸດ​ຜ່ອນ​ຄ​ວາ​ມທຸກຍາກ​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ວ​ອ່ງ​ໄວ ແລະ ແບບ​ຍືນ​ຍົງ. ທ່ານ ໂງ​ເຈື​ອ່ງ​ທີ ຫົວ​ໜ້າ​ຫ້ອງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍອ​ົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ :

  “ ພວກ​ຂ້າ​ພະ​ເຈົ້າ​ມີ​ແຜນ​ວາດ​ກ່ຽວ​ກັບ​ລະ​ດັບ​ຄວາມ​ທຸກ​ຍາກ​ຂອງ​ແຕ່​ລະ​ເຂດ, ແຕ່​ລະ​ແຂວງ. ນີ້​ແມ່ນ​ຮາກ​ຖານ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ວ​າງນະ​ໂຍ​ບາຍ​ຄົ້ນ​ຄ້​ວາ​ເພື່ອ​ມີ​ວິ​ທີ​ແກ້​ໄຂ​ຢ່າງ​ເໝາະ​ສົມ. ບັນ​ດາ​ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ ແມ່ນ​ຄວນ​ໄດ້​ຮັບ​ການ​ຄິດ​ໄລ່​ເພື່ອ​ເຮັດ​ແນວ​ໃດ ເຫັນ​ໄດ້​ເຖິງ​ເຂດ​ໃດ​ທີ່​ຕ້ອງ​ການ​ຊ່ວຍ​ເຫຼືອ, ແມ່ນ​ຕ້ອງ​ມີ​ວິ​ທີ​ການ​ແກ້​ໄຂ​ຄື ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ການ​ປະ​ກັນ​ສຸ​ຂະ​ພາບ ”

     ການ​ປະ​ຕິ​ບັດ​ເປົ້າ​ໝາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ແມ່ນ​ແຜນ​ນະ​ໂຍ​ບາຍໃຫຍ່ ​ຂອງ​ພັກ ແລະ ລັດ ແນ​ໃສ່​ປົວ​ແປງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຜູ້​ທຸກ​ຍາກ, ປະ​ກອບ​ສ່ວນ​ຮັດ​ແຄບ​ຄວາມ​ຜິດ​ໂຕ່ນ​ກັນ​ກ່ຽວ​ກັບ​ລະ​ດັບ​ຄອງ​ຊີບ​  ລະ​ຫວ່າ​ງບັນ​ດາ​ເຂດ​ແຄ້ວນ. ຜົນ​ງານ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ຂອງ​ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາສູງ​ຈາກ​ປະ​ຊາ​ຄົມ​ໂລກ. ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ຂອງ​ ສ.ປ.ຊ ຊຶ່ງ​ຫວຽດ​ນາມ​ໄດ້​ໝັ້ນ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ